ສະ​ແດງ​ສິລະປະ​ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງທີ IX ຂອງ​ພັກ ປະຊາຊົນ ປະຕິວັດ​ລາວ

(GMT+08:00) 2011-03-20 16:27:11     cri

ຕາມ​ຂ່າວ​ຈາກ​ເວັບ​ໄຊ​ຂອງ​ໜັງ​ສື​ພິມປະຊາຊົນ:ຕອນຄ່ຳວັນທີ 18 ມີນາ 2011 ນີ້,
ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນໄດ້ມີການສະແດງສິລະປະວັດທະນະທຳເພື່ອ
ຂ່ຳນັບຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ IX ຂອງພັກ ປະຊາຊົນ ປະຕິວັດລາວ
ໂດຍມີສະຫາຍທອງສິງ ທຳມະວົງ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ພ້ອມ
ດ້ວຍສະຫາຍ ອາຊາງ ລາວລີ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງ
ພັກ, ປະທານກວດກາພັກ - ລັດຂັ້ນສູນກາງ ແລະ ບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກ ຕະຫລອດຮອດບັນດາຜູ້ແທນກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ IX ຂອງພັກເຂົ້າຮ່ວມຮັບຊົມ.
ການສະແດງຄັ້ງນີ້ລວມມີ 13 ລາຍການສະແດງຄື: ລາຍການສະແດງຮ້ອງປະສານຟ້ອນ, ເພງເມືອງ
ລາວມີພັກນຳພາ, ຟ້ອນສາມັກຄີເຜົ່າລາວ, ຮ້ອງຫມູ່ຊາຍ, ເພງຕຳຫລວດປະຊາຊົນ, ລາຍການມ່ວນ
ຊື່ນບຸນກິນຈຽງເຜົ່າມົ້ງ, ຮ້ອງຫມູ່ຊາຍເພງເຄື່ອນທັບລົງສູ່ທົ່ງພຽງ, ລຳຕັ່ງຫວາຍ, ການສະແດງກາຍະ
ສິນໂຍນຮັບ, ຮ້ອງດ່ຽວຍິງເພງທ່ານອາວຸໂສຟ້ອນປະສານສຽງຂັບເຕີມຕີເກິ່ງສະຫລອງໄຊ, ຮ້ອງຫມູ່
ຍິງ - ຊາຍເພງແດນແຫ່ງອິດສະຫລະ, ຟ້ອນຫາປາ, ຮ້ອງຫມູ່ຍິງເພງຫວນຄືນວຽງໄຊ - ຮ້ອງຫມູ່
ຊາຍເພງໄກສອນ ພົມວິຫານ ໃນດວງໃຈລາວ ແລະລາຍການສະແດງຮ້ອງປະສານເພງຍ້ອນມີພັກ
ນຳພາ.
ນັກສະແດງທີ່ເຂົ້າຮ່ວມການສະແດງຮັບໃຊ້ໃນຄັ້ງນີ້ແມ່ນມາຈາກການສະແດງຂອງກອງສິລະປະກອນ
ແຫ່ງຊາດ, ກອງກາຍະສິນແຫ່ງຊາດ, ກອງສິລະປະກອງທັບປະຊາຊົນລາວ, ກອງສິລະປະກອນກະຊວງ
ປ.ກ.ສ, ຫນ່ວຍສິລະປະນັກສຶກສາວິທະຍາໄລລັດຕະນະບໍລິຫານງານທຸລະກິດ ແລະ ຫນ່ວຍສິລະປະ
ບ້ານສານາລາ. ທຸກລາຍການທີ່ນຳມາສະແດງໃນຄັ້ງນີ້ລ້ວນແຕ່ສ້າງຄວາມເບີກບານມ່ວນຊື່ນ ແລະ
ປະທັບໃຈ ໃຫ້ຜູ້ຊົມເປັນຢ່າງດີ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ