ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ ປຶກ​ສາ​ຫາ​ລື​ກັນ​ເພື່ອ​ຮັບ​ມື​ກັບ​ໄພ​ແຫ້ງ​ແລ້ງ​ແລະ​ເພີ່ມ​ການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ນ້ຳ

(GMT+08:00) 2010-04-02 15:28:04     cri

ຄະນະ​ກຳມະການ​ແມ່​ນ້ຳຂອງ​ທີ່​ປະກອບ​ດ້ວຍ​ 4 ປະ​ເທດລຸ່ມ​ແມ່​ນ້ຳຂອງ ຄື: ລາວ,​ໄທ,ຫວຽດນາມ​ແລະ​ກຳປູ​ເຈຍ​ ຈະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ທຳ​ອິດ​​ໃນ​ວັນ​ທີ 2 ຫາວັນທີ 5 ​ເມສາ​ນີ້. ປະ​ເທດທີ່​ເຂົ້າ​ຮ່ວມ​ຈະ​ປຶກສາຫາລື​ບັນ ຫາທີ່ລະດັບ​ນ້ຳຂອງ​ຫຼຸດຕ່ຳລົງຢ່າງຜິດ​ປົກກະຕິ​ແລະ​ເຂດ​ລຸ່ມ​ແມ່​ນ້ຳຂອງ​ ປະສົບ​ກັບ​ໄພ​ແຫ້ງ​ແລ້ງ​ຮຸນ​ແຮງ. ​ແລະ​ຫວັງ​ຢາກ​ຮ່ວມກັບ​ຈີນ​ແລະ ມຽນມາ​​ທີ່ຕັ້ງ​ຢູ່​ເຂດ​ເຫນືອ​​ແມ່​ນ້ຳຂອງ​ຄື​ກັນ​ ເພີ່​ມທະວີ​ການ​ປົກ​ປ້ອງ​ແລະ​ນຳ​ໃຊ້​ຊັບພະຍາກອນ​ນ້ຳ.  

ກອງ​ປະຊຸມ​ສຸດ​ຍອດປະ​ເທດ​​ແມ່​ນ້ຳ​ຂອງ​​​ຄັ້ງ​ທຳ​ອິດ ​ຈະ​ຈັດຂຶ້ນ​ຢູ່​ເມືອງ​ຫົວ​ຫີນ​ຂອງ​ໄທ​ນັບ​ແຕ່​ວັນ​ທີ 2 ຫາ​ວັນ​ທີ 5 ​ເມສາ​ນີ້, ​ເພື່ອ​ຮ່ວມ​ກັນຮັບ​ມື​ຢ່າງ​ຮີບ​ດ່ວນ​ກັບ​ບັນຫາທີ່ລະດັບ​ນ້ຳ​ຂອງ​ຫຼຸ​ດຕ່ຳ​ລົງ​ຢ່າງຜິດປົກກະຕິ​ແລະ​ເຂດ​ລຸ່ມ​ແມ່​ນ້ຳຂອງ​ປະສົບ​ກັບ​ໄພ​ແຫ້ງ​ແລ້ງ​ຢ່າງຮຸນ​ແຮງ.  ຜູ່​ນຳ​ຂອງ 4 ປະ​ເທດ​ຄື:ລາວ,​ໄທ, ຫວຽດນາມ​ແລະ​ກຳປູ​ເຈ​ຍທີ່​ເປັນ​ປະ​ເທດສະ​ມາຊິກ​ຂອງ​ຄະນະ​ກຳມະການ​ແມ່​ນ້ຳຂອງ ​ຈະ​ເຂົ້າ​ຮ່ວມ​. ຈີນ​ແລະ​ມຽນມາ​ທີ່ຕັ້ງຢູ່ຍ່ານ​ເຫນືອແມ່​ນ້ຳຂອງ​ໃນ​ນາມ​ເປັນປະ​ເທດ ສັງ​ເກດ​ການຈະ​ສົ່ງຜູ່​​ແທນເຂົ້າ​ຮ່ວມ ​. ນອກ​ນີ້, ຜູ່​​ແທນ​ຂອງ​ອົງການ​ຈັດ​ຕັ້ງ​ທາງ​ສັງຄົມແລະ​ພາກສ່ວນ​ເອກະ​ຊົນຈຳນວນ ຫນຶ່ງ​ກໍ່​ຈະ​ເຂົ້າ​ຮ່ວມ.   ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້​ ຍັງ​ເປັນ​ຂີດ​ຫມາຍ​ສະ​ແດງ​ໃຫ້​​ເຫັນ​ວ່າ ຄະນະ​ກຳມະການ​ແມ່​ນ້ຳຂອງ​ໄດ້ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 15 ປີ​ແລ້ວ, ບຸກຄົນ​ສຳຄັນ ທັງ​ຫຼາຍ​ທີ່​ເຂົ້າ​ຮ່ວມ​ກອງປະຊຸມ​ ຍັງ​ຈະ​ປຶກສາ​ຫາລື​ການ​ທ້າ​ທາຍ​ແລະ​ໂອກາດ​ຕ່າງໆ​ທີ່​ເຂດ​ລຸ່ມ​ແມ່​ນ້ຳຂອງ​ພວມ​ປະ​ເຊີນຢູ່, ​ໂດຍ​ສະ​ເພາະ​ແມ່ນ​ຜົນ​ກະທົບຍາວ​ນານຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ,ບົດບາດ​ຂອງ​ຄະນະ​ກຳມະການ​ແມ່​ນ້ຳຂອງ​ໃນ​ການ​ສຳ​ເລັດ​ເປົ້າ​ໝາຍ​ພັດ​ທະນາສະຫັດ​ສະ​ວັດ​​​ ເຊັ່ນວ່າ:​​ໃນ​ດ້ານຫຼຸດຜ່ອນ​ຄວາມ​ທຸກ​ຍາກ​ແລະ​ອື່ນໆ. ​ໂດຍ​ອີງ​ຕາມ​ວາລະ​ປະຊຸມ​ຂອງ​ກອງ​ປະຊຸມ​ເທື່ອ​ນີ້, ຜູ່​ນຳ​ຂອງ​ຄະນະ​ກຳມະການ​ດັ່ງກ່າວ​ຈະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ເປັນ​ເວລາ​ເຄິ່ງວັນ​​ໃນ​ວັນ​ທີ 5 ​ເມສາ​ນີ້.

ສ່ວນວັນ​ທີ 2 ​ແລະວັນ​ທີ 3,ປະ​ເທດ​ເຈົ້າພາບຈະ​ຈັດ​ກອງ​ປະຊຸມ​ສາກົນ​ເປັນ​ເວລາ 2 ວັນກ່ອນ. ຫົວ​ຂໍ້​ຂອງ​ກອງ​ປະ​ຊຸມ​ແມ່ນ: "ການ​ຄຸ້ມ​ຄອງຊັບພະຍາກອນ​ນ້ຳ​ທີ່​ຂ້າມ​ຊາຍ​ແດນ ​ພາຍ​ໃຕ້​ສະພາບທີ່​ດິນ​ຟ້າ​ອາກາດ​ຂອງ​ໂລກ​ມີ​ການ​ປ່ຽນ​ແປງ​".  ນອກຈາກ​ຜູ່​​ແທນ​ຂອງ​ຄະນະ​ກຳມະການ​ແມ່​ນ້ຳຂອງ​ແລ້ວ, ຜູ່​​ແທນ​ແລະ​ນັກວິຊາການ​ດ້ານ​ຊົນລະປະທານ​ຂອງ​ອົງການ​ຄຸ້ມ​ຄອງ​ແມ່​ນ້ຳ​ສາກົນແລະ​ອົງການ​ຈັດ​ຕັ້ງ​ສາກົນ​ອື່ນ​ໆ ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ເທື່ອ​ນີ້, ​ເພື່ອ​ຮ່ວມ​ກັນຫາ​ລື​ແລະ​ແລກ​ປ່ຽນບົດຮຽນ​ທີ່​ດີແລະ​ບັນຫາ​ທີ່ສົນ​ໃຈຮ່ວມ​ກັນຂອງ​ເຂົາ​ເຈົ້າ, ​ແລະ​ມີ​ຂໍ້​ສະ​ເຫ​ນີ​ ກ່ຽວ​ກັບການຈະ​​ເຮັດ​ແນວ​ໃດ​​ເພື່ອປັບປຸງ​ການ​ພັດ ທະນາ​ແລະ​ການຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ​ໃຫ້​ດີ​ກວ່າ​​ເກົ່າ. ຖະ​ແຫຼງການ​ຂອງກອງ​ປະຊຸມຄັ້ງ​ນີ້ ຈະ​ຍື່ນ​ຕໍ່​ກອງ​ປະຊຸມ​ສຸດ​ຍອດ​ 4 ປະ​ເທດຄະນະ​ກຳມະການ​ແມ່​ນ້ຳຂອງ.


ຂໍ້​ມູນ​ທີ່​ຄະນະ​ກຳມະການ​ແມ່​ນ້ຳຂອງ ​ເຜີ​ຍ​ແຜ່​ສະ​ແດງ​ໃຫ້​ເຫັນ​ວ່າ, ປະຈຸ​ບັນ, ຢູ່​ໃນ​ໂລກ, ມີປະຊາຊົນຫຼາຍ​ກວ່າ 40 % ​ດຳ​ລົງ​ຊີວິດ​ຢູ່​ເຂດລ້ອງແມ່​ນ້ຳ​ແລະ​ລຸ່ມ​ແມ່ນ້ຳ​ທີ່​ຂ້າມ​ຊາຍ​ແດນ​ຂອງສອງ​ປະ​ເທດ​ຫຼືຫຼາຍ​ປະ​ເທດ, ນີ້​ກໍ່​ຮຽກຮ້ອງ​ໃຫ້​ປະ​ເທດ​ຕ່າ​ງໆ​ໃນ​ເຂດລຸ່ມ​ແມ່​ນ້ຳ​ ເພີ່​ມທະວີ​ການ​ຮ່ວມ​ມືທີ່​ຂ້າມ​ຊາຍ​​ແດນ​ລະ​ຄຸ້ມ​ຄອງ​ຮ່ວມ​ກັນ, ​ເພື່ອຮັບ​ມື​ກັບ​ການ​ທ້າ​ທາຍ​ຂອງການ​ພັດທະນາ​​ເສດຖະກິດ​ແລະສັງຄົມ.
  
 

ແມ່​ນ້ຳ​ລ້ານຊ້າງ​ແມ່​ນ້ຳຂອງ​ເກີດ​ໄພ​ແຫ້ງ​ແລ້ງ​ໜັກໜ່ວງ​ໃນ​ໄລຍະນີ້, 5ປະ​ເທດ​ອະນຸ​ພາກ​ພື້ນລຸ່ມ​ແມ່​ນ້ຳຂອງ​ລວມທັງ​ຈີນ​ແລະ​ໄທ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ກະທົບ​ໜັກ, ​ແຕ່​ວ່າ, ໜ່ວຍງານ​ແລະ​ສື່​ມວນ​ຊົນ​ຈຳນວນ​ໜຶ່ງ​ເຫັນ​ວ່າ​ລະດັບ​ນ້ຳຂຂອງອງ​ຫຼຸດ​ລົງຫຼາຍ​ຢ່າງ​ຜິດ​ປົກກະຕິ​ແມ່ນ​ຍ້ອນ​ວ່າ​ຈີນ​ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຢູ່​ຍ່ານ​ເໜືອ, ​ແລ້ວ​ຮຽກຮ້ອງ​ໃຫ້ຈີນ​ຮັບຜິດຊອບ​ຕໍ່​ໄພ​ແຫ້ງ​ແລ້ງ​ເທື່ອ​ນີ້. ​ໃນ​ຖານະທີ່​ເປັນ​ປະ​ເທດສັງ​ເກດ​ການ​ຂອງ​ຄະນະ​ກຳມະການ​ແມ່​ນ້ຳຂອງ, ຈີນ​ຈະ​ສົ່ງ​ທ່ານຊົ້ງທ່າວ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ແມ່​ນ້ຳຂອງ​ເທື່ອ​ນີ້.

ຈີນ​ເຫັນ​ວ່າ, ລະດັບ​ນ້ຳ​ອງ​ຫຼຸດ​ລົງຫຼາຍ​ຜິດ​ປົກກະຕິ​ບໍ່​ກ່ຽວ​ກັບ​ການ​ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຢູ່​ແມ່​ນ້ຳລ້ານ​ຊ້າງ. ອາກາດ​ແຫ້ງ​ແລ້ງ​ທີ່​ສຸດ​​ໃນ​ປະຈຸ​ບັນ​ແມ່ນ​ສາ​ເຫດທີ່​ແທ້​ຈິງ​ທີ່​ເຮັດ​ໃຫ້​ລະດັບ​ນ້ຳ​ຂອງແມ່​ນ້ຳລ້າງ​ຊ້າງ​ແມ່​ນ້ຳຂອງ​ຫຼຸດ​ລົງ. ນອກຈາກ​ເຂດ​ລ້ອງ​ແມ່​ນ້ຳລ້ານ​ຊ້າງ​ມີ​ປະລິມານ​ຝົນຕົກ​ໜ້ອຍ​ກວ່າ​ໄລຍະ​ດຽວ​ກັນ​ໃນ​ປີຜ່ານ​ມາ 65%​ແລ້ວ, ​ເຂດ​ລ້ອງ​ແມ່​ນ້ຳຂອງ​ກໍ​ມີ​ຝົນຕົກ​ໜ້ອຍ​ທີ່​ສຸດ, ປະລິມານ​ນ້ຳ​ຫຼຸດລົງ​ຢ່າງ​ຜິດ​ປົກກະຕິ.

ສະ​ນັ້ນ, ລັດຖະບານ​ຈີນ​ໄດ້​ແຈ້ງ​ສະພາບ​ການ​ຂາດ​ນ້ຳ​ແລະ​ສະ​ໜອງ​ຂໍ້​ມູນ​ອຸທົກກະ​ສາດທີ່​ກ່ຽວຂ້ອງຂອງ​ສະຖານີ​ອຸທົກ​ກະສາ​ດຈີນ​ສອງ​​ແຫ່ງ​ທີ່ຢູ່​ເມືອງ​ຊຽງ​ຮຸ່ງ​ແລະ​ເມືອງ​ມັນ​ທີ່ຢູ່​ຕັ້ງ​ແຄມ​ແມ່​ນ້ຳ​ລ້ານ​ຊ້າງນັ້ນ​ຢ່າງ​ສຸກ​ເສີນ​ໃຫ້​ແກ່​ຄະ​ນະ​ກຳມະການ​​ແມ່​ນ້ຳຂອງ​ເລີ່​ມ​ແຕ່​ວັນ​ທີ 22 ມີນາ​ນີ້, ຫວັງ​ວ່າ​ຈະ​ສາມາດ​ຊ່ອຍ​ເຫຼືອ​ວຽກ​ງານ​ຕ້ານ​ແລະ​ກູ້​ໄພ​ແຫ້ງ​ແລ້ງ​ຂອງ​ປະ​ເທດ​ຢູ່​​ເຂດ​ລຸ່ມ​ແມ່​ນ້ຳຂອງ. ຈີນ​ຍັງ​ກ່າວ​ວ່າ, ຍິນ​ດີ​ເພີ່ມ​ທະວີ​ການ​ແລ​ປ່ຽນກັນ​ດ້ານ​ຂໍ້​ມູນ​ຂ່າວສານ​ກັບ​ລາວ, ​ໄທ, ຫວຽດນາມ​ແລະ​ກຳປູ​ເຈຍ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຮ່ວມ​ກັນ​ເຮັດ​ວຽກ​ວຽກ​ງານ​ຕ້ານ​ໄພ​ແຫ້ງ​ແລ້ງ​ໃຫ້​ດີ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ