"​ເວລາ​ຜ່ານ​ໄປ, ​ເຫຼືອ​ໄວ້​ພຽງ​ສຽງ·ການ​ແຂ່ງຂັນ​ເສັງ​ຄວາມ​ຮູ້​ກ່ຽວ​ກັບ​ວັນ​ສ້າງ​ຕັ້ງວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​​ຄົບຮອບ 70 ປີ"ພາກ​ທີ​ສາມ: ສຳນຽງ​ບ້ານ​ເກີດ​ຂອງ​ທ່ານ, ຂ້ອຍ​ກໍ່​ຮັກ​ຫອມ

(GMT+08:00) 2011-07-07 15:41:48     cri
ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າ​ສູ່​ລາຍການພິ​ເສດ "​ເວລາ​ຜ່ານ​ໄປ, ​ເຫຼືອ​ໄວ້​ພຽງ​ສຽງ·ການ​ແຂ່ງຂັນ​ເສັງ​ຄວາມ​ຮູ້​ກ່ຽວ​ກັບ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 70 ປີ". ຄຳ​ຖາມ​ໃນ​ລາຍການ​ມື້​ນີ້​ແມ່ນ:

1.ປະຈຸ​ບັນ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ໃຊ້​ຈັກ​ພາສາ​ລາຍ​ງານ​ຂ່າວ​ຕໍ່​ຕ່າງປະ​ເທດ?
2. ​ເວັບ​ໄຊCRI_onlineສ້າງ​ຕັ້ງ​ຂຶ້ນ​ໃນ​ປີ​ໃດ?

ບໍ່​ວ່າ​ແມ່ນ​ພາສາ​ອັງກິດ, ພາສາ​ຝລັ່ງທີ່​ໃຊ້​ທົ່ວ​ໄປ​ໃນ​ທົ່ວ​ໂລກ, ຫຼື​ວ່າ​ພາສາບັງ​ກະລາ​ເດັດ, ພາສາ​ປຸສຕູ​ທີ່​ມີ​ພຽງ​ປະ​ເທດ​ດຽວ​ຫຼື​ຊົນ​ເຜົ່າ​ດຽວ​ໃຊ້​ນັ້ນ, ​ໃນ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຖື​ສຳຄັນ​ແລະ​ເອົາ​ໃຈ​ໃສ່​ນຳ​ໃຊ້​ໃຫ້​ເກີດ​ປະ​ໂຫຍ​ດ,​ໂດຍ​ມີ​ຄື້ນ​ແລະ​ເວັບ​ໄຊ​ສະ​ເພາະ. ​ໃນ​ເວລາ​ໃຊ້ 61 ພາສາ​ລາຍ​ງານ​ຂ່າວ​ຕໍ່​ທົ່ວ​ໂລກນັ້ນ, CRIຍັງ​ມີ​ຄວາມ​​ເຄົາລົບຢ່າງ​​ເລິກ​ເຊິ່ງຕໍ່​ປະ​ເທດ​ແລະ​ວັດທະນະທຳ​ຂອງ​ພາສາ​ດັ່ງ​ກ່າວ.

ຕອນ​ຄ່ຳ​ວັນ​ທີ 29 ສິງຫາ​ປີ 1968, ທ່ານລໍ້​ຕຸ່ງສວນ​ແລະ​ໝູ່​ຮຽນ​ນຳ​ກັນ​ທີ່​ພວມ​​ໄປ​ຮ່ຳຮຽນ​ຢູ່ຣູມາ​ນີ​ເຕົ້າ​ໂຮມ​ກັນ​ຢູ່​ອ້ອມ​ຂ້າງ​​ເຄື່ອງຮັບວິທະຍຸອັນ​ໜຶ່ງ​ທີ່​ເກົ່າ​ແກ່. ມື້​ນັ້ນ, ວິທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຫຼືCRI​ໄດ້​​ເລີ່​ມກະຈາຍສຽງ​ເປັນ​ພາສາຣູມາ​ນີ​ຢ່າງ​ເປັນ​ທາງ​ການ.

"​ໃນ​ເວລາ 21 ​ໂມງ​ມີ​ສຽງ​ສົ່ງ​ມາ​ແມ່ນ​ພາສາຣູມາ​ນີ້, ພວກ​ເຮົາ​ຮູ້ສຶກ​ຕື່ນ​​ເຕັ້ນ​ຫຼາຍ. ​ໃນ​ເວລາ​ນັ້ນ​ຂ້ອຍ​ກໍ່​ຄິດ​ວ່າ​ຖ້າວ່າ​ຂ້ອຍ​ຮຽນ​ຈົບ​ແລ້ວ​ສາມາດ​​ໄປ​ເຮັດ​ວຽກ​ຢູ່CRI, ​ແລະ​ເຂົ້າ​ຮ່ວມ​ການ​ກະຈາຍສຽງ​ດ້ວຍ​ພາສາຣູມາ​ນີ້​ຂ້ອຍ​ຈະ​ພາກພູມ​ໃຈ​ທີ່​ສຸດ."

ຫຼັງ​ຈາກ​ນັ້ນ​ໜຶ່ງ​ປີ, ທ່ານ​ລໍ້​ຕຸ່ງສວນ​ໄດ້​ກາຍ​ເປັນ​ໂຄສົກ​ຜູ້​ໜຶ່ງ​ຂອງCRIພະ​ແນ​ກພາສາຣູມາ​ນີ, ທ່ານ​ກ່າວ​ວ່າ, ຕະຫຼອດ​ໄລຍະ​ເວລາ​ທີ່​ເຮັດ​ວຽກ​ຢູ່CRIພະ​ແນ​ກພາສາຣູມາ​ນີ​ແລະຣູມາ​ນີ​ໄດ້​ກາຍ​ເປັນ​ບ້ານ​ເກີດ​ທີ​ສອງ​ຂອງ​ທ່ານ​ແລ້ວ.

​"​ເລີ່​ມ​ແຕ່​ຮຽນ​ພາສາຣູມາ​ນີ​ໃນ​ເວລາ 17 ປີ, ຂ້ອຍ​ລົມ​ກັນ​ກັບ​ຊາວຣູມາ​ນີວ່າ, ຂ້ອຍ​ແມ່ນ​ຍ້ອນກິນ​ເຂົ້າ​ຈີ່ຣູມາ​ນີ​ແລ້ວ​ເຕີບ​ໂຕ, ສະ​ນັ້ນ​ຮູ້ສຶກ​ວ່າ​ມີ​ຄວາມສະ​ໜິດສະໜົມດ​ຕໍ່​ໝູ່​ເພື່ອນ​ແລະ​ຜູ້​ຟັງຣູມາ​ນີຫຼາຍ​ທີ່​ສຸດ.

​ໃນ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ທ່ານ​ລໍ້​ຕຸ່ງສວນ​ເປັນ​ຜູ້​ທີ່​ຖືພາ​ສາ​ຕ່າງປະ​ເທດ​ເປັນ​ພາກສ່ວນ​ໜຶ່ງ​ທີ່​ສຳຄັນ​ໃນ​ຊີວິດ​ຂອງ​ຕົນ​ຊຶ່ງ​ໃນ​ຫົວ​ໃຈ​ຂອງ​ເຂົາ​ເຈົ້າ, ບໍ່​ມີ​ປະ​ເທດ​ນ້ອຍ, ບໍ່​ມີ​ປະ​ເທດ​ໃຫຍ່, ວັດທະນະທຳ​ກໍ່​ບໍ່​ຈຳ​ແນ​ກວ່າແມ່ນ​ຂຶ້ນ​ກັບປະ​ເທດ​ໃດ, ສາມາດ​ແລກປ່ຽນ​ກັບ​ຜູ້​ຟັງ​ດ້ວຍ​ພາສາ​ຕ່າງປະ​ເທດ, ​ແມ່ນ​ມີ​ກຽດ​ອັນ​ສູງ​ສົ່ງ​.

ວິທະຍຸ​ກະຈາຍສຽງ​ພາສາ​ບັງ​ກະລາ​ເດັດ​​ໄດ້​ສ້າງ​ຕັ້ງ​ຂຶ້ນ 40 ກວ່າ​ປີ​ແລ້ວ, ​ໃນ 40 ກວ່າ​ປີ​ມາ​ນີ້, ສຽງ​ມິດຕະພາບ​ທີ່​ມາ​ຈາກ​ຈີນ​ບໍ່​ເຄີຍ​ຂາດຈັກ​​ເທື່ອ. ຜູ້​ຟັງ​​ໃນບັງ​ກະລາ​ເດັດ​ມີຫຼາຍ​ຄົນ​ຈາກ​ເດັກນ້ອຍ​ແລະ​ໄດ້​ເຕີບ​ໂຕ​ນຳ​ກັນ​ກັບ​ລາຍການ​ຂອງCRI, ຜູ້​ຟັງ​ຫຼາຍ​ຄົນ​ໄດ້​ສ້າງ​ມິດຕະພາບ​ອັນ​ເລິກ​ເຊິ່ງກັບ​ໂຄສົກ​ຈີນ​ທີ່​ສາມາດ​ເວົ້າ​ພາສາ​ບັງ​ກະລາ​ເດັດ​ຢ່າງ​ລຽນ​​ໄຫຼ. ທ່ານ​ຊື​ຈິງ​ອູ, ​ໂຄສົກ​ຂອງCRIທີ່​ລາຍ​ງານ​ຂ່າວ​ດ້ວຍ​ພາສາ​ບັງ​ກະລາ​ເດັດ​ຕະຫຼອດ​ຊີວິດ​ເວົ້າ​ວ່າ, ​ເບິ່ງ​ຈາກ​ປະຊາຊົນ​ທ້ອງ​ຖິ່ນ​ແລ້ວ, ຈີນ​ໃຊ້ພາສາ​ບັງ​ກະລາ​ເດັດ​ລາຍ​ງານ​ຂ່າວ​ກໍ​ແມ່ນ​ຄວາມ​ອັນ​ສຳຄັນ​ໃຫຍ່​ທີ່​ສຸດ​ຕໍ່​ວັດທະນະທຳ​ບັງ​ກະລາ​ເດັດ.

"​ເຖິງ​ວ່າ​ບັງ​ກະລາ​ເດັດ​ມີ​ປະຊາກອນ​ອ່າວ​ຫຼາຍ​ແຕ່​​ເປັນປະ​ເທດ​ນ້ອຍ, ​ໃນ​ສາຍຕາ​ຂອງ​ເຂົາ​ເຈົ້າ​ແລ້ວ​ຈີນ​ແມ່ນ​ປະ​ເທດ​ໃຫຍ່. ​ເຂົາ​ເຈົ້າ​ຮູ້​ວ່າ​ຈີນ​ນັບຖື​ທຸກປະ​ເທດໃນ​ໂລກ​ທີ່​ສຸດ, ຍ້ອນ​ວ່າຄວາມ​ນັບຖື​ແບບ​ນີ້​ເຮັດ​ໃຫ້​ຄົນ​ຈີນ​ຫຼາຍຄົນ​ມາ​ຮຽນ​ພາສາ​ບັງ​ກະລາ​ເດັດ, ​ແລະ​ກະຈາຍສຽງ​ດ້ວຍ​ພາສາ​ຂອງ​ເຂົາ​ເຈົ້າ. ​ໃນ​ຈົດໝາຍ​ທີ່​ຜູ້​ຟັງ​ບັງ​ກະລາ​ເດັດຝາກ​ໄປCRIກໍຂຽນ​ເລື້ອຍໆ​ວ່າ, ຈີນ​ສາມາດ​ໃຊ້​ພາສາ​ຂອງ​ຊົນ​ເຜົ່າ​ບັງ​ກ​ະລາ​ເດັດ​ແມ່ນສະ​ແດງ​ໃຫ້​ເຫັນ​ວ່າ​ມີ​ຄວາມ​ນັບຖື​​ຕໍ່​ປະຊາຊົນ​ບັງ​ກະລາ​ເດັດທີ່​ສຸດ. ນີ້​ແມ່ນ​ສິ່ງ​ທີ່​ເຮັດ​ໃຫ້​ປະຊາຊົນ​ບັງ​ກະລາ​ເດັດ​ຮູ້ສຶກຊາຍ​ຊຶ້ງ​ໃຈ​ທີ່​ສຸດ."

​ໃນ​ກຸ່ມ​ຄົນ​ທີ່​ໃຊ້​ພາສາ​ບັງ​ກະລາ​ເດັດ​ເປັນ​ພາສາ​ແມ່​ນັ້ນ, ​ເຄີຍ​ເກີດ​ນັກ​ກະວີ​ຍິ່ງ​ໃຫຍ່​ຜູ້​ໜຶ່ງ​ຄື: ທາ​ກໍ້ ຣາບິ​ມດຣານັດ. ​ແຕ່​ວ່າ​ຍ້ອນ​ສາ​ເຫດ​ຕ່າງໆ, ບົດ​ປະພັນ​ຂອງ​ທ່ານ​ທາ​ກໍ້​ທີ່​ປະຊາຊົນ​ຈີນ​ອ່ານ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​​ແປ​ຈາກ​ພາສາ​ອັງກິດ​ຫຼື​ພາສາຣັດ​ເຊຍ, ສະ​ນັ້ນ​ເພື່ອ​ໃຫ້​ປະຊາຊົນ​ຈີນ​ສາມາດ​ອ່ານ​ບົດ​ປະພັນຂອງ​ທ່ານ​ທາ​ກໍ້​ທີ່ຈາກ​ພາສາ​ບັງ​ກະລາ​ເດັດ​ແປ​ເປັນ​ພາສາ​ຈີນ​ໂດຍ​ກົງນັ້ນ, ​ເລີ່​ມ​ແຕ່​ຊຸມ​ປີ 1990, ທ່ານ​ສື​ຈິງ​ອູ​​ໄດ້​ແປ​ບົດ​ປະພັນ​ຕ່າງໆ​ຂອງ​ທ່ານ​ທາ​ກໍ້. ​ໃນ​ໂອກາດ​ລະ​ລຶກວັນ​ເກີດ​ຂອງ​ທ່ານ​"ຫາ​ກໍ້"​ຄົບຮອບ 150 ປີ, ພະ​ແນ​ກພາສາ​ບັງ​ກະລາ​ເດັດ​ຂອງCRI​ໄດ້​ຈັດ​ລາຍການ​ພິ​ເສດ​ຕ່າງໆ. ວິລະ​ຊົນ​ຂອງ​ຊົນ​ເຜົ່າ​ຕົນ​ເອງ​ໄດ້​ຮັບ​ການ​ລະ​ລຶກ​ແລະ​ພາສາ​ຂອງ​ຊົນ​ເຜົ່າ​ຕົນ​ເອງ​ໄດ້​ຮັບ​ຄວາມ​ເຫັນ​ພ້ອມ, ​ເຮັດ​ໃຫ້​ຜູ້​ຟັງ​ທ້ອງ​ຖິ່ນມີຄວາມ​ນັບຖື​ຕໍ່​ວັດທະນະທຳ​ອັນ​ລ້ຳ​ຄ່າ​ຂອງ​ຊົນ​ເຜົ່າ​ເຂົາ​ເຈົ້າ.

"ພາຍຫຼັງ​ກະຈາຍສຽງ​ແລ້ວ​ກໍ​ມີ​ຜູ້​ຟັງ​ສົ່ງE-mailມາCRI,​ ​ເວົ້າ​ວ່າ​ສົນ​ໃຈ​ນຳ​ກິດຈະກຳ​​ແນວ​ນີ້​ຫຼາຍ, ຈີນ​ເອົາ​ໃຈ​ໃສ່ນຳ​​ແລະ​ໃຫ້​ຄວາມ​ສຳຄັນ​ຕໍ່ທ່ານ​ທາ​ກໍ້​ທີ່​ສຸດ, ​ເຂົາ​ເຈົ້າ​ຮູ້ສຶກ​ພາກ​ພູມ​ໃຈ​ຫຼາຍ."

ພາລະກິດ​ລາຍ​ງານ​ຂ່າວ​ຕໍ່​ຕ່າງປະ​ເທດ​ຂອງCRI​ໄດ້​ພັດທະນາ​ຢ່າ​ງບໍ່​ຢຸດ​ຢັ້ງ​ຄຽງ​ຄູ່​ກັບ​ຄວາມ​ຕ້ອງການ​ຂອງ​ຍຸກ​ສະ​ໄໝ​ແລະ​ການ​ປ່ຽນ​ແປງ​ຂອງ​ສະຖານະ​ການ​ສາກົນ. ຄຽງ​ຄູ່​ກັບການ​ພັດທະນາ​ເຕັກນິກ​ສື່ສານ, CRI​ໄດ້​ອອກ​ແຮງ​ເພີ່ມ​ທະວີ​ການ​ກໍ່ສ້າງ​ເວັບ​ໄຊຂອງ​ຕົນ​ເອງ. ປີ 1998, CRI​ໄດ້​ເປີດ​ເວັບ​ໄຊ້CRI-onlineທີ່​ມີ​ຫຼາຍ​ພາສາ. ຜູ້​ຟັງນອກຈາກ​ສາມາດ​ຮັບ​ຟັງ​ລາຍການ​ພາສາ​ແມ່​ທາງ​ອິນ​ເຕີ​ເນັດ​ໄດ້​ແລ້ວ, ຍັງ​ສາມາດ​ອ່ານ​ຂ່າວ​ໃນ​ເວັບ​ໄຊ​ດ້ວຍ​ພາສາ​ແມ່ຕື່ມ​ອີກ. ປະຈຸ​ບັນ, CRI-online ​ໄດ້​ກາຍ​ເປັນ​ເວັບ​ໄຊ​ທີ່​ມີ​ເຖິງ 61 ພາສາທົ່ວ​ໂລກ, CRIໄດ້​ກາຍ​ເປັນ​ສື່​ມວນ​ຊົນ​ທີ່​ມີ​ພາສາ​ຫຼາຍ​ທີ່​ສຸດ​ໃນ​ໂລກ.

​ເວທີ​ສື່​​ໃນ​ຮູບ​ແບບໃໝ່​ໄດ້​ດຶງ​ດູ​ດຊາວ​ໜຸ່ມ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ທ້າວ​ຊີເໝີງຂອງ​ພະ​ແນກພາສາປຸສຕູ​ກໍ່​ແມ່ນ​ຜູ້​ໜຶ່ງ​ທີ່​ຢາກ​ເຂົ້າ​ມາ​ເຮັດ​ວຽກ​ຢູ່​ພະ​ແນ​ກພາສາ​ປຸສຕູ​ຂອງCRI.
ພາສາປຸສຕູ​ແມ່ນ​ພາສາ​ໜຶ່ງ​ທີ່​​ໃຊ້​ຫຼາຍ​ທີ່​ສຸດ​ໃນອັ​ຟກາ​ນີສະຖານ​, ມາ​ຮອດ​ປະ​ຈຸບັນ​ມີ​ປະຫວັດສາດອັນ​ຍາວ​ນານ​ເຖິງ 3000 ກວ່າ​ປີ​ແລ້ວ. ວິທະຍຸ​ຄື່ນ​ສັ້ນ​ພະ​ແນ​ກພາສາ​ປຸສຕູຂອງCRI​ເລີ່ມກະຈາຍສຽງ​ໃນ​ປີ 1973, ຮອດປີ 2010, ລະບົບ​FM ​ຂອງCRI​ເລີ່ມກະຈາຍສຽງອອກ​ອາ​ກາດ​ເປັນ​ພາສາ​ປູ​ສຕູ​ຢູ່ນະຄອນຫຼວງ​ກາ​ບູນ​ແລະ​ຄັນ​ດາ​ຮາ​ຂອງ​ອັຟກາ​ນີສະຖານ​ໃນ​ເວລາ​ດຽວ​ກັນ, ​ໄດ້​ເປີດ​ປ່ອງ​ຢ້ຽມ​​ໃໝ່​ປ່ອງ​ໜຶ່ງ​ໃຫ້​​ປະຊາຊົນ​ອັຟກາ​ນີສະຖານ​ຊອກ​ຮູ້​ປະ​ເທດ​ຈີນ. ທ້າວ​ຊີເໝີງກ່າວ​ວ່າ, ຕ່າງ​ກັນ​ກັບ​ການ​ລາຍ​ງານ​ຂ່າວ​ຕໍ່​ອັຟກາ​ນີສະຖານ​ຂອງBBC​ແລະVOAທີ່​ເປັນ​ວິທະຍຸ​ຕາ​ເວັນ​ຕົກ, CRI​ແມ່ນ​ວິທະຍຸ​​ແຫ່ງ​ດຽວ​ທີ່​ຄົນ​ຕ່າງປະ​ເທດ​ໃຊ້​ພາສາ​ປຸສຕູ​ລາຍ​ງານ​ຂ່າວ​ແລະ​ຈັດ​ລາຍການ​. ສຳລັບ​ຜູ້​ຟັງ​ອັຟກາ​ນີສະຖານ​ແລ້ວ​ເຫັນ​ວ່າ​ສິ່ງ​ນີ້​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ແປກ​ໃຈ​ແລະ​ພາກພູ​ມ​ໃຈ​ທີ່​ສຸດ.

"​ເຂົາ​ເຈົ້າ​ແປກ​ໃຈ​ຫຼາຍ​ວ່າ: ຢູ່​ຈີນ​ຍັງ​ມີ​ຜູ້​ຮູ້​ພາສາປຸສຕູ, ​ແລະ​ເຮັດ​ວຽກ​ກະຈາຍສຽງ​ຕໍ່​ເຂົາ​ເຈົ້າ, ສຳ​ລັບ​ເຂົາ​ເຈົ້າ​ແລ້ວ​ຖື​ວ່າ​ສົນ​ໃຈ​ທີ່​ສຸດ. ​ເຖິງ​ວ່າ​ເວລາ​ເລີ່​ມກະຈາຍສຽງ​ຍັງ​ສັ້ນ​ຢູ່, ​ແຕ່​​ໄດ້​ເຮັດ​ໃຫ້​ສື່​ມວນ​ຊົນ​ທາງ​ການ, ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ແລະ​ປະຊາຊົນ​ອັຟກາ​ນີສະຖານ​ມີ​ຄວາມສົນ​ໃຈ​​ທີ່​ສຸດ, ເມື່ອ​ກ່ອນ​ໃນ​ເງື່ອນ​ໄຂທີ່​ທຸກ​ຍາກ​ລຳບາກ​ຫຼາຍ​ເຂົາ​ເຈົ້າ​ກໍ​ໄດ້​ຮັບ​ຟັງ​ລາຍ​ການ​ຂອງCRI, ປະຈຸ​ບັນ​ມີ​ລະບົບFM​ແລ້ວ​ເຂົາ​ເຈົ້າ​ແຮ່ງ​ດີ​ໃຈ​ຫຼາຍ."

​ເພື່ອ​ເພີ່ມ​ທະວີ​ການ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ, ພະ​ແນ​ກພາສາ​ປຸສຕູ​ຂອງCRIຍັງ​ໄດ້​ຮຽບຮຽງ​ວັດຈະນານຸກົມ​ຈີນ-ປຸສຕູຫົວ​ທຳ​ອິດ.

​ໃນ​ການ​ລາຍ​ງານ​ຂ່າວ 61 ພາສາ​ຕ່າງປະ​ເທດ​ຂອງCRI, ພາສາ​ໂລກ​ແມ່ນ​ພິ​ເສດ​ທີ່​ສຸດ​ຍ້ອນ​ວ່າ​ມັນ​ແມ່ນ​ພາສາ​ທຽມ, ບໍ່​ແມ່ນ​ພາສາ​ຂອງ​ປະ​ເທດ​ໃດ​ຫຼື​ຊົນ​ເຜົ່າ​ໃດ. ​ແຕ່​ໃນ​ເວທີ​ສາກົນ, ພາສາ​ໂລກ​​ແມ່ນ​ພາສາ​ທີ່​ມີ​ສີສັນ​ແລະ​ມີອຸດົມ​ການ​ທີ່​ສຸດ, ພະ​ແນ​ກພາສາ​ໂລກ​ຂອງCRI​ໄດ້​ກະຈາຍສຽງ 50 ກວ່າ​ປີ​ແລ້ວ. ​ໃນ​ພະ​ແນ​ກພາສາ​ໂລກ​ຂອງCRIມີ​ຜູ້ອາວຸ​ໂສ​ທ່ານ​ໜຶ່ງ​ຊື່ວ່າ​​ເຊ້ຍຢູ້ໝິງ, ​ເພິ່ນ​ໄດ້​ໃຊ້​ເວລາ 10 ປີ​​ໃນ​ການ​ແປ​ບົດ​ປະພັນ"ຄວາມ​ຝັນ​ໃນ​ຫໍ​ແດງ" ​ເຊິ່ງ​ເປັນ​ບົດ​ປະພັນ​ດີ​​ເດັ່ນ​ທີ່​ສຸດ​ຂອງ​ຈີນ​ໃນ​ສະ​ໄໝ​ເກົ່າອອກ​ເປັນ​ພາສາ​ໂລກ.

ຄວາມ​ຮັກ​ແພງ​ຕໍ່​ພາສາ​ໂລກ​ຂອງ​ທ່ານ​ເຊ້ຍຢູ້ໝິງບໍ່​ສາມາດ​ບັນ​ລະ​ຍາຍ​ດ້ວຍ​ພາສາ​ໄດ້: ​ໃນ​ເວລາ​ເມຍ​ຂອງ​ເພິ່ນ​ຖືພາ​ແລ້ວ, ​ເພິ່ນ​ກໍ​ລົມ​ກັນ​ກັບ​ລູກ​ສາວ​ດ້ວຍ​ພາສາ​ໂລກ, ລູກ​ສາວ​ຂອງ​​ເພິ່ນ​ມີ​ພາສາ​ແມ່ 2 ພາສາ​ຄື​ພາສາ​ໂລກ​ແລະ​ພາສາ​ຈີນ, ມາ​ຮອດ​ປະຈຸ​ບັນ​ໃນ​ເຮືອນ​ຂອງ​ເພິ່ນ, ລູກ​ສາວ​ແລະ​ທ່ານ​ຍັງ​ລົມ​ກັນ​ດ້ວຍພາສາ​ໂລກ.

ປະຈຸ​ບັນ, ກຳລັງ​ຫຼັກ​ຂອງ​ພະ​ແນ​ກພາສາ​ໂລກ​ຂອງCRI​ແມ່ນ​ຊາວ​ໜຸ່ມ​ກຸ່ມໜຶ່ງ, ຕົວຢ່າງ​ສາວ​ງາມ​ຫວາງ​ຊັ່ນ​ຊັ່ນ. ປີ 2004, ນາງ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພາສາ​ໂລກ​ຄັ້ງ​ທີ 89 ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ດ້ວຍ​ຖານະ​ເປັນ​ອາສາ​ສະໝັກ, ຜູ້​ໃຊ້​ພາສາ​ໂລກ​ແລະ​ນັກ​ຄົ້ນຄວ້າ​ພາສາ​ໂລກ​ທີ່​ມາ​ຈາກ​ທົ່ວ​ໂລກ​ເຕົ້າ​ໂຮມ​ກັນ, ​ເຮັດ​ໃຫ້​ນາງ​ມີ​ຄວາມ​​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ. ​ເບິ່ງ​ຈາກ​ນາງ​ແລ້ວ, ມະນຸດ​ເຮົາ​ສ້າງ​ພາສາ​ແບບ​ນີ້ຂຶ້ນ​ມາ, ​ສາ​ເຫດ​ກໍ່​ຄື​ຄວາມ​ໄຟ່​ຝັນ​ໃນ​ການ​ສ້າງ​ຄວາມ​ສະ​ເໝີ​ພາບ.
"​ໃນ​ສະຖານ​ທີ່​ນັ້ນ, ຄົນ​ທັງຫຼາຍ​ທີ່​ມາ​ຈາກ​ປະ​ເທດ​ຕ່າງໆ​ລ້ວນ​ແຕ່​​ເວົ້າ​ພາສາ​ດຽວ, ​ໃນ​ເວລາ​ນັ້ນ​ຮູ້ສຶກ​ດີ​ໃຈ​ທີ່​ສຸດ. ພາສາ​ນີ້​ບໍ່​ແມ່ນ​ພາສາ​ແມ່​ຂອງ​ປະ​ເທດ​ໃດ​ໜຶ່ງ, ສຳລັບ​ທຸກ​ຄົນລ້ວນ​ແລ້ວ​ແຕ່​​ໃຊ້​ພາສາ​ຕ່າງປະ​ເທດ, ນີ້​ແມ່ນຄວາມ​ຍຸຕິ​ທຳ, ທຸກ​ຄົນ​​ແມ່ນຢູ່​ພື້ນຖານ​ອັນ​ດຽວ, ການ​ແລກປ່ຽນ​ແມ່ນ​ສະ​ເໝີ​ພາບກັນ."

​ໃນ​ເລື່ອງ​ຂອງ​ຄຳ​ພີ​ໄບ​ເບິນ, ມະນຸດ​ເຄີຍ​ຮ່ວມ​ກັນ​ສ້າງ​ທາດ​ສູງ​​ເພື່ອ​ໄປ​ສູ່​ແດນ​ສະຫວັນ, ​ແຕ່​ວ່າ​ພະ​ເຈົ້າ​ໄດ້​ຂັດຂວາງ​ມະນຸດ, ​ເພິ່ນ​ເຮັດ​ໃຫ້​ມະນຸດ​ເວົ້າ​ພາສາ​ທີ່​ແຕກ​ຕ່າງ​ກັນໆ, ​ເຮັດ​ໃຫ້​ມະນຸດ​ບໍ່​ສາມາດ​ແລກປ່ຽນ​ກັນ, ຍ້ອນ​ແນວ​ນີ້ການ​ສ້າງ​ທາດ​ສູງ​ຈິ່ງ​ບໍ່​ສຳ​ເລັດ, ມະນຸດ​ກໍ່ຢາຍ​ກັນອອກ​​ໄປ​​ຢູ່​ບ່ອນ​ຕ່າງໆ. ​ແຕ່​ໃນ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ຄົນ​​ທັງຫຼາຍ​ລ້ວນ​ແຕ່​ມີ​ອຸດົມ​ການ, ມີ​ຄວາມ​ພະຍາຍາມ​ອັນ​ສູງ​ສົ່ງ​ໃນ​ການນັບຖື​ລັກສະນະ​ຫຼາກ​ຫຼາຍ​ຂອງ​ວັດທະນະທຳ, ສະ​ແຫວ​ງຫາຄວາມ​ສະ​ເໝີ​ພາບ​ແລະ​ກວມ​ລວມລະຫວ່າງ​ວັດທະນະ​ທຳ​ຕ່າງໆ, ດ້ວຍ​ການ​ກະທຳ​ຂອງ​ຕົນ​ບອກ​ຕໍ່​ຜູ້​ຟັງ​ໃນ​ໂລກ​ຮູ້​ວ່າ: ມະນຸດ​ເຮົາ​ບໍ່​ເຄີຍຢາຍ​ອອກ​ຈາກ​ກັນ.

ຄຳ​ຖາມ​ໃນ​ລາຍການ​ມື້​ນີ້​ແມ່ນ:

1.ປະຈຸ​ບັນ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ໃຊ້​ຈັກ​ພາສາ​ລາຍ​ງານ​ຂ່າວ​ຕໍ່​ຕ່າງປະ​ເທດ?
2. ​ເວັບ​ໄຊCRI_onlineສ້າງ​ຕັ້ງ​ຂຶ້ນ​ໃນ​ປີ​ໃດ?
ຫວັງ​ວ່າ​ສຽງ​ຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ສາມາດ​ເຮັດ​ໃຫ້​ທ່ານ​ມີ​ຄວາມ​ຊົງຈຳ​ອັນ​ອົບ​ອຸ່ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ