ມຽນມາ​ຫວັງ​​ໃຫ້​ຕ່າງປະ​ເທດ​​ເຂົ້າ​ລົງ​ທຶນ​ໃນ​ການພັດທະນາ​ພະລັງງານ​ປ່ຽນ​​ເປັນ​ໂຄງການ​ຜະລິດ

(GMT+08:00) 2011-11-24 17:57:15     cri
ຕາມ​ຂ່າວ​ຈາກ​ໜັງສືພິມລາຍ​ສັບປະດາ​ຂອງ​ມຽນມາ: ທ່ານ​ອູ ອ໋ວງ ນຽນ​ໂອຮອງ​ຫົວໜ້າ​ກົມ​ການ​ລົງທຶນຂອງ​ກະຊວງ​ແຜນການ​ແລະ​ການ​ພັດທະນາ​ດ້ານ​ເສດຖະກິດ​ແຫ່ງ​ຊາດ​ມຽນມາ​ກ່າວ​ວ່າ, ນັບ​ແຕ່​ປີ2010​ເປັນ​ຕົ້ນ​ມາ, ມີ​ການ​ລົງ​ທຶນ​ຈາກ​ຕ່າງປະ​ເທດ​ເຂົ້າ​ສູ່​ມຽນມາ​ຢ່າງ​ຫຼວງ​ຫຼາຍ​, ​ແຕ່​ວ່າ85%ແມ່ນ​ລົງທຶນ​ໃນໂຄງການ​ພື້ນຖານ​ກ່ຽວ​ກັບ​ການ​ພັດທະນາ​ພະລັງງານ. ລັດຖະບານ​ມຽນ​ມາ​ຫວັງ​ໃຫ້​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ຢູ່​ມຽນມາ​ປ່ຽນ​ໄປ​ສູ່​ຂົງ​ເຂດ​ອື່ນໆ. ລັດຖະບານ​ຈະ​​​ເພີ່ມ​ທະວີ​ວຽກ​ງານ​ການ​ເລັ່ງລັດ, ຊຸກຍູ້​ການ​ລົງທຶນທີ່​​ເລັ່ງ​ໃສ່ຂະ​ແໜງ​ການ​ຜະລິດ​ແລະ​ການ​ບໍລິການ​ເປັນ​ພື້ນຖານ.

ທ່ານ​ອູ ອ໋ວງບຽນ​ໂອກ່າວ​ວ່າ, ​ເດືອນພຶດສະພາ​ປີ2010ຜ່ານ​ມາ, ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ຢູ່​ມຽນມາ​ໄດ້​ບັນລຸ​ເຖິງ8ຕື້​ໂດ​ລາ, ​ເຊິ່ງ​ໄດ້​ສ້າງ​ສະຖິຕິ​ສູງ​ສຸດ​ດ້ານ​ການ​ລົງ​ທຶນ​ພາຍໃນເດືອນດຽວ, ​ແຕ່​ວ່າ​ໂຄງການ​ການ​ລົງທຶນ​ລ້ວນ​ແຕ່​​​ເລັ່ງ​ໃສ່​ຂົງ​ເຂດ​ພະລັງງານໄຟຟ້າ​ນ້ຳຕົກ, ບໍ່​ແຮ່, ​ອາຍ​ແກັສທຳ​ມະ​ຊາດ​ແລະ​ນ້ຳມັນ​ເຊື້ອ​​ໄຟ, ​ເກືອບ​ບໍ່​ມີ​ການ​ລົງ​ທຶນ​ກ່ຽວ​ກັບ​ຂະ​ແໜງ​ການ​ກະ​ສິ​ກຳ, ການ​ກໍ່ສ້າງ, ການລ້ຽງສັດ​ແລະ​ຂະ​ແໜງ​ການ​ຜະລິດ​ອື່ນໆ. ນັບ​ແຕ່​ສົກ​ງົບປະມານ​ນີ້​ເປັນ​ຕົ້ນ​ໄປ, ຄຽງ​ຄູ່​ກັບ​ການປັບປຸງ​ຂອງ​ກົດໝາຍ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ, ຈະ​ມີ​ການ​ປ່ຽນ​ແປງ​ໃນ​ຂົງ​ເຂດ​ການ​ລົງ​ທຶນ.

ປະຈຸ​ບັນ​ນີ້​ໂຄງການ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ຢູ່​ມຽນມາ​ລວມມີ400​ໂຄງການ, ມູນ​ຄ່າ​ການ​ລົງ ທຶນ​ທີ່​ໄດ້​ຮັບ​ການ​ອະ​ນຸ​ຍາດ​ມັດ​ແຕ່​ປີ2011​ໄດ້​ບັນລຸ36ຕື້​ໂດ​ລາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ