ນາຍົກ​ຈີນ​ຮຽກຮ້ອງ​ໃຫ້​ສືບ​ຕໍ່​ຖື​10+3​ເປັນ​ຊ່ອງ​ທາງ​ຕົ້ນ​ຕໍ​ເພື່ອຊຸກ​ຍູ້​ການ​ສ້າງ​ອາ​ຊີ​ຕາ​ເວັນ​ອອກ​ເຊື່ອມ​ໂຍງ​ເຂົ້າ​​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ

(GMT+08:00) 2011-11-18 18:42:38     cri

ຕອນ​ບ່າຍ​ວັນ​ທີ18​ພະຈິກ​ນີ້, ຢູ່​ເກາະບາ​ຫລີ, ທ່ານ​ເວີ່ນ​ເຈ່ຍ​ປາວ, ນາ​ຍົກ​ລັດຖະມົນຕີຈີນ​ກ່າວ​ວ່າ, ການ​ຮ່ວມ​ມື​ໃນ​ອາຊີ​ຕາ​ເວັນ​ອອກ​ກໍາລັງ​ຢູ່​ໃນ​ໄລຍະ​ສໍາ​ຄັນ, ຍຶດໝັ້ນ​ໃຫ້​ອາ​ຊຽນ​ເປັນ​ຜູ້​ນໍາ, ​ເຮັດ​ໃຫ້​ຫົວ​ຂໍ້ "ການ​ພັດ​ທະນາ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ"ພົ້ນ​ເດັ່ນຂຶ້ນ, ສືບ​ຕໍ່​ຖືອາ​ຊຽນ,ຈີນ, ຍີ່​ປຸ່ນ,ສ.​ເກົາຫລີ​ຫລື10+3​ເປັນ​ຊ່ອງ​ທາງ​ຕົ້ນຕໍ​ເພື່ອ​ຊຸກ​ຍູ້​ການ​ສ້າງ​ອາ​ຊີ​ຕາ​ເວັນ​ອອກ​ເຊື່ອມ​ໂຍງ​ເຂົ້າ​​ເປັນອັນ​ໜຶ່ງ​ອັນ​ດຽວ​, ​ແມ່ນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ປະ​ເທດ​ຕ່າງໆ.

ໃນ​ມື້​ດຽວ​ກັນ, ທ່ານ​ເວີ່​ນ​ເຈ່ຍ​ປາວ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊຽນ-ຈີນ,ຍີ່ປຸ່ນ,​ສ.​ເກົາຫລີ​ຄັ້ງ​ທີ​14​ແລະ​ກ່າວ​ຄໍາ​ປາ​ໄສ. ທ່ານ​ກ່າວ​ວ່າ, ປະຈຸ​ບັນ, ຜົນ​ສະ​ທ້ອນ​ຈາກ​ວິ​ກິດ​ການ​ການ​ເງິນ​ຍັງ​ແຜ່​ລາມ​ຢູ່. ປັດ​ໄຈ​ສັບ​ສົມ​ຕ່າງໆ​ເຮັດ​ໃຫ້​ອະນາ​ຄົດ​ຂອງ​ເສດຖະກິດ​ໂລກ​ບໍ່​ມີ​ຄວາມ​ແນ່​ນອນ​ແລະ​ໝັ້ນ​ທ່ຽງ. ປະ​ເທດ​ຕ່າງ​ໃນ​ອາຊີ​ຕາ​ເວັນ​ອອກ​ຄວນ​ນໍາ​ໃຊ້ມາດ​ຕະການ​ທີ່​ເຂັ້ມ​ແຂງກວ່າ​ເກົ່າ, ​ເພີ່ມ​ທະ​ວີ​ຄວາມ​ສາມັກຄີ​ແລະ​ກໍາ​ລັງ​​ແຮງ​ແຫ່ງ​ຂອງ​ການ​ພັດທະນາ, ຜ່ານ​ການ​ລົງ​ເລິກ​ການ​ຮ່ວມ​ມື, ຍົກ​ສູງຄວາ​ມສາມາດ​ໃນ​ການ​ຕໍ່ຕ້ານ​ຄວາມ​ສ່ຽງ​ແລະ​ກໍາລັງ​ແຂ່ງຂັນ​ໂດຍ​ລວມ,ຢືນຢູ່​ໃນ​ຖານະ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ການ​ປ່ຽນ​ແປງ​ສະຖານະ​ການ​ໂລກ.

ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ, ​ໃນ​ອະ​ນາ​ຄົດ, ອາ​ຊຽນບວກ​3ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ4​ດ້ານ, ອັນ​ທີ1​ແມ່ນ​ເລັ່ງລັດ​ຊຸກ​ຍູ້​ການຫັນ​ການ​ຄ້າ​ໃນ​ພາກ​ພື້ນ​ເປັນ​ແບບ​ເສລີ​ແລະ​ສະ​ດວກ. ບົນ​ພື້ນຖານ​ທີ່​ເຄົາລົບ​ຖານະ​ໃຈກາງ​ຂອງ​ອາ​ຊຽນຢ່າງ​ເຕັມທີ່, ​ຄ່ອຍ​ເປັນ​ຄ່ອຍ​ໄປ, ຄໍານຶງ​ເຖິງ​ຄວາມ​ສົນ​ໃຈ​ຂອງ​ຝ່າຍ​ຕ່າງໆ, ຊຸກ​ຍູ້​ເຂດ​ການ​ຄ້າ​ເສລີ​ອາຊີຕາ​ເວັນ​ອອກ​ແລະ​ການ​ພົວພັນ​ຄູ່​ຮ່ວມ​ມືດ້ານ​ເສດຖະກິດ​ຮອບດ້ານ​ອາຊີ​ຕາ​ເວັນ​ອອກ. ອັນ​ທີ2​ແມ່ນຍົກ​ສູງ​ລະດັບ​ການ​ຮ່ວມມື​ດ້ານການ​ເງິນ​ໃນ​ພາກ​ພື້ນ. ຍົກ​ສູງ​ລັກສະນະ​ບັງ​ເກີດ​ຜົນ​ຂອງ​ສັນ​ຍາຫລາຍ​ຝ່າຍ​ຂອງ​ຂໍ້​ລິ​ເລີ່​ມຊຽງ​ໃໝ່, ​ເພີ່ມ​ຄວາມ​ສາມາດ​ສະກັດ​ກັ້ນ​ວິ​ກິດ​ການ, ຕັ້ງ​ໜ້າ​ຊຸກ​ຍູ້​ການ​ກໍ່ສ້າງ​ຕະຫລາດ​ພັນ​ທະ​ບັດ​ຂອງ​ອາຊີ, ຊຸກ​ຍູ້​ການຈໍາ​ໜ່າຍ​ພັນ​ທະ​ບັດ​ສະ​ກຸນ​ເງິນຕົນ, ​ເພີ່ມ​ທະວີ​ການ​ຄົ້ນ​ຄວ້າ​ໃນ​ຂົງ​ເຂດ​ໃໝ່​ເຊັ່ນ, ການ​ຊໍາ​ລະ​ດ້ວຍ​ສະ​ກຸນ​ເງິນ​ຂອງ​ຕົນ​ໃນ​ການ​ຄ້າ​ໃນ​ພາກ​ພື້ນ​ແລະ​ອື່ນໆ. ອັນ​ທີ3​ແມ່ນ​ເພີ່​ມການ​ລົງ​ທຶນ​ໃນ​ດ້ານ​ການ​ກໍ່ສ້າງ​ເຊື່ອມ​ຕໍ່​ກັນ​ໃນ​ອາຊີຕາ​ເວັນ​ອອກ. ສຸດ​ທ້າຍແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ,​ວິທະຍາ​ສາດເຕັກ​ໂນ​ໂລ​ຊີ, ພະລັງງານ​ໃໝ່​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ