ຈັດ​ພິທີ​ລະ​ລຶກວັນ​ສ້າງ​ຕັ້ງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຄົບຮອບ70​ປີ

(GMT+08:00) 2011-12-03 13:08:41     cri

ພິທີລະ​ລຶກພາລະກິດ​ການ​ກະຈາຍສຽງ​ຕໍ່​ຕ່າງປະ​ເທດ​ຂອງ​ປະຊາຊົນ​ຈີນ​ແລະ​ວັນ​ສ້າງ​ຕັ້ງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຫຼືCRI​ຄົບ​ຮອບ​70​ປີ​ໄດ້​ຈັດ​ຂຶ້ນ​​ໃນ​ວັນ​ທີ3​ທັນວາ​ນີ້​ຢູ່​ນະຄອນຫຼວງ​ປັກ​ກິ່ງ.

ເມື່ອ​ໄດ້ຜ່ານ​ການ​ພັດທະນາ​ມາ​ເປັນ​ເວລາ70​ປີ,ປະຈຸ​ບັນ,ວິທະຍຸ​ສາກົນ​​ແຫ່ງ​ປະ​ເທດ​ຈີນ​ແນະນຳ​ຂ່າວ​ຄາວ​ແລະ​ວັດທະນະທຳ​ຈີນ​ຕໍ່​ທົ່ວ​ໂລກ​ດ້ວຍ61​ພາສາ​ໂດຍ​ໃຊ້​ສື່5​ຢ່າງ​ຄື​ວິທະຍຸ,​ໂທລະພາບ,ໜັງສືພິມ,ອິນ​ເຕີ​ເນັດ​ແລະ​ໂທລະສັບ​ມື​ຖື,​ເປັນ​ອົງການ​ສື່​ສາກົນ​ທີ່​ໃຊ້​ພາສາ​ຫຼາຍທີ່​ສຸດ​ຂອງ​ໂລກ.

ທ່ານ​ຫຼີ​ສາງ​ຊຸນ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ສົ່ງ​ຈົດໝາຍ​ອວຍພອນ​​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມ​ສະ​ຫຼອງ​ວິ​ທະ​ຍຸ​ສາກົນ​​ແຫ່ງ​ປະ​ເທດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ70ປີ.ທ່ານ​ຫວັງ​ວ່າ​ລະບົບ​ກະຈາຍສຽ​ງຕໍ່​ຕ່າງປະ​ເທດ​ຂອງ​ຈີນ​ແລະ​ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ເຮັດ​ໃຫ້​ການ​ລາຍ​ງານ​ຂ່າວ​ຕໍ່​ຕ່າງປະ​ເທດ​ໃຫ້​ມີ​ຄວາມ​ແນ​ໃສ່,ທັນ​ການ​ແລະ​ໜ້າ​ສົນ​ໃຈ,ສຸມ​ກຳລັງ​ເຂົ້າ​ໃນ​ການ​ຍົກ​ສູງ​ອັດຕາ​ປະດິດ​ສ້າງ​ແລະລາຍ​ງານ​ຂ່າວຕໍ່​ຕ່າງປະ​ເທດ​ວ່ອງ​ໄວທີ່​ສຸດ,​ເປີດ​ກວ້າງ​ຂອບ​ເຂດ​ປົກ​ຄຸມ​ແລະ​ມີ​ບົດບາດ​ສູງ​ຂຶ້ນ​ໃນ​ການ​ກະຈາຍສຽງ​ແລະ​ພາບ​ຕໍ່​ສາກົນ,​ເລັ່ງລັດ​ສ້າງ​CRI​ໃຫ້​ເປັນ​ສື່​ສາກົນ​ລະດັບ​ໜຶ່ງ.

ທ່ານ​ລິວ​ຢຸນຊານ ປະທານ​ຄະນະ​ໂຄສະນາ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ,​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ທີ່​ຮັບຜິດຊອບ​ວຽກ​ງານ​ການ​ໂຄສະນາ​ຂອງ​ຈີນ​ໄດ້​ກ່າວ​ຄຳ​ປາ​ໃສ​ໃນ​ພິທີ​ວ່າ: ​ໃນ​ຖານະ​ເປັນ​ກຳລັງ​ຫຼັກ​ແຫຼ່ງຂອງ​ວຽກ​ງານ​ການ​ກະຈາຍສຽງຕໍ່​ຕ່າງປະ​ເທດ​ຂອງ​ຈີນ,ວິທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນຄວນ​ແນະນຳ​ຢ່າງຮອບດ້ານ​ກ່ຽວ​ກັບ​ສະພາບ​ອັນ​ດີງາມ​ຂອງ​ຈີນ​ໃນ​ດ້ານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແລະ​ປະຊາຊົນ​ຢູ່​ເຢັນ​ເປັນ​ສຸກ​ຕໍ່​ໂລກ​ໂດຍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ປະຫວັດ​ອັນ​ຍາວ​ນານ​ແລະ​ສະ​ເໜ່ທີ່​ມີ​ເອກ​ກະ​ລັກ​ພິ​ເສດ​ຂອງ​ວັດທະນະ​ທຳ​ຈີນ​ຢ່າງ​ມີ​ຊີວິດ​ຊີວາ,​ເຮັດ​ໃຫ້​ປະຊາ​ຄົມ​ໂລກ​ມີ​ຄວາມ​ຮັບ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ສະພາບ​ພື້ນຖານ​ແຫ່ງ​ຊາດ​ຈີນ​ແລະ​​ເສັ້ນທາງ​ການ​ພັດທະນາ​ຂອງຈີນ,ສ້າງ​ຂົວ​ຕໍ່​​ໃຫ້​ແກ່ການ​ແລກປ່ຽນ​ແລະ​ເຂົ້າ​ໃຈ​ກັນ​ລະຫວ່າງປະຊາຊົນ​ຈີນ​ກັບ​ປະຊາຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ.

ໃນ​ພິທີ​ສະ​ຫຼອງ,ທ່ານ​ວາງ​ເກີ່ງ​ນຽນ ຜູ່​ອຳນວຍ​ການ​ໃຫຍ່​ວິທະຍຸ​ສາກົນ​ແຫ່ງປະ​ເທດ​ຈີນ​ກ່າວ​ວ່າ,ຊຸມ​ປີ​ມໍ່ໆ​ມາ​ນີ້, CRIພະຍາຍາມ​ຄົ້ນຄວ້າ​ເສັ້ນທາງ​ພັດທະນາ​ທີ່​ມີ​ເອກ​ກະ​ລັກສະ​ເພາະ​ຕົວ,​ໄດ້​ຄົ້ນຄວ້າ​ແລະ​ປະຕິບັດ​ຕົວ​ຈິງ​ແບບ​ບໍ່​ເຄີຍ​ມີມາກ່ອນ​ໃນ3​ດ້ານ​ຄື​ການ​ສ້າງ​ຕັ້ງ​ສື່​ຢູ່​ຕ່າງປະ​ເທດ,ພັດທະນາ​ສື່​ໃໝ່​ແລະສ້າງ​ອຸດສາຫະກຳ​.​ໃນ​ຕໍ່ໜ້າ, CRIຈະ​ເລັ່ງລັດ​ຊຸກ​ຍູ້​ການ​ກໍ່ສ້າງ​ສື່​ສາກົນ​ສັງ​ລວມ​ແບບ​ໃໝ່​ທີ່​ທັນ​ສະ​ໄໝ,ສ້າງ​ຄວາມ​ສາມາດ​ໃນ​ການ​ກະຈາຍສຽງ​ແລະ​ພາບ​ຕໍ່​ສາກົນ,​ເລັ່ງລັດ​ຊຸກ​ຍູ້​ການ​ກໍ່ສ້າງ​ເນື້ອ​ໃນ​ການ​ກະ​ຈາຍ​ສຽງ​ແລະ​ພາບ​ຕໍ່​ສາກົນ​ແລະ​ຊຸກ​ຍູ້​ການ​ປະດິດ​ສ້າງ​ໃໝ່​ໃນ​ດ້ານ​ກົນ​ໄ​ກ​ກ​ະ​ຈາຍ​ສຽງ​ແລະ​ພາບ.

ບຸກຄົນ​ສຳຄັນ​ທາງ​ການ​ເມືອງຂອງ​ຕ່າງປະ​ເທດ​ຈຳນວນ​ໜຶ່ງ​​ເຊັ່ນທ່ານ​ຈູມ​ມາ​ລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ລາວ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ70​ປີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ