ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ​ໄດ້​ເດີນທາງ​ເຖິງ​ເຢແມນ​ແລ້ວເພື່ອປຶກສາ​ຫາລືການ​ແກ້​ໄຂ​ວິ​ກິດ​ການ​ເຢ​ແມນ

(GMT+08:00) 2011-11-11 15:16:52     cri

ທ່ານ​ຈາ​ມານ ບິນ​ໂອ​ມາ, ທູດ​ພິ​ເສດຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ບັນ​ຫາ​ເຢ​ແມນ, ທັງ​ເປັນທີ່​ປຶກ​ສາ​ດ້ານ​ການ​ເມືອງ​ຂອງທ່ານ​ບານ​ກີ​ມູນ, ​ເລ​ຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​​ເດີນ​ທາງ​ຮອດ​ນະ​ຄອນ​ຫລວງ​ຊັນ​ນາ​ຂອງ​ເຢ​ແມນ​​ໃນ​ວັນ​ທີ10​ພະ​ຈິກ​ນີ້, ​ເພື່ອ​ປຶ​ກສາ​ຫາລື​​ໃນການ​ແກ້​ໄຂ​ວິ​ກິດ​ການ​ຢູ່​ເຢແມນ.

ທ່ານ​ຈາ​ມານ ບິນ​ໂອ​ມາ​ຈະ​ເຈລະ​ຈາ​ກັບ​ເຈົ້າ​ໜ້າ​ທີ່​ລັດຖະບານ,ພັກ​ກໍາ​ອໍານາດ,​ແລະ​ຝ່າຍ​ຕໍ່​ຕ້ານ​ລັດຖະ​ບານ​ຂອງ​ເຢ​ແມນ, ​ເພື່ອຄົ້ນ​ຄວ້າ​ບາງ​ແນວທາງ​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ທາງ​ການ​ເມືອງ​ຂອງ​ເຢ​ແມນ, ​ແລະ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ລົງ​ນາມ​ໃນ​ສັນຍາ​ໄກ່​ເກ່ຍທີ່​ມີ​ຈຸດປະສົງ​ແກ້​ໄຂ​ວິ​ກິ​ການ​ເຢ​ແມນ​ໂດຍ​ໄວ​ທີ່​ສະ​ເໜີ​ໂດຍຄະນະ​ກໍາມະ​ການ​ຮ່ວມ​ມືປະ​ເທດ​ອາ​ລັບ​ອ່າວ​ເປີ​ເຊຍ​.

ໃນ​ມື້​ດຽວ​ກັນ, ຜູ້​ປະທ້ວງ​ລັດ​ຖະ​ບານ​ເຢ​ແມນ​ຫລາຍ​ໝື່ນ​ຄົນ​ໄດ້​ເດີນຂະ​ບວນ​ປະ​ທ້ວງ​ຢູ່​ນະຄອນ​ຫລວງ​ຊັນ​ນາ​ແລະ​ແຂວງ​ຕັນ​ສ໌, ຜູ້​ປະ​ທ້ວງ​ໄດ້​ປະ​ທະ​ກັບ​ກຸ່ມສະ​ໜັບ​ສະ​ໜູນ​ລັດຖະບານ, ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ1​ຄົນ, ​ແລະ​ມີຜູ້​ໄດ້​ຮັບ​ບາດ​ເຈັບ8​ຄົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ