ວິທະຍຸ​ກະຈາຍສຽງສາຂາ​ຢູ່​ຕ່າງປະ​ເທດ​ຂອງCRI ​ແຫ່ງ​ທີ70 ​ເລີ່​ມອອກ​ອາກາດ

(GMT+08:00) 2011-12-03 13:51:27     cri

ກ່ອນ​ວັນ​ລະ​ລຶກສ້າງ​ຕັ້ງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ CRI ​ຄົບຮອບ 70 ປີ, POWER Radio FM100,5 ​​ໂຣມອີ​ຕາ​ລີ​ຂອງວິທະຍຸສາກົນ​ແຫ່ງ​ປະ​ເທດ​ຈີນ​ໄດ້​ເລີ່​ມອອກ​ອາກາດ​ຢ່າງ​ເປັນ​ທາງ​ການ.ນີ້​ແມ່ນCRIຊື້​ເວລາ​ກະຈາຍສຽງFMຢູ່​ຕ່າງປະ​ເທດ​ແຫ່ງ​ທີ70.


ນັບ​ແຕ່​ວັນ​ທີ28 ​ເ​ດືອນ​ແລ້ວ​ນີ້​ເປັນ​ຕົ້ນ​ມາ,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​​ໄດ້​ອອກ​ອາກາດລາຍການ​ພາສາ​ອີ​ຕາ​ລີ​ຕະຫຼອດ 24 ຊົ່ວ​ໂມງດ້ວຍ FM100,5Mhs ​ໂຣມ.ວິທະຍຸ​ກະຈາຍສຽງPOWER​ໂຣມອີ​ຕາ​ລີ​ກັບ​ວິທະຍຸFM​ມີຣານທີ່CRI ​ໄດ້​ສ້າງ​ຕັ້ງຂຶ້ນ​​ໃນ​ເມື່ອ​ກ່ອນ​ໄດ້​ຮ່ວມ​ກັນ​​ຊົມ​ໃຊ້​ລາຍການ​ສ່ວນ​ຫຼາຍ,​ແລະ​ເພີ່ມ​ເນື້ອ​ໃນ​ຂ່າວ​ແລະ​ຂໍ້​ມູນ​ຂ່າວສານກ່ຽວກັບ​ປະ​ເທດ​ອີ​ຕາ​ລີ​ຈຳນວນ​ຫນຶ່ງ​ເປັນ​ຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ