ເຈົ້າ​ໜ້າ​ທີ່​ຄົນ​ສຳ​ຄັນ​ຂອງ​ລັດ​ຖະ​ບານ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຕ່າງ​ປະ​ເທດ​ປະ​ຈຳ​ຈີນ​ແລະ​ບຸກ​ຄົນ​ທີ່​ມີ​ຊື່​ສຽງ​ທາງ​ສັງ​ຄົມ​ຂອງ​ຫຼາຍ​ປະ​ເທດ​ອວຍ ພອນ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 70 ປີ

(GMT+08:00) 2011-12-02 17:20:31     cri

ວັນ​ທີ 3 ທັນວາ​ນີ້ ​ແມ່ນ​ວັນ​ລະ​ລຶກວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຫຼື CRI ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 70 ປີ. ຫວ່າງ​ມໍ່ໆ​ມາ​ນີ້, ຜູ້ນຳ​ປະ​ເທດ, ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງ​ອົງການ​ຈັດ​ຕັ້ງ​ສາກົນ, ​ທູ​ດຕ່າງປະ​ເທດ​ປະຈຳ​ຈີນ​ແລະ​ບຸກຄົນ​ທີ່​ມີ​ຊື່​ສຽງ​ໃນ​ສັງ​ຄົມ​ຂອງ​ຫຼາຍ​ປະ​ເທດຕ່າງ​ກໍ​ໄດ້ສະ​ແດງ​ຄວາມ​ອວຍ​ພອນ​ຢ່າງ​ຈິງ​​ໃຈ​ຕໍ່​ວິທະຍຸ​ CRI ທີ່​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 70 ປີ ​ໂດຍ​ຜ່ານ​ຈົດ​ໝາຍ, ​ໂທລະ​ເລກ​ຫຼື​ຄຳ​ເວົ້າ.

​ໃນ​ເວລາ​ຢ້ຽມຢາມ​ວິທະຍຸ ​CRI, ທ່ານ​ຈູມ​ມາ​ລີ ​ໄຊ​ຍະ​ສອນ, ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະ​ຕິ​ວັດ​ລາວ, ປະທານ​ປະ​ເທດ​ລາວ​ໄດ້​ຂຽນ​ຄຳ​ອວຍພອນ, ອວຍພອນ​ຜົນ​ສຳ​ເລັດ​ຂອງ​ວິທະຍຸ​ CRI ທີ່​ໄດ້​ຮັບ​ໃນ 70 ປີ​ທີ່​ຜ່ານ​ມາ, ຫວັງ​ໃຫ້​ວິທະຍຸ CRI ຈົ່ງ​ເສີມ​ຂະຫຍາຍ​ບົດບາດ​ຫຼາຍກວ່າ​ເກົ່າ​ໃນ​ການ​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ຈີນ​ກັບປະ​ເທດ​ຕ່າງໆ, ​ໂດຍ​ສະ​ເພາະ​ແມ່ນ​ການ​ພົວພັນ​ມິດຕະພາບ​ລາວ​ຈີນ.

ທ່ານ​ອາ​ຊິ​ຟອາລີ ຊາ​ດາຣີ, ປະທານາທິບໍດີ​ປາ​ກີ​ສະຖານ​ກ່າວ​ວ່າ, ການ​ລາຍ​ງານ​ຂ່າວ​ແລະ​ລາຍການ​ຕ່າງໆ​ທີ່​ນັບ​ມື້​ນັບ​ດີ​ຂຶ້ນ​ຂອງ​ວິ​ທະ​ຍຸ CRI ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ປະ​ເທດ​ຕ່າງໆ, ​ໄດ້​ປະກອບສ່ວນ​ອັນ​​ໃຫຍ່​ຫຼວງ​ເພື່ອ​ການ​ພົວ​ພັນ​ມິດຕະພາບ​ລະຫວ່າງ​ປາ​ກີ​ສະຖານ​ກັບ​ຈີນ. ອວຍພອນ​ໃຫ້​ວິທະຍຸ CRI ​ຈົ່ງ​ໄດ້​ຮັບ​ຜົນສຳ​ເລັດ​ແລະ​ການ​ພັດທະ​ນາ​ທີ່​ໃຫຍ່​ກວ່າ​ເກົ່າ​ໃນ​ອະ​ນາ​ຄົດ.

ທ່ານກີ​ໂອ​ກີ​ໂອ ນາ​ໂພ​ລີ​ທາ​ໂນ, ປະທານາທິບໍດີ​ອີ​ຕາ​ລີ​ກ່າວ​ວ່າ, ຂອບ​ໃຈນຳ​ພວກ​ທ່ານ​ທີ່​ໄດ້​ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​​ເພື່ອ​ຊຸກ​ຍູ້​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ອີ​ຕາ​ລີ​ຈີນ.

ທ່ານ​ໂຈ​ເຊ ຣາມອສ ​​ໂຮ​ທາ, ປະທານາທິບໍດີ​ຕີ​ມໍ​ເລັສ​ເຕກ່າວ​ວ່າ, ວິທະຍຸ CRI ​​​​ໄດ້ເຜີຍ​ແຜ່​ຄວາມ​ເປັນຈີນ​ທີ່​ແທ້​ຈິງ​ຕໍ່​ໂລກ, ​ແນະ​ນຳ​ຜົນສຳ​ເລັດ​ຕ່າງໆ​ຂອງ​ຈີນ​ຕໍ່​ໂລກດ້ວຍ 61 ພາສາ.

ທ່ານນາ​ຈິບ ຮາ​ຊັກ, ນາຍົກລັດຖະມົນຕີມະ​ເລ​ເຊຍ​ອວຍພອນ​ວິທະຍຸ CRI ​​​​ທີ່​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 70 ປີ, ຫວັງ​ວ່າ, ສື່​ມວນ​ຊົນ​ສອງ​ປະ​ເທດ​ຈະ​ຮ່ວມ​ມື​ກັນ​ໃນ​ໄລຍະ​ຍາວ​ນານ.​

ທ່ານ​ຄີ​ໂຢ ອາຄາ​ຊາ​ຄາ, ຮອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ວ່າ, ວິທະຍຸ CRI ​ໄດ້​ອອກ​ອາກາດ​ໃນຂອບ​ເຂດ​ກວ້າງ​ຂວາງ​ແລະ​ໄດ້​ພັດ​ທະ​ນາ​​​ຢ່າງ​ບໍ່​ຢຸດ​ຢັ້ງ, ນຳ​ເອົາ​ສຽງ​ຂອງສະຫະ​ປະຊາ​ຊາດ​​ໄປສູ່​ຈີນ​ແລະ​ທົ່ວ​ໂລກ. ສະຫະ​ປະຊາ​ຊາດ​ຄອງ​ຄອຍ​ເພື່ອ​ສືບ​ຕໍ່​ດຳ​ເນີນ​ການ​ຮ່ວມ​ມື​ກັບ​ວິທະຍຸ CRI ​ໃນ​ອະນາຄົດ,​ ​​ເພີ່ມ​ທະວີ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ຢ່າງ​ຕໍ່​ເນື່ອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ