ທ້າວ ກິ​ລະ​ກອນ ສີ​ພອນ​ໄຊ ດາວ​​ເດັ່ນ​ທີ່​ຄວ້າ 2 ຫຼຽນ​ຄຳ

(GMT+08:00) 2011-12-18 15:51:16     cri

   
    ທ້າວ ກິ​ລະກອນ ສີພອນ​ໄຊ, ນັກ​ກິາ​ແລ່ນ​ແລະ​ລານ​ແຂວງຫຼວງພະ​ບາງ​ເຈົ້າພາບ ​ໄດ້ຄວ້າ 2 ຫຼຽນ​ຄຳ​​​ໃນ​ງານ​ຫຼວງ​ພະ​ບາງ​ເກມ, ຫຼຽນ​ທີ​ໜື່ງ​​ແມ່ນ​ກິລາ​ແລ່​ນປະ​ເພດ 4x100m, ​ແລະຫຼຽນ​ທີ​ສອງ​ແມ່ນ​ກິລາ​ແລ່ນ 100 m. 

     ຫຼັງ​ຈາກ​ການ​ແຂ່ງຂັນ​ສີ້​ນສຸດ​ລົງ, ​ທ້າວ ກິລະ​ກອນ ສີ​ພອນ​​ໄຊ​ ໄດ້​ໃຫ້​ສໍາພາດ​ຕໍ່​ນັກ​ຂ່າວ CRI ວ່າ: ນ້ອງ​ມີ​ຄວາມ​ດີ​ໃຈ ແລະພາກ​ພູມ​ໃຈ​ຕໍ່​ຜົນງານ​ທີ່​ຕົນ​ເອງ​ສ້າງ​ໃນ​ມື້​ນີ້​, ​ເຊິ່ງສາມາດ​ເປັນ​ແຊມ​ໃນ​ລາຍການ​ແລ່ນ100 m ​ແລະ 4x100 m ​ໃນ​ການ​ລົງ​ແຂ່ງຂັນ​ທີ່ຫຼວງພະ​ບາງ​ເກ​ມ,​ ຜ່ານ​ມາ​ນ້ອງກໍ່​ໄດ້ເຂົ້າ​ຮ່ວມ​ງານ​ກິລາ​ນັກຮຽນ​ຢູ່​ແຂວງ​ຫຼວງ​ພະ​ບາງ​​ໄດ້​ໜື່ງຫຼຽນ​ຄຳ, ສາມຫຼຽນ​ທອງ​ແດງ. ​ ງານ​ກິລາ​​ເຂດຢູ່ແຂວງ​​ຈຳປ​າສັກໄດ້​ໜື່ງຫຼຽນ​ຄຳ, ສອງ​ຫຼຽນທອງ​ແດງ.  ສະ​ເພາະ​ງານ​​ໄກ່ຜູ້​​ໂອກ​ເກ​ມນີ້, ນ້ອງ​ໄດ້​ຝຶກ​ຊ້ອມ​ມາ​ເປັນ​ເວລາສີ່​ເດືອນ​, ແລະ​ມື້​ນີ້​ນ້ອງ​ຈຶ່ງສາມາດ​ຄວ້າ​ຫຼຽນ​ຄຳ, ເຮັດ​ໃຫ້​ຊາວ​ຫຼວງພະ​ບາງ​ບໍ່​ຜິດ​ຫວັງ. 

      ໃນ​ຖານະ​ທີ່​ຕົນ​ເອງ​ປະສົບ​ຜົນສຳ​ເລັດ​ໃນ​ມື້​ນີ້​, ຂໍ​ເຊີນຊວນ​ນັກ​ກິລາ​ລຸ້ນນ້ອງທີ່​ມີ​ຄວາມ​ສົນ​ໃຈ​ໃນ​ກິລາ​ປະ​ເພດ​ນີ້​ຕ້ອງ​ມີ​ຄວາມ​ອົດທົນ, ພະຍາຍາມ​ເຮັດ​ໃຫ້​ດີ​ທີ່​ສຸດ.



    ນະ​ໂອກາດ​ນີ້, ນ້ອງ​ຂໍ​ຂອບ​ໃຈ​ນໍາ​ຄູ​ຝຶກ, ​ແລະຊາວ​ຫຼວງ​ພະ​ບາງ​ທຸກ​ຄົນ​ທີ່​ສົ່ງ​ກຳລັງ​ແຮງ​ໃຈມາ​ເຊຍ. ພິ​ເສດ​ຂໍ​ເຊີນຊວນ​ພໍ່​ແມ່​ພີ່ນ້ອງ​ຊວນ​ຫຼວງ​ພະ​ບາງ​​ຖ້າມີ​ເວລາ​ກໍ່​ມາ​ຊົມ​ມາ​ເຊ​ຍ​ໄດ້​ທີ່​ເດີ່ນ​ກິລາ​ແຂວງ​ຫຼວງ​ພະ​ບາງ​, ແລະ​ຢ່າ​ລືມເປັນ​​ແຮງ​ໃຈ​ໃຫ້​ກັບ​ນ້ອງ, ​ເພາະ​ຍັງ​ມີ​ອີກ​2ລາຍການ​ທີ່ນ້ອງ​ຈະ​ລົງ​ແຂ່ງ​​ໃນ​ວັນ​ທີ 18-19 ທັນວານີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ