​ກອງທັບ​ໄທ​ຈະ​ສືບ​ຕໍ່​ປະຈຳ​ຢູ່​ເຂດຊາຍ​ແດນບໍລິ​ເວນ​ຜາສາດ​​ແປຣວີ​ເຮຍ

(GMT+08:00) 2011-11-24 17:59:38     cri
ຕາມ​ຂ່າວCRI: ວັນ​ທີ23ພະຈິກ​ນີ້, ຫຼັງ​ຈາກທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດນາຍົກລັດ ຖະມົນຕີ​ໄທ​ໄດ້​ປຶກສາ​ຫາລື​ກັບ​ພົນ​ເອກ ຢຸດ​ທະ​ສັກ ສະສິ​ປຣະພາ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດ​​ໄທ​ແລະ​ພົນ​ເອກ ປະຍຸດ ຈັນ​ໂອຊາ​ຜູ້​ບັນຊາ​ການ​ຂອງ​ກອງທັບ​ບົກ​​ແລະ​ຜູ້ນຳ​ລະດັບ​ສູງ​ທ່ານ​ອື່ນໆ​ຂອງກອງທັບໄທ​ກ່ຽວ​ກັບ​ເຂດບໍລິ​ເວນ​ຜາ​ສາດ ​​ແປຣວີ​ເຮຍຢູ່​ຊາຍ​ແດນ​ລະຫວ່າງ​ໄທ​ກັບ​ກຳປູ​ເຈ​ຍທີ່​ມີ​ຄວາມ​ຂັດແຍ່ງ​ກັນ, ​ເພື່ອ​ຮັບປະກັນ​ຖານະ​ອະທິປະ​ໄຕ​ຂອງ​ໄທ.

ນາງ​ຍິ່ງ​ລັກ ຊິນນະ​ວັດ​ກ່າວ​ວ່າ, ລັດຖະບານ ຍັງ​ບໍ່​​ມີ​ຂໍ້​ຕົກລົງ​ຖອນ​ທະ​ຫານ​ອອກ​ຈາກ​ເຂດ​ດັ່ງ​ກ່າວ.​ລັດຖະບານ​ຈະ​ຖ້າ​ໃຫ້​ຄະນະ​ກຳມະການຊາຍ​ແດນ​ທົ່ວ​​ໄປ​ລະຫວ່າງ​ໄທ​ກັບ​ກຳປູ​ເຈ້ຍ​ມີ​ຂໍ້​ຕົກລົງ​ແລ້ວ​ຈຶ່ງຕັດ​ສິນ​ໃຈ​ຕາມ​ພາຍຫຼັງ, ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ​ກ່າວ​ຕື່ມ, ​ວ່າ​ລັດຖະບານ​ຂອງ​ເພີ່ນ​ຈະ​ພະຍາຍາມ​ຢ່າງ​ສຸດ​ຂີດ​ເພື່ອ​ປົກ​ປ້ອງອະທິປະ​ໄຕ​ຂອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ