ບົດ​ປະກອບ​ຄຳ​ເຫັນ​ຂອງ​ສະຫາຍ ດຣ. ພັນ​ຄຳ ວິພາ​ວັນ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ, ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການຕໍ່ກອງ​ປະຊຸມ​ໃຫຍ່ ຄັ້ງທີ IX ຂອງ​ພັກ

(GMT+08:00) 2011-03-20 16:40:52     cri

ຕາມຂ່າວຈາກໜັງສືພິມປະຊາຊົນ: "ຍົກຄຸນນະພາບຂອງການສຶກສາແມ່ນຫນ້າທີ່ຕົ້ນຕໍຫນຶ່ງ
ໃນວຽກງານພັດທະນາຊັບພະຍາກອນມະນຸດ" ແມ່ນຫົວຂໍ້ທີ່ສະຫາຍເລຂາຄະນະພັກ
ກະຊວງສຶກສາທິການຂຶ້ນປະກອບຄຳເຫັນ ຊຶ່ງພໍສັງລວມໄດ້ດັ່ງນີ້: ຜ່ານການຈັດຕັ້ງປະຕິບັດ ແຜນຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດ ໄລຍະທີ I (2006-2010) ເຫັນວ່າ: ການສຶກສາມີການຫັນປ່ຽນ ແລະ ມີຜົນສຳເລັດຫລາຍດ້ານທີ່ຕັ້ງໜ້ານັບທັງ
ດ້ານປະລິມານ ແລະ ຄຸນນະພາບ.
ຈຳນວນໂຮງຮຽນ ແລະ ນັກຮຽນທຸກຊັ້ນທຸກສາຍທັງໃນໂຮງຮຽນ ແລະ ນອກໂຮງຮຽນ, ທັງພາກລັດ ແລະ ພາກເອກະຊົນ
ໄດ້ເພີ່ມຂຶ້ນຢ່າງໄວວາ, ປະຊາຊົນບັນດາເຜົ່າໄດ້ຮັບການສຶກສາຫລາຍຂຶ້ນ. ລະບົບສາຍສາມັນສຶກສາໄດ້ເພີ່ມຈາກ 11 ປີຮຽນມາເປັນ 12 ປີຮຽນ ເພື່ອໃຫ້ທຽບເທົ່າກັບລະບົບການສຶກສາຂອງສາກົນ, ລະບົບສາຍອາຊີວະສຶກສາ ແລະ ການສຶກ
ສາຊັ້ນສູງນັບທັງສາຍສ້າງຄູກໍ່ມີການປ່ຽນແປງ. ຫລັກສູດ ແລະ ເນື້ອໃນການຮຽນ-ການສອນທຸກຊັ້ນທຸກສາຍນັບແຕ່ຊັ້ນອະ
ນຸບານຮອດມະຫາວິທະຍາໄລໄດ້ຮັບການປັບປຸງ ແລະ ພັດທະນາດີຂຶ້ນກ່ວາເກົ່າ. ແຕ່ຜົນສຳເລັດດັ່ງກ່າວນັ້ນ, ຖ້າທຽບໃ
ສ່ຄວາມຮຽກຮ້ອງຕ້ອງການຂອງພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາໃນໄລຍະເຊື່ອມໂຍງກັບສາກົນນີ້ ຍັງເຫັນວ່າຄຸນ
ນະພາບຂອງການສຶກສາຍັງບໍ່ທັນສູງ. ຍັງບໍ່ບັນລຸໄດ້ຕາມຈຸດໝາຍທີ່ພວກເຮົາຢາກໄດ້ ເຊິ່ງໃນນີ້ນັບທັງຄຸນນະພາບທາງດ້ານ
ຄວາມຮູ້, ຄວາມສາມາດ ແລະ ຄຸນສົມບັດ. ໂຄງປະກອບຂອງການກໍ່ສ້າງຊັບພະຍາກອນມະນຸດບໍ່ເປັນແບບຮູບທາດ, ຈຶ່ງບໍ່ທັນ
ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ.

ເພື່ອແກ້ໄຂສະພາບບັນຫາດັ່ງກ່າວມານັ້ນ ໃນຕໍ່ໜ້ານີ້ຈະສຸມໃສ່ປະຕິບັດບາງບັນຫາຕົ້ນຕໍຄື: (1). ສືບຕໍ່ດຳເນີນການປະຕິຮູບລະບົບການສຶກສາແຫ່ງຊາດໄລຍະທີ II (2011 -2015) ຢ່າງເຖິງຖອງ ແລະ ມີຫລັກການບົນພື້ນຖານ ແນວທາງຂອງພັກ, ຮັບປະກັນສາມລັກສະນະການສຶກສາຂອງພັກ ຄື: ລັກສະນະຊາດ,​ ວິທະຍາສາດ-ທັນສະໄໝ ແລະ ລັກສະນະມະຫາຊົນ ແລະ ຮັບປະກັນ 5 ຫລັກມູນການສຶກສາຂອງພັກຄື: ຄຸນສົມບັດສຶກສາ, ປັນຍາສຶກສາ, ສິລະປະສຶກສາ, ພະລະສຶກສາ ແລະ ແຮງງານສຶກສາ, (2). ບຸກທະລຸໃຫ້ໄດ້ໃນການແກ້ໄຂບັນຫາຂອດຄູສອນ ເຊັ່ນ: ການສະໜອງຄູໃຫ້ພຽງພໍ, ​ຍົກຖານະບົດບາດຂອງຄູ ແລະ ຍົກຄຸນນະພາບການສິດສອນນັບທັງຄຸນນະພາບຊີວິດການເປັນຢູ່ຂອງຄູ ໃຫ້ສູງຂຶ້ນໃນສັງຄົມ ພ້ອມກັນນັ້ນກໍ່ຕັ້ງໜ້າສ້າງ ແລະ ບຳລຸງຄູໃຫ້ໄດ້ມາດຕະຖານ; ປະຕິບັດນະໂຍບາຍສົ່ງເສີມຜູ້ຮຽນເກັ່ງ, ມີພອນສະຫວັນ ແລະ ມັກອາຊີບຄູ ໄປຮຽນຄູ; ເປີດກ້ວາງການນຳໃຊ້ຄູທີ່ມີຄວາມຮູ້, ຄວາມຊຳນິຊຳນານໃຫ້ໄດ້ຫລາຍ ແລະ ຍາວນານ, ເອົາໃຈໃສ່
ເປັນພິເສດຕໍ່ການປັບປຸງ, ປ່ຽນແປງວິທີການສິດສອນ ແລະ ຮ່ຳຮຽນໃຫ້ມີຄຸນນະພາບອັນໃໝ່ ເພື່ອໃຫ້ໄດ້ຕາມວິໄສທັດທີ່ວ່າ: "ສ້າງຄູ ເພື່ອສ້າງຄົນ, ສ້າງຄົນເພື່ອສ້າງຊາດ", (3). ສືບຕໍ່ພັດທະນາຫລັກສູດທຸກຊັ້ນ, ທຸກສາຍໃຫ້ສອດຄ່ອງກົມກຽວກັນ ໂດຍເນັ້ນ ດ້ານສະມັດຖະພາບດ້ານການຮຽນຂອງນັກຮຽນ-ນັກສຶກສາ; ຄົ້ນຄ້ວາ ແລະ ປັບປຸງມາດຕະຖານຫລັກສູດ ໂດຍຮັບປະກັນທັງສອງດ້ານຄື: ດ້ານແນວຄິດການເມືອງ, ອຸດົມການສັງຄົມນິຍົມ ແລະ ສ້າງຄົນເກັ່ງທາງດ້ານວິຊາສະເພາະ. ພິເສດຈະໄດ້ປັບປຸງຄືນການຮຽນ-ການສອນວິຊາຄຸນສົມບັດ, ວິຊາການເມືອງ ແລະ ການແນະນຳວິຊາຊີບ.
ເວົ້າລວມແລ້ວຫລັກສູດການສຶກສາຕ້ອງຮັບປະກັນການກໍ່ສ້າງຄົນລາວໃຫ້ມີນ້ຳໃຈຮັກຊາດ ຕິດພັນກັບການຮັກລະບອບໃໝ່, ມີຄວາມຮູ້-ຄວາມສາມາດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ຂອງພົນລະເມືອງຕອບສະໜອງກັບການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ. ພ້ອມກັນນີ້ຕ້ອງຄົ້ນຄ້ວາປ່ຽນແປງຮູບການສອບເສັງເລື່ອນຂັ້ນ, ເລື່ອນຊັ້ນ, ຈົບຊັ້ນ ແລະ ສອບເສັງຄັດເລືອກໄປຮຽນລະດັບຕ່າງໆຄືນໃໝ່ແນໃສ່ເລືອກເຟັ້ນ ແລະສົ່ງເສີມໃຫ້ໄດ້ຜູ້ຮຽນເກັ່ງມີພອນສະຫວັນໄດ້
ເຂົ້າຮຽນລະດັບສູງຂຶ້ນຕໍ່ໄປ ນັບທັງຢູ່ພາຍໃນ ແລະ ຕ່າງປະເທດ, (4). ເອົາໃຈໃສ່ປັບປຸງ ແລະ ແກ້ໄຂໂຄງລ່າງການ
ສຶກສານັບທັງສິ່ງເອື້ອອຳນວຍ ແລະ ອຸປະກອນໃຫ້ແກ່ການຮຽນ-ການສອນໃຫ້ພຽງພໍ ແລະ ໄດ້ມາດຕະຖານ, (5). ປັບປຸງລະບົບການຄຸ້ມຄອງການສຶກສາໃຫ້ມີຄວາມສອດຄ່ອງເຂັ້ມແຂງ ແລະ ໜັກແໜ້ນ. ກໍ່ສ້າງພະນັກງານຄຸ້ມຄອງ, ພະນັກງານນຳພາ,​ ພະນັກງານວິຊາການທຸກລະດັບຢ່າງມີແຜນການ, ເປັນລະບົບຄົບຊຸດ ແລະ ລວມສູນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ