ສະພາກາ​ແດງ​ຈີນ​​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ຟີ​ລິບ​ປີນ​ແລະ​ປະ​ເທດ​ປະ​ສົບ​ໄພ​ພິບັດ

(GMT+08:00) 2011-11-02 15:23:40     cri
ຕາມ​ຂ່າວ​ສານ​ຊິນ​ຮວາ: ສະພາກາ​ແດງຈີນ​ແຈ້ງ​ຂ່າວຕໍ່​ຕ່າງປະ​ເທດ​ວ່າ, ​ໄດ້​ສະ​ໜອງ​ການ​ຊ່ວຍ​ເຫຼືອ​​ໃຫ້ແກ່​ຫວຽດນາມ, ຟີ​ລິບປີນ​, ຕວກກີ​ແລະ​ປະ​ເທດ​ອື່ນໆ​ທີ່​ຖືກ​ໄພພິບັດ​ໃນ​ມໍ່ໆ​ມາ​ນີ້.

​ໃນ​ມໍ່ໆ​ມາ​ນີ້, ປະ​ເທດ​ອາຊີ​ອາຄະ​ເນ​ຈຳນວນ​ໜຶ່ງ​ໄດ້​ເກີດ​ໄພ​ນ້ຳ​ຖ້ວມ​ທີ່​ມີຄວາມ​ຮຸນ​ແຮງ​ໃນລະດັບ​ແຕກ​ຕ່າງ​ກັນ, ຕວກກີ​ໄດ້​ເກີດ​ໄພ​ແຜ່ນດິນ​ໄຫວ​ຂັ້ນ7,2ລິກ​ເຕີ. ຂ່າວ​ແຈ້ງວ່າ, ​ເພື່ອ​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ປະ​ເທດ​ທີ່​ປະສົບ​ໄພ​ດັ່ງກ່າວ​ຂອງ​ປະຊາຊົນ​ຈີນ, ສະພາກາ​ແດງ​ຈີນ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອສຸກ​ເສີນ​ຈຳນວນ5ໝື່ນ​ໂດ​ລາ​ແກ່​ຕວກກີ, ​ໃຫ້ການ​ຊ່ວຍ​ເຫຼືອ​ສຸກ​ເສີນ​3​ໝື່ນ​ໂດ​ລາ​ແກ່​ຫວຽດນາມ, ຟີ​ລິບ​ປີນ​, ​ເພື່ອ​ຊ່ວຍ​ເຫຼືອ​ອົງການ​ກາ​ແດງ​ແຫ່ງ​ຊາດ​ຂອງ​ປະ​ເທດ​ດັ່ງ​ກ່າວ​ປະ​ຕິ​ບັດ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ.

ຂ່າວ​​ແຈ້ງວ່າ, ສະພາກາ​ແດງ​ຈີນ​ຈະ​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ຢ່າງ​ສະໜິດ​ແໜ້ນ​ກັບ​ສະພາກາ​ແດງ​ແລະສະພາຊີກ​ວົງ​ເດືອນໃໝ່​ຂອງ​ສະ​ພາ​ກາ​ແດງ​ໃນ​ບັນດາ​ປະ​ເທດ​ທີ່​ໄດ້​ປະສົບ​ໄພພິບັດ, ​ເອົາ​ໃຈ​ໃສ່​​ໃນການ​ພັດທະນາ​ຂອງ​ສະພາບ​ໄພພິບັດ​ແລະ​ການ​ດຳ​ເນີນ​ວຽກ​ງານ​​ກູ້​ໄພ​ຂອງ​ປະ​ເທດ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ