ນັກ​ບັນທຶກ​ໂດຍ​ທາງ​ເຫດຜົນ​ຂອງ​ການ​ພັດທະນາ​ຈີນ​ແລະ​ການ​ປ່ຽນ​ແປງ​ສາກົນ

(GMT+08:00) 2011-07-07 15:40:15     cri
ທ່ານ​ຜູ່​ຟັງ​ທີ່​ເຄົາລົບ,ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ່​ຟັງ​ເຂົ້າ​ສູ່​ລາຍການ​ພິ​ເສດ​ໃນ​ໂອກາດ​ຄົບຮອບ70ປີ​ແຫ່ງ​ການ​ສ້າງ​ຕັ້ງCRI.ສຳ​ລັບ​ລາຍການ​ພິ​ເສດ​ມື້​ນີ້​ໃຫ້​ຊື່ວ່າ:"​ເວລາ​ຜ່ານ​ໄປ​ເຫຼືອ​ໄວ້​ພຽງ​ສຽງ".ມື້​ນີ້​ກໍ່​ມີ​ຄຳ​ຖາມ​ສຳລັບ​ການ​​ແຂ່ງຂັນ​ຄວາມ​ຮູ້​ກ່ຽວ​ກັບ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຄົບຮອບ70ປີ​ມາ​ຖາມ​ທ່ານ​ຜູ່​ຟັງ​ອີກ​ເຊັ່ນ​ເຄີງ,ລາຍການມື້​ນີ້​ມີ2ຄຳ​ຖາມ​ຄື:

1.ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ວາງ​ແຜນ​ສ້າງ​ຕັ້ງ​ສຳນັກງານ​ໃຫຍ່​ລະດັບ​ເຂດ​ແຄວ້ນ​ຢູ່​ຕ່າງປະ​ເທດ​ຈັກ​ແຫ່ງ?
2.ກິດຈະກຳ"ການທ່ອງທ່ຽວ​ມິດຕະພາບ​ຈີນ-ຣັດ​ເຊຍ.ການທ່ອງທ່ຽວຣັດ​ເຊຍ"ຈັດ​ຂຶ້ນ​ປີ​ໃດ?

ຊື່​ງຄຳ​ຕອບ​ມີ​ຢູ່​ໃນ​ລາຍການ​ນີ້​ແລ້ວ,ພຽງ​ແຕ່​ທ່ານ​ຕັ້ງ​ໃຈ​ຟັງ​ຄັກໆ​ແລ້ວ​ທ່ານ​ຈະ​ຮູ້​ຄຳ​ຕອບ.

​ໃນ​ຖານະ​ເປັນ​ວິທະຍຸ​ທີ່​ມີຫ​ຫຼາຍ​ພາສາ​ທີ່​ສຸດ​ໃນ​ໂລກ, CRI​ໄດ້​ຖື​ເອົາ​ການ​ແນະນຳ​ຈີນ​ໃຫ້​ໂລກ​ແລະ​ແນະນຳ​ໂລກ​ໃຫ້​ໂລກ​ເປັນ​ໜ້າ​ທີ່​ຂອງ​ຕົນ.ນັກ​ຂ່າວCRI​ມາ​ຈາກ​ຈີນ​ກໍ່​ມາ​ຈາກ​ປະ​ເທດ​ພວມ​ພັດທະນາ.

ທ່ານ​ຜູ່​ຟັງ,​ເດືອນ​ມີນາ​ປີ1999,ສົງຄາມ​ໂກ​ໂຊ​ໂວ​ເກີດ​ຂຶ້ນ,​ໃນ​ເບື້ອງ​ຕົ້ນ​ຂອງ​ສົງຄາມ​ຄັ້ງ​ນີ້.​ເຮັດ​ໃຫ້​ນາງ​ວາງ​ຈື້ໝິນ ອະດີດ​ນັກ​ຂ່າວCRI​ທີ່​ປະຈຳ​ຢູ​ໂກສະ​ລາ​ວີ ຈົນ​ບັນ​ຍາ​ປາບ​ກະປູຂາ​ຫຼົ່ນ.​ແຕ່​ດ້ວຍ​ສັນ​ຂາດຕະຍານ​ຂອງ​ນັກ​ຂ່າວ.ນາງ​ວາງ​ຈີ້​ໝິນຊຶ່ງ​ເປັນ​ນັກ​ຂ່າວ​ຜູ່​ມີ​ຮູບ​ຮ່າງ​ຈ່ອຍໆ​ຜູ່​ນີ້​ໄດ້​ໃຊ້​ຄວາມ​ກ້າຫານ​ທີ່​ມີ​ລົງ​ສຳພາດ​ສະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ເວລາ​ເກີດ​ສົງຄາມ,ບອກ​ໃຫ້​ທົ່ວ​ໂລກ​ຮູ້​ວ່າ,ຢູ່​ທີ່​ນີ້​ເກີດ​ຫຍັງ​ຂຶ້ນ,​ໂດຍ​ຜ່ານ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ.

 "​ໃນ​ເບື້ອງ​ຕົ້ນ,ຂ້າພະ​ເຈົ້າ​ຮູ້ສຶກ​ຢ້ານ​ກົວ​ທີ່​ສຸດ,ຍ້ອນ​ວ່າ​ບໍ່​ເຄີຍພົບ​ພໍ້​ກັບ​ສົງຄາມ,ບໍ່​ຮູ້​ມັນ​ຈະມີ​ຄວາມ​ຮຸນ​ແຮງ​ເຖິງ​ລະດັບ​ໃດ.ຂ້າພະ​ເຈົ້າ​​​ໃຊ້​ຄວາມ​ກ້າຫານຂີ່​ລົດ​ໄປ​ໂຮງຮຽນ,​ໄປວິ​ສາ​ຫະກິດ,ຂຸມລີ້​ໄພ,​ເຂດ​ຄຸ້ມ​ທີ່ຢູ່​ຂອງ​ປະຊາຊົນ​ທີ່​ຂ້າພະ​ເຈົ້າ​ຮູ້​ດີ,ໜຶ່ງ​ມື້​ບໍ່​ກິນ​ເຂົ້າ,ຂີ່​ລົດ8ຊົ່ວ​ໂມງຢູ່​​ແບນ​ກຣາດ.ພາຍຫຼັງ​ຂ້າພະ​ເຈົ້າ​ກັບ​ຄືນ​ກໍ່​ຮູ້​ວ່າ​ຈະລາຍ​ງານ​ແນວ​ໃດ​ແດ່.​ຍ້ອນ​ວ່າຂ້າພ​ະ​ເຈົ້າ​ໄປບ່ອນໃດ,​ກໍ່​ໄດ້​ພົບ​ປະ​ສົນທະນາ​ກັບ​ປະຊາຊົນ,ຄົນ​ທັງຫຼາຍ​ລ້ວນ​ແຕ່​ດີ​ອົກ​ອີ​ໃຈ,​ຢູ່​ແຕ່​ລະ​ບ່ອນ​ລ້ວ​ນ​ແຕ່​​​ໄດ້ຮັບ​ການ​ຊົມ​ເຊີຍ​ຈາກມວນ​ຊົນ."

​ໃນ​ສົງຄາມເກືອບ80ມື້,ນາງ​ວາງ​ຈີ້​ໝິນ​ເຄີຍ​ປະສົບ​ອັນຕະລາຍ:​ເພາະລູກ​ລະ​ເບີດ​ຕົກ​ຫ່າງ​ຈາກ​ນາງພຽງ​ແຕ່50​ແມັດ;​ເຄີຍຖືກ​ສອບ​ລວນຍ້ອນ​ເຂົ້າສຳພາດ​ຢູ່​ເຂດ​ຫ້າມ​ທາງ​ການ​ທະຫານ.​ແນ່ນອນ​ແລ້ວ,ຈາກ​ການ​ປະຕິບັດວຽກ​ງານ​ດ້ວຍ​ການ​ລາຍ​ງານ​ຂ່າວ"ສົງຄາມ​ໃນ​ຢູ​ໂກສະ​ລາ​ວີ"ຢ່າງ​ຕໍ່​ເນື່ອງ,ມັນ​ໄດ້​ນຳ​ເອົາກ​ກຽດຕິຍົດ​ແລະ​ຊື່​ງສຽງ​ມາສູ່​ຕົວ​ນາງ​ເອງ​ໃນ​ປີ​ນັ້ນ​ນາງ​ໄດ້​ຮັບ​ລາງວັນ​ໃຫຍ່​ທາງ​ຂ່າວ​ລະດັບ​ຊາດ​ໃນ​ປີ​ນັ້ນ.

ຫຼັງ​ຈາກຕັ້ງສຳນັກງານນັກຂ່າວງວດທຳອິດຢູ່ຕ່າງປະເທດ​ໃນ​ຊຸມ​ປີ1980​ເປັນ​ຕົ້ນ​ມາ, ປັດຈຸບັນ,cri​​ໄດ້​ມີ​ສຳນັກງານນັກ​ຂ່າວ​ປະຈຳຕ່າງປະ​ເທດ(ລວມທັງ​ຮົງ​ກົງ ມາ​ເກົາ)32​ແຫ່ງ,​​ແລະ​ວາງ​ແຜນ​ຈະ​ສ້າງສຳນັກງານ​ໃຫຍ່​ລະດັບເຂດ​​ແຄວ້ນ8​ແຫ່ງ​ຄື​ອາ​ຟຼິກາ,ຕາ​ເວັນ​ອອກ​ກາງ,​ເອີ​ລົບ,ອາ​ເມ​ລິ​ກາ​ເໜືອ​​ແລະ​ອື່ນໆ​ໃຫ້​ສຳ​ເລັດ.ສຳນັກງານ​ເຫຼົ່າ​ນີ້​ປຽບ​ເໝືອນ"ງວງ​ສຳຜັດ"ທີ່ cri​ຢ​ຽດອອກ,​ເອົາ​ໃຈ​ໃສ່​ທຸກ​ແຫ່ງ​ຂອງ​ທົ່ວ​ໂລກ​ຢ່າງ​ສະດຸ້ງ​ໄວ.ສ່ວນວ່າ​ບ່ອນ​ໃດທີ່​ມີ​ສະຖານະ​ການ​ບໍ່​ສະ​ຫງົບ,ຍິ່ງ​ມີ​ນັກ​ຂ່າວcri​ຂຸ້ນ​ວຽກ​ຂຸ້ນ​ງານ​ເພື່ອ​ລາຍ​ງານ​ຂ່າວ.

​ໃນ5ປີ​ທຳ​ອິດ​ຂອງ​ສະຕະວັດ​ນີ້,​ແມ່ນ​ໄລຍະ​ທີ່​​ແໜ້ນໜາ​ແລະ​ລືມ​ຍາກ​ທີ່​ສຸດ​ຂອງ​ທ່ານ​ຮົງ​ລິນ ອະດີດນັກ​ຂ່າວ​ຂອງ cri​​ປະຈຳ​ປາ​ກີ​ສຖານ:ທ່ານ​ໄດ້​ເຂົ້າ​ຮ່ວມ​ການ​ລາຍ​ງານ​ຂອງ​ເຫດການ​ສຳຄັນ​ໃຫຍ່​ຄື​ສົງຄາມ​ອາ​ຟກາ​ນີສະຖານ,ສົງຄາມ​ອີຣັກ,ວິ​ກິດ​ການ​ນິວ​ເຄຼຍຂອງ​ອີຣານ,ຄື້ນຊຸ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍດັ່ງ​ນີ້​ເປັນ​ຕົ້ນ.​ໃນ​ແອັລບັມຮູບ​ຖ່າຍ​ຂອງ​ທ່ານ​ຮົງ​ລິນ​ມີ​ຮູ​ບຖ່າຍແຜ່ນ​ໜຶ່ງ​ທີ່​ທ່ານອູ້ມ​ເອົາເດັກ​ແດງ​ຜູ່​ໜຶ່ງ​ແມ່ນ​ລ້ຳ​ຄ່າ​ທີ່​ສຸດ,ຮູບ​ຖ່ານ​ໄດ້​ບັນທຶກ​ລາຍ​ລະອຽດ​ຂອງ​ການ​ສຳພາດ​ໃນ​ສົງຄາມ​ອີຣັກປີ2003,ກໍ່​ແມ່ນ​ການ​ຫວນ​ຄຶດ​ອັນ​ອົບ​ອຸ່ນ​ຂອງ​ທ່ານໃນ​ເວລາ​ລາຍ​ງານ​ຂ່າວ ທ່າມກາງ"ສົງຄາມ​ຂ່າວ"ອັນ​ໂຫດຮ້າຍ.

 "ນາງ​​ແມ່ນ​ຄົນ​ໂຊ​ມາລີ​ທີ່ຫາ​ກໍ່​ເກີດລູກ​ຢູ່​ແບັກ​ແດັດພາຍຫຼັງ​ສົງຄາມ​ອີຣັກ​ເກີດ​ຂຶ້ນ.​ໃນ​ເວລາ​ນັ້ນ,ການ​ສຳພາດ​ແມ່ຂອງ​ນາງ​ປະສົບ​ຄວາມ​ຫຍຸ້ງຍາກ​ອັນ​ໃຫຍ່​ຫຼວງ,ຜູ່​ຍິງ​ທີ່​ເຊື່ອ​ຖື​ສາ​ສະໜາ​ອິດສະ​ລາມ​ຈະ​ບໍ່​ຕອບ​ການ​ສຳພາດ​ຂອງ​ຜູ່​ຊາຍ​ໂດຍບໍ່​ມີ​ຜົວຫຼື​ອ້າຍ​ໄປ​ນຳ.ຍ້ອນການ​ຊ່ອຍ​ເຫຼືອ​ຂອງ​ຫຼາຍ​ຝ່າຍ​ແລະ​ນາງກໍ່​​ເປັນ​ມິດ​ກັບນັກ​ຂ່າວ​ຈີນ,ນາງ​ຈຶ່ງ​ໄດ້ຕອບການ​ສຳ​ພາດຂອງ​ຂ້າພະ​ເຈົ້າ.ຂ້າພະ​ເຈົ້າ​ກໍ່ອູ້ມລູກ​ສາວນ້ອຍ​ຜູ່​ນີ້​ຖ່າຍຮູບ,ປະກາດ​ຜ່ານ​ໜັງສືພິມ​ແລະ​ໂທລະພາບ,​ແລະ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫຼາຍ.​ໃນ​ເວລາ​ທີ່​ສົງຄາມ​ອີຣັກ​ເກີດ​ຂຶ້ນ​ຄົບຮອບ1ປີ, ມີ​ຜູ່​ຟັງ​ໂທມາ​ໃຫ້ cri​,ຖາມ​ຂ່າວ​​ເຖິງສະພາບ​ຂອງ​​ເດັກ​ຍິງ​ຜູ່​ນັ້ນຜູ່​ທີ່​ເກີດ​​ໃນ​ສົງຄາມ."
​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້,ຄຽງ​ຄູ່​ກັບ​ການ​ພັດທະນາ​ຂອງ​ຈີນ​ແລ້ວ,ປະຊາ​ຄົມ​ໂລກ​ເລີ່​ມ​ເອົາ​ໃຈ​ໃສ່​ແລະ​ຄອງ​ຄອຍສຽງ​ທີ່​ມາ​ຈາກ​ປະ​ເທດ​ທີ່​ພວມ​ພັດທະນາ.ທ່ານ​ຮົງ​ລິນ​ກ່າວ​ວ່າ:

 "ກ່ຽວ​ກັບ​ເຫດການ​ຂ່າວ​ອັນ​ດຽວ​ກັນ,ນັກ​ຂ່າວ​ຈີນ​ແລະ​ນັກ​ຂ່າວ​ຝ່າຍ​ຕາວ​ເວັນ​ຕົກ​ມີ​ຈຸດ​ເລີ່​ມ​ແລະຄວາມ​ເຫັນ​ຕ່າງ​ກັນ.​ໃນ​ຫາງ​ສຽງ​ສາກົນ,ນັກ​ຂ່າວ​ຈີນ​ມີ​ພັນທະ​ປະກາດ​ສຽງ​​ແລະຄວາມ​ເຫັນ​ຂອງ​ຕົນ,ຍ້ອນ​ວ່າ​ພາຍ​ໃຕ້​ບາງສະຖານະ​ການ,ນັກ​ຂ່າວ​ຈີນ​ບໍ່ພຽງ​ແຕ່​ຕາງໜ້າ​ສຽງ​ຂອງ​ຈີນ​ເທົ່າ​ນັ້ນ,ຍັງ​ຕາງໜ້າ​ມຸມ​ທີ່​ຫຼຽວ​ເຫັນ​ຂອງ​ປະ​ເທດ​ທີ່​ພວມ​ພັດທະນາ.ຖ້າ​ສື່​ມວນ​ຊົນ​ຈີນ​ສາມາດ​ກາຍ​ເປັນ​ແຫຼ່ງຂ່າວ​ຕົ້ນ​ຕໍ​ຂອງ​ປະຊາ​ຄົມ​ໂລກ,ຈະ​ບໍ່ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ຂອງ​ສື່​ມວນ​ຊົນ​ຈີນ,​ເທົ່າ​ນັ້ນ​ມັນ​ຍັງ​ມີ​ຜົນ​ດີ​ຕໍ່​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ໂລກ."

​ໃນ​ຂະນະ​​ທີ່​ເນັ້ນ​ໜັກ​ການ​ພັດທະນາ​ສັງຄົມ​ຈີນ​ແລະ​ການ​ປ່ຽນ​ແປງ​ສາກົນ,​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້, cri​ຍັງ​ປະດິດ​ຄິດ​ສ້າງ​​ແນວຄວາມ​ຄິດ​​ໃໝ່ຂອງ​ສື່​ສາກົນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ໄດ້​ຈັດ​ກິດຈະກຳ​ຂະໜາດ​ໃຫຍ່​ເປັນ​ລະບົບ​ຂ້າມ​ຊາດ,ຂ້າມ​ເຂດ​ແຄວ້ນ,​ໄດ້​ສ້າງ​ຂົວ​​ເຊື່ອມ​ຕໍ່​ເພື່ອນ​ຜູ່​ຟັງ​ຕ່າງປະ​ເທດ​ໃຫ້​ຮັບ​ຮູ້​ຈີນ,ສ້າງ​ມິດຕະພາບ​ສາກົນຫຼາຍ​ຂຶ້ນ.

ປີ2006,ອີງ​ຕາມ​ການ​ຕົກລົງ​ຂອງ​ປະມຸກ​ລັດ​ສອງ​ປະ​ເທດ​ຈີນ​ກັບຣັດ​ເຊຍ,ສອງ​ປະ​ເທດ​ຈັດ​ກິດຈະກຳ"ປີ​ປະ​ເທດ". cri​ຖື​ວ່ານີ້​ເປັນ​ໂອກາ​ດດີ,ວາງ​ແຜນ​ແລະ​ປະຕິ​ບັດກິດຈະກຳ​ສຳ​ພາດ​ຮ່ວມ​ລາຍ​ງານຂ່າວ​ຂ້າມ​ຊາດ"ການທ່ອງທ່ຽວ​ມິດຕະພາບ​ຈີນຣັດ​ເຊຍ.ການທ່ອງ​ທ່ຽວຣັດ​ເຊຍ".ສະ​ນັ້ນ,ສະໜາມ​ຫຼວງ​ແດງ​ຂອງ​ມົສກູ​ໄດ້​ຕ້ອນຮັບ​ນັກ​ຂ່າວ​ຈີນ​ຫຼາຍ​ສິບ​ຄົນທີ່​ຂີ່​ລົດ​ແລ່ນ​ນອກ​ສະໜາມ.​ທ່ານ​ອາ​​ເລັກເຊ ​ເມັດ​ເວ​ເດັ​ຟ ຮອງ​ນາຍົກລັດຖະມົນຕີຜູ່ທີ່ໜຶ່ງ​ໃນ​ເວລາ​ນັ້ນ,ປະທານາທິບໍດີຣັດ​ເຊຍ​ປັດຈຸບັນ​ສົ່ງ​ຈົດໝາຍ​ອວຍພອນ,ຍ້ອງຍໍ"ກິດຈະກຳ​ນີ້​ທີ່​ມີ​ໝາກຜົນ​ອັນ​ໃຫຍ່​ຫຼວງ,ຂະໜາດ​ໃຫຍ່,ໜຶ່ງ​ບໍ່​ມີ​ສອງ​ນັ້ນກາຍ​ເປັນ​ພາກສ່ວນອັນ​ສຳຄັນ​ຂອງກິດ​ຈະ​ກຳ​ສື່​ມວນ​ຊົນ"ປີຣັດ​ເຊຍ"ຂອງ​ຈີນ".ປີ​ທີ​ສອງ,ສື່ມວນ​ຊົນຣັດ​ເຊຍຫຼາຍ​ພາກສ່ວນ​ໄດ້ຈັດ​ຕັ້ງ​ກິດຈະກຳ"ການທ່ອງທ່ຽວ​ມິດ​ຕະພາບ​ຈີນຣັດ​ເຊຍ.ການທ່ອງທ່ຽວ​ຈີນ", ເຂົາ​ເຈົ້າ​ຂີ່​ລົດລົງ​ໄປ​ສຳ​ພາດ​ຢູ່​15ແຂວງ​ແລະ​ກຳ​ແພງນະຄອນຂອງ​ຈີນ,​ໄ​ດ້ຮັບ​ຜົນສຳ​ເລັດ​ອັນ​ສົມບູນ.

ທີ່​ຈິງ​ແລ້ວ,ທ່ານ​ນາງ​ຟ້າ​ນປິ່ງ​ປິ່ງ,ຜູ່​ອາວຸ​ໂສ​ຂອງ​ພະ​ແນ​ກພາສາຣັດ​ເຊຍ​ຂອງcri​​ທັງ​ເປັນຜູ່​ວາງ​ແຜນ​ຕົ້ນຕໍ​ຂອງ​ກິດ​ຈະ​ກຳ​ນີ້ກ່າວ​ວ່າ,​ແນວ​ຄິດ​ທີ່​ຈັດ​ກິດຈະກຳ​ດັ່ງກ່າວມາ​ຈາກ​ຄວາມ​ຄິດ​ອັນ​ງ່າຍໆ​ທີ່​ສຸດ:

 "​​ໃນ​ເວລາຂ້າພະ​ເຈົ້າ​ໄປ​ຢ້ຽມຢາມຣັດ​ເຊຍໃນ​ຕົ້ນ​ຊຸມ​ປີ1990 ສະຕະວັດ​ແລ້ວ,ມີ​ຄົນຣັດ​ເຊຍ​ຖາມ​ຂ້າພະ​ເຈົ້າ​ວ່າ,ຜູ່​ຊາຍ​ຈີນ​ຍັງມີ​ຜົມ​ເປຍຢູ່​ບໍ່?ຂ້າພະ​​ເຈົ້າ​ຮູ້ສຶກ​ປະຫຼາດ​ໃຈ,​ແລະ​ຮູ້​ວ່າ​ເຂົາ​ເຈົ້າ​ບໍ່​ທັນຮັບ​ຮູ້​ພວກ​ເຮົາ​​ດີ​ເທົ່າ​ທີ່​ຄວນ.ສະ​ນັ້ນ,ຂ້າພະ​ເຈົ້າ​ຢາກ​ຈັດ​ຕັ້ງ​ການ​ສຳພາດ​ກັບ​ບ່ອນ​ທີ່​ໃຊ້​ເວລາ​ຍາວເທື່ອ​ໜຶ່ງ,​ເພື່ອ​ເຮັດ​ໃຫ້ຄົນ​ທັງຫຼາຍ​ໃຫ້​ສຳຜັດ​ເຊິ່ງກັນ​ແລະ​ກັນ,ຈຶ່ງຈັດ​ຕັ້ງ​ສື່​ມວນ​ຊົນ​ສອງ​ຝ່າຍ​ແລກປ່ຽນ​ແລະ​ຮັບ​ຮູ້​​ເຊິ່ງກັນ​ແລະ​ກັນ."

ພາຍຫຼັງ​ສອງ​ປີຕໍ່​ມາ,ທ່ານ​ເວິ່ນ​ເຈ່ຍ​ປາວ ນາຍົກ​ລັດຖະມົນຕີ​ຈີນ​ແລະ​ທ່ານ​ວຼາດີ​ມີ ປູ​ຕິນ​ນາຍົກລັດຖະມົນຕີຣັດ​ເຊຍໄດ້​ເຂົ້າ​ຮ່ວມການ​ມອບ​ລາງວັນ​ຂອງ​ການ​ແຂ່ງຂັນ"ຄົນ​ຈີນ​ຮ້ອງ​ເພງ​ພາສາຣັດ​ເຊຍ"ທີ່criວາງ​ແຜນ​ແລະ​ຈັດ​ຂຶ້ນ.ທ່ານ​ປູ​ຕິນກ່າວ​ວ່າ​ທ່ານ​ຮູ້ສຶກ"ດີ​ໃຈ​ທີ່​ສຸດ":
 "ສິ່ງ​ທີ່​ເຮັດ​ໃຫ້​ຂ້າພະ​ເຈົ້າມີຄວາມ​ຖາກ​ພູມ​ໃຈທີ່​ສຸດ​ແມ່ນ,ຄົນ​ຈີນ​ທີ່​ມີ​ອາຍຸ​ຕ່າງ​ກັນ​ແລະ​ຍຸກ​ສະ​ໄໝ​ຕ່າງ​ກັນ​ລ້ວ​ນ​ແຕ່ມີ​ຄວາມ​ສົນ​ໃຈ​ຕໍ່​ວັດທະນະທຳ​ຂອງຣັດ​​ເຊຍ.​ແລະ​ພວກ​ເຮົາ​ໄດ້​ເຫັນ​ວ່າ​ຊາວ​ໜຸ່ມ​ກໍ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ"ຄົນ​ຈີນ​ຮ້ອງ​ເພງ​ພາສາຣັດ​ເຊຍ",​ເຮັດ​ໃຫ້​ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ດີ​ໃຈ​ທີ່​ສຸດ."

ທ່ານເວິ່ນເຈ່ຍປາວເຫັນວ່າ,ກິດຈະກຳວັດທະນະທຳຄື"ຄົນຈີນຮ້ອງເພງພາສາ ຣັດເຊຍ"ສາມາດ​ລຸ​ລົ່ງຈິດ​ໃຈ​ຂອງ​ປະຊາຊົນ​ສອງ​ປະ​ເທດ​ຢ່າງ​ແທ້​ຈິງ,​ແມ່ນ​ພື້ນຖານ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.

"ສອງ​ປະ​ເທດ​ຈີນຣັດ​ເຊຍ​ລ້ວນ​ແຕ່​ແມ່ນ​ປະ​ເທດ​ອັນກວ້າງ​ໃຫຍ່​ໄພສານ​ທີ່​ມີ​ປະຫວັດສາດ​ອັນ​ຍາວ​ນານ,ພື້ນຖານ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຢູ່​ໃນ​ປະຊາຊົນ,ຢູ່​ໃນ​ຫົວ​ໃຈຂອງ​ຄົນ.ສະນັ້ນ​ຂໍ​ຂອບ​ໃຈ​​ພວກ​ເຈົ້າ,ພວກ​ເຈົ້າ​ໃຊ້​ພາສາ​ຊຸກຍູ້​ການ​ແລກປ່ຽນ​ທາງ​ຄວາມ​ຄິດ​ແລະ​ວັດທະນະທຳ​ລະຫວ່າງ​ປະ​ຊາ​ຊົນສອງ​ປະ​ເທດ,ພວກ​ເຈົ້າ​ໄດ້​ໃຊ້​ດົນຕີ​ແລະ​ເພງ​ລຸລົ່ງຈິດ​ໃຈ​ຂອງ​ປະຊາຊົນ​ສອງ​ປະ​ເທດ,ນີ້​ຈຶ່ງ​ແມ່ນ​ອະນາຄົດ​ຂອງ​ການ​ຂະຫຍາຍຕົວ​ການ​ພົວພັນ​ສອງ​ປະ​ເທດ."
ສຽງ​ເພງ​ມິດຕະພາບ​ຍັງ​ສືບ​ຕໍ່:ປີ2010,​ເພື່ອ​ສະ​ເຫຼີ​ມສະຫຼອງ​ຈີນ​ກັບ​ຫວຽດນາມ​ສ້າງສາຍ​ພົວພັນທາງ​ການ​ທູດ​ຄົບຮອບ60ປີ​ແລະ​ປີມິດຕະພາບ​ຈີນ​ຫວຽດນາມ, criຮ່ວມ​ກັບ​ສື່​ມວນ​ຊົນ​ຫຼາຍ​ແຫ່ງ​ຂອງ​ສອງ​ປະ​ເທດ​ຈີນ​ຫວຽດນາມ​ໄດ້​ຈັດກິດຈະກຳ"ຮ້ອງ​ເພງ​ມິດຕະພາບ​ຮ່ວມ.ການ​ແຂ່ງຂັນຮ້ອງ​ເພງ​ຈີນ​ຫວຽດນາມ​ປີ2010".​ໃນ​ການ​ແຂ່ງຂັນ​ເປັນ​ເວລາ​ເຄິ່ງປີ,ນັກ​ຮ້ອງ300ກວ່າ​ຄົນ​ມາ​ຈາກສອງ​ປະ​ເທດ​ຈີນ​ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ.

​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້,ຫຼາຍພະ​ແນ​ກພາສາຂອງcri​ໄດ້​ຮ່ວມ​ກັບ​ສື່​ມວນ​ຊົນ​ຕ່າງປະ​ເທດ​ຈັດ​ກິດຈະກຳ​ແລກປ່ຽນ​ຫຼາຍ​ເທື່ອ.ກິດຈະກຳ​ເຫຼົ່າ​ນີ້​ບໍ່ພ​ຽງ​ແຕ່​ຊຸກຍູ້​ຄວາມ​ຮັບ​ຮູ້​ເຊິ່ງກັນ​ແລະ​ກັນ​ແລະ​ມິດຕະພາບ​ລະຫວ່າງ​ຈີນ​ກັບ​ຕ່າງປະ​ເທດ,ຍັງ​ຊຸກຍູ້​ການ​ແລກປ່ຽນ​ວັດທະນະ​ທຳ​ລະຫວ່າງ​ສອງ​ປະ​ເທດ.ທ່ານ​ອິນ​ລີ້ ຮອງບັນນາທິການ​ໃຫຍ່cri​ໄດ້​ຕີ​ລາຄາ​ສູງ​ຕໍ່​​ເລື່ອງ​ນີ້​ວ່າ:

 "​ໃນ​ຖານະ​ເປັນສື່​ສາກົນ,criມີໜ້າ​ທີ່​ຮັບຜິດຊອບ​ວາງ​ແຜນ​ກິດຈະກຳ​ທີ່​ມີ​ມຸມ​ທີ່​ຫຼຽວ​ເຫັນ​ສາກົນ,​ເພື່ອຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳ​ສອງ​ປະ​ເທດ,​ສົ່ງ​ຕໍ່​ມິດ​ຕະພາບ​ລະຫວ່າງ​ສອງ​ປະ​ເທດ,ຄວາມ​ຮັບ​ຮູ້​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ສອງ​ປະ​ເທດ.ມື້​ນີ້​,ສິ່ງ​ເຫຼົ່າ​ນີ້ເຫຼົ່າ​ລ້ວນ​ແຕ່​ບັນລຸ​ຜົນສຳ​ເລັດ​ຂຶ້ນ​ເປັນ​ກ້າວໆ​ມາ."

ທ່ານ​ຜູ່​ຟັງ​ທີ່​ໂຄລົບ,ລາຍການ​ມື້​ນີ້​ຂໍ​ຈົບ​ລົງພ​ຽງທໍ່​ນີ້,ມື້​ນີ້​ພວກ​ເຮົາ​ມີ2ຄຳ​ຖາມ:ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຄົບຮອບ70ປີ​ຄື:

1: criວາງ​ແຜນ​ຕັ້ງ​ສຳນັກງານ​ໃຫຍ່ລະດັບ​​ເຂດ​ແຄວ້ນ​​ຢູ່​ຕ່າງປະ​ເທດຈັ​ກ​ແຫ່ງ?
2:ກິດຈະກຳ"ການທ່ອງທ່ຽວ​ມິດຕະພາບ​ຈີນຣັດ​ເຊຍ.ການທ່ອງທ່ຽວຣັດ​ເຊຍ"ຈັດ​ຂຶ້ນ​ໃນ​ປີ​ໃດ
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ