"​ເມືອງ​​ສະ​ເໜ່"ຂອງງານ​ວາງສະ​ແດງສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ8ຕົກລົງ​ທັງໝົດ

(GMT+08:00) 2011-09-09 15:44:41     cri
ຕາມ​ຂ່າວສານ​ຈີນ: ວັນ​ທີ9ກັນຍາ​ນີ້, ກອງ​ເລຂາ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນ​ເປີດ​ເຜີຍ​ວ່າ, ປະຈຸ​ບັນ​ນີ້, ການຈັດ​ຕັ້ງ​ຂອງ​​ເຂດ​ວາງສະ​ແດງ"​ເມືອງ​ສະ​ເໜ່"​ເຊິ່ງ​ເປັນ​ໜຶ່ງ​ໃນຈຸດ​ສຸມຕ່າງໆ​ຂອງ​ງາ​ນວາງສະ​ແດງ​ສິນຄ້າ​ຈີນ​-ອາ​ຊຽນຄັ້ງ​ທີ8​ໄດ້​ດຳ​ເນີນ​ຢ່າງ​ສະດວກ, 11ປະ​ເທດ​ໄດ້ຕົກລົງ "​ເມືອງ​ສະ​ເໜ່"ທັງ​ໝົດ, ​ເມືອງ​​ເຫຼົ່າ​ນີ້​ຈະ​ແຂ່ງຂັນ​ກັນ​ທີ່​ນະຄອນນານ​ນິງ​ເຊິ່ງ​ເປັນ​ບ່ອນ​ຈັດ​ງານ​ວາງສະ​ແດງ​ສິນ ຄ້າ​ໃນ​ເດືອນ​ຕຸລາ​ທີ່​ຈະ​ມາ​ເຖິງ​ນີ້.

ຂ່າວ​ແຈ້ງວ່າ, "​ເມືອງ​ສະ​ເໜ່"ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​-ອາ​ຊຽນຄັ້ງ​ທີ8​ແມ່ນ, ​ແຂວງ​ໄຫ​ຫຼໍາຂອງ​ຈີນ, ນະຄອນຫຼວງບານ​ດາ​ເຊ​ຣີເບ​ກາ​ວັນຂອງ​ບຣູ​ໄນ, ​ແຂວງ​ລາ​ຕານາ​ກິ​ລີ​ຂອງ​ກຳ​ປູ​ເຈຍ, ​ແຂວງ​ບາ​ບູອາ ຕາ​ເວັນ​ຕົກ​ຂອງ​​ອິນ​ໂດ​ເນ​ເຊຍ, ​ແຂວງ​ຈຳປາ​ສັກ​ຂອງ​ລາວ, ​ແຂວງ​ໂຈ​ໂຮ​ຂອງ​ມະ​ເລ​ເຊຍ, ນະ​ຄອນ​ຫຼວງ​ເນ​ປີ​ດໍ​ຂອງ​ມຽນ​ມາ, ນະ​ຄອນ​ບຼິນ​ເຊ​ຊາ​ຂອງ​ຟີ​ລີບ​ປີນ, ນະຄອນ​ສິງ​ກະ​ໂປ​ຂອງ​ສິງກະ​ໂປ, ​​​ຈັງ​ຫວັດ​ຂອນ​ແກ່ນ​ຂອງ​ໄທ​ແລະ​ນະ​ຄອນ​ໂຮຍ​ເຢນ​ຂອງ​ຫວຽດ​ນາມ. ເນື້ອ​ທີ່​ທັງ​ໝົດ​ຂອງ​ເຂດ​ວາງສະ​ແດງ"ເມືອງ​ສະ​ເໜ່"ຂອງ​ງານ​ວາງສະ​ແດງ​ສິນ​ຄ້າ​ຄັ້ງ​ນີ້​ມີ1748ຕາ​ແມັດ, ​ເພີ່ມ​ຂຶ້ນ214ແມັດ​ຖ້າ​ທຽບ​ກັບ​ປີ​ກາ​ຍນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ