ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ເດີນ​ທາງ​ຮອດ​ມຽນ​ມາ​ເລີ່ມ​ຢ້ຽມ​ຢາມ​ມຽນ​ມາ​ເປັນຄັ້ງ​ປະຫວັດການ

(GMT+08:00) 2011-11-30 16:56:49     cri
ຕາມ​ຂ່າວ《​ເວ​ບ​ໄຊການ​ອອກ​ອາກາດ​ພາສາ​ຈີ​ນທົ່ວ​ໂລກ》ຂອງ​ວິທະຍຸ​ສຽງ​ຂອງ​ຈີນ: ວັນ​ທີ30ພະຈິກ​ນີ້, ນາງຮີນ​ລາຣີ ຄຼິນ​ຕັນ​ລັດ​ຖະ​ມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​​ໄດ້​ເດີນທາງ​​ໄປ​ຢ້ຽມຢາມມຽນມາ​ເປັນ​ຄັ້ງປະ​ຫວັດ​ການ​ຕໍ່​.

ອີງ​ຕາມ​​ແຜນການ​ໄລຍະ​ທາງ, ນັບ​ແຕ່​ວັນ​ທີ30ພະຈິກ​ນີ້​ຫາ​ວັນ​ທີ2ທັນວາ​ໜ້າ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ​ມຽນມາ, ນາງຮີນ​ລາຣີ ຄຼິນ​ຕັນ​ຈະ​ຢ້ຽມຢາມ​ນະຄອນຫຼວງ​ເນ​ປີ​ດໍ​ແລະ​ນະຄອນຫຼວງ​ເກົ່າ​ຢາງ​​ກຸ້ງ​ຂອງ​ມຽນມາ. ​ໃນ​ໄລຍະ​ຢ້ຽມ​ຢາມ​ມຽນ​ມາ​ນັ້ນ​ນາງ​ຮິນ​ລາຣີ ຄຼິນ​ຕັນ​ຈະ​ພົບ​ປະ​ກັບ​ທ່ານ​ອູ​ເທ​ນ​ເຊ​ນປະທານາທິບໍດີ​ມຽນມາ, ​ແລະຍັງ​ຈະ​ພົບ​ປະ​ກັບ​ຜູ້ນຳ​ທ່ານ​ອື່ນໆຂອງ​ອົງ​ການ​ທີ່​ບໍ່​ຂຶ້ນ​ລັດ​ຖະ​ບານ​ແລະ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ມຽນມາ​.

ທຳ​ນຽບຂາວ​ອາ​ເມ​ລິ​ກາອອກ​ຖະ​ແຫຼ​ງການ​ວ່າ, ​ໃນ​ໄລຍະ​ຢ້ຽມຢາມນາງຮິນ​ລາຣີ ຄຼິນຕັນຍັງ​ຈະກ່າວ​​ເນັ້ນ​ວ່າ​ສະໜັບສະໜູນ​ການ​ປະຕິ​ຮູບປະຊາທິປະ​ໄຕ​ທີ​ໄດ້​ດຳ​ເນີນ​ເປັນ​ຫຼາຍ​ເດືອນ​ຢູ່​ມຽນມາ, ປຶກສາ​ຫາລື​ກ່ຽວ​ກັບ​ວິທີການ​ລົງ​ເລິກ​ການ​ປະຕິ​ຮູບ​ໃນ​ຂົງ​ເຂດ​ສຳຄັນ​ຢູ່​ມຽນມາ, ​ແລະ​ປັບປຸງ​ຄວາມ​ຄືບ​ໜ້າ​ໃນ​ການພົວພັນ​ລະຫວ່າງ2ຝ່າຍ. ຕໍ່ໜ້າ​ນີ້, ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ຕິດ​ຕໍ່​ພົວພັນ​ແລະ​ສົນທະນາ​ໂດຍ​ກົງ​ກັບ​ມຽນມາ​ຢ່າງ​ມີ​ຫຼັກ​ຖານ.

ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ການ​ຢ້ຽມຢາມ​ຕໍ່​ມຽນມາ​ຂອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ​ເປັນ​ຄັ້ງ​ທຳ​ອິດ​ໃນຮອບ50ປີຜ່ານມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ