​ໃນ5ຕໍ່ໜ້າຈີນ​ຈະ​ສືບ​ຕໍ່​ອອກ​ແຮງ​ໃນການ​ປະຢັດ​ພະ​ລັງ​ງານ​ແລະ​ຫຼຸດ​ຜ່ອນ​ການ​ລະ​ບາຍ​ອາຍ​ພິ​ດ​ເຮືອນ​ແກ້ວ​ໃຫ້​ໜ້ອຍ​ລົງ

(GMT+08:00) 2011-11-28 17:17:35     cri
ຕາມ​ຂ່າວCRI: 《ບົດ​ລາຍ​ງານ​ການ​ພັດທະນາ​ດ້ານ​ພະລັງງານ​ຈີນ》ທີ່​ໄດ້​ປະກາດ​ໃນ​ມໍ່ໆ​ມາ​ນີ້​ຊີ້​ອອກ​ວ່າ, ​ໃນ5ປີ​ຕໍ່ໜ້າ​ນີ້, ຈີນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ໃນ​ການ​ປະຢັດ​ພະລັງງານ​ແລະ​ຫຼຸດຜ່ອນການ​ລະບາຍ​ອາຍ​ພິ​ດ​ເຮືອນ​ແກ້ວ​ໃຫ້​ໜ້ອຍ​ລົງ.

ບົດ​ລາຍ​ງານຍັງ​ວິ​ເຄາະ​ວ່າ, ຍ້ອນ​ປະ​ເຊີນ​ໜ້າ​ກັບ​ການຜູກ​ມັດ​ຂອງ​ສະພາບ​ແວດ​ລ້ອມ​ພະລັງງານທີ່​ນັບ​ມື້​ນັບ​ຂ້ຽວຂາດ, ​ໃນ5ປີ​ຕໍ່ໜ້າ​ນີ້, ຈີນ​ຈະ​ຫຼຸ​ດລົງຄວາມ​ແຮງ​ດ້ານ​ພະລັງງານ, ພ້ອມ​ກັນ​ນັ້ນ​ກໍ່ອອກ​ແຮງຕັ້ງໜ້າ​ພັດທະນາ​ພະລັງງານ​ທີ່​ບໍ່​ແມ່ນ​ນ້ຳມັນ​ເຊື້ອ​ໄຟ, ປັບປຸງ​ໂຄງ​ປະກອບ​ພະລັງງານ. ອີງ​ຕາມ​ເປົ້າ​ໝາ​ຂອງ​ແຜນການ, ການ​ໃຊ້​ພະລັງງານ​ຂອງຍອດ​ມູນ​ຄ່າ​ການ​ຜະລິດ​ສະ​ເລ່ຍຕໍ່​ຄົນ​ພາຍ​​ໃນ​ປະ​ເທດ​ຈະ​ຫຼຸດ​ລົງ16%, ມາດຕາ​ສ່ວນ​ໃນ​ການ​ໃຊ້​ພະລັງງານ​ເທື່ອ​ດຽວຂອງ​ພະລັງງານ​ທີ່​ບໍ່​ແມ່ນ​ນ້ຳມັນ​ເຊື້ອ​ໄຟ​ຈະ​ບັນລຸ11,4%。
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ