ລາຍ​ຮັບ​ທາງ​ດ້ານການ​ເງິນ​ຂອງ​ຈີນ​ໃນ​11​ເດືອນ​​ປີນີ້ມີ​ເຖິງ9700ຕື້ຢວນ ​ເພີ່ມ​ຂຶ້ນ​ປະມານ27%

(GMT+08:00) 2011-12-12 11:25:41     cri
ຕາມ​ຂ່າວCRI: ວັນ​ທີ11ທັນວາ​ນີ້, ກະຊວງ​ການ​ເງິນ​ຈີນ​ປະກາດ​ຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ11​ເດືອນ​ຂອງປີນີ້, ລາຍ​ຮັບ​ທາງ​ດ້ານການ​ເງິນ​ທົ່ວ​ປະ​ເທດ​ລວມມີ​ເຖິງ9700ຕື້​ຢວນ, ຖ້າ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີກາຍ​ເພີ່ມ​ຂຶ້ນ​ປະ ມານ27%.

ຕົວ​ເລກ​ນີ້ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ11​ເດືອນ​ຜ່ານ​ມາ, ລາຍ​ຈ່າຍ​ທາງ​ດ້ານການ​ເງິນ​ຂອງ​ທົ່ວ​ປະ​ເທດ​ລວມມີ​ເຖິງ8900ຕື້​ຢວນ, ​ເພີ່ມ​ຂຶ້ນ24%ຖ້າ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີກກາຍ​​ໃນນີ້​ລວມມີ​. ລາຍ​ຈ່າຍ​​ໃນ​ວຽກ​ງານດ້ານການສຶກສາ, ການປະກັນສັງຄົມ​, ການ​ປະກອບ​ອາຊີບ, ການ​ປິ່ນປົວ​ສາທາລະນະ​ສຸກ, ການ​ຮັບປະກັນ​ເຮືອນ​ຢູ່​, ວັດທະ ນະທຳ​ກິລາ​, ສື່​ມວນ​ຊົນ​ແລະ​ອື່ນໆ​ລ້ວນ​ແຕ່​ມີ​ການ​ເພີ່ມ​ຂຶ້ນຢ່າງ​ຫຼວງ​ຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ