ຈີນ​ໄດ້​ຮັບ​ການ​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຈາກ​ຜູ້​ແທນທີ່​​ເຂົ້າຮ່ວມ​ກອງ​ປະຊຸມ​ກ່ຽວ​ກັບ​ການ​ປ່ຽນ​ແປງຂຂອງດິນ​ຟ້າ​ອາກາດ​ເດີບານ

(GMT+08:00) 2011-12-08 18:55:20     cri
ຕາມ​ຂ່າວCRI: ວັນ​ທີ5ທັນວາ​ນີ້, ​ໃນ​ກອງ​ປະຊຸມ​ຂ່າວ​ຄັ້ງ​ທຳ​ອິດ​ຂອງຄະນະ​ຜູ້​ຕາງໜ້າ​ຈີນ​ທີ່​ເຂົ້າຮ່ວມ​​ກອງປະຊຸມ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທີ່​ເດີ​ບານ​, ທ່ານ​​ເຊ້ຍ​ເຈີ​ນຮວາຫົວໜ້າ​ຄະນະ​ຕາງໜ້າ​ຈາກ​ຈີນ​ກ່າວ​ວ່າ​ຈີນ​ຍິນ​ດີ​ເຊັນ​ສັນ ຍາ​ການຫຫຼຸດ​ການລະ​ບາຍ​ອາຍ​ພິດ​ເຮືອນ​ແກ້ວຢ່າງຂະໜາດ​ໃຫຍ່​ຫຼັງ​ປີ2020​ໂດຍ​ມີ​ເງື່ອນ​ໄຂ. ຖະ​ແຫຼ​ງການນີ້​ໄດ້​ຮັບ​ຄວາມສົນ​ໃຈ​​ໃນ​ລະດັບ​ສູງ​ຈາກ​ບັນ ດາ​ຜູ້​ແທນ​ທີ່​​ເຂົ້າຮ່ວມ​ປະຊຸມ, ປະ​​ເທດ​ທີ່​ກຳລັງ​ພັດທະນາ, ​ເຈົ້າ​ໜ້າທີ່ສະຫະ​ປະຊາຊາດ​ແລະ​ອົງການ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ​ຫຼາຍ​ແລະ​ອື່ນໆ​ລ້ວນ​ແຕ່​ຕີ​ລາຄາ​ຢ່າງ​ຕັ້ງໜ້າຕໍ່​ຈີນ.

ທ່ານ​​ໂຕ​ຊີ ມູປານູປະທານ​ກຸ່ມ​ປະ​ເທດ​ອາ​ຟຼິກາທີ່​ເຂົ້າຮ່ວມການ​ເຈລະຈາ​ດ້ານ​ການ​ປ່ຽນ​ແປງ ຂອງ​ດິນ​ຟ້າອາກາດ​ກ່າວ​ວ່າ, ຈີນ​ກຳລັງ​ພິຈາລະນາ​ເຖິງ​ແຜນການ​ຫຼຸດ​ການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວຢ່າງ​ຂະໜາດ​ໃຫຍ່, ​ເລັ່ງລັດ​ຂະ​ບວນການ​ເຈ​ລະ​ຈາກ່ຽວ​ກັບການປ່ຽນ​ແປງຂອງດິນ​ຟ້າ​ອາກາດ, ພວກ​ຂ້າພະ​ເຈົ້າຊົມ​ເຊີຍ​ຕໍ່​ເລື່ອງ​ນີ້.

ນາງຄຼິສຕີນາ ຟີ​ເກີ​​ເຣສ​ເລຂາທິການບໍລິຫານງານ​ຂອງ《ສົນທິສັນຍາ​ຂອບ​ການ​ປ່ຽນ​ແປງຂອງດິນ​ຟ້າ​ອາ​ກາດ​ສະຫະ​ປະ​ຊາ​ຊາດ》​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່ ​ທ່າ​ທີ​​ຫຼ້າ​ສຸດຂອງ​ຈີນ.

ທ່ານ​​ໄມ​ເຕ ​ໂກ​ອານາ ມາ​ຊາບາ​ເນລັດຖະມົນຕີ​ວ່າການ​ກະຊວງ​ການພົວພັນ​ສາກົນ​ແລະການ​ຮ່ວມ​ມື​ອາ​ຟຼິ​ກາ​ໃຕ້​ເຊິ່ງ​ເປັນ​ປະ​ທານ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້​ກ່າວ​ວ່າ, ຖະ​ແຫຼ​ງການ​ຂອງ​ຈີນ​ໄດ້​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ຈະ​ເລີ່​ມ​ປະຕິບັດ​ຄຳ​ໝັ້ນ​ສັນ​ຍາ​ໄລຍະ 2​ຂອງ <ສົນທິສັນຍາ>​ກຽວ​ໂຕແນວ​​ໃດ, ​ເຊິ່ງ​​​ແມ່ນ​ການ​ເລີ່​ມຕົ້ນ​ດີ​​ແລະ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ດຳ​ເນີນ​ການ​ເຈລະຈາ​ໃນ​ໄລຍະ​ຕໍ່​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ