ເພື່ອນ​ເກົ່າ​ທີ່​ບໍ່​ເຄີຍ​ພົບ​ກັນ

(GMT+08:00) 2011-07-07 15:43:27     cri

ທ່ານ​ຜູ່​ຟັງ​ທີ່​ເຄົາລົບ,ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ່​ຟັງ​ເຂົ້າ​ສູ່​ລາຍການ​ພິ​ເສດ​ໃນ​ໂອກາດ​ຄົບຮອບ70ປີ​ແຫ່ງ​ການ​ສ້າງ​ຕັ້ງCRI.ສຳລັບ​ລາຍການ​ພິ​ເສດ​ມື້​ນີ້​ໃຫ້​ຊື່ວ່າ:"​ເວລາ​ຜ່ານ​ໄປ​ເຫຼືອ​ໄວ້​ພຽງ​ສຽງ".ມື້​ນີ້​ກໍ່​ມີ​ຄຳ​ຖາມ​ສຳລັບ​ການ​ແຂ່ງຂັນ​ຄວາມ​ຮູ້​ກ່ຽວ​ກັບ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຄົບຮອບ70ປີ​ມາ​ຖາມ​ທ່ານ​ຜູ່​ຟັງ​ອີກ​ເຊັ່ນ​ເຄີງ,ລາຍການ​ມື້​ນີ້​ມີ2ຄຳ​ຖາມ​ຄື:


1. CRIມີ​ສະ​ໂມ​ສອນ​ຜູ່​ຟັງ​ຕ່າງປະ​ເທດ​ເທົ່າ​ໃດ?

2. ສະ​ໂມ​ສອນ​ທຳ​ອິດ​ຂອງCRIຊື່​ຫຍັງ?

ຕໍ່​ໄປ​ພວກ​​ເຮົາມາ​ຮັບ​ຮູ້​ເພື່ອນ​​ເກົ່າ​ຂອງCRIທີ່​ບໍ່​ເຄີຍ​ພົບ​ກັນ​ຢູ່​ໃນ​ທົ່ວ​ໂລກ,ຟັງ​​ເລື່ອງ​ມິດ​ຕະພາບ​ລະຫວ່າງ​ເຂົາ​ເຈົ້າ​ກັບCRI.

ຜູ່​ຟັງ​ອາ​ຟຼິກາ​ຫຼາຍ​ຄົນ​​ແນ່ນອນ​ຈະ​ບໍ່​ຮູ້ສຶກ​ຂັດ​ຫູ​ຕໍ່​ເພງ​ເປີດ​ສະຖານີ​ດັ່ງກ່າວ.ນີ້​ແມ່ນ​ເພງ​ເປີດ​ສະຖານີ​ຂອງCRI​ພາສາ​ສະ​ວາ​ຮີ​ລີ​ທີ່ອ່ານ​​ໂດຍນາງ​ເຊິນລຽນ​ຢິ່ງ ​ໂຄສົກອາວຸ​ໂສ​ຂອງ​ວິທະຍຸ​CRI​ໃນ​ຊຸມ​ປີ1980ຜ່ານ​ມາ.​ໃນ​ເວລາ​​ເກືອບ40ປີ,ນາງ​ເຊິ​ນລຽງ​ຢິ່ງກັບ​ເພື່ອນ​ຮ່ວມ​ງານ​ຂອງ​ນາງ​​ແນະນຳ​ຈີນ​ໃຫ້​ຜູ່​ຟັງ​ອາ​ຟຼິກາ,ສົ່ງ​ຕໍ່​ມິດຕະພາບ​ຈີນ​ກັບ​ອາ​ຟຼິກາ​ດ້ວຍ​ພາສາ​ສະ​ວາ​ຮີ​ລີ​ລ້ວນໆ.ຢູ່​ທະວີບອາ​ຟຼິກາ​ອັນ​ກວງ​ໄກ,​ຜູ່​ຟັງ​ຢູ່​ປະ​ເທດ​ເຄນ,ຕັງ​ຊາ​ນີ​ແລ​ະອື່ນໆລ້ວນ​ແຕ່​ຮູ້ສຶກ​ຄວາມ​ອົບ​ອຸ່ນ​ຂຶ້ນແຕ່​ລະ​ມື້, ເຂົາ​ເຈົ້າ​ໄດ້​ເອີ້ນ​ນາງ​ເຊິ​ນ​ລຽນຢິ່ງວ່າ:Mama Chen.ນາງ​ເຊິ​ນລຽນ​ຢິ່ງ​ໄດ້​​ເລົ່າ​ເລື່ອງ​ໜຶ່ງ​ສັ້ນໆ​ໃຫ້​ພວກ​ເຮົາຟັງ:

 "ມີ​​ເທື່ອ​ໜຶ່ງ​ພວກ​ເຮົາ​ທ່ຽວ​ຊົມ​ຢູ່​ອົງການ​ແຫ່ງ​ໜຶ່ງ​ຂອງ​ສະຫະ​ປະຊາ​ຊາດ​ປະຈຳ​​ເຄັນຢາ,ຂ້າພະ​ເຈົ້າ​ໄດ້ຍິນຄົນ​ອາ​ຟຼິກາ​ຫຼາຍ​ຄົນ​ພວມ​ເວົ້າ​ພາສາ​ສະ​ວາ​ຮີ​ລີ,ກໍ່​​ໄປລົມ​ກັນ​ກັບ​ເຂົາ​ເຈົ້າ.ຂ້າພະ​ເຈົ້າ​ຫາ​ກໍ່​ເວົ້າ,ປະ​ໂຫຍ​ດດຽວ​​ເຂົາ​ເຈົ້າ​ກໍ່​ຟັງສຽງ​ຂອງຂ້າພະ​ເຈົ້າອອກ,ຮູ້​ວ່າ​ຂ້າພະ​ເຈົ້າ​ມາ​ຈາກCRI.ຜູ່​ຟັງ​ຟັງສ​ຽງຂອງ​ຂ້າ​ພະ​ເຈົ້າ​ອອກແມ່ນ​​ເລື່ອງທຳ​ມະ​ດາ,​ໄປ​ໃສ​ເວົ້າ Mama Chen,ທຸກຄົນກໍ່ຮູ້."

ຢູ່​ຫ້ອງ​ວາງສະ​ແດງ​ປະຫວັດສາດ​ວິທະຍຸ​ຂອງ​ຕຶກ​ໃຫຍ່ CRI,ພະ​ແນ​ກພາສາ​ຕ່າງໆລ້ວນ​ແຕ່​ມີ​ຕູ້​ວາງສະ​ແດງ​ໜ່ວຍໜຶ່ງ,ຢູ່​ໃນ​ຕູ້​ວາງສະ​ແດງ​ນັ້ນມີ​ຂອງຂວັນ​ທີ່​ຜູ່​ຟັງ​ຕ່າງປະ​ເທດ​ຝາກ​ມາ,ຂອງ​ລະ​ລຶກ,ຮູບ​ຖ່າຍ​ທີ່​ມີ​ຄວາມ​ໝາຍ​ອັນ​ພິ​ເສດ​.ຂອງ​ຂວັນ​ເຫຼົ່າ​ນີ້​ແຕັມ​ໄປ​ດ້ວຍ​ການ​ອວຍພອນ​ໃຫ້​ມີ​ຄວາມສຸກ​ຂອງ​ຜູ່​ຟັງ​ທີ່​ມາ​ຈາກ​ປະ​ເທດອັນກວ້າງ​ໄກ.

ຢູ່​ໃນ​ຕູ້​ວາງສະ​ແດງ​ຂອງ​ພະ​ແນ​ກພາສາ​ຫວຽດນາມ,ທຸງ​​ສີ​ແດງ​ອັນ​ປາ​ນິດ​ຜືນໜຶ່ງ​ແມ່ນປະ​ຈັດຕາ​ຄົນທີ່​ສຸດ​.ນາງ​ວູຈ້າວ​ຢິ່ງ ຫົວໜ້າ​ພະ​ແນ​ກພາສາ​ຫວຽດນາມ​ກໍ່​​ແມ່ນ​ນາງ"ຢ້ຽນ​ຮວາ" ​ໂຄສົກ​ວິທະຍຸ​ທີ່​ຜູ່​ຟັງ​ຫວຽດນາມ​ຮູ້​ດີ​ແລະ​ມັກທີ່​ສຸດ​ໄດ້​​ເລົ່າ​ເລື່ອງ​ນິນານ​ໃນຫັ້ນ​ສູ່​ຟັງ​ວ່າ:
 "ປີ1995​ແມ່ນ​ພະ​ແນ​ກພາສາ​ຫວຽດນາມ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ45ປີ,ນາງຟຳຕີ​ມິ​ງຕາງ ຜູ່​ຟັງ​ຜູ່​ໜຶ່ງ​ຂອງ​​ເມືອງ​ໂຮ​ຈິ​ມິ​ງ​ໄດ້​ແສ່ວ​ທຸງ​ໄຊ​ຜືນໜຶ່ງ,​ແສ່ວlogo​ຂອງCRI,​ແລະ​ຂຽນ​ອວຍພອນ​​ເຕັມ​ທຸງ,ພວກ​ເຮົາ​ໄດ້ທະນຸຖະໜອມທຸງ​ໄຊ​ຜືນ​ນີ້ຕະຫຼອດ​ມາ.ການ​​ໃຫ້​ກຳລັງ​ໃຈ​ຂອງ​ທ່ານ​ຜູ່​ຟັງ​ກໍ່​ແມ່ນ​ແຫຼ່ງອັນ​ມະຫາສານ​ທີ່​ຊຸກຍູ້​ໃຫ້​ພວກ​ເຮົາຈັດ​ລາຍການ​​ໄດ້ດີ."

​ໃນ​ລະດູ​ໜາວ​​ແຕ່ລະ​ປີ,ພະນັກງານ​ຫຼາຍ​ຄົນ​ຂອງ​ພະ​ແນ​ກພາສາ​ຫວຽດນາມ​ມັກ​ຈະ​ເອີ່ຍ​ເຖິງ​ນາງ​ພັນ​ຕີ​ງົກ.​ເລື່ອງ​ນັ້ນ​ເກີດ​ໃນ​ລະດູ​ໜາວ​ປີ2007:

 "ມີຜູ່​ຟັງ​ຜູ່​ໜຶ່ງ​ຊື່​ຟັນ​ຕີ​ງົກຮູ້​ວ່າລະດູ​ໜາວຢູ່​ປັກ​ກິ່ງ​ແມ່ນ​ໜາວ​ທີ່​ສຸດ,ສະ​ນັ້ນ​ນາງ​ໄດ້​ຖັກ​ຜ້າພັນ​ຄໍ10​ຜືນ ,​ເສື້ອ​ແລນ10ຊຸດ.ນາງ​ຂຽນໃນ​ຈົດໝາຍ​ວ່າ:ດິນ​ຟ້າ​ອາກາດ​ຂອງ​ປັກ​ກິ່ງ​ແມ່ນ​ໜາວ​ທີ່​ສຸດ,ຕ້ອງ​ເຮັດ​ໃຫ້​ໂຄສົກ​ວິທະຍຸ​ມີ​ຄວາມອົບ​ອຸ່ນ,ຮັກສາ​ຄໍ ໄດ້​ດີ,​​ຈະບໍ່​ເປັນ​ຫວັດ​ໄດ້ງ່າຍໆ,​ ​ຈິ່ງ​ສາມາດ​ເຮັດ​ລາຍການ​ດີໆໃຫ້​ພວກ​ເຮົາຟັງ.ພວກ​ເຮົາ​ຮູ້ສຶກ​ຕື້ນ​ຕັນ​ໃຈ​ທີ່​ສຸດ."

ພາຍຫຼັງ"ສະມາຄົມ​ຜູ່​ຟັງ​ວິທະຍຸ​ປັກ​ກິ່ງ​ຂອງ​ຍີ່ປຸ່ນ​ເຊິ່ງ​ເປັນ​ສະ​ໂມ​ສອນ​ຜູ່​ຟັງ​ຕ່າງປະ​ເທດ​ທຳ​ອິດ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ1961ຮອດ​ປັດຈຸບັນ,ສະ​ໂມ​ສອນ​ຜູ່​ຟັງcriທີ່ຢູ່5ທະວີບ​ທົ່ວ​ໂລກ​ໄດ້​ຮອດ3165​ແຫ່ງ.ສະ​ໂມ​ສອນ​ເຫຼົ່ານີ້​ແມ່ນ​ຜູ່​ຟັງ​ຈັດ​ຕັ້ງສ້າງ​ຕັ້ງຂຶ້ນ​ໂດຍ​ຕົນ​ເອງ,ຖື​​ເອົາ​ການຮັບ​ຟັງ​ລາຍການcri,ຮັບ​ຮູ້​ຈີນ,ດ້ວຍ​ຈຸດປະສົງ​ສ້າງສາ​ຍພົວພັນ​ໄມຕີ​ຈິດ​ມິດຕະພາບ​ກັບ​ຈີນ,​ cri​ແບ່ງອອກ​ເປັນ​ສະ​ໂມ​ສອນ​ຜູ່​ຟັງAM,ສະ​ໂມ​ສອນ​ຜູ່​ຮັບ​ຟັງ​ອິນ​ເຕີ​ເນັດ,ສະ​ໂມ​ສອນ​ຜູ່​ຟັງFM​ຕ່າງປະ​ເທດ.ສະ​ໂມ​ສອນ​ຜູ່​ຟັງ​ເຫຼົ່າ​ນີ້ມີ​ຂະໜາດ​ແຕກ​ຕ່າງ​ກັນ​ຄື​:ຂະໜາດ​ນ້ອຍ,ກາງ​ແລະ​ໃຫຍ່,ຊຶ່ງ​ຂະໜາດ​ນ້ອຍ​ມີ​ຜູ່​ຟັງ​ສິບ​ກວ່າ​ຄົນ,ຂະໜາດ​ກາງຫ​ຫຼາຍ​ສິບ​ຄົນ,​ແລະຂະໜາດ​ໃຫຍ່​ມີຫຼາຍ​ພັນ​ຄົນ,ຍິ່ງ​ກວ່າບາງ​ບ່ອນ​ມີ​ຄົນ​ຟັງຫ​ຫຼາຍ​ກວ່າ​ໝື່ນ​ຄົນ,ສະມາຊິກ​ຂອງ​ສະ​ໂມ​ສອນ​ເຫຼົ່ານີ້​ລ້ວນ​ແຕ່​​ແມ່ນຜູ່​ຟັງ​criຢ່າງຈູບ​ຈ້າວ​ຫ້າວຫັນ​ແລະມີ​ມິດຕະພາບ​ອັນ​ເລິກ​ເຊິ່ງຕໍ່​ປະ​ຊາ​ຊົນ​ຈີນ.

ຢູ່​ເບື້ອງ​ທິດຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຕຶກ​ຫ້ອງການcri​ມີ​ສວນ​ດອກ​ຊາ​ກຸລະ​ທີ່​ມີ​ເນື້ອ​ທີ່ປະມານ200ຕາແມັດ,​ໃນ​​ເດືອນ​ເມສາ​ແຕ່ລະ​ປີ​ທີ່​ດອກ​ຊາ​ກຸລະ​ສີ​ອອນ​ໄດ້​ເບັ່ງ​ບານ​ແລະ​ສົ່ງ​ກິ່ນ​ອັນ​ຫອມ​ຫວນ​ໄປ​ທົ່ວ​ສວນ​ແລະ​ບໍລິ​ເວນ​​ໃກ້​ຄຽງ. ນາງ​ຟູ້ຢິງ ຫົວໜ້າ​ພະ​ແນ​ກພາສາ​ຍີ່ປຸ່ນ​ຂອງcri​ແນະນຳ​ວ່າ,ຕົ້ນ​ໄມ້​ດອກ​ຊາ​ກຸລະ​ເຫຼົ່າ​ນີ້​ແມ່ນ​ຜູ່​ຟັງ​ຂອງ​ສະມາຄົມ​​ແຂວງ​ນາ​ກາ​ໂນ​ເຄັນ​ຍີ່ປຸ່ນມອບ​ໃຫ້cri​ໃນ​ປີ1996,​ເບ້ຍ​ໄມ້ນ້ອຍ​ໃນ​ປີ​ນັ້ນ​ໄດ້​ກາຍ​ເປັນ​ຕົ້ນ​ໄມ້​ໃຫຍ່​ໃນ​ປະຈຸ​ບັນ.
 "​ເພື່ອນ​ເກົ່າ​ຂອງ​ສະມາຄົມ​ຜູ່​ຟັງຂອງແຂວງ​ນາ​ກາ​ໂນ​ເຄັນ​ໄດ້​ເອົາເບ້ຍ​ດອກ​ຊາ​ກຸລະ​ອັນ​ອ່ອນ​ນ້ອຍ​ຈຳນວນ20​ເບັ້ຍ​ຈາກ​ຍີ່ປຸ່ນ​ມາສູ່​ປະ​ເທດ​ຈີນ,ປະຈຸ​ບັນ​ຕົ້ນ.ດອກ​ຊາ​ກຸລະ​ອັນ​ອ່ອນ​ນ້ອຍ​ໃນ​ເມື່ອ​ກ່ອນ​ໄດ້​ຈະ​ເລີ​ນ​ເຕີບ​ໂຕ​ຂຶ້ນ​ຕາມ​ການ​ເວລາ​ແລະ​ມີ​ຢູ່​ໃນ​ສວນ​ທັງ​ໝົດ21ຕົ້ນ,ຫຼາຍ​ກວ່າ​ເວລາ​ນັ້ນ1ຕົ້ນ.​ແຕ່ລະ​ປີ​ມີ​ຜູ່​ຟັງ​ຈາກ​ສະມາຄົມ​ຜູ່​ຟັງ​ຢູ່​ນາ​ກາ​ໂນ​ເຄັນ​ມາ​ເບິ່ງ​ດອກ​ຊາ​ກຸລະ​ເຫຼົ່າ​ນີ້ບໍ່​ໄດ້​ຂາດ.ຜູ່​ນຳ cri​ຜູ່​ໜຶ່ງ​ໄດ້​ອ້າງ​ອິງຄຳ​ເວົ້າ​ຂອງ​ນັກ​ປະພັນໜຶ່ງ​ຂອງ​ຈີນ​ທີ່​ຂຽນ​ໄວ້​ວ່າ:"ມີ​ຄວາມ​ດີ​ໃຈ​ມີ​ຄວາມ​ໂສກ​ເສົ້າ,ມີໜ້າ​ຍິ້ມ​ແຍ້ມ​ກໍ່​ມີ​ນ້ຳຕາ,ມີດ​ອກ​ໄມ້​ກໍ່​ມີ​ໝາກຜົນ,ມີ​ສີ​ກໍ່​ມີ​ກິ່ນຫອມ…..ນີ້​ກໍ່​ແມ່ນ​ແນວ​ມ່ວນ​ທີ່​ປູກດອກ​ໄມ້.ປູກ​ດອກ​ໄມ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ຈີນ​ຍີ່ປຸ່ນກໍ່​ຄື​ແນວ​ນີ້."ປ້າຍ​ຕົວ​ໜັງສື​ແຜ່ນ​ນີ້​ຂອງ​ທ່ານ​ຍັງຕິດ​ຢູ່​​ໃຕ້​ຕົ້ນ​ໄມ້​ດອກ​ຊາ​ກຸລະ."

​ໂດຍ​ຜ່ານ​ການຮັບ​ຟັງ​ວິທະຍຸ​ cri​,ຜູ່​ຟັງ​ບໍ່ພ​ຽງ​ແຕ່​ຮັບ​ຮູ້​ການ​ປ່ຽນ​ແປງ​ກ່ຽວກັບ​ຈີນ,ຍັງ​ເພີ່ມ​ທະວີ​ມິດຕະພາບກັບ​ຈີນ.ລະດູ​ຮ້ອນ​ປີ2001,​ໃນ​ເວລາ​ທີ່​ປັກ​ກິ່ງ​ຮ້ອງ​ຂໍ​​​ເປັນ​ເຈົ້າພາບຈັດ​ງານ​ໂອ​ແລມປິກ​ປີ2008,ສະມາຄົມ​ຜູ່​ຟັງ​ສີ​ລັງກາ​ໄດ້​ຈັດຕັ້ງ​ກິດຈະກຳ5ໝື່ນ​ຄົນລົງ​ລາຍ​ເຊັນ​ເພື່ອ​ສະໜັບສະໜູນ​ປັກ​ກິ່ງ,​ແລະ​ມອບ​ປຶ້ມ​ລົງ​ລາຍ​ເຊັນ​ສອງ​ສະ​ບັບ​ໃຫ້​ສຳນັກງານ​ໃຫຍ່​ຄະນະ​ກຳມະການ​ໂອ​ແລມປິກ​ສາກົນ.ປີ2008,​ຢູ່​ເຂດເວິ້ນຊ່ວນຂອງ​​ແຂວງເສ​ສວນຈີນ​ເກີດ​ແຜ່ນດິນ​​​ໄຫວອັນ​ໜັກ​ໜ່ວງ,ສະມາຊິກ​ຂອງ​ສະມາຄົມ​ຜູ່​ຟັງ​ພາສາ​ທາ​ມີ​ນຂອງ​ອິນ​ເດຍທະຍອຍ​ກັນ​ຝາກ​ຈົດໝາຍ​ສະ​ແດງ​ຄວາມ​ເຫັນ​ໃຈ,ຜູ່​ຟັງຫ​ຫຼາ​ຍຮ້ອຍ​ຄົນ​ຍັງ​ບໍລິຈາກ​ເງິນ,​ໃຫ້ cri​​​ເປັນ​ຕົວ​​ແທນ​ໄປ​ມອບ​ໃຫ້​ປະຊາຊົນ​ຜູ່​ປະສົບ​ເຄາະ​ຮ້າຍ.

ປັດຈຸບັນ, cri​ຍັງ​ໃຊ້​61ພາສາ​ກະ​ຈາ​ຍສຽງ​ຕໍ່​ທົ່ວ​ໂລກ,ນອກຈາກກະຈາຍສຽງ​ທາງ​ວິທະຍຸ​ແລ້ວ,ຍັງ​​ໄດ້​ສ້າງ​ຕັ້ງ​ເວ​ບ​ໄຊ້ຫຼາຍ​ພາສາ​ທີ່​ມີ​ຂະໜາດ​ໃຫຍ່​ທີ່​ສຸດ​​​ໃນ​ໂລກ.ອິດ​ທິພົນຂອງ​ສື່​ເວ​ບ​ໄຊ້ນັບ​ມື້​ນັບ​​ໃຫຍ່.ປີ2010,ພາຍ​ໃຕ້​ການ​ຊ່ອຍ​ເຫຼືອ​ຂອງ​ຜູ່​ທີ່​ຫຼິ້ນ​ອິນ​ເຕີ​ເນັດ,ສູນ​ພາສາ​ອັງກິດ​ໄດ້​ສຳ​ເລັດ​ໜ້າ​ທີ່​ທີ່ຫຍຸ້ງຍາກ​ທີ່​ສຸດ.

12ປີ​ກ່ອນ,ທ່ານ​ວາງ​ເວິ້ຍກົວ ນັກສະ​ແດງ​ຂອງ​ໂຮງລະຄອນ​​ເວົ້າແຫ່ງ​ຊາດ​ຈີນ​ໄດ້​ຊື້​ບາງຂອບ​ຮູບ​ຖ່າຍ​ເກົ່າ​ຢູ່​ຕະຫຼາດຂາຍ​ວັດຖຸ​ເກົ່າ​ແຫ່ງ​ໜຶ່ງ​ໃນປັກ​ກິ່ງ.ທ່ານ​ປະກົດ​ເຫັນ​ວ່າ​ຮູບ​ຖ່າຍ​ຢູ່​ໃນ​ຂອບ​ລ້ວນ​ແຕ່​ແມ່ນ​ຜູ່​ຍິງ​ຕ່າງປະ​ເທດ​ຜູ່​ດຽວກັນ,ທັງ​ມີ​ຮູບ​ຖ່າຍ​ຂອງ​ນາງ​ໃນ​​ໄລຍະ​ເປັນ​ເດັກນ້ອຍ,ຍັງ​ມີຮູບ​ຖ່າຍ​ທີ່​ນາງ​ເຂົ້າ​ຮ່ວມ​ພິທີ​ຮຽນ​ຈົບຢູ່ມະຫາວິທະຍາ​ໄລ.ທ່ານ​ວາງ​ເວິ້ຍກົວ​ຫວັງ​ຢາກ​ສົ່ງ​ຮູບ​ຖ່າຍ​​ເຫຼົ່າ​ນັ້ນ​ຄືນໃຫ້​ຜູ່​ຍິງ​ໃນ​ຮູບ​ຖ່າຍ,ສະ​ນັ້ນ​ທ່ານ​ໄດ້​ມາ cri​,ຫວັງຢາກ​ໃຫ້​ຊອກຫາ​ເຈົ້າ​ຂອງ​ຮູບ​ຖ່າຍ​ເຫຼົ່າ​ນີ້​ໂດຍ​ຜ່ານວິທະ​ຍຸ​ຕໍ່​ຕ່າງປະ​ເທດ.ນາງ​ວາງ​ເຫວີຍ​ຂອງ​ສູນ​ພາສາ​ອັງກິດ​ໄດ້​ຖ່າຍຮູບ​ຖ່າຍ​ເຫຼົ່າ​ນີ້​ເປັນ​ວີ​ດີ​ໂອ​ທີ່​ຊື່ວ່າ"ນາງ​ແມ່ນ​​ໃຜ",ອອກ​ອາກາດ​ທາງ​ເວ​ບ​ໄຊ້,​ໂທລະສັບ​ມື​ຖື​ແລະ​ໃນ​ຂະນະ​ດຽວ​ກັນ​ກຳ​ອອກ​ທາງ​​ໄມ​​ໂກຼ​ໂບຼກMicroBlog​ນຳ​ອີກ.
 "​ໂດຍ​ຜ່ານ​ການຊອກຫາ​ເປັນ3​ເດືອນ,​ເດືອນ​ມີນາປີ​ນີ້ມີ​ຜູ່​ຫຼິ້ນ​ອິນ​ເຕີ​ເນັດ​ຜູ່​ໜຶ່ງ​ຂຽນ​ຂໍ້ຄວາມ​ວ່າ,ນີ້​ຄວນ​ແມ່ນ​ນັກສະ​ແດ​ງນັອກ​ແວ​ທີ່​ເຖິງ​ແກ່​ກຳ​ແລ້ວ​ພ້ອມ​ດ້ວຍ​ລູກ​ສາວ​ຂອງ​ນາງ.ຮ່ອງຮອຍ​ນີ້​ໄດ້​ກະຕຸກ​ເສັ້ນ​ຜູ່​ຫຼິ້ນ​ອິນ​ເຕີ​ເນັດຄົນ​ອື່ນໆ​ຊ່ອຍຊອກຫາ,ຍັງ​ມີ​ຄົນ​ຂໍ​ຄວາມ​ຊ່ອຍ​ເຫຼືອ​ຈາກ​ສື່​ມວນ​ຊົນ​ຂອງ​ນັອກ​ແວ​ໃຫ້​ຊອກ​ຫາ​ຊ່ອຍ​ຕື່ມ​ອີກ,​ໃນ​ທີ່​ສຸດສາມາດ​ກໍ​ໄດ້​ພົບນາງ​ໂຈ​ອັນ​ນາ ​ໄຊ​ຊົງ ​​ເຈົ້າ​ຂອງ​ຮູບ​ຖ່າຍ​ເຫຼົ່າ​ນີ້.ຫຼັງ​ຈາກ​ນັ້ນ,ນາງ​ໂຈ​ອັນ​ນາ​ໄດ້​ສົ່ງ​ອີ​​​ເມ​ວ​ໃຫ້​ພວກ​ເຮົາ,ຮູ້​ວ່າ​:​ໃນ​ອານາ​ຄົດ​ອັນ​ມໍໆ​ນີ້​ຈະ​ມາ​ຈີນ.ພວກ​ເຮົາ​ຈະ​ຈັດ​ງານ​ພົບ​ປະ​ໃຫ້​​ເຂົາ​ເຈົ້າ,​ແລະທ່ານ​ວາງ​​ເວິ້ຍກົວ​ຈະມອບ​ຮູບ​ຖ່າຍ​ເຫຼົ່າ​ນີ້​ໃຫ້​ນາງ​ໂຈອັນ​ນາ​ໂດຍ​ຕົນ​ເອງ."
ສຳລັບ​ທ່ານ​ວາງ​ເວິ້ນກົວ​ກັບ​ນາງ​ໂຈ​ອັນ​ນາ,ຄວາມ​ຊົງ​ຈຳ​ອັນ​ດີງາມ​ແລະ​ມິດຕະພາບ​ຂ້າມ​ຊາດ​ນັ້ນ​ຈະ​ໄດ້ຮັກ​ສາ​ໄວ້​ຢູ່​​ໃນ​ຫົວ​ໃຈ​ຂອງ​​ເຂົາ​ເຈົ້າຕະຫຼອດ​ໄປ.ສຳ​ລັບ​ນາງ​ວາງ​ເຫ​ວິ​ຍກັບ​ເພື່ອນ​ຮ່ວມ​ງານ​ຂອງ​ນາງ, ​ເຂົາ​ເຈົ້າ​ຍິ່ງ​ຮູ້ສຶກ​ວ່າການ​​ເສີມ​ສ້າງແລະ​ຄວາມ​ອົບ​ອຸ່ນ​ທີ່​ບໍ່​ມີ​ຮູບ​ຮ່າງ​ຂອງ​ຜູ່​ຟັງ​ແລະ​ຜູ່​ຫຼິ້ນ​ອິນ​ເຕີ​ເນັດ,​​ເຊິ່ງ​ເປັນເພື່ອນ​ມິດ ​ທີ່​ບໍ່​ເຄີຍ​ພົບ​ກັນ​ນັ້ນ​ໄດ້ກາຍ​ເປັນ​ຄູ່​ຮ່ວມຈິດ​ໃຈ​ອັນ​ສະໜິດ​ແໜ້ນ​ທີ່​ສຸດ​ຂອງ​​ເຂົາ​ເຈົ້າ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ,​ເລື່ອງ​ເຫຼົ່າ​ນີມີ​ເງົາ​ຂອງ​ທ່ານ​ບໍ່?ບໍ່​ວ່າ​ທ່ານ​ຢູ່​ແຫ່ງ​ໃດກໍ່ຕາມ, ​ເຖິງ​ຈະ​ບໍ່​ເຄີຍ​ພົບ​ກັນ​ກໍ່​ຢ່າ,criລ້ວນ​ແຕ່​ຢາກ​ເປັນ​ເພື່ອນ​ມິດ​ຂອງ​ທ່ານຕະຫຼອດ​ໄປ.ຕໍ່​ໄປ​ນີ້​ພວກ​ເຮົາ​ຈະ​ຖາມ​ຊ້ຳ​ຄືນ2ຄຳ​ຖາມ​ກ່ຽວ​ກັບ70​ແຫ່ງ​ການ​ສ້າງ​ຕັ້ງ​ວິ​ທືະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ:

1. CRIມີ​ສະ​ໂມ​ສອນ​ຜູ່​ຟັງ​ຕ່າງປະ​ເທດ​ເທົ່າ​ໃດ?
2. ສະ​ໂມ​ສອນ​ທຳ​ອິດ​ຂອງCRIຊື່​ຫຍັງ?

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ