​​ກິດຈະ​ກຳ​ໂຄ​ສະນາ​ການທ່ອງທ່ຽວ​ທາງບົກ​ຕໍ່​ອາຊີ​ອາຄະ​ເນ​ຂະໜາດ​ໃຫຍ່​ທີ​ສຸດ​ຂອງ​ຈີນຈະ​ໄຂ​ຂຶ້ນ​ຢູ່​ເມືອງ​ຄຸ່ນໝິງ

(GMT+08:00) 2011-11-28 17:14:15     cri
ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ເຊົ້າ​ວັນ​ທີ27ພະຈິກ​ນີ້, ທ່ານ​ຮວງ​ຈູ​ນ​ເຟີ​ງຫົວໜ້າ​ກົມ​ການທ່ອງທ່ຽວ​ເມືອງ​ຄຸ່ນ​ໝິງ​ແຂວງ​ຢຸນນານ​ຂອງ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ວ່າ, ກິດຈະກຳ​ໂຄສະນາ​ການທ່ອງທ່ຽວ​ທາງບົກຕໍ່​ອາຊີ​ອາຄະ​ເນ​ຂະໜາດ​ໃຫຍ່​ທີ່​ສຸດ​ຂອງ​ຈີນ​ຈະ​ໄຂຂຶ້ນ​ຢູ່​ເມືອງ​ຄຸ່ນມີ​ງ​ໃນ​ວັນ​ທີ2ທັນວາໜ້າ​ນີ້.

ທ່ານ​ຮວງ​ຈູ​ນ​ເຟີ​ງກ່າວ​ວ່າ, ກິດຈະກຳ​ໂຄສະນາ​ຊຸກຍູ້​ການຈຳໜ່າຍ​ລາຍ​ການທ່ອງ ທ່ຽວ​ທາງບົກຕໍ່​ອາຊີ​ອາ​ຄະ​ເນ​ຂອງ​ເມືອງ​ຄຸນ​ມີ​ງ​ຈີນ​ທີ່​ມີ​ຫົວ​ຂໍ້​ວ່າ"ຮ່ວມມື​ແລະ​ພັດ​ທະ​ນາ​ຮ່ວມ​ກັນ​ກັບ​ອາ​ຊຽນ"ຈະ​ຈັດ​ຕັ້ງ​​ສື່​ມວນ​ຊົນ​ແລະ​ຜູ້ຕາງໜ້າ​ຕົວ​ເມືອງ​​ໃນ​ວົງ​ເສດ​ຖະ​ກິດ, ​ເມືອງ​ລຽບ​ຕາມ​​ແຄມທາງ, ວິ​ສາ​ຫະກິດ​ອຸດສາຫະກຳ​ການ​ຄ້າ, ວິ​ສາ​ຫະກິດ​ການທ່ອງທ່ຽວ, ການ​ຊຸກຍູ້​ການ​ຈຳ​ໜ່າຍ​ດ້ານ​ວັດ​ທະ​ນະ​ທຳ​ທັງ​ໝົດ141ຄົນ​ເຂົ້າ​ຮ່ວມ, ສ້າງ​ຄະນະ​ໂຄສະນາຢ່າງ​ກວ້າງຂວາງ​​ເຊິ່ງປະກອບ​ດ້ວຍ​ລົດ23ຄັນ. ​ຈະແລ່ນ​ຕາມ​ເສັ້​ນທາງ​ຄຸນ​ມີ​ງ​ບາງ​ກອກ, ຜ່ານ​ລາວ, ກຳປູ​ເຈຍ, ​ໄທ, ມະ​ເລ​ເຊຍ, ສິງກະ​ໂປ5ປະ​ເທດ, ​ມີໄລຍະ​ທາງ1ໝື່ນ​ກວ່າ​ກິ​ໂລ​ແມັດ, ຜ່ານ​ບ່ອນ​ທ່ອງ​ທ່ຽວ​ລະ​ດັບ​ໂລກ​ຫຼາຍ​ບ່ອນ, ຈະ​ສະ​ແດງ​ຄວາມ​ສະ​ເໜ່​ແລະ​ທິວ​ທັດ​ທະ​ມະ​ຊາດ​ຕະຫຼາດເສັ້ນທາງ​ການ​ທ່ອງ​ທ່ຽວ​ທີ່​ສວຍ​ງາມ​ແລະ​ວັດ​ທະ​ນະ​ທຳ​ອັນດີງາມ​ຈາກ​ບັນດາ​ປະ​ເທດ​ອາຊີ​ອາຄະ​ເນ​ຫາ​ເມືອງ​ຄຸ່ນມີ​ງ.

ກິດຈະກຳ​​​ໂຄສະນາ​ການທ່ອງທ່ຽວ​ທາງບົກ​ຕໍ່​ອາຊີ​ອາຄະ​ເນເທື່ອ​ນີ້ຍັງ​ຈະ​ຈັດ​ງານ​ປຶກ​ສາ​ຫາລື​ດ້ານ​ການທ່ອງທ່ຽວ​ສອງ​ຝ່າຍ​ແລະ​ການສະ​ແດງ​ສີ​ລະ​ປະວັດທະນະທຳ​​​ເພື່ອ​ຊຸກ​ຍູ້ການຈຳໜ່າຍລາຍການ​ທ່ອງ​ທ່ຽວ​ຂະໜາດ​ໃຫຍ່ຢູ່ນະຄອນຫຼວງວຽງ​ຈັນປະ​ເທດ​ລາວ, ​ໄທ, ມະ​ເລ​ເຊຍ​ແລະ​ສິງກະ​ໂປ​ແລະ​6​ເມືອງ​ທ່ອງ​ທ່ຽວ​ສຳຄັນ, ​ເຊັ່ນ: ຫຼວງ​ພະ​ບາງ, ຊຽມຣຽນ, ຕຣັງ, ​ປີ​ນັງ​, ຫົວ​ຫີນ​ແລະ​ຊຽງ​ຣາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ