ປະທານາທິບໍດີ​ມຽນມາ​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ

(GMT+08:00) 2011-12-02 17:00:31     cri
ຕາມ​ຂ່າວCRI: ວັນ​ທີ1ທັນວາ​ນີ້, ທ່ານ​ອູ ​ເທ​ນ ​ເຊ​ນປະທານ​າທິບໍດີ​ມຽນມາ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບຂອງ​ທ່ານ​ນາງຮີນ​ລາຣີ ຄຣິນຕັນລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາທີ່​ສຳນັກງານ​ປະທານາທິບໍດີ. ​ໃນ​ມື້​ດຽວ​ກັນ, ນາງຮີນ​ລາຣີ ຄຣິນ​ຕັນ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ກ່ອນ​ຈະ​ເດີນທາງ​ໄປ​ເມືອງ​ຢາງ​ກຸ້ງ​ຢູ່​ນະຄອນຫຼວງ​ເນ​ປີ​ດໍວ່າ: ທ່ານ​ອູ ​ເທ​ນ ​ເຊ​ນ​ໄດ້​​ແນະ​ນຳ​ການ​ປະຕິ​ຮູບ​ແລະ​ການ​ປ່ຽນ​ແປງ​​ໃນ​ມຽນມາ​ໃຫ້​ນາງ​ຊາບ. ນາງຮີນ​ລາຣີສະ​ແດງ​ຕໍ່​ມຽນມາ​ວ່າ, ອາ​ເມ​ລິ​ກາ​ຍິນ​ດີ​ທີ່​ມຽນ​ມາ​ເລີ່ມ​ມີ​ການ​ປ່ຽນ​ແປງ, ​ແລະ​ຫວັງ​​ວ່າ​ມຽນມາ​ຈະ​ສືບ​ຕໍ່​ປະຕິ​ຮູບຕໍ່​ໄປ​ອີກ.

​ໃນ​ມື້​ດຽວ​ກັນ, ທ່ານ​ອູ ຊະ​ເວ ມານ​ປະທານສະພາປະຊາຊົນ​ຂອງ​ລັດຖະສະພາ​ສະຫະພັນ​ມຽນມາ, ທ່ານ​ອູ ກີ​ນ ອ່ວງ ມີນ​ປະ​ທານ​ສະ​ພາ​ຊົນ​ເຜົ່າ​ທັງ​ເປັນ​ປະ​ທານ​ລັດ​ຖະສະພາ​ສະຫະພັນ​ແລະ​ທ່ານ​ອູ ວຸນ ມ້ອງ​ວິນລັດຖະມົນຕີ​ວ່າການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​​ໄດ້​ພົບ​ປະ​ກັບ​ນາງ​ຮີນ​ລາຣີ.

ຕາມ​ການ​ລາຍ​ງານ​ຂ່າວ​ຈາກ​ມຽນມາ​ວ່າ, ​​ທ່ານ​ອູ ​ຊະ​ເວ ມານກ່າວໃນ​ເວລາພົບ​ປະ​ກັບນາງຮີນ​ລາຣີວ່າ, ​​ໃນ​ໄລ​ຍະ​ຜ່ານ​ມາ​ການ​ພົວ​ພັນ​ລະຫວ່າງ​ມຽນມາ​ກັບ​ອາ​ເມ​ລິກາບໍ່ມີ​ຄວາມໝັ້ນ​ທ່ຽງ​ມາໂດຍ​ຕະຫຼອດ, ທ່ານ​ເຊື່ອ​ໝັ້ນ​ວ່າ​ປະຈຸ​ບັນ​ນີ້​ແມ່ນ​ເວລາ​ທີ່​​ຈະ​ເຮັດ​ໃຫ້ການ​ພົວພັນລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການຟື້ນ​ຟູ​ເປັນ​ປົກກະຕິ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ