ທ່ານ​ເຈຍ​ຊີ້ງ​ລີນ​ສົ່ງ​ໂທ​ລະ​ເລກ​ອວຍ​ພອນ​ໄປ​ຍັງ​ສະ​ຫາຍ ດຣ ພັນ​ດວງ​ຈິດ ວົງ​ສາ

(GMT+08:00) 2011-07-11 14:57:18     cri
ວັນ​ທີ9ກໍລະກົດ2011,ຢູ່ທີ່​ນະຄອນຫຼວງປັກ​ກິ່ງ,ທ່ານ​ເຈຍ​ຊີ້​ງລີ​ນ,ປະທານ​ສະພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​ຈີນ​ສົ່ງ​ໂທ​ລະ​ເລກ​ອວຍ​ພອນ​ໄປ​ຍັງ​ສະ​ຫາຍ ດຣ ພັນ​ດວງ​ຈິດ ວົງສາ,​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ,​ເພື່ອ​ສະ​ແດງ​ຄວາມ​ອວຍ​ພອນ​ຕໍ່​ສະຫາຍ ດຣ ພັນ​ດວງ​ຈິດ ວົງສາທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ສູງ​ກາງ​ແນວ​ລາວ​ສ້າງ​ຊາດ.

ໃນ​ໂທລະ​ເລກ​ອວຍພອນ,ທ່ານ​ເຈຍ​ຊີ້​ງລີ​ນຂຽນ​ວ່າ : "ເນື່ອງ​ໃນ​ໂອກາດ​ທີ່​ສະ​ຫາຍ​ໄດ້​ຮັບ​ການ​ແຕ່ງ​ຕັ້ງເປັນ​ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ໃນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ແນວ​ລາວ​ສ້າງ​ຊາດ​ທົ່ວ​ປະ​ເທດ​ຄັ້ງ​ທີ Ⅳ, ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ອວຍພອນ​ຢ່າງ​ຄຶກຄື້ນ​ແລະ​ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ສະຫາຍ.

ປະຈຸ​ບັນນີ້, ສາຍ​ພົວພັນ​ຈີນ​ລາວ​ມີ​ທ່າ​ອ່ຽງຂະ​ຫຍາ​ຍຕົວ​ອັນ​ດີງາມ, ການ​ຮ່ວມ​ມື​ຕົວ​ຈິງ​​ໃນ​ບັນດາຂະ​ແໜງ​ການ​ລະ​ຫວ່າງ​ສອງ​ຝ່າຍ​ມີ​ອະນາຄົດ​ອັນ​ກ້ວາງ​ຂວາງ.​ສາຍ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ຈີນ​ກັບ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ທີ່​ເປັນ​ສ່ວນ​ປະ​ກອບ​ອັນ​ສຳຄັນ​ຂອງ​ສາຍ​ພົວ​ພັນ​ສອງ​ປະ​ເທດ​ນັ້ນ, ​ໄດ້​ຮັບ​ການ​ປັບ​ປຸງ​ແລະ​ຂະ​ຫຍາຍ​ຕົວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.​ຝ່າຍ​ຈີນ​ຮູ້​ສຶກ​ປິ​ຕິ​ຊົມ​ຊື່ນ​ຢ່າງ​ຈິງ​ໃຈ, ​ແລະ​ຍິນ​ດີ​ຈະ​ຮ່ວມ​ກັບ​ຝ່າຍ​ລາວ ​ເພື່ອ​ສົ່ງ​ເສີມ​ການ​ໄປ​ມາ​ຫາ​ສູ່​ກັນ​ແລະ​ຮ່ວມ​ມື​ຢ່າງ​ໄມ​ຕີ​ຈິດ​ລະ​ຫວ່າງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ຈີນ​ກັບ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ,​ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ​ລາວ​ແຕກ​ດອກ​ອອກ​ຜົນ​ຫຼາຍ​ກວ່າ​ເກົ່າ, ​ເຊິ່ງ​ເຮັດ​ໃຫ້​ທັງ​ສອງ​ຊາດ​ເປັນ​ບ້ານ​ໃກ້​ເຮືອ​ນຄຽງ​ທີ່​ດີ ​ເພື່ອນ​ມິດ​ທີ່​ດີ ສະ​ຫາຍ​ທີ່​ດີ ​ແລະ​ຄູ່​ຮ່ວມ​ມື​ທີ່​ດີ​ຕະ​ຫຼອດ​ກາລະ​ນານ."

ໃນ​ໂທ​ລະ​ເລກ​ອວຍພອນ,ທ່ານ​ເຈຍ​ຊີ້​ງລີ​ນຍັງ​ອວຍພອນ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ​ຈົ່ງ​ມີ​ຄວາມ​ວັດ​ທະ​ນາ​ຖາ​ວອນ,​ປະ​ຊາ​ຊົນ​ມີ​ຄວາມ​ຜ້າ​ສຸກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ