ສັນນິບາດປະ​ເທດ​ອາຣັບກຳນົດລາຍ​ລະອຽດ​ມາດ​ຕະການ​ລົງ​ໂທດ​​ຕໍ່​ຊີ​ລີ

(GMT+08:00) 2011-12-02 17:28:34     cri

ຕາມ​ການ​ລາຍ​ງານ​ຂ່າວ​ຈາກ​ຂ່າວສານ​ຕາ​ເວັນ​ອອກກາງ​ຂອງ​ເອຢິບ​ໃນ​ວັນ​ທີ1ທັນ​ວ່າ​ນີ້, ຄະນະ​ກຳມະການ​ສະ​ເພາະ​ກິດ​ໜຶ່ງ​ຂອງ​ສັນນິບາດ​ປະ​ເທດ​ອາຣັບ​ໄດ້​ຈັດລາຍ​ຊື່​ຂອງ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ, ລັດຖະມົນຕີ​ການ​ເງິນ, ຜູ້​ຮັບຜິດຊອບ​ຂອງ​ພາກ​ສ່ວນ​ຂ່າວ​ລັບ​, ​ບຸກຄົນທາງ​ທະຫານ​ແລະ​ບຸກຄົນ​ສຳຄັນ​ທາງ ການ​ເມືອງ​ແລະ​ການ​ທະຫານ​ຂອງຊີ​ລີລວມທັງ​ໝົດ​17ຄົນ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ການ​ລົງ​ໂທດ, ຈຳກັດ​ບໍ່ໃຫ້​ເຂົາ​ເຈົ້າ​​ເດີນທາງ​ໄປ​ປະ​ເທດ​ອາຣັບອື່ນ.

ຄະນະ​ກຳມະການ​ດັ່ງກ່າວ​ຍັງ​ສະ​ເໜີ​ວ່າ​ນັບ​ແຕ່​ກາງ​ເດືອນ​ທັນ​ວານີ້​ເປັນ​ຕົ້ນ​​ໄປ​​ໃຫ້​ຢຸດ​ເຊົາ​ທາງ​ດ້ານການ​ບິນກັບ​ຊີ​ລີ, ພ້ອມ​ກັນ​ນັ້ນ​ຍັງ​ສະ​ເໜີ​ວ່າຈະ​ບໍ່​ຈັດສະບຽງ​ອາຫານ, ຢາ​ປິ່ນ​ປົວພະຍາດ, ອາຍ​ແກັສທຳ​ມະ​ຊາດ​ແລະ​ໄຟຟ້າ​ເຂົ້າ​ໃນ​ຂອບ​ເຂດ​ການ​ຫ້າມ​ບໍ່​ໃຫ້​ຂົນ​ສົ່ງ. ​ແລະ​ຍັງ​ຈະ​ຍື່ນບົດ​ລາຍ​ງານ​ວຽກ​ງານ​​​ໃນ​ກອງ​ປະຊຸມ​ຄະນະ​ກຳມະການ​ລະດັບ​ລັດຖະມົນຕີ​ຂອງ​ປະ​ເທດ​ອາຣັບທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ ຫຼວງ​ໂດ​ຮາປະ​ເທດ​ກາ​ຕາ​ໃນ​ວັນ​ທີ3ທັນວາ​ນີ້.

ທ່ານ​ວາລິ​ດ ອານ ມູອາ​ເລ​ມລັດ​ຖະມົນຕີ​ວ່າກາ​ນກະຊວງ​ການ​ຕ່າງປະ​ເທດ​ຊີ​ລີ​ໄດ້​ກ່າວ​ປະນາມ​ຕໍ່​ຂໍ້​ຕັດສິນ​​ໃນການ​ລົງ​ໂທດຂອງ​ສັນນິບາດ​ປະ​ເທດອາຣັບ, ທ່ານ​ກ່າວ​ວ່າ​ນີ້​ໝາຍ​ຄວາມ​ວ່າ​ສັນນິບາດ​ປະ​ເທດ​ອາຣັບ​ໄດ້​ປິດ​ປ່ອງຢ້ຽມ​ທັງ​ໝົດ​ທີ່​ແກ້​ໄຂ​ວິ​ກິດ​ການ​ຊີ​ລີ. ທ່ານ​ກ່າວ​ເນັ້ນ​ວ່າ, ລັດຖະບານ​ຊີ​ລີ​ໄດ້​ພະຍາຍາມ​ປະຕິບັດຕາມ​ຂໍ້​ສະ​ເໜີຂອງ​ປະ​ເທດ​ອາຣັບ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ພາຍ​ໃນ​ຂອງ​ຊີ​ລີ, ຖ້າວ່າ​ສັນນິບາດ​ປະ​ເທດ​ອາຣັບມີ​ເຈ​ດຕະນາ​ທີ່ມີ​ສະຕິ​ສຳ​ປະຊັນ​ຍະອັນ​ຄົບ​ຖ້ວນ​ແລະຄວາມ​ຈິງ​ໃຈ​ເພື່ອ​ຮ່ວມ​ມື​ກັບ​ຊີ​ລີ​ແທ້, ກໍ່​ຄວນ​ຍົກ​ເລີກ​ຂໍ້​ຕັດສິນ​​ໃນການ​ລົງ​ໂທດ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ