ສະ​ພາ​ສູງ​ອາ​ເມ​ລິ​ກາ​ໄດ້​ຜ່ານ​ການ​ຕົກ​ລົງ​ລົງ​ໂທດ​ອີ​ຣານ​ດ້ານ​ເສດ​ຖະ​ກິດ​ຢ່າງ​​ເຂັ້ມ​ງວດ, ສະ​ຫະ​ພາບ​ເອີ​ລົບ​ກໍ່​ເພີ່ມ​ທະ​ວີ​ມາດ​ຕະ​ການ​ລົງ​ໂທດ​ຕໍ່​ອີ​ຮານ​ຕື່ມ​ອີກ

(GMT+08:00) 2011-12-02 17:14:00     cri
ຕອນ​ຄ່ຳວັນ​ທີ 1 ທັນວານີ້, ສະພາ​ສູງ​ອາ​ເມ​ລິ​ກາ​ໄດ້​ຜ່ານ​ການ​ຕົກລົງ​ກ່ຽວ​ກັບ​ການ​ປະຕິບັດ​ການລົງ​ໂທດ​ທາງ​ເສດຖະກິດ​ຢ່າງ​ເຂັ້ມ​ງວດຕໍ່​ອີ​ຮານ​, ​ໂດຍມີ​ຈຸດປະສົງ​ເພື່ອ​ຕັດ​ການ​ພົວພັນ​ລະຫວ່າງ​ທະນາຄານກາງ​ອີ​ຣານ​ກັບ​ລະບົບ​ການ​​ເງິນ​ທົ່ວ​ໂລກ.

ຕາມ​ການ​ຕົກລົງ​, ຕໍ່​ອົງການ​ການ​ເງິນທີ່ດຳ​ເນີນ​ທຸລະ​ກິດ​ກ່ຽວ​ກັບ​ນ້ຳມັນ​ເຊື້ອ​ໄຟ​ແລະ​ຜະລິດ​ຕະພັນ​ທີ່​ກ່ຽວຂ້ອງ​ຂອງ​ທະນາຄານ​ກາງ​ອີ​ຣານ, ຈະອາ​ຍັດຊັບ​ສິນ​ຂອງ​ອີຣານຢູ່​ອາ​ເມ​ລິ​ກາ. ການ​ລົງ​ໂທດ​ເທື່ອ​ນີ້, ບໍ່​​​ໄດ້​ລວມ​ເຖິງ​ການຈຳໜ່າຍ​ອາຫານ, ຢຸກຢາ​ແລະ​ອຸປະກອນ​ການ​ປິ່ນປົວ. ຕາມລະບຽບ​ການ​ທີ່​ກ່ຽວຂ້ອງ​ຂອງ​ອາ​ເມ​ລິ​ກາ, ​ແລ້ວ​ມະຕິ​ຕົກລົງ​ດັ່ງກ່າວ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ກໍ່​ຕໍ່​ເມື່ອທ່ານ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ​ລົງ​ນາມ​ແລ້ວ.

ມື້​ດຽວ​ກັນ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ເອີ​ລົບ​ກໍ່​ເຫັນ​ດີ​ເພີ່ມ​ທະວີມາດຕະ​ການ​ລົງ​ໂທດ​ຕໍ່​ອີຣານ, ຕົກລົງ​ປະຕິບັດ​ການ​ລົງ​ໂທດ​ຕໍ່​ບໍລິສັດຂອງ​ອີຣານຈຳນວນ 143 ​ແຫ່ງ​ແລະສ່ວນ​ບຸກຄົນ​ຕື່ມ​ອີກ​ 37 ຄົນ​. ​ແຕ່​ບໍ່​ໄດ້​ບັນລຸ​ຄວາມ​ເຫັນ​ເອກະສັນ​ກັນກ່ຽວ​ກັບ​ການ​ຫ້າມ​ການ​ນຳ​ເຂົ້າ​ນ້ຳມັນ​ເຊື້ອ​ໄຟ​ຈາກ​ອີ​ຮານ. ສາ​​ເຫດ​ແມ່ນ​ຍ້ອນ​ວ່າ, ປະ​ເທດ​ສະມາຊິກ​ຈຳນວນໜຶ່ງຂອງສະຫະພາບເອີລົບຍັງນຳເຂົ້ານ້ຳມັນເຊື້ອໄຟຈຳນວນຫຼວງຫຼາຍຈາກ​ອີ​ຣານ, ຖ້າ​ວ່າຫ້າມ​ດຳ​ເນີນ​ການ​ຄ້າ​ນ້ຳມັນ​ເຊື້ອ​ໄຟ​ກັບ​ອີ​ຣານ, ຈະ​ເຮັດ​ໃຫ້​ເອີ​ລົບ​ທີ່​ປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ໜີ້​ສິນ​ໜັກ​ໜ່ວງ​ຢູ່​ແລ້ວ​ນັ້ນ​ຍິ່ງ​ຊຸດໂຊມ​ລົງຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ