ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 11

(GMT+08:00) 2011-03-13 17:43:06     cri



ວັນ​ທີ 13 ມີນາ​ນີ້, ກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນສະ​ໄໝ​ທີ 11 ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ອັດ​ລົງ.


ໃນ​ພິທີ​ອັດ​ປະຊຸມ, ທ່ານ​ເຈຍ​ຊີ້​ງລິນ, ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກ່າ​ວຄຳ​ປາ​ໄສ​ວ່າ, ກອງ​ປະຊຸມ​ເທື່ອ​ນີ້​ໄດ້​ສຳ​ເລັດ​ວາລະ​ປະຊຸມ​ທຸກ​ປະການ​ທີ່​ກຳນົດ​ໄວ້​ຢ່າງ​ເຕັມ​ເມັດ​ເຕັມໜ່ວຍ. ​ໃນ​ໄລ​ຍະ​ປະຊຸມ, ກຳ​ມະ​ການ​ບັນດາ​ທ່ານ​ໄດ້​ສະ​ເໜີ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີທີ່​ສຳຄັນ​ແລະມີ​ຄຸນຄ່າ​ຫຼາຍຂໍ້, ​ເຊັ່ນ: ​ເລັ່ງລັດ​ການ​ຫັນປ່ຽນ​ຮູບ​ແບບການ​ພັດທະນາ​ເສດຖະກິດ​ແລະ​ສັບ​ຊ້ອນ​ອົງ​ປະກອບ​ເສດ​ຖະ​ກິດ, ​ຮັບປະກັນ​ແລະ​ປົວແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ, ພັດທະນາ​ວັດທະ​ນະທຳ​ສັງຄົມ​ນິຍົມ​ໃຫ້​ຈະ​ເລີ​ນກ້າວ​ໜ້າ, ເພີ່ມ​ທະວີ​ແລະ​ປະດິດ​ສ້າງ​ການ​ຄຸ້ມ​ຄອງ​ສັງຄົມ, ຮັກສາ​ຄວາມ​ຈະ​ເລີ​ນ​ຮຸ່ງ​ເຮືອງ​ແລະ​ສະຖຽນ​ລະ​ພາບ​ຖາວອນ​ຂອງ​ເຂດ​ຮົງ​ກົງ​ແລະ​ມາກາວ, ​ຊຸກ​ຍູ້​ການ​ພັດທະນາ​ການ​ພົວ​ພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ໂດຍ​ສັນຕິ​ເປັນ​ຕົ້ນ, ​ນີ້ໄດ້​ສະ​ແດງ​​ໃຫ້​ເຫັນ​ເຖິງ​ທ່າ​ແຮງ​ພິ​ເສດ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ ​ໃນ​ຖານະ​ທີ່​ເປັນ​ອົງການ​ການ​ເມືອງ​ແລະຮູບ​ແບບ​ປະຊາ​ທິປະ​ໄຕ​ຢ່າງ​ເຕັມ​ສ່ວນ.


ທ່ານ​ເຈຍ​ຊີ້​ງລິນ, ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກ່າ​ວຄຳ​ປາ​ໄສ​

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ