ລາຍການ​ເພງ​ດັງ​ໃນ​ອະດີດ​ອອກ​ອາກາດ​ວັນ​ອັງຄານ​ ທີ 8 ມີນາ

(GMT+08:00) 2011-07-27 15:32:39     cri

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ເພງ​ດັງ​ໃນ​ອະດີດ, ​ໃນ​ລາຍການ​ພາກ​ນີ້, ຜູ້​ດຳ​ເນີນ​ລາຍການ ຄື ອະລຸນ ຈະ​​ແນະນຳເມີ້​ງຖິງ​ເວີຍ, ນັກ​ຮ້ອງ​ຍິງ​ທີ່​ມີ​ຊື່​ສຽງ​ໂດ່​ງດັງ​ຂອງໄຕ້​ຫວັນ​​ໃນ​ຊຸມ​ປີ 1990, ​​ເລີ່​ມຕົ້ນລາຍການ ຈະ​ໃຫ້​ຟັງ​ເພງຂອງ​ເມີ້​ງ ຖິງ​ເວີຍ ກ່ອນ, ​ແລ້ວ​ອະລຸນ​ຈຶ່ງ​ແນະນຳນັກ​ຮ້ອງ​ຍິງ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ແຟນ​ເພງ​ທັງ ຫຼາຍ ​ແລະ​ຖືກ​ເອີ້ນ​ວ່າ​ເປັນ"​ເຈົ້າຍິງ​ແຫ່ງ​ດວງ​ຈັນ"ຜູ້​ນີ້​​ໃຫ້​ຟັງ.

​ທີ່ຟັງ​ມານັ້ນ ​ແມ່ນ​ເພງ "​ໂສ​ວອີ" ພາສາ​ມື ​ຂອງ​ເມີ້​ງຖິງ​ເວີຍ. ເມີ້​ງຖິງ​ເວີຍ ​ເກີດ​ຢູ່​ໄຕ້​ຫວັນ​ຂອງ​ຈີນ​ເມື່ອ​ເດືອນ​ທັນວາ​ປີ 1969, ​ແລະ​ເລີ່​ມ​ເປັນ​ນັກ​ຮ້ອງ​ອາຊີ​ບ​ເມື່ອປີ 1990, ນ້ຳ​ສຽງ​ຂອງ​ນາງ​ເສາະ​ໃສ, ໜ້າ​ຮັກ ​ເບິ່ງ​ຄື​ເປັນ​ນັກຮຽນ​ມັດ​ທະ​ຍົມ, ພໍ​ປະກົດຕົວ​ໃນ​ເວທີ​ເພງ​ສະ​ໄໝ​ນິຍົມ ກໍ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ແຟນ​ເພງ​ທັງຫຼາຍ, ​ເພງ​ຂອງ​ນາງ​ກໍ​ໄດ້​ຮັບ​ຄວາມ​ນິຍົມ​ເຊັ່ນ​ດຽວກັນ ບໍ່​ວ່າຈະ​ຢູ່​ແຜ່ນດິນ​ໃຫຍ່​ຈີນ ຫຼື​ວ່າ​ຢູ່​ຮົງ​ກົງ ​ແລະ ​ໄຕ້​ຫວັນ. ​ເດືອນກັນຍາ ປີ 1991, ​ເມີ້​ງຖິງ​ເວີຍ​ໄດ້​ອອກ​ອາ​ລະ​ບ້ຳດ່ຽວ​ຊຸດ​ທີ 3 ທີ່​ຊື່ວ່າ "ໜີ​ຄ້ານ​ໜີ​ຄ້ານ​ເຢ້ລ້ຽງ​ເຕີ​ຫຼຽນ"​ແປ​ວ່າ ໜ້າ​ດວງ​ຈັນ, ຈຳໜ່າຍ​ໄດ້ຫຼາຍກວ່າ 6 ລ້ານ​ຊຸດ. ຍ້ອນ​ເພງ​ນຳ​ທີ່​ມີ​ຊື່​ເຊັ່ນ​ດຽວ​ກັນ​ກັບ​ຊື່​ອາ​ລະ​ບ້ຳ​ດັ່ງກ່າວ ​ໄດ້​ຮັບ​ຄວາມ​ນິຍົມ​ທີ່​ສຸດ, ​ເມີ້​ງຖິງ​ເວີຍກໍ​ເລີຍ​ຖືກ​ເອີ້​ນວ່າ​ເປັນ "​ເຈົ້າຍິງ​​ແຫ່ງດວງ​ຈັນ". ຕໍ່​ໄປ​ເຊີນ​ຟັງ​ເພງ"ໜີ​ຄ້ານ​ໜີ​ຄ້ານ​ເຢ້ລ້ຽງ​ເຕີ​ຫຼຽນ"​ ໜ້າ​ດວງ​ຈັນ.

 ​ໃນວົງ​ການ​ເພງ​ຈີ​ນສະ​ໄໝ​ນິຍົມ, ​ເມີ້​ງຖິງ​ເວີຍ​ໄດ້​ພັດທະນາ​ຢ່າງ​ສະດວກ ​ແລະ ​ໄດ້​ຮັບ​ຜົນສຳ​ເລັດ​ສູງ, ມີ​ແຟນ​ເພງຈຳນວນຫຼວງຫຼາຍ, ອາ​ລະ​ບ້ຳ​ດ່ຽວ​ຂອງ​ນາງ ຊຸດ​ໃດ​ກໍ​ຂາຍ​ດິບ​ຂາຍ​ດີ. ​ເດືອນ​ພຶດສະພາ ປີ 1992, ​ເມີ້​ງຖິງ​ເວີຍ​ອອກ​ອາ​ລະ​ບ້ຳ​ດ່ຽວຊຸດ​ທີ 4 ທີ່​ຊື່ວ່າ "ຕົ່ງ​ຈີ້​ຕ້າວ​ຖາ​ຍ​​ເປີ​ຍຫຼາຍຄ້ານ​ອີ" ​ແປ​ວ່າ ລະດູ​ໜາວ​ໄປ​ເບິ່ງ​ຝົນຢູ່​ໄຕ​ເປ, ປະລິມານ​ຈຳ​ໜ່າຍຫຼາຍກວ່າ 10 ລ້ານ​ແຜ່ນ, ​ຄອງ​ອັນ​ດັບສອງ​ໃນ​ຕາ​ຕະ​ລາງປະລິມານ​ຈຳໜ່າຍ​ອາ​ລະ​ບ້ຳ​ດ່ຽວ ​ໃນ​ຊຸມ​ປີ 1990. ​ເພງ "ຕົ່ງ​ຈີ້ຕ້າວ​ຖາ​ຍ​​ເປີຍຫຼາຍຄ້ານ​ອີ" ລະດູ​ໜາວ​ໄປ​ເບິ່ງ​ຝົນ​ຢູ່​ໄຕ​ເປ ​ແລະ ​ເພງ "ອູ​ເຊິ່ງ​ເຕີ​ອີ" ຝົນຕົກ​ບໍ່​ມີ​ສຽງ ​ເຮັດ​ໃຫ້​ເມີ້​ງຖິງ​ເວີຍ ຖືກ​ເອີ້ນ​ວ່າ ​ເປັນ "ດາລາ​ເພງ​ຮັກ" ທີ່​ໄດ້​ຮັບ​ຄວາມ​ນິຍົມ​ທີ່​ສຸດ. ຕໍ່​ໄປ​ອະລຸນ​ຈະ​​ເປີດສອງ​ເພງ​ດັ່ງກ່າວ​ສູ່​ຟັງ, ກ່ອນ​ອື່ນ​ຈະ​ໃຫ້​ຟັງ​ເພງ "ຕົ່ງ​ຈີ້ຕ້າວ​ຖາ​ຍ​​ເປີ​ຍຫຼາຍຄ້ານ​ອີ" ​ແລ້ວຕິດຕາມ​ດ້ວຍ​ເພງ "ອູ​ເຊິ່ງ​ເຕີ​ອີ".

ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ຮອດ​ເວລາ​ທີ່​ອະລຸນ​ຕ້ອງຂໍ​ອຳ​ລາ​ທ່ານ​ຜູ້​ຟັງ​​ໄປ​ກ່ອນແລ້ວ, ບໍ່​ຢາກ​ອຳ​ລາທ່ານ​ຜູ້​ຟັງ ກໍ​ຕ້ອງ​ໄດ້​ອຳ​ລາ, ຍ້ອນ​ເວລາ​ຂອງ​ເຮົາ​ມີ​ຈຳກັດ, ຫວັງ​ວ່າ​ລາຍການ​ເພງ​ດັງ​ໃນ​ອະດີດຂອງວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຫຼື CRI ຈະ​ນຳ​​ເອົາ​ຄວາມ​ເບີກບານ​ມ່ວນ​ຊື່ນມາ​ໃຫ້​ແກ່​ເພື່ອນ​ຜູ້​ຟັງທັງຫຼາຍ, ພົບ​ກັນ​ໃໝ່​ໃນ​ວັນ​ອັງ​ຄານ​ອາທິດໜ້າ, ສະບາຍດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ