ງານ​ລາ​ຕີສະ​ໂມ​ສອນ​ສະ​ເຫລີ​ມສະຫລອງ​ວັນ​ສ້າງ​ຕັ້ງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຄົບຮອບ70​ປີ​ຈັດ​ຂຶ້ນ

(GMT+08:00) 2011-11-30 16:31:57     cri

ລາຍການ​ອ່ານ​ບົດ​ກະວີ​ທີ່​ມີ​ຫົວ​ຂໍ້​ວ່າ "ສະ​ແດ​ງຄວາມ​ເຄົາລົບ​ນັບຖື​ຕໍ່ປະ​ຫວັດ​ສາດ"​ເປັນ​ລາຍການ​ທໍາ​ອິດ​ຂອງ​ພິ​ທີ​ເປີດ​ງານ​ລາ​ຕີ​ສະ​ໂມ​ສອນ​ສະ​ເຫລີ​ມສະຫລອງ​ວຽກ​ງານການ​ກະ​ຈາ​ຍສຽງ​ຕໍ່​ຕ່າງປະ​ເທດ​ຂອງ​ປະຊາຊົນ​ຈີນ​ຄື​ວັນສ້າງ​ຕັ້ງວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນຫລືCRI​ຄົບຮອບ70​ປີທີ່​ຈັດ​ຂຶ້ນ​ໃນ​ຕອນ​ຄໍ່າ​ວັນ​ທີ29​ພະຈິກ​ນີ້, ງານ​ລາຕີ​ສະ​ໂມ​ສອນ​ທີ່​ມີ​ຫົວ​ຂໍ້​ວ່າ "ສະ​ແດງ​ຄວາມ​ເຄົາລົບ​ຕໍ່​ປະຫວັດສາດ, ມຸ່ງ​ໜ້າ​ສູ່​ອະນາຄົດ"​ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ລະຄອນ​ເວົ້າ​ແຫ່ງ​ຊາດ​ຈີນ​ຢ່າງ​ຝົດ​ຟື້ນ​ມ່ວນ​ຊື່ນ. ງານ​ລາ​ຕີ​ສະ​ໂມ​ສອນ​ທີ່​ດໍາ​ເນີນເປັນ​ເວລາ3​ຊົ່ວ​ໂມງນັ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຂະ​ບວນວິວັດທະ​ນາການ​ຂອງCRI​ແຕ່​ຄັ້ງທໍາ​ອິດ​ທີ່​ກະຈາຍ​ສຽງ​ຈາກ​ຖໍ້າເມືອງ​ "ຢຽນອານ"​ໃນ​ວັນ​ທີ3​ທັນວາ​1941,​ແລະ​ໄດ້​ພັດທະ​ນາ​ມາ​ເປັນ​ສື່​ໃໝ່​ທີ່​ສັງ​ລວມ​ແລະ​ທັນ​ສະ​ໄໝ​ທີ່​ມີ​ພາສາ​ຫລາຍ​ທີ່​ສຸດ​ໃນ​ໂລກ, ຮູບ​ແບບ​ສື່​ຄົບ​ຖ້ວນ, ​ແລະມີ​ຜູ້​ຟັງ​ໃນ​ທົ່ວ​ໂລກ.

ແຂກທີ່​ມີ​ກຽດ900​ກວ່າ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ,​ເພື່ອ​ສະ​ແດງ​ຄວາມ​ອວຍ​ພອນ​ໃຫ້​ແກ່​ວັນ​ສ້າງ​ຕັ້ງ CRI​​ຄົບຮອບ70​ປີ. ​ງານ​ຄັ້ງ​ນີ້​ມີເຈົ້າ​ໜ້າ​ທີ່ມາ​ຈາກກົມ​ໃຫຍ່​ວິທ​ະຍຸ, ​ໂທ​ລະ​ພາບ​ແລະ​ຮູບ​ເຫງົາ​ແຫ່ງ​ຊາດ​ຈີນ, ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ຄະນະ​ໂຄສະນາ​ສູນ​ກາງ​ພັກ​ກອມ​ມູນິດຈີນ,ຫ້ອງການ​ໂຄ​ສະນາ​ຕໍ່​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດຈີນ, ​ເອກ​ອັກຄະ​ລັດຖະ​ທູດ​ຕ່າງ​ປະ​ເທດ​ພ້ອມ​ດ້ວຍ​ພັນ​ລະ​ຍາ​ປະ​ຈໍາ​ຈີນ,ຜູ້​ຕາງ​ໜ້າ​ຂອງສື່​ມວນ​ຊົນ​ຮ່ວມ​ມື​ພາຍ​ໃນ​ຈີນ​ແລະ​ຕ່າງປະ​ເທດ,​ແລະ​ເພື່ອນ​ມິດ​ເຂົ້າ​ຮ່ວມ.

ຂະ​ບວນວິວັດ​ທະນາການຕະຫລອດ​ໄລຍະ70ປີ​ແມ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງຍາກ​ລໍາ​ບາກ, ຄວາມຈະະ​ເລີ​ນຮຸ່ງ​ເຮືອງ​ທີ່​ຕະຫລອດ70​ປີ​ໄດ້​ຝາກຝັງ​ຄວາມ​ໄຝ່​ຝັນ​ຂອງ​ພະ​ນັກງານ​ກະ​ຈາຍ​ສຽງ​ຕໍ່​ຕ່າງ​ປະ​ເທດ​ຫລາຍ​ລຸ່ນ. ​ໃນ​ງານ​ຄັ້ງ​ນີ້, CRI​ໄດ້​ມອບ​ "ລາງວັນ​ປະກອບສ່ວນ​ຕະຫລອດ​ຊີວິດ"​ໃຫ້​ແກ່ພະ​ນັກ​ງານ​ອາວຸ​ໂສ​ບໍານານ​ລຸ້ນບຸກ​ເບີກ4​ຄົນ​ທີ່​ເຂົ້າ​ຮ່ວມ​ວຽກ​ງານ​ການ​ກະຈາຍ​ສຽງ​ຕໍ່​ຕ່າງປະ​ເທດ​ກ່ອນ​ປະ​ເທດ​ຈີນ​ໃໝ່​ສ້າງ​ຕັ້ງ​ຂຶ້ນ,ຄື, ທ່ານ​ນາງ​ເວີ້ຍຫລິນ, ​ໂຄສົກ​ພາ​ສາ​ອັງ​ກິດ​ຄົນ​ທໍາ​ອິດ, ທ່ານ​ເສີນ​ເວີຍ,ຜູ້​ບຸກ​ເບີກ​ການ​ກະຈາຍສຽງ​ພາສາ​ແຕ້​ຈິ໋ວ, ​ແລະ​ທ່ານຫ​ລິນ​ກ່າງ​ຈ່ຽນ,ທ່ານ​ນາ​ງກົວ​ຫລົງ​ຫລົງ,ຜົວ​ເມຍ​ຄົນ​ຈີນ​ຕ່າງ​ດ້າວ​ທີ່​ກັບ​ຄືນ​ຈີນ. ນອກ​ນີ້, ຍັງ​ມີ​ພະນັກງານ​ກະຈາຍ​ສຽງ​ຕໍ່​ຕ່າງປະ​ເທດລຸ່ນ​ເກົ່າ​162ຄົນ​ໄດ້​ຮັບ "ລາງວັນ​ປະກອບສ່ວນ​ພິ​ເສດ".

ໃນ​ຖານະ​ເປັນ​ພະນັກງານ​ກະຈາຍສຽງ​ຕໍ່​ຕ່າງ​ປະ​ເທດ, ທ່ານ​ເສີນ​ເວີຍ​ໄດ້​ສະ​​ແດງ​ຄວາມ​ພາກ​ພູມ​ໃຈ​ຕໍ່ CRIທີ່​​ພັດທະນາ​ຢ່າງ​ວ່ອງ​ໄວ.

"ໃນ​ຖານະ​ເປັນພະນັກງານ​ລຸ້ນ​ເກົ່າ​ຂອງ CRI​, ວຽກ​ງານ​ການ​ກະຈາຍສຽງ​ຂອງCRI​​ໃນ​ປະຈຸ​ບັນພັດທະນາ​ຢ່າງ​ວ່ອງ​ໄວ, CRI​ກ້າວ​ໄປ​ສູ່​ໂລກ, ຂ້າພະ​ເຈົ້າ​ຮູ້ສຶກ​ດີ​ໃຈ​ຫລາຍ!"

ໃນ​ງານ​ລາ​ຕີ​ສະ​ໂມ​ສອນ, ຢູ່​​ເທິງ​ຈໍ​ໂທລະພາບ​ຂະໜາດ​ໃຫຍ່ໄດ້​ສະ​ແດງໃຫ້​ເຫັນ​ແຜນ​ທີ່​ໂລກ, ທີ່​ມີ​​ເສັ້ນ​ແສງ​ໄຟ​ເຊື່ອມ​ຕໍ່69​ເມືອງ​ທີ່​ມີສະຖານີ​ວິທະ​ຍຸFMຂອງ CRI​, ສຸດ​ທ້າຍ​ໄດ້​ມາ​ຢຸດ​ຢູ່​ນະຄອນ​ຫລວງ​ໂຣມປະ​ເທດ​ອິຕາ​ລີ,ນີ້​ແມ່ນ​ຂີດ​ໝາຍ​ທີ່​FM​ແຫ່ງທີ70​ຂອງ CRI​​ທີ່ຢູ່​ຕ່າງປະ​ເທດ​ຄືFM100,5ຢູ່​ນະຄອນຫລວງ​ໂຣມຂອງ​ອິ​ຕາ​ລີ​ໄດ້​ອອກ​ອາກາດ​ຢ່າງ​ເປັນ​ທາງ​ການ. ​ແຕ່FM​ຂອງCR​I​ແຫ່ງ​ທໍາ​ອິດ​ຢູ່ເນ​ໂຣບີເລີ່ມ​ກະ​ຈາຍ​ສຽງໃນ​ເດືອນ​ກຸມ​ພາ​ປີ2006​ເປັນ​ຕົ້ນ​ມາ, ພາຍ​ໃນ5ປີ, CRI​ໄດ້​ສ້າງ​FM70​ແຫ່ງຢູ່​ຕ່າງປະ​ເທດ, ບົດບາດ​ໃນການ​ກະຈາຍສຽງ​ຕໍ່ຕ່າງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ.

ຕົ້ນ​ປີ​ນີ້,​ເຄືອ​ຂ່າ​ຍກະຈາຍສຽງ​ແລະ​ພາບ​ສາກົນ​ຈີນ​ຫລືCIBN​ໄດ້​ສ້າງ​ຕັ້ງ​ຂຶ້ນ, ​ໄດ້​ສ້າງ​ພື້ນຖານ​ອັນ​ດີ​ໃຫ້​ແກ່ CRI ​ເຂົ້າ​ສູ່​ຂົງ​ເຂດ​ສື່ໃໝ່​ຢ່າງຮອບດ້ານ. ​ໃນ​ງານ​ລາຕີ​ສະ​ໂມ​ສອນຄັ້ງ​ນີ້, ທ່ານຫ​ວາງ​ເກີ່ງ​ໜຽນ,ອໍານວຍ​ການ​ຂອງCRI​ຄົນ​ປະ​ຈຸ​ບັນ,​ແລະ​ທ່ານ​ຈ່າງ​ເຈີ້ນ​ຮວາ,ທ່ານ​ຫລີ​ຕ່າ​ນ,ອະດີດອໍານວຍ​ການ​CRI​, ພ້ອມ​ດ້ວຍ​ພະ​ນັກງານ​ທີ່​ມາ​ຈາກ18​ຂະ​ແໜງ​ງານ, ​ໄດ້​ໃຊ້ລີ​ໂມດຊີ້​ໃສ່​ໜ່ວຍແກ້ວ​ໃຫຍ່​ທີ່​ຫ້ອຍ​ຢູ່​ເທິງ​ເວທີ, ຄຽງຄູ່​ກັບ​ສຽງ​ນັບ​ຖອຍ​ຫລັງ​ຂອງ​ແຂກ, ຢູ່​ເທິງ​ຈໍ​ໄດ້​ປະກົດມີ​ຮູບຂອງ​ຫລາຍ​ສື່​ທີ່​ຂຶ້ນກັບCIBN. ທ່ານ​ຫວາງ​ເກີ່ງໜຽນ,ອໍານວຍ​ການ CRI​​ກ່າວ​ວ່າ,

"ໂທລະພາບ​ທາງ​ອິນ​ເຕີ​ເນັດ​ຂອງCIBNຈະ​ເລີ່​ມກະຈາຍ​ພາບ​ທາງ​ອິນ​ເຕີ​ເນັດ, ນີ້​ແມ່ນ​ຈຸດ​ເລີ່​ມຕົ້ນ​ໃໝ່​ທີ່​CRI​ໄດ້​ຮັບ​ຜົນ​ສໍາ​ເລັດ, ​ແລະກໍ​ແມ່ນ​ການ​ຄົ້ນຄວ້າ​ໃໝ່​ທີ່​CRI​ພັດທະນາ​ໄປ​ຕາມ​ຍຸກ​ສະ​ໄໝ, ​ແລະ​ເລັ່ງ​ລັດ​ການ​ຫັນປ່ຽນ​ຮູບ​ແບບ​ສື່. ປະຈຸ​ບັນ, ພາຍ​ໃຕ້​ການ​ນໍາພາ​ຂອງ​ພັກ,ລັດ, ​CRIກໍາລັງ​ເລັ່ງລັດ​ການ​ສ້າງ​ສື່​ສາກົນ​ໃໝ່,ສັງ​ລວມ​ແລະ​ທັນ​ສະ​ໄໝ. ໂທ​ລະພາບ​ທາງ​ອິນ​ເຕີ​ເນັດ​ຂອງCIBNກໍ​ຈະ​ແມ່ນ​ມາດ​ຕະການ​ສໍາ​ຄັນ​ທີ່​ສຸດ​ທີ່CRIຈະ​ໄດ້ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ກະຈາຍສຽງ​ແລະ​ພາບຕໍ່​ຕ່າງ​ປະ​ເທດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ