"ເວລາ​ຜ່ານ​ໄປ, ​ເຫຼືອ​ໄວ້​ພຽງ​ສຽງ·ການ​ແຂ່ງຂັນ​ເສັງ​ຄວາມ​ຮູ້​ກ່ຽວ​ກັບ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 70 ປີ" ພາກທີ​ໜຶ່ງ: ຈາກການ​ກະຈາຍສຽງ​ຄັ້ງ​ທຳ​ອິດ​ຢູ່​ຖ້ຳ​ຂອງ​ເມືອງ​ຢຽນອ່ານ​ຫັນ​ເປັນFMຢູ່​ທ້ອງ​ຖິ່ນ​ຂອງ​ທ່ານ

(GMT+08:00) 2011-07-07 15:38:00     cri
​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ປີ​ນີ້​ແມ່ນ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຫຼືCRIສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 70 ປີ. ສະຖານີ​ວິທະຍຸ​ແຫ່ງ​ນີ້​ທີ່ກຳ​ເນີ​ດ​ເກີດ​ຂຶ້ນ​ໃນ​ແປວ​ໄຟສົງຄາມ​ຕໍ່ຕ້ານ​ຟັດ​ຊິດ​ໂລກ, ປະຈຸ​ບັນ​ໄດ້​ເຕີບ​​ໃຫຍ່​ກາຍ​ເປັນ​ສື່​ມວນ​ຊົນ​ສາກົນ​ທີ່​ລາຍ​ງານ​ຂ່າວ​ຕໍ່​ທົ່ວ​​ໂລກດ້ວຍ 61 ພາສາ. ​ເລີ່​ມ​ແຕ່​ວັນ​ທີ 19 ມິຖຸນາ​ເປັນ​ຕົ້ນ​ໄປ, ພວກ​ເຮົາ​ຈະຮ່ວມກັນ​ຮັບ​ຟັງ​ເລື້ອງ​ອັດສະຈັນ​ຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ໂດຍ​ຜ່ານ 4 ​ລາຍການ, ​ແລະ​ສຳຜັດ​ກັບ​ບັນຍາ​ກາດ​ກາ​ນພັດທະນາ​ໃນ​ອະນາຄົດ​, ພ້ອມ​ກັນ​ນັ້ນ​ກໍ່​ຍິນ​ດີ​ຕ້ອນຮັບເຊີນ​ທ່ານ​ເຂົ້າ​ຮ່ວມການ​ແຂ່ງຂັນ​ເສັງ​ຄວາມ​ຮູ້​ກ່ຽວ​ກັບ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 70 ປີທີ່​ມີ​ຊື່ວ່າ"ເວລາ​ຜ່ານ​ໄປ, ​ເຫຼືອ​ໄວ້​ພຽງ​ສຽງ
ຄຳ​ຖາມ​ໃນ​ລາຍການ​ມື້​ນີ້​ແມ່ນ:

1​. ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ກະຈາຍສຽງ​ຄັ້ງ​ທຳ​ອິດ​​ດ້ວຍ​ພາສາ​ຫຍັງ?
2. ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ໄດ້​ຕັ້ງFMຢູ່ຕ່າງປະ​ເທດ​​ແຫ່ງ​ທຳ​ອິດ​ຢູ່​​ເມືອງ​​ໃດ?
ທ່ານ​ສາມາດ​ຊອກ​ຮູ້​ຄຳ​ຕອບ​​ໃນ​ລາຍການ​ມື້​ນີ້.

​ເຊື່ອ​ວ່າ​ຜູ້​ຟັງ​ທີ່​ຮັບ​ຟັງ​ລາຍການ​ຂອງCRI​ເລື້ອຍໆ​ຈະ​ຮູ້ສຶກ​ລື້​ງ​ຫູຫຼາຍ​ຕໍ່​ສຽງ​ດົນ​ຕີ​ດັ່ງກ່າວ​ນີ້. ​ໃນ​ທຸກ​ເວລາ​ທີ່​ສຽງ​ນີ້​ດັງ​ຂຶ້ນຈະ​ສົ່ງ​ຂໍ້​ມູນ​ອັນ​ອຸດົມສົມບູນ​ແລະ​ມິດຕະພາບ​ອັນ​ຈິງ​ໃຈ​ໃຫ້​ແກ່​ຜູ້​ຟັງ​ທຸກ​ຄົນ. ດົນຕີ​ຕອນ​ນີ້​ໄດ້​ກາຍ​ເປັນ​ເອກະ​ລັກ​ຂອງ​CRI ​ແລ້ວ:

ຢູ່​ຊັ້ນ​ໜຶ່ງ​ຂອງ​ຕຶກ​ຫ້ອງການ​CRI, ຕົວ​ໜັງສືຈີນ​ໂຕ​ໃຫຍ່​12​ໂຕ​ທີ່​ແປ​ວ່າ"ຖື​ຫຼັກ​ໝັ້ນ​ຂອງ​ຈີນ, ມີ​ສາຍຕາ​ທົ່ວ​ໂລກ​ແລະມີ​ນິດ​ໄສ​ໃຈຄໍ​ຂອງ​ມະນຸດ"​ໄດ້​ປະຈັກ​ຕາ​ທີ່​ສຸດ, ນີ້​ແມ່ນ​ທັດສະນະ​ຂອງCRI. ​ແຕ່​ວ່າຫຼັກ​ໝັ້ນ​ຂອງ​ຈີນ​ແມ່ນ​ຫຍັງ​ແດ່?​ເປັນ​ຫຍັງ​ຈິ່ງ​ມີ​ສາຍຕາ​ທົ່ວ​ໂລກ?ຈະ​ສະ​ແດງ​ນິດ​​ໄສ​ໃຈຄໍ​ຂອງ​ມະນຸດ​​​ແນວ​ໃດ? ​ທັງ​ໝົດເຫຼົ່າ​ນີ້​ອາດ​ໄດ້​ຕົກລົງ​ແລ້ວ​ໃນ​ເວລາ​ທີ່​CRIສ້າງ​ຕັ້ງ​ຂຶ້ນ.

​ໃນ​ຕົ້ນ​ຊຸມປີ 1940, ປະຊາຊົນ​ຈີນ​ໄດ້​ດຳ​​ເນີນ​ສົງຄາມ​ຕໍ່ຕ້າ​ນ​ຟັດ​ຊິດ​ດ້ວຍ​ຄວາມທຸກ​ຍາກ​ລຳບາກ​ທີ່​ສຸດ, ​ຄື​ໄດ້​ຕໍ່ຕ້ານ​ການ​ໂຈມ​ຕີ​ຈາກ​ຍີ່ປຸ່ນ​ຜູ້​ຮຸກ​ຮານຢ່າງ​​ເດັດດ່ຽວ​ໜຽວ​ແໜ້ນ. ​ເພື່ອ​ໂຄສະນາ​ສົງຄາມ​ຕໍ່ຕ້ານ​ຍີ່ປຸ່ນ, ຢູ່​ເມືອງ​ຢຽນອ່ານ​ທີ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ​​ເຊິ່ງ​ເປັນທີ່​ຕັ້ງ​ຂອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ໃນ​ເວລາ​ນັ້ນ, ພັກ​ຄອມ​ມູນິດ​ຈີນ​ໄດ້​ຕັ້ງ​ສະຖານີ​ວິທະຍຸ​ກະ​ຈາ​ຍສຽງ​ຊິນ​ຮວາ​ຢຽນອ່ານ. ວັນ​ທີ 3 ທັນວາ​ 1941, ວິທະຍຸ​ແຫ່ງ​ນີ້​​ເລີ່​ມກະຈາຍ​ສຽງ​ດ້ວຍ​ພາສາ​ຍີ່ປຸ່ນ, ​ຕໍ່​ທະຫານ​ຍີ່ປຸ່ນ​ຜູ້​ຮຸກ​ຮານ​ຈີນ. ​ໂຄສົກ​ຜູ້​ທຳ​ອິດ​ແມ່ນ​ນາງ​ຮາ​ລາຄີ ​ໂຢຊີ, ຄົນ​ຍີ່ປຸ່ນ​ທີ່​ອາ​ໄສ​ຢູ່​ຈີນ​ທີ່​ຄັດຄ້ານ​ສົງຄາມ​ຮຸກ​ຮານ.

ວັນ​ທີ 3 ທັນວາ​ 1941 ກໍ່​ຖືກ​ຕົກລົງ​​ໃຫ້ເປັນສ້າງ​ຕັ້ງວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ.
​ເຖິງ​ວ່າ​ຫ້ອງ​ກະຈາຍສຽງ​ໃນ​ເວລາ​ນັ້ນ​ພຽງ​ແຕ່​ແມ່ນ​ຖ້ຳ​ນ້ອຍ​ຖ້ຳ​ໜຶ່ງ, ຄວາມ​ແຮງ​ກະຈາຍສຽງ​ກໍ່ມີ​ພຽງ​ແຕ່ 300 ວັດທໍ່​ນັ້ນ, ​ແຕ່​ວ່າ​ເລີ່​ມ​ແຕ່​ມື້​ນັ້ນ​ເປັນ​ຕົ້ນ​ມາ, ​ໃນ​​ຈີນ​ມີ​ວິທະຍຸ​ພາສາ​ຕ່າງປະ​ເທດ​ທີ່​ຖື​ຄົນ​ຕ່າງປະ​ເທດ​ເປັນ​ເປົ້າ​ໝາຍ​. ທ່ານ​ນາງ​ຮາ​ລາຄີ​ໂຢຊີຫວນ​ຄືນ​ວ່າ:

 "ຂ້າພະ​ເຈົ້າເຮັດ​ວຽກ​ກະຈາຍສຽງ​ຢູ່​ເມືອງ​ຢຽນອ່ານ, ​ໃນ​ເວລາ​ນັ້ນ​​ລຳບາກ​ຫຼາຍ, ຂ້າພະ​ເຈົ້າໄດ້​ຮັບ​ການ​ດູ​ແລ​​ເບິ່ງ​ແຍ່ງ​ຈາກ​ສະຫາຍ​ທັງຫຼາຍ​ທີ່​ຢູ່​ຢຽນອ່ານ."

ການກະຈາຍສຽງ​ຂອງ​ນາງ​ຮາ​ລາຄີ​ໂຢຊີຢູ່​ຖ້ຳ​ຂອງ​ເມືອງ​ຢຽນອ່ານ​ໄດ້​ກາຍ​ເປັນ​ອາວຸດ​ໃຫຍ່​ປະ​ເພດ​ໜຶ່ງ​ທີ່​ທຳລາຍຂວັນ​ແລະ​ກຳລັງ​ໃຈຂອງ​ທະຫານ​ຍີ່ປຸ່ນ. ພາຍຫຼັງ​ສົງຄາມ​ຕໍ່ຕ້ານ​ຍີ່ປຸ່ນ​ໄດ້​ຮັບ​ໄຊຊະນະ​ແລ້ວ, ສະຖານີ​ວິທະຍຸ​ຊິນ​ຮວາ​ຢຽນອ່ານ​ໄດ້​ເລີ່​ມກະຈາຍສຽງ​ດ້ວຍ​ພາສາ​ອັງກິດ​ໃນ​ປີ 1947. ປະຈຸ​ບັນ​ຢູ່​ທຸກບ່ອນ​ໃນ​ໂລກ​ລ້ວນ​ແຕ່​ສາມາດ​ຟັງ​ວິທະຍຸ​CRIພາກພາສາ​ອັງກິດ​​ໄດ້.

​ເດືອນ​ມິຖຸນາ​ປີ 1949, ​ໃນ​ເວລາ​ປະ​ເທດ​ຈີນ​ໃໝ່​ສະຖາປະນາ​ຂຶ້ນ, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ທີ່​ຍ້າຍ​ໄປຢູ່ປັກ​ກິ່ງ​ໄດ້​ເລີ່​ມກະຈາຍສຽງ​ຕໍ່​ພາກ​ໃຕ້​ຂອງ​ຈີນ​ແລະ​ອາຊີ​ອາຄະ​ເນ​ດ້ວຍ​ພາສາ​ແຕຈິ​ວ, ພາສາ​ກວາງຕຸ້ງ​ແລະ​ພາສາ​ຝູ​ຈ້ຽນ, ສຳນຽງ​ບ້ານ​ເກີດ​ໄດ້​ດຶງ​ດູດ​ຈິດ​ໃຈ​ຂອງ​ຊາວ​ຈີນ​ຕ່າງ​ດ້າວ​ຢູ່​ຕ່າງປະ​ເທດ. ​ໃນ​ເວລາ​ນັ້ນ​ເພື່ອ​ສະໜັບສະໜູນ​ການ​ພັດທະນາ​ຂອງ​ວິທະຍຸ​ກະຈາຍສຽງ​ຕໍ່​ຕ່າງປະ​ເທດ, ຊາວ​ຈີນ​ຕ່າງ​ດ້າວ​ຫຼາຍ​ຄົນ​ໄດ້​ກັບ​ຄືນ​ສູ່​ປະ​ເທດ​ຈີນ​ເຮັດ​ວຽກ​ແລະ​ດຳລົງ​ຊີວິດ​ຢູ່​ຈີນ. ນາງ​ໂກ່​ວຫຼົງ​ຫົຼງ, ​ໂຄສົກ​ພາສາ​ຝູຈ້ຽນທີ່​ກັບ​ຄືນ​ມາ​ຈາກ​ອິນ​ໂດ​ເນ​ເຊຍ​ກໍ່​ແມ່ນ​ຜູ້​ໜຶ່ງ, ​ເພິ່ນ​ກ່າວ​ວ່າ.

 "ຂ້າ​ພະ​ເຈົ້າ​ມາ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທ​ດຈີນ​ໃນ​ເດືອນ​ກັນຍາ​ປີ 1949, ​ໃນ​ເວລາ​ນັ້ນ​ສະຖານີ​ວິທະຍຸ​ຫາ​ກໍ່ສ້າງ​ຕັ້ງ​ຂຶ້ນ, ຍັງ​ບໍ່​ມີ​ລັດຖະບານປະຊາຊົນ​ສູນ​ກາງ​ຈີນ, ​ໃນ​ເວລາ​ນັ້ນ​ຊື່​ວ່າ​ວິທະຍຸ​ກະຈາຍສຽງປະຊາຊົນ​ຊິນ​ຮວາ, ລາຍການພາສາ​ຕ່າງປະ​ເທດ​ກໍ່​ມີ​ແຕ່​ພາສາ​ຍີ່ປຸ່ນ​ແລະ​ພາສາ​ອັ​ງກິດ, ນອກຈາກ​ນັ້ນ​ກໍ່​ມີ​​ແຕ່​ພາສາ​ທ້ອງ​ຖິ່ນ​ຂອງ​ຈີນເທົ່າ​ນັ້ນ. ​ໃນ​ເວລາ​ນັ້ນ​ກະຈາຍສຽງ​ລ້ວນ​ແຕ່​ແມ່ນ​ລາຍ​ການ​ສົດ, ບໍ່​ມີ​ການ​ອັດ​ສຽງ, ​ເພາະ​ວ່າ​​ໃນ​ເວລາ​ນັ້ນ​ອັດ​ສຽງ​ຕ້ອງ​ໃຊ້​​ເສັ້ນ​ລວດ."

ປີ 1949 ປະ​ເທດ​ຈີນ​ໃໝ່​ສ້າງ​ຕັ້ງ​ຂຶ້ນ, ​ໃນ​ພິທີ​ສ້າງຕັ້ງ​ປະ​ເທດ​ຈີນ​ໃໝ່, ນາງ​ຕິ່ງ​ອີ່ລັນເປັນ​ຜູ້​ດຳ​ເນີນ​ລາຍການ​ຖ່າຍ​ທອດ​ສົດຢູ່​ຫໍ​ໄຊ​ທ່ຽນ​ອ່ານ​ເມິ​ນ. ​ຫຼັງ​ຈາກ​ນັ້ນ​ນາງ​ໄດ້​ກາຍ​ເປັນຜູ້ອຳນວຍການ​ໃຫຍ່​ຂອງCRI.

ວິທະຍຸ​ຊິນ​ຮວາ​ຢຽນອ່ານ​ກໍ່​ຍ້າຍ​ໄປຢູ່​ປັກ​ກິ່ງ, ຜ່ານ​ການ​ປ່ຽນ​ຊື່​ຫຼາຍ​ເທື່ອ, ​ໄດ້ກາຍ​ເປັນ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ໃນ​ປະຈຸ​ບັນ. ປະຈຸ​ບັນ, CRI​ໄດ້​ໃຊ້ 61 ພາສາ​ລາຍ​ງານ​ຂ່າວ​ຕໍ່​ທົ່ວ​ໂລກ, ​ແມ່ນສື່​ມວນ​ຊົນ​ສາກົນ​ທີ່​ມີ​ພາສາ​ຫຼາຍທີ່​ສຸດ​ໃນ​ໂລກ.

​ໃນ​ທ້າຍ​ຊຸມ​ປີ 1970 ຈີນ​ເລີ່​ມປະຕິບັດ​ການ​ປະຕິ​ຮູບ​ເປີດ​ປະຕູ​ສູ່​ພາຍ​ນອກ, ນີ້​ໄດ້​ສ້າງ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ແກ່​ການ​ພັດທະນາ​ຂອງCRI. ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ໄດ້ປະຕິ​ຮູບ​ຢ່າງ​ກ້າຫານ​ໃນ​ດ້ານ​ທັດ​ສະ​ນະການ​ລາຍ​ງານ​ຂ່າວ, ​ເນື້ອ​ໃນ​ລາຍການ​ແລະ​ຮູບ​ແບບ​ການ​ກະຈາຍສຽງ​ເປັນ​ຕົ້ນ. ປະຈຸ​ບັນ, CRI​ໄດ້​ຕັ້ງສຳນັກງານ​ນັກຂ່າ​ວຢູ່ 32 ປະ​ເທດ, ​​ແລະ​ຈະ​ສືບ​ຕໍ່​ຕັ້ງ​ສຳນັກ​ນັກງານ​ຂ່າວ​ໃຫຍ່ 8 ​ແຫ່ງ​ຢູ່​ທະວີບອາ​ຟຼິກາ, ຕາ​ເວັນ​ອອກ​ກາງ, ​ເອີ​ລົບ, ທະວິ​ບອາ​ເມ​ລິ​ກາ​ໃນ​ 10 ປີຕໍ່ໜ້າ. ​ໃນ​ຖານະ​ເປັນ​ສື່​ມວນ​ຊົນ​ຂອງ​ປະ​ເທດ​ທີ່​ພວມ​ພັດທະນາ, CRIຈະ​ລົງ​ເລິກ​ລາຍ​ງານ​ການ​ປ່ຽນ​ແປງ​ໃໝ່​ແລະ​ສະພາບ​ການ​ໃໝ່​ຂອງ​ແຫ່ງ​ຕ່າງໆ​​ໃນ​ໂລກ​ໂລກ​ຢ່າງຮອບດ້ານ.

ຄຽງ​ຄູ່​ກັບ​ເຕັກ​ນິກສື່​ສານພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ວິທະຍຸCRIກຊ​ໄດ້​ມີ​ການ​ປ່ຽນ​ແປງ​ໃໝ່. ​ເດືອນກຸມພາ​ປີ 2006, ລະບົບ FM ​ເລີ່​ມກະຈາຍສຽງ​ຢູ່​ນະຄອນຫຼວງ​ໄນ​ໂຣບີຂອງ​ເຄັນ​ຢາ, ນີ້​ແມ່ນ FM ​ແຫ່ງ​ທຳ​ອິດ​ຂອງCRI ທີ່​ຕັ້ງ​ຢູ່​ຕ່າງປະ​ເທດ. ຫຼັງ​ຈາກ​ນັ້ນ 9 ​ເດືອນ, ລະບົບ FM 93 Mhz ​ເລີ່​ມກະຈາຍສຽງ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ. ທ່ານ​ຫູ​ຈີນ​ທ່າວ, ປະທານ​ປະ​ເທດ​ຈີນ​ທີ່​ພວມ​ຢ້ຽມຢາມ​ລາວ​ແລະ​ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ, ປະ​ທານ​ປະ​ເທດ​ລາວ​ໄດ້​ເຂົ້າ​ຮ່ວມ​ພິທີ​

ມາ​ຮອດ​ວັນ​ທີ 1 ມິຖຸນາ​ນີ້, CRI​ໄດ້​ຕັ້ງ FM 60 ​ແຫ່ງ​ຢູ່​ປະ​ເທດ​ຕ່າງໆ​ໃນ​ໂລກ, FM ​ເຫຼົ່າ​ນີ້​ໄດ້​ກະຈາຍລາຍການປະມານ 1200 ຊົ່ວ​ໂມງ​ໃນ​ທຸກ​ວັນ, ​ໄດ້​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຜູ້​ຟັງ​ຕ່າງປະ​ເທດ​ທີ່​ຢາກ​ຮູ້​ປະ​ເທດ​ຈີນ.

ຍ້ອນ​ວ່າCRIນັບ​ມື້​ນັບ​ມີ​ຊື່​ສຽງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຊາວ​ຕ່າງປະ​ເທດ​ທີ່​ເຮັດ​ວຽກ​ຢູ່​ຂະ​ແໜງ​ການສື່​ມວນ​ຊົນ​​ທີ່​ມີ​ຊື່​ສຽງ​ກໍ​ມາ​ເຮັດ​ວຽກ​ຢູ່CRI, ຕົວຢ່າງ​ວ່າ​ນາງ​ຊຸ​ຊັນ ອົສມານ, ອະດີດ​ໂຄສົກ​ຂອງBBC. ນັກ​ຄົ້ນຄວ້າ​ວິທະຍາສາດ​ສື່ສານ​ມວນ​ຊົນ​ເຫັນ​ວ່າ, ການ​ທີ່ລາຍການ​ຂອງCRI​ໄດ້​ຮັບ​ຄວາມ​ນິຍົມ​ກໍ​ຍ້ອນ​ວ່າ​​ໄດ້​ປະຕິບັດ​ຕາມ​ນິ​ໄສ​ໃຈຄໍ​ຂອງມະນຸດ​ແລະ​ທັດສະນະ​ທີ່​ຮັບ​ໃຊ້​ສາທາລະນະ​ຕະຫຼອດ​ມາ. ທ່ານ​ນາງ​​ເຊົາ​ລູ້, ອາຈານ​ສອນ​ຜູ້​ຮຽນ​ປະລິນຍາ​ເອກ​ຂອງ​ມະ​ຫາ​ວິທະຍາ​ໄລ​ສື່​ສານມວນ​ຊົນ​ຈີນ​ກ່າວ​ວ່າ:

 "ປະຈຸ​ບັນ​ສະຖານະການ​ຂອງ​ໂລກ​ໄດ້​ມີ​ກາ​ນປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ, ການກະຈາຍສຽງ​ສາກົນ​ຈາກ​ການ​ຂົ່ມຂູ່​ຂວັນ​ຂອງ​ສັດຕູ​ຫັນ​ເປັນ​ການ​ດຶງ​ດູດ​ຈິດ​ໃຈ​ຂອງ​ຜູ້​ຟັງ, ຈາກ"ສົງຄາມ​ວິທະຍຸ"ຫັນ​ເປັນ​​ໃຜ​ຈະ​ເຮັດ​ໃຫ້ປະຊາຊົນ​ຂອງ​ປະ​ເທດ​ເປົ້າໝາຍ​ຄັດ​ເລືອກ​ແລະ​ຍອມຮັບ​ວິທະຍຸ​ຂອງ​ພວກ​ເຮົາທັງ​ນີ້​ໄດ້​ກາຍ​ເປັນ​ສັນຍະ​ລັກຂອງ​ວິທະຍຸ​ກະຈາຍສຽງ​ຕໍ່​ຕ່າງປະ​ເທດ​ສາມາດ​ຄົງ​ຕົວ​ຫຼື​ບໍ່. ​ໃນ​ສິບ​ປີ​ມາ​ນີ້CRI​ໄດ້​ປະຕິບັດ​ມາດ​ຕະການ​ຫຼາຍ​ຢ່າງ​ທີ່​ມີ​ປະສິດທິ​ຜົນ​ໃນ​ດ້ານ​ການ​ລາຍ​ງານ​ຂ່າວ​ທີ່​ຖືກຕ້ອງ​ແມ່ນ​ຢ້ຳແລະມີ​ລັກສະນະ​ຕິດ​ແທດ​ກັບປະ​ເທດ​ນັ້ນແລະ​ການ​ບໍລິການ​ທີ່​ມີລັກສະນະ​ວິຊາ​ການ. ນີ້​ແມ່ນ​ການສະ​ແດງ​ອອກຂອງ​ທັດສະນະ​ສື່​ສານ​ມວນ​ຊົນ​ທີ່ທັນ​ສະ​ໄໝ."
​ເພື່ອລາຍ​ງານ​ຂ່າວ​ຕໍ່​ຕ່າງປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ​ເກົ່າ, CRIຍັງ​ໄດ້​ພັດທະນາ​ຮູບ​ການ​ສື່​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ. ປະຈຸ​ບັນ, ທ່ານ​ພຽງ​ແຕ່​ໃຊ້​​ເມົ້າຂອງ​ຄອມ​ພິວ​ເຕີ, ກົດ​ເວັບ​ໄຊ້ຂອງCRIonline, ລາຍການ​​ແລະ​ຂ່າວ​ຫຼ້າ​ສຸດ​ຂອງCRIກໍ່​ຈະ​ປະກົດ​ຢູ່​​ເທິງ​ໜ້າ​ຈໍ​ຂອງ​ຄອມ​​ທ່ານ.

​ໃນ​ຕົ້ນ​ປີ 2011, CRIຍັງ​​ໄດ້​ປັບປຸງ​ຊັບພະຍາກອນຕື່ມ​ອີກ, ​ແລ້ວ​ສ້າງ​ເຄືອ​ຂ່າຍ​ການ​ກະຈາຍສຽງ​ສາກົນ​ຈີນ​ຫຼືCIBN. ນີ້​ແມ່ນກຸ່ມສື່​ມວນ​ຊົນ​ໃຫຍ່​ທີ່ມີ​ສື່​​ໃໝ່​ຕ່າງໆ​​ເຊັ່ນ​ລາຍການ​ສຽງ​ແລະ​ພາບ​ທາງ​ອິນ​ເຕີ​ເນັດ, ​ວິທະຍຸໂທລະພາບ​ມື​ຖື, IPTV​ແລະ​ໂທລະພາບ​ອິນ​ເຕີ​ເນັດ​ເປັນ​ຕົ້ນ. ທ່ານຫວາງ​ເກີ່ງໜຽນ, ຜູ້ອຳນວຍການ​ໃຫຍ່ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ກ່າວ​ວ່າ, ນີ້​ເປັນ​ຂີດ​ໝາຍ​ສະ​​ແດງ​ໃຫ້​ເຫັນ​ວ່າ, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ທີ່​ມີ​ອາຍຸ​ເກືອບ 70 ປີ​ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ສື່​​ໃໝ່​ຢ່າງຮອບດ້ານ. ​ໃນ​ເວລາ​ເວົ້າ​ເຖິງ​ການ​ພັດທະນາ​ໃນ 5 ປີ​ຕໍ່ໜ້າ, ທ່ານ​ຫວາງ​ເກີ່ງ​ໜຽນກ່າວ​ວ່າ:

"CIBN​ແມ່ນ​ອົງການວິທະຍຸ​ແລະ​ໂທລະພາບແຫ່ງ​ຊາດ​ໃນ​ຂົງ​ເຂດ​ສື່​​ໃໝ່, ​ອາ​ໄສເຕັກນິກສູງ ​ເຊັ່ນ,ອິນ​ເຕີ​ເນັດແລະ​ຄົມມະນາຄົມ​ເຄື່ອນ​ທີ່​ເປັນ​ຕົ້ນ, ສ້າງ​CIBN​ເປັນ​ສື່​ມວນ​ຊົນ​ໃຫຍ່​ສາກົນ​ທີ່​ມີ​ອິດ​ທິພົນ​ສູງໃນ​ໂລກ."

ທ່ານ​ຜູ້​ຟັງ, ລາຍການ​ມື້​ນີ້​ກໍ່​ຈົບ​ລົງ​ພຽງ​ທໍ່​ນີ້, ຂອບ​ໃຈ​ທ່ານ​ສະໜັບສະໜູນ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ມາ​ເປັນ​ຍາ​ວນານ. ຕໍ່​ໄປ​ຈະ​ຂໍ​ຫວນ​ຄືນ​ຄຳ​ຖາມ​ຂອງ​ລາຍກາ​ນ​ເທື່ອ​ນີ້:

1​. ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ກະຈາຍສຽງ​ຄັ້ງ​ທຳ​ອິດ​​ດ້ວຍ​ພາສາ​ຫຍັງ?
2. ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ໄດ້​ຕັ້ງFMຢູ່ຕ່າງປະ​ເທດ​​ແຫ່ງ​ທຳ​ອິດ​ຢູ່​​ເມືອງ​​ໃດ?
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ