ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ​ຄວນ​ເພີ່ມ​ທະວີ​ໃນການ​ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວສານ​ໃຫ້​ໄດ້​ດີ

(GMT+08:00) 2011-11-11 11:48:01     cri

ຕາມ​ຂ່າວ "ໜັງ​ສື​ພິມ​ປະຊາຊົນລາຍ​ວັນ", ກອງ​ປະຊຸມ​ສໍາ​ມະ​ນາການ​ຮ່ວມ​ມື​ດ້ານ​ສື່​ມວນ​ຊົນ​ອາຊຽນ​ແລະຈີນ, ຍີ່ປຸ່ນ,ສ. ​ເກົາ​ຫລີ(10+3)ຄັ້ງ​ທີ4​ໄດ້​ຈັດຂຶ້ນ​ຢູ່​ນະຄອນ​ຈີ​ນານ​ແຂວງ​ກວາງຕຸ້ງ​ໃນ​ວັນ​ທີ8​ເດືອນ​ພະ​ຈິກ​ນີ້. ທ່ານ​ອິມ​ໂລ​ນ ​ໂຄ​ຕັນ, ​ເອກ​ອັກຄະ​ລັດ​ຖະ​ທູດ​ອິນ​ໂດ​ເນ​ເຊຍ​ປະ​ຈໍາ​ຈີນ​ໄດ້​ກ່າວ​ຄໍາ​ປາ​ໄສ, ​ໂດຍ​ກ່າວ​ເນັ້ນ​ວ່າ​ຄວນ​ເພີ່ມ​ທະ​ວີ​ໃນ​ການ​ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວສານ​ໃຫ້​ໄດ້​ດີ.

ທ່ານ​ກ່າວ​ວ່າ, ​ເຕັກນິກ​ໃໝ່​ສາມາດ​ເຮັດ​ໃຫ້​ປະຊາຊົນ​ຮັບ​ຮູ້ຂໍ້​ມູນຂ່າວສານ​ຫລາຍ​ຂຶ້ນກວ່າ​ເກົ່າ, ​ແລະ​ໄວ​ກວ່າ​ເກົ່າ, ພ້ອມ​ກັນ​ນັ້ນຍັງ​ສ້າງ​ໂອ​ກາດ​ໃຫ້ຄົນ​ທີ່ບໍ່​ມີ​ໂອກາດສະ​ແດງ​ຄໍາ​ເຫັນມາ​ກ່ອນ​ໄດ້​ມີໂອກາດ​ປະ​ກອບ​ຄໍາ​ເຫັນ. ​ແຕ່​ວ່າ, ​ຖ້າ​ບໍ່​ສາມາດ​ຄຸ້ມ​ຄອງ​ສື່​ແບບ​ໃໝ່​ໄດ້ດີ, ກໍ​ອາດຈະ​ເກີດ​ບັນຫາ​ຕ່າງໆ. ທ່ານ​ເຫັນ​ວ່າ, ສື່​ແບບ​ໃໝ່​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນ​ສໍາ​ຄັນກ​ໃນ​ການ​ຕິດ​ຕໍ່​ພົວພັນກັບ​ທົ່ວ​ໂລກ, ສະ​ນັ້ນ​ຄວນ​ເອົາ​ໃຈ​ໃສ່​ຕໍ່​ການ​ພັດທະນາ​ຂອງ​ສື່​ແບບ​ໃໝ່, ພ້ອມ​ກັນ​ນັ້ນ, ຍັງ​ຕ້ອງ​ພະ​ຍາ​ຍາມ​ບໍ່​ໃຫ້​ສື່​ມວນໃໝ່​ສົ່ງ​ຜົນ​ກະທົບ​ແກ່​ການ​ພັດທະນາ​ຂອງ​ເສດ​ຖະກິດ​ໃນພາກ​ພື້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ