ບໍ່​ແກ້ວ​ສົມ​ຫວັງ​ແລ້ວຫຼັງ​ຈາກໄດ້​ສອງຫຼຽນຄຳຈາກ​​ເປ​ຕັງຊຸດຊາຍ​ແລະ​ຊຸດ​ຍິງ​ໃນ​ໄກ່​ຜູ້​ໂອກ​ເກມ

(GMT+08:00) 2011-12-20 18:16:00     cri
ກິລາ​ເປ​ຕັງ​ເປັນ​ກິລາ​ແຫ່ງ​ຄວາມ​ຫວັງ​ຂອງ​ທັບ​ນັກ​ກິລາ​ຈາກ​ແຂວງ​ບໍ່​ແກ້ວ, ຕະຫຼອດ ການ​ແຂ່ງຂັນ​ຜ່ານ​ມາ 8 ວັນ ຊິງ​ກັນ 9 ຫຼຽນຄຳ, ​ແຕ່​ບໍ່​ແກ້ວ​ພາດ​ໂອກາດ​ໄດ້ຫຼຽນຄຳ​ໃນ​ລາຍການ​ຄູ່​ປະສົມ ຊາຍ 2 ຍິງ 1 ທີ່​ພົບ​ກັບ​ແຂວງຫຼວງພະ​ບາງ​ເຈົ້າພາບ.


   ​ໃນ​ຕອນ​ເຊົ້າ​ວັນ​ທີ 20 ທັນວາ​ທີ່​ສະໜາມກິລາ​ໃນ​ຮົ່ມ​ແຂວງຫຼວງພະ​ບາງ​ ໄດ້​ມີ​ການ​ຊິງ​ອີກ 2 ຫຼຽນຄຳ​ສຸດ​ທ້າຍ​ຄື​ລາຍການ​ເປ​ຕັງ​ທີມຊຸດ​ຊາຍ​ແລະ​ທີມຊຸດ​ຍິງ​ເຊິ່ງທັງ​ສອງ​ຄູ່​ແມ່ນ​ເປັນ​ການ​ພົບ​ກັນລະຫວ່າງ​ເຈົ້າພາບຫຼວງພະ​ບາງ​ກັບ​ແຂວງ​ບໍ່ແກ້ວ. ​ເຖິງ​ແມ່ນ​ວ່າ​ທີມ​ເປ​ຕັງ​ຈາກ​ແຂວງ​ບໍ່​ແກ້ວ​ຈະ​ຖືກ​ກົດ​ດັນ​ຈາກ​ແຮງ​ເຊຍ​ຂອງ​ເຈົ້າພາບ​ ແຕ່​ກໍ​ສາມາດ​ລ້າງ​ຕາ​ເຈົ້າພາບ​ໄດ້​ສຳ​ເລັດ​ທັງ​ສອງ​ລາຍການຄື: ທີ​ມຊຸດ​ຊາຍ​ແຂວງ​ບໍ່​ແກ້ວ​ເອົາ​ຊະນະຫຼວງພະ​ບາງ 13 -8  ຄະ​ແນນ​, ແລະ​ທີມຊຸດ​ຍິງ​​ແຂວງ​ບໍ່​ແກ້ວ​ເອົາ​ຊະນະຫຼວງພະ​ບາງ 13 -5 ຄະ​ແນນ, ຖື​ວ່າ​ເປັນ​ການ​ຊະນະ​ຢ່າງໜ້າປະ​ທັບ​ໃຈ​ ແລະ​ເປັນ​ສອງຫຼຽນຄຳ​ປະຫວັດສາດ​ຂອງ​ທັບ​ນັກ​ກິລາ​ຈາກ​ແຂວງ​ບໍ່​ແກ້ວ.


   ສະຫຼຸບຜົນ​ການ​ການ​ແຂ່ງຂັນ​ເປ​ຕັງ​ທີມຊຸດ​ຍິງ ນັກ​ກິລາ​ຈາກ​ແຂວງ​ບໍ່ແກ້ວ​(ປະກອບ​ດ້ວຍ: ນາງ ​ໂອ​ເດັດ​ ສົມ​ສຸກ, ນາງ ນາງ​ຈັນ​ສະໝອນ ວົງ​ສະຫວັດ,ນາງ ຄູນ​ຄຳ ສຸກ​ສະຫວັດ​ແລະ​ນາງ ພອນ​ທິບ ມະນີ​ສອນ​)ສາມາດ​ຄວ້າ​ໄດ້ຫຼຽນຄຳ, ຫຼຽນ​ເງິນ​ເປັນ​ຂອງ​ທີມເປ​ຕັງ​ຊຸດ​ຍິງຈາກຫຼວງພະ​ບາງ​ເຈົ້າພາບ ​ແລະຫຼຽນທອງ​ຮ່ວມ​ເປັນ​ຂອງ​​ແຂວງ​​ເຊ​ກອງ​ແລະ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ.
   ສຳລັບ​ທີ​ມຊຸດ​ຊາຍ​ ຫຼຽນຄຳເປັນ​ຂອງ​ນັກ​ກິລາ​ຈາກ​ແຂວງ​ບໍ່​ແກ້ວ(ປະກອບ​ດ້ວຍ​​ທ້າວ ສຸລະ​ສິດ ຄຳ​ວົງສາ, ທ້າວ ພອນ​ປະ​ເສີດ ສຸກ​ຂະ​ພົນ, ທ້າວ ທຸມ​ພັນ ສຸດາ​ວັນ​ແລະ​ທ້າວ ວົງ​ພະຈັນ ລັດຕະນະ), ຫຼຽນ​ເງິນ​ເປັນ​ຂອງ​ນັກ​ກິລາ​ຈາກ​ແຂວງຫຼວງພະ​ບາງ​ເຈົ້າພາບ​ແລະຫຼຽນທອງຮ່ວມ​ເປັນ​ຂອງ​ແຂວງ​ໄຊ​ຍະ​ບູລີ​ແລະ​ກະຊວງ​ສຶກສາ​ທິການ​ແລະ​ກິລາ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ