ຈີນ​ຈະ​ສ້າງຕັ້ງ​ຄະນະ​ທູດປະ​ຈຳ​ອາ​ຊຽນ​ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ໃນ​ປີ​2012

(GMT+08:00) 2011-12-13 12:48:11     cri
ຕາມ​ຂ່າວ​ຈາກເວ​ບ​ໄຊ​ສະຖານທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ: ຄະນະ​ກຳມະທິການ​ຜູ້​ຕາງໜ້າຖາວອນ​ປະຈຳ​ອາ​ຊຽນກັບປະ​ເທດ​ຄູ່​ເຈລະຈາ​ໄດ້​ປຶກສາ​ຫາລື​ຢ່າງ​ບໍ່​ເປັນ​ທາງ​ການຢູ່​ເກາະ​ບາງ​ກາ​ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ອາທິດ​ແລ້ວ​ນີ້. ສອງ​ຝ່າຍ​ໄດ້​ແລກປ່ຽນ​ແລະ​ປະສານ​ງານກັນ​ກ່ຽວ​ກັບ​ໂຄງການ​ກາ​ນຮ່ວມ​ມື​ທີ່ປະ​ເທດ​ຄູ່​ເຈລະຈາ​ສະໜັບ ສະໜູນການ​ສ້າງຕັ້ງປະຊາ​ຄົມອາ​ຊຽນ. ທ່ານ​ວາງ ຈີນ ​ເຟີ​ງ, ທີ່​ປຶກສາ​ຫ້ອງການວຽກ​ງານ​ອາ​ຊຽນຂອງ​ສະຖານທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ.

ທ່ານວາງ ຈີນ ເຟີງໄດ້ສົ່ງ​ຕໍ່​ຄວາມ​ຢ້ຽມຢາມ​ຖາມ​ຂ່າວ​ຂອງ​ນາງ​​ຖົງ​ສຽວ​ລີງ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ຊຽນໄປ​ຍັງ​ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ, ກ່າວ​ວ່າ​ຈີນ​ຈະ​ສືບ​ຕໍ່​ສະໜັບສະໜູນ​ຂວບ​ການ​ເຊື່ອມ​ໂຍງ​​ຂອງ​ອາ​ຊຽນ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ​ແລະ​ການ​ສ້າງຕັ້ງ​​ປະຊາ​ຄົມອາ​ຊຽນ, ສະໜັບສະໜູນ​ບົດບາດ​ໃຈກາງ​ແລະ​ບົດບາດນຳ​ພາ​​ຂອງ​ອາ​ຊຽນ​ໃນ​ການ​ຮ່ວມ​ມື​ຢູ່​ອາຊີ​ຕາ​ເວັນ​ອອກ​. ຈີນ​ຈະ​ສ້າງ​ຕັ້ງຄະນະ​ທູດປະຈຳ​ອາຊຽນຢູ່​ນະຄອນຫຼວງ​ຈາ​ກາ​ຕາ​ໃນ​ປີ2012, ຝ່າຍ​ຕ່າງໆ​ລ້ວນ​ແຕ່​​ເອົາ​ໃຈ​ໃສ່​ແລະຊົມ​ເຊີຍຕໍ່​ເລື່ອງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ