ປີໜ້າຈັງຫວະການ​ເຕີບ​ໂຕ​ຂອງ​ອຸດສາຫະກຳ​ຈີນຈະ​ຫຼຸດ1-2%

(GMT+08:00) 2011-11-25 14:42:51     cri
ຕາມ​ຂ່າວCRI: ວັນ​ທີ24ພະຈິກ​ນີ້, ທ່ານຮວງ​ລີ​ປີນ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ອຸດສາຫະກຳ​ແລະ​ຂໍ້​ມູນ​ຂ່າວສານ​ຈີນ​ເປີດ​ເຜີຍ​ວ່າ, ຄວາມ​​ໄວ​​​ໃນການ​ເຕີບ​ໂຕ​ທາງ​ດ້ານ ອຸດສາຫະກຳ​ທັງ​ໝົດ​ຂອງ​ຈີນ​​ໃນ​ປີ​ນີ້​ຄາດ​ວ່າຈະ​​​ຢູ່​ໃນ​ລະດັບ10,8%ຫາ10,9%, ​ເຊິ່ງ​ໃນ​ນັ້ນ, ຄວາມ​​ໄວ​ໃນ​​ການ​ເຕີບ​ໂຕ​ຂອງ​ອຸດສາຫະກຳ​ຂະໜາດ​ໃຫຍ່​ແມ່ນ​ຢູ່​ໃນ​ລະດັບ13,8% ຫາ14%, ​ແຕ່​ຄາດ​ວ່າການ​ເຕີບ​ໂຕ​ທາງດ້ານ​ອຸດສາຫະກຳ​ໃນ​ປີໜ້າ​ຈະຫຼຸດ​ຕ່ຳລົງ, ​ໃນ​ເບື້ອງ​ຕົ້ນຄາດ​​ວ່າຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ຂອງ​ອຸດສາຫະກຳ​ຂະໜາດ​ໃຫຍ່​ໃນ​ປີໜ້າ​ຈະ​ຫຼຸດ​ລົງ1-2%​.

ທ່ານ​ຈິນ​ເປີ​ຍຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ອຸດສາຫະກຳ​ຂອງສະພາ​ບັນ ດິດ​ວິທະຍາສາດຈີນ​ກ່າວ​ວ່າ, ​ເຖິງ​ແມ່ນ​ວ່າ​ປະຈຸ​ບັນ​ນີ້ຕະຫຼາດ​ມີ​ຄວາມ​ເປັນ​ຫ່ວງ​ນຳ​ປັດ​ໄຈ​ໄລຍະ​ສັ້ນ, ​ແຕ່​ວ່າ​ພາຍ​ໃຕ້ທິດ​ທາງ​ລວມຈາກ​ການ​ເຕີບ​ໂຕ​ທີ່​ມີ​ຄວາມ​ໄວ​ສູງປ່ຽນ​ເປັນ​ການ​ເຕີບ​ໂຕ​ທີ່​ມີຄວາມ​ໄວ​ອ່າວ​ສູງ, ​ແຕ່ຖ້າຫາກວ່າ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ອຸດສາຫະກຳ​ບໍ່​ຫຼຸດ​ລົງ​ຕາມ​ທ່ວງທ່າ​ນີ້, ກໍ່​ໝາຍ​ຄວາມ​ວ່າການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ຈີນ​ໃນ​ໄລຍະ​ກາງ​ແລະ​ຍາວ​ຍັງ​ຈະ​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ໄວ້​ໄດ້ແລະ​ມີ​ຄວາມ​ໄວ​ອ່າວ​ສູງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ