ຈີນ​ອາ​ຊຽນ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ແລະ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ

(GMT+08:00) 2010-04-02 09:31:58     cri

ຫວ່າງມໍ່ໆນີ້ ກອງປະຊຸມໂຕະມົນມະຫາວິທະຍາໄລຈີນ-ອາຊຽນທ່ີກະຊວງສຶກ
ສາທິການຈີນເປັນຜູ່ລິເລີ່ມ,ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງເປັນຜູ່
ຈັດໄດ້ໄຂຂຶ້ນຢູ່ປັກກິ່ງ, ຜູ່ຮ່ວມປະຊຸມເປັນເອກະສັນກັນມີຄວາມເຈດຈຳນົງວ່າ
ບັນລຸການຮັບຮອງປະຫວັດການສຶກສາ     ປະລິນຍາການສຶກສາແລະຄະແນນ
ການສຶກສາລະຫວ່າງຈີນກັບບັນດາປະເທດອາຊຽນ.

ຜູ່ແທນຂອງໂຮງຮຽນຊັ້ນສູງ17 ແຫ່ງຂອງຈີນ ຄື ມະຫາວິທະຍາໄລພາສາຕ່າງ
ປະເທດປັກກິ່ງ ມະຫາວິທະຍາໄລປັກກິ່ງ ມະຫາວິທະຍາໄລຟູຕ້ານ ມະຫາວິ
ທະຍາໄລເຈີ້ຈ່ຽງ ມະຫາວິທະຍາໄລຈົ່ງຊານເປັນຕົ້ນພ້ອມກັບທ່ານບຸນແສງ.ກັນ
ຍາວົງ ຫົວຫນ້າຫ້ອງການແຜນການແລະການຮ່ວມມືມະຫາວິທະຍາໄລແຫ່ງ
ຊາດລາວ ຜູ່ແທນຂອງມະຫາວິທະຍາໄລແຫ່ງຊາດສິງກະໂປ ມະຫາວິທະຍາ
ໄລອິນໂດເນເຊຍ ມະຫາວິທະຍາໄລມາເລເຊຍ ມະຫາວິທະຍາໄລຟິລິບປິນ
ແລະມະຫາວິທະຍາໄລທ່ີມີຊື່ສຽງຂອງບັນດາປະເທດໃນອາຊຽນລວມ 14 ແຫ່ງ
ໄດ້ເຂົ້າຮ່ວມກອງປະຊຸມເທື່ອນີ້.

ຍ້ອນເຂດການຄ້າເສລີຈີນອາຊຽນຈະສ້າງຕັ້ງຂຶ້ນເປັນກ້າວໆ, ຢູ່ລະຫວ່າງຈີນກັບ ອາຊຽນຕ່າງບໍ່ຮັບຮອງເອົາຄະແນນການສຶກສາແລະປະຫສັດການສຶກສາໄດ້ສະ
ກັດກັ້ນການແລກປ່ຽນລະຫວ່າງນັກວິຊາການຂອງບັນດາປະເທດ,ສະນັ້ນ, ຜູ່ຮ່ວມ
ປະຊຸມເປັນເອກະສັນກັນເຫັນວ່າ, ຈະຊຸກຍູ້ໂຮງຮຽນຊັ້ນສູງແລະລັດຖະບານຂອງ
ຈີນແລະອາຊຽນຮ່ວມມືກັນ, ຮັບຮອງປະຫວັດການສຶກສາ ປະລິນຍາການສຶກສາ ແລະຄະແນນການສຶກສາເຊິ່ງກັນແລະກັນເປັນກ້າວໆ.

ພໍດີ ກ່ອນມື້ໄຂກອງປະຊຸມໂຕມົນ,ໄດ້ຈັດພິທີສະຫລອງສຳເລັດການຮຽນຂອງຊຸດ
ການທັດສະນະສຶກສາແລະຄົ້ນຄວ້າຂອງພະນັກງານນຳຊາວຫນຸ່ມຊັ້ນສູງລະຫວ່າງ
ຈີນອາຊຽນຢູ່ປັກກິ່ງ.

ຕາມຊາບວ່າ, ລວມມີ 39 ຄົນທ່ີມາຈາກ 5 ປະເທດກຸ່ມອາຊຽນຄື ລາວ ຫວຽດນາມ
ກຳປູເຈຍ ມຽນມາແລະໄທເຂົ້າຮ່ວມຊຸດການທັດສະນະສຶກສາແລະຄົ້ນຄວ້າຂອງພະ ນັກງານຊາວຫນຸ່ມຊັ້ນສູງລະຫວ່າງຈີນອາຊຽນເທື່ອນີ້. ທ່ານນາງຮວງຢົງ  ຫົວຫນ້າ ຫ້ອງການຄະນະພັກສະຖາບັນແລກປ່ຽນຊາວຫນຸ່ມສາກົນເຂດກວາງຊີຂອງຈີນ
ບອກນັກຂ່າວວ່າ:ຊຸດການທັດສະນະສຶກສາແລະຄົ້ນຄວ້າຂອງພະນັກງານນຳຊາວ ຫນຸ່ມຊັ້ນສູງລະຫວ່າງຈີນອາຊຽນແມ່ນຈັດໂດຍຄະນະສູນກາງຊາວຫນຸ່ມກອມມູນິດ
ຈີນເພື່ອເພີ່ມທະວີການພົວພັນລະຫວ່າງຈີນກັບບັນດາປະເທດອາຊຽນ,ປະຕິບັດນະ
ໂຍບາຍສ້າງເຂດການຄ້າເສລີຈີນອາຊຽນຂອງສູນກາງພັກກອມມູນິດຈີນ.ນັກສຶກສາ
ທ່ີເຂົ້າຮ່ວມຊຸດການທັດສະນະສຶກສາແລະຄົ້ນຄວ້າດ່ັງກ່າວຮູ້ສຶກດີໃຈຫລາຍທ່ີສາ
ມາດມາຈີນຮຽນພາສາຈີນ ຊອກຮູ້ເສດຖະກິດ ວັດທະນະທຳຈີນຊອກຮູ້ວຽກງານ
ຊາວຫນຸ່ມແລະການເຄື່ອນໄຫວຂອງຄະນະຊາວຫນຸ່ມກອມມູນິດຈີນ,ຍັງສາມາດ ຊຸກຍູ້ຄວາມເຂົ້າໃຈກັນແລະມິດຕະພາບລະຫວ່າງບັນດາປະເທດ, ມີຄວາມຫມາຍ
ເລິກເຊິ່ງທ່ີສຸດ. ພວກເຂົາເຈົ້າກ່າວວ່າພາຍຫລັງກັບເມືອປະເທດແລ້ວຈະກາຍເປັນ ຂົວສະພານແລະທູດແຫ່ງການເພີ່ມທະວີມິດຕະພາບລະຫວ່າງ 10 ປະເທດອາ
ຊຽນກັບຈີນ,ໂຄສະນາຈີນ, ເຮັດໃຫ້ການພົວພັນຈີນກັບບັນດາປະເທດອາຊຽນຍິ່ງ
ແຫນ້ນແຟ້ນຂຶ້ນ.

ທ່ານສຸລິວັນ. ນັກສຶກສາລາວໄດ້ສະເຫນີປະສົບການໃນການແລກປ່ຽນກັບຊາວ
ຫນຸ່ມບັນດາປະເທດສູ່ພວກເຮົາຟັງ:

ຂ້າພະເຈົ້າຮູ້ສຶກວ່າການແລກປ່ຽນວຽກງານຊາວຫນຸ່ມຂອງພວກເຮົານີ້ມີບົດຮຽນ
ຫລາຍ,ເພາະວ່າບົດຮຽນຂອງແຕ່ລະປະເທດກໍ່ຕ່າງກັນ.ກ່ຽວກັບວຽກງານຊາວຫນູ່ມ
ຂອງຈີນນີ້ ເບິ່ງການຈັດຕັ້ງແລະການເຄື່ອນໄຫວຊາວຫນຸ່ມຂອງເພິ່ນມີລັກສະນະ
ຈັດແຈງແບ່ງຫນ້າວຽກທ່ີລະອຽດ,ເພິ່ນໄດ້ເຮັດໃຫ້ການຈັດຕັ້ງຊາວຫນຸ່ມຮັບໃຊ້ຊາວ
ຫນຸ່ມແທ້,ເຮັດໃຫ້ຊາວຫນຸ່ມຫມົດທຸກຄົນປະກອບສ່ວນການສ້າງສາພັດທະນາປະ
ເທດຊາດ.ຕາມອາຈານເວົ້າສູ່ຟັງວ່າ,ຊາວຫນຸ່ມຄືກຳລັງແຮງຂອງພັກ,ດັ່ງນັ້ນວຽກ
ງານຢູ່ໃນຂົງເຂດຊາວຫນຸ່ມນີ້ສະເພາະຈີນມີຫລາຍຂົງເຂດເປັນຊາວຫນຸ່ມຜູ່ອາສາ
ສະຫມັກ,ສົມຫມົດວ່າງານຮ້ອງເພງພື້ນເມືອງແລະງານແລກປ່ຽນວັດທະນະທຳອາ ຊຽນຈີນຫລືວ່າງານວາງສະແດງສິນຄ້າອາຊຽນຈີນໃນເດືອນພະຈິກ,ທັງຫມົດແມ່ນ ລ້ວນແຕ່ແມ່ນຊາວຫນຸ່ມເປັນຜູ່ອາສາສະຫມັກເຂົ້າຮ່ວມໃນການຮັບຜິດຊອບສະ
ຖານທີ່ຕ່າງໆ,ບັນຫານີ້ເຮັດໃຫ້ພວກຂ້າພະເຈົ້າໄດ້ບົດຮຽນຫລາຍເພື່ອນຳເອົາໄປ
ຖອດຖອນຢູ່ປະເທດລາວຂອງພວກເຮົາ.

ທ່ີຈິງແລ້ວ, ຊຸດທັດສະນະສຶກສາແລະຄົ້ນຄວ້າຂອງພະນັກງານຊາວຫນຸ່ມຊັ້ນສູງລະ ຫວ່າງຈີນອາຊຽນພຽງແຕ່ແມ່ນສ່ວນຫນຶ່ງໃນການແລກປ່ຽນລະຫວ່າງຈີນກັບບັນດາ
ປະເທດອາຊຽນໃນຫລາຍປີມານີ້, ທ່ານບຸນແສງ.ກັນຍາວົງ ຫົວຫນ້າຫ້ອງການ
ແຜນການແລະການຮ່ວມມືມະຫາວິທະຍາໄລແຫ່ງຊາດລາວບອກພວກຂ້າພະເຈົ້າ
ວ່າ:ຂ້າພະເຈົ້າເຫັນວ່າ, ການຮ່ວມມືຄ້ັງນ້ີມີຄວາມສຳຄັນຫຼາຍ, ເພ່ືອວ່າຈະໄດ້ໄປປັບ
ປຸງໂຄງການຮ່ວມມືໃນຕ່ໍໜ້າຄວນຈະເຮັດແນວໃດແດ່. ເຮັດຈ່ັງໃດເພ່ືອໃຫ້ການພັດ ທະນາມະຫາວິທະຍາໄລລາວເຮົາກັບມະຫາວິທະຍາໄລເພ່ິນນ້ີຫຍັບເຂົ້າໃກໆກັນ.
ພ້ອມກັນນັ້ນ, ກ່ໍຈະໄດ້ສ້າງໂຄງການຕ່າງໆ, ເປັນຕົ້ນໂຄງການຫົວຂ້ໍໃນການຄົ້ນ
ຄວ້າວິໄຈ, ເຣົາກ່ໍຈະເລັ່ງມາຫາການສຶກສາ, ເລັ່ງມາຫາຈີນ, ວິທະຍາສາດກ່ໍແມ່ນ
ວິທະຍາສາດອັນຮ່ວມກັນ, ອັນມີຜົນປະໂຫຍດຫຼາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ