ນາຍົກ​ໄທ​ຢ້ຽມຢາມ​ກຳປູ​ເຈຍ ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຍັງ​ມີ​ສິ່ງ​ກີດ​ຂວາງ​ທີ່​ຈະ​ຄືນ​ສູ່​ປົກ​ກະ​ຕິ

(GMT+08:00) 2011-09-16 17:51:52     cri

ຕາມ​ຂ່າວCRI, ຕອນ​ບ່າຍ​ວັນ​ທີ 15 ກັນຍາ​ນີ້, ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ, ນາຍົກລັດຖະມົນຕີ​ໄທ ​ໄດ້​ຢ້ຽມຢາມສັນທະ​ວະ​ໄມຕີ​ກຳປູ​ເຈຍຢ່າງ​ເປັນ​ທາງ​ການ, ການ​ຢ້ຽມຢາມ​ຂອງ​ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ ເທື່ອ​ນີ້ ​ໄດ້ຖືກ​ວົງ​ການ​ພາຍ​ນອກ​ຖື​ວ່າ ​ເປັນ​ການ​ຢ້ຽມຢາມ​ເພື່ອ​ປັບປຸງ​ການ​ພົວພັນ​ລະຫວ່າງ​ໄທ​ກັບ​ກຳປູ​ເຈຍ​ທີ່​ຕົກ​ຢູ່​ໃນ​ສະພາບ​​ເຄັ່ງ​ຕຶງຍ້ອນ​ການ​ປະ​ທະ​ກັນ​ຢູ່ຕາມ​ເຂດ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ ຫຼັງຈາກ​ລັດຖະບານ​ໄທ​ຊຸດ​ໃໝ່​ຂຶ້ນກຳ​ອຳນາດ​ແລ້ວ. ສະນັ້ນ, ການ​ຢ້ຽມຢາມ​ເປັນ​ເວລາ​ສັ້ນໆ​ຂອງ ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ ​ເທື່ອ​ນີ້​ເປັນ​ເຫດການ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈຈາກຫຼາຍຝ່າຍ, ການ​ພົວພັນ​ລະຫວ່າງ​ໄທ​ກັບ​ກຳປູ​ເຈຍ​ກໍ​ກາຍ​ເປັນບັນຫາ​ຈຸດ​ສຸມ​ຂອງ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສຽງ​​ໃຕ້ອີກ​ເທື່ອ​ໜຶ່ງ.

ບັນຫາ​ຊາຍ​ແດນ​ແມ່ນ​ບັນຫາ​ຕົ້ນຕໍ​ຂອງ​ການ​ເຈລະຈາ​ລະຫວ່າງ​ຜູ້ນຳ​ຂອງ​ສອງ​ປະ​ເທດ, ກ່ອນ ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ ​ຈະ​​ເດີນທາງ​ໄປ​ຢ້ຽມຢາມກຳປູ​ເຈຍ, ຢູ່ພາຍ​ໃນ​ປະ​ເທດ​ໄທ​ກໍ​ມີຄວາມ​ເຫັນ​ແຕກ​ຕ່າງ​ກັນ​ກ່ຽວ​ກັບຫຼັກໝັ້ນຂອງ ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ ແລະ​ລັດຖະບານ​ຊຸດ​ໃໝ່ ຂອງ​ໄທ​ໃນ​ບັນຫາຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ, ທ່ານ​ນາງ​ຍິ່ງ​ລັກ​ໄດ້​ກ່າວ​ເນັ້ນຫຼາຍ​ເທື່ອ​ແລ້ວ​ວ່າ, ທ່ານ​ເອງ​ຈະ​ຖື​ສຳຄັນບັນຫາ​ດິນ​ແດນ​​ແລະ​ອະທິປະ​ໄຕຂອງຊາດ​​, ຈະຫ້າມ​ບໍ່​ໃຫ້ມີການ​ກະທຳ​​ໃດໆ​​ທີ່ລ່ວງ​ລ້ຳ​​ດິນ​ແດນ​ຂອງ​ຊາດ. ທ່ານ​ສຸຣະ​ພົງ,​ໂຕ​ວິ​ສັກ​ໄຊ​ກູນ ລັດຖະມົນຕີ​ວ່າການ​ກະຊວງ​ການຕ່າງ​ປະ​ເທດ​ໄທ ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ວ່າ, ​ໃນ​ເວລາ​ຢ້ຽມຢາມ​ຢູ່ກຳ​ປູ​ເຈຍ ຄື ວັນ​ທີ 15 ກັນຍາ​ນີ້, ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ​ກັບ​ຜູ້ນຳ​ປະ​ເທດ​ກຳປູ​ເຈຍ ​ໄດ້​ເວົ້າ​ເຖິງບົດ​ບັນທຶກ​​ຄວາມ​ເຂົ້າ​ໃຈ​ກັນ​ກ່ຽວ​ກັບ​ບັນຫາ​ຊາຍ​ແດນ​ສອງ​ປ​ເທດ, ​ແລະ​​ສອງ​ປະ​ເທດ​ຮ່ວມ​ກັນ​​ໃຊ້​ມາດ​ຕະ ການ​ຕ່າງໆ, ​ເຊັ່ນ: ຈັດ​ວາງ​ກອງ​ທະຫານ​ປະຈຳ​ເຂດ​ຊາຍ​ແດນຄືນ​ໃໝ່ ​ເຊິ່ງປະຕິບັດ​ຕາມ​ການ​ຕັດສິນ​ຂອງ​ສານ​ສາກົນດັ່ງ​ນີ້​ເປັນຕົ້ນ, ​ແຕ່​ສອງ​ຝ່າຍ​ຍັງ​ບໍ່​ໄດ້​ຕົກລົງ​ເວລາ​ການ​ປະຕິບັດມາດ​ຕະການດັ່ງກ່າວ​ຢ່າງ​ລະອຽດ, ລັດຖະສະພາ​ໄທ​ຈະ​ໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ເລື່ອງນີ້​ໃນ​ອາທິດ​ໜ້າ.

​ເຖິງ​ວ່າ​ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ ໄປ​ຢ້ຽມຢາມ​ກຳປູ​ເຈຍ​ພຽງ​ແຕ່​ເຄິ່ງມື້​ເທົ່າ​ນັ້ນ, ​ແຕ່​ພາຍ​ນອກ​ມີ​ຄວາມ​ຫວັງອ່າວ​ສູງ​ຕໍ່​ການ​ຢ້ຽມຢາມ​ຂອງ ທ່ານ​ນາງ​ຍິ່ງ​ລັກ ​ໃນເທື່ອ​ນີ້. ຫຼັງຈາກພັກ​ເພື່ອ​ໄທ​ແລະ​ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ ​ໄດ້​ຊະນະ​ການເລືອກ​ຕັ້ງ​ໃນ​ເດືອນ​ກໍລະກົດ, ລັດຖະບານ​ແລະ​ກະ ຊວງ​ການ​ຕ່າງປະ​ເທດ​ກຳປູ​ເຈຍ ກໍ​ໄດ້​ສົ່ງ​ໂທລະ​ເລກ​ມາອວຍພອນ​​ພັກ​ເພື່ອ​​ໄທ​ໄດ້​ຊະນະ​ການ​ເລືອກ​ຕັ້ງ ​ແລະ ທ່ານ​ນາງ​ຍິ່ງ​ລັກໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີ​ໄທ. ທ່ານ​ຮູ​ນ​ແຊນ, ນາຍົກລັດຖະມົນຕີກຳປູ​ເຈຍ​ກັບ​ທ່ານທັກສິນ ຊິນນະ​ວັດ, ອະດີດ​ນາຍົກລັດຖະມົນຕີ​ໄທ ມີ​ການ​ພົວພັນ​ຢ່າງ​ສະໜິດສະໜົມ​ໃນ​ຖານະ​ສ່ວນ​ຕົວ, ກ່ອນ​ໜ້າ​ນີ້, ສອງ​ປະ​ເທດ​ເຄີຍ​ເກີດ​ການ​ວິວາດ​ກັນ​ທາງ​ການ​ຕ່າງປະ​ເທດ​ຍ້ອນ​ລັດຖະບານ​ກຳປູ​ເຈຍ​​ເຊື້ອເຊີນທ່ານ​ທັກສິ​ນມາ​ເປັນ​ທີ່​ປຶກສາ​ດ້ານ​ເສດ​ຖະກິດ. ນັກວິ​ເຄາະ​ເຫັນ​ວ່າ, ການ​ໄປ​ຢ້ຽມຢາມ​ກຳປູ​ເຈຍຂອງທ່ານ​ນາງ​ຍິ່ງ​ລັກ ​ເທື່ອ​ນີ້ ກໍ​ອາດ​ຈະ​ບົ່ງ​ບອກ​ວ່າ, ການ​ພົວພັນ​ລະຫວ່າງ​ໄທ​ກັບ​ກຳປູ​ເຈຍ​ກ້າວ​ໄປ​ສູ່​ຄວາມ​ປອງ​ດອງ​ກັນ​ຄືນ​ໃໝ່.

ນອກ​ນີ້, ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ ຫຼັງຈາກ​ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ ​ສິ້ນ​ສຸດ​ການ​ຢ້ຽມຢາມ​ກຳປູ​ເຈຍ​​​ໃນ​ວັນ​ທີ 15 ​ແລະມື້​ຕໍ່​ມາ, ກໍ​ຄື ວັນ​ທີ 16 ກັນຍານີ້, ທ່ານ​ທັກສິນ ຊິນນະ​ວັດ, ອ້າຍ​ຂອງ​ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ, ອະດີດ​ນາຍົກລັດຖະມົນຕີ​ໄທ ກໍ​ເດີນທາງ​ໄປ​ຢ້ຽມຢາມ​ກຳປູ​ເຈຍ. ​ເຖິງ​ວ່າ​ກ່ອນ​ໜ້າ​ນີ້ ທ່ານ​ຮູ​ນ​ແຊນ, ນາຍົກລັດຖະມົນຕີກຳປູ​ເຈຍ​ໄດ້​ກ່າວ​ວ່າ, ທ່ານ​ທັກສິນ​​ໄປ​ຢ້ຽມຢາມ​ກຳປູ​ເຈຍ​ເທື່ອ​ນີ້​ແມ່ນ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ເສດຖະກິດ​ອາຊີ, ບໍ່​ໄດ້​ກ່ຽວ​ພັນ​ເຖິງ​ການ​ຢ້ຽມຢາມ​ກຳປູ​ເຈຍ​ຂອງ​ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ, ສ່ວນ​ທ່ານ​ນາງ​ຍິ່ງລັກ​ເອງ ກໍ​ໄດ້​ກ່າວ​ເນັ້ນຫຼາຍ​ເທື່ອ​ວ່າ, ຫວັງ​ວ່າ​ພາຍ​ນອກ​ບໍ່​ຄວນ​ຖື​​ເອົາການ​ໄປ​ຢ້ຽມຢາມກຳປູ​ເຈຍ​ຂອງ​ທ່ານ​ທັກສິນຊິນນະ​ວັດ​​ໄປ​ພົວພັນກັບ​ການ​ໄປ​ຢ້ຽມຢາມ​ຂອງ​ທ່ານ​ເອງ. ​ແຕ່​ທັງສອງ​ຄົນ​ໄດ້​ໄປ​ຢ້ຽມຢາມກຳປູ​ເຈຍ​ເກືອບ​ໃນ​ເວລາ​ດຽວ​ກັນ, ການຈັດ​ວາງ​ແບບ​ນີ້​​​ຄຳ​ນຶງເຖິງ​ບັນຫາ​ການ​ເມືອ​ງແນວ​ໃດ​ແດ່, ການ​ຟື້ນ​ຟູ​ການ​ພົວພັນ​ລະຫວ່າງ​ໄທ​ແລະ​ກຳປູ​ເຈຍ ​ເວົ້າສຳລັບ​ການ​ຂ້າມ​ຜ່ານ​ຢ່າງ​ໝັ້ນທ່ຽງ​ຂອງ​ສະຖານະ​ການ​ການ​ເມືອງ​ຂອງ​ໄທ​ແລ້ວ ​ແມ່ນ​​ມີຜົນດີຫຼື​ມີຜົນ​ຮ້າຍ, ການສະ​ແດງຕົວ​​ຂອງທ່ານ​ທັກສິນ ຊິນນະ​ວັດຈະ​ມີ​ຜົນ​ສະທ້ອນ​ແນວ​ໃດ​ຕໍ່​ສະຖານະ​ການ​ການ​ເມືອງ​ຂອງ​ໄທ​ແລະ​ການ​ພົວພັນ​ລະຫວ່າງ​ໄທ​ແລະ​ກຳປູ​ເຈຍ, ທັງ​ໝົດ​ເຫຼົ່ານີ້​ກໍຍັງຈະ​ມີ​ການ​ປ່ຽນ​ແປງຫຼາຍຢ່າງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ