ສະມາຄົມປະເທດອາຊີອາຄະເນ

(GMT+08:00) 2010-04-02 09:34:58     cri
ສະມາຄົມປະເທດອາຊີອາຄະເນ:

ຊື່ພາສາອັງກິດ:Association of Southeast Asian Nations

ປະທານຄະນະປະທານຂອງຄະນະກຳມະການປະຈຳ: Chairman of the
Chairmanship of Asean Standing Committee

ເລຂາທິການໃຫຍ່:ທ່ານ_ອົງເກັງຢົງ (ສິງກະໂປ ) (2003,1 )
Secretary—General:Ong Keng yong

ຮອງເລຂາທິການໃຫຍ່: Deputy Secretary—General

ອົງປະກອບຂອງອາຊຽນມີດ່ັງນີ້ຄື:
1,ກອງປະຊຸມຂັ້ນສຸດຍອດ Asean Summit Meeting

(ໄຂກອງປະຊຸມບໍ່ເປັນທາງການປີລະເທື່ອ,ໄຂກອງປະຊຸມສຸດຍອດເປັນທາງການ
3 ປີ ເທື່ອນ່ຶງ,ວາງນະໂຍບາຍກ່ຽວກັບບັນຫາສຳຄັນແລະທິດພັດທະນາ)

2,ກອງປະຊຸມລັດຖະມົນຕີ    (ຄື:ກອງປະຊຸມລັດຖະມົນຕີການຕ່າງປະເທດ)
(Ministerial Conferences With Dialogue countries )
ອົງການວາງນະໂຍບາຍແມ່ນປະກອບດ້ວຍລັດຖະມົນຕີການຕ່າງປະເທດຂອງປະ
ເທດສະມາຊິກອາຊຽນ,ຜັດປ່ຽນກັນໄຂກອງປະຊຸມປະຈຳປີຢູ່ປະເທດສະມາຊິກ

3,ກອງປະຊຸມຂັ້ນລັດຖະມົນຕີກັບປະເທດສົນທະນາ Ministerial Conferences
with Dialogue Countries (ຕໍ່ຈາກກອງປະຊຸມລັດຖະມົນຕີການຕ່າງປະເທດອາ
ຊຽນີ່ໄຂຂຶ້ນປີລະເທື່ອນັ້ນແມ່ນໃຫ້ລັດຖະມົນຕີການຕ່າງປະເທດສະມາຊິກອາຊຽນ
ແລະລັດຖະມົນຕີການຕ່າງປະເທດຂອງປະເທດຫມູ່ຄູ່ເຂົ້າຮ່ວມຫາລືບັນຫາການ
ເມືອງ ເສດຖະກິດ ການຮ່ວມມືລະຫວ່າງອາຊຽນກັບຫມູ່ຄູ່ສົນທະນາເປັນຕົ້ນ)

4,ກອງປະຊຸມລັດຖະມົນຕີເສດຖະກິດແລະກອງປະຊຸມລັດຖະມົນຕີແຮງງານ:
Economic and labor ministers' Meeting

ຄະນະກຳມະການປະຈຳ Standing Committee
(ແມ່ນລັດຖະມົນຕີການຕ່າງປະເທດຂອງປະເທດເຈົ້າພາບໃນປີນັ້ນ່ນ່ັງກຳກັບກອງ
ປະຊຸມລັດຖະມົນຕີປະຈຳປີເປັນປະທານ,ເອກອັກຄະລັດຖະທູດຂອງປະເທດສະ
ມາຊິກອື່ນໆປະຈຳປະເທດດ່ັງກ່າວເປັນກຳມະການ,ຈັດກອງປະຊຸມທີ່ບໍ່ມີເວລາກຳ
ນົດ,ຮັບຜິດຊອບຊຳລະແກ້ໄຂວຽກງານປະຈຳວັນຂອງສະມາຄົມອາຊຽນແລະກຽມ
ກອງປະຊຸມລັດຖະມົນຕີການຕ່າງປະເທດ,ພາຍຫລັງຈາກກອງປະຊຸມແລ້ວເປັນຜູ້
ປະຕິບັດ ມະຕິຂອງກອງປະຊຸມລັດຖະມົນຕີ,ແລະມີສິດຕາງຫນ້າອາຊຽນອອກຖະ
ແຫຼງການ )

ສຳນັກເລຂາທິການ (ຂັ້ນລັດຖະມົນຕີ ) Secretariat
(ສຳນັກງານໃຫຍ່ບໍລິຫານງານຂອງອາຊຽນ,ຮັບຜິດຊອບປະສານງານກັບສຳນັກ
ງານເລຂາ ທິການແຫ່ງຊາດຂອງບັນດາປະເທດສະມາຊິກແລະນ່ັງເປັນປະທານ
ໃນກອງປະຊຸມເລຂາທິການໃຫຍ່,ຮັບຜິດຊອບຕໍ່ກອງປະຊຸມລັດຖະມົນຕີແລະຄະ
ນະກຳມະການປະຈຳ,ສຳນັກເລຂາທິການຕັ້ງຢູ່ຢາກາຕານະຄອນຫຼວງຂອງອິນໂດ
ເນເຊຍ)

ຄະນະກຳມະການປະຈຳ Committee
(ຮັບຜິດຊອບຄົ້ນຄວ້າແລະປະຕິບັດແຜນການແລະຂ້ໍສະເຫນີຂອງກອງປະຊຸມລັດ
ຖະມົນຕີຢ່າງລະອຽດ,ຕ່າງຕັ້ງຢູ່ນະຄອນຫຼວງຂອງປະເທດສະມາຊິກ)

./. ຄະນະກຳມະການປະຈຳການຄ້າແລະການທ່ອງທ່ຽວ(Trade and Tourism )

./.ຄະນະກຳມະການປະຈຳອຸດສາຫະກຳບໍ່ແຮ່ແລະພະລັງງານ
    (Industry minerals and Energy )

./. ຄະນະກຳມະການປະຈຳທັນຍາຫານ ກະສິກຳແລະປ່າໄມ້
    (Food Agriculture and Forestry)

./.ຄະນະກຳມະການປະຈຳວັດທະນະທຳແລະຖະແຫຼງຂ່າວ
   (Culture and Information )

./.ຄະນະກຳມະການປະຈຳຄົມມະນາຄົມຂົນສ່ົງ (Transport and Communications)

./.ຄະນະກຳມະການປະຈຳການເງິນແລະທະນາຄານ(Finance and Banking)

./.ຄະນະກຳມະການປະຈຳວິທະຍາສາດເຕັກໂນໂລຊີ(Science and Technology)

./.ຄະນຳກຳມະການປະຈຳການພັດທະນາສັງຄົມ(Social Development)

./.ຄະນະກຳມະການປະຈຳງົບປະມານ(Budget)

./.ຄະນະກຳມະການພິເສດ(Special Committee):
(ຮັບຜິດຊອບຄົ້ນຄວ້າແລະຊຳລະແກ້ໄຂບາງບັນຫາພິເສດໃນການຮ່ວມມືເສດ
ຖະກິດແລະການພົວພັນເສດຖະກິດກັບພາຍນອກຂອງອາຊຽນ)

./.ຄະນະກຳມະການປະສານງານພິເສດຂອງອາຊຽນ

./.ຄະນະກຳມະການອາຊຽນ--ບຼູແຊນ

./.ຄະນະກຳມະການຄຸ້ມຄອງທະນາຄານກາງແລະເງິນຕາທະນາຄານກາງ

./.ຄະນະກຳມະການສ້າງສາແລະຟື້ນຟູອິນໂດຈີນຄືນໃຫມ່

./.ຄະນະກຳມະການເຈົ້າຫນ້າທີ່ຊັ້ນສຸູງກ່ຽວກັບບັນຫາການຄ້າ

./.ຄະນະກຳມະການອາຊຽນ--ເຊີແນວ

./.ຄະນະກຳມະການເຈົ້າຫນ້າທີ່ຊັ້ນສູງກ່ຽວກັບບັນຫາຢາງຕັງຕິ້ວປະສົມ

./.ຄະນະກຳມະການເຈົ້າຫນ້າທີ່ຊັ້ນສູງກ່ຽວກັບບັນຫານ້ຳຕານຊາຍ

(ຫມາຍເຫດ:ຄະນະກຳມະການສະເພາະກິດອື່ນໆລ້ວນແຕ່ມີວຽກສະເພາະກິດ
ຂອງໃຜລາວ,ເຊີນຊອກອ່ານຕ່າງຫາກ)

ອົງການພົນລະເຮືອນ (ເຄ່ິງທາງການ):

ສະຫະພັນກອງປະຊຸມອາຊຽນ

ສະຫະສະມາຄົມອຸດສາຫະກຳການຄ້າ

ຄະນະມຸງຕີນ້ຳມັນເຊື້ອໄຟ

ສະຫະສະມາຄົມພະນັກຫນັງສືພິມ

ສະຫະສະມາຄົມເຈົ້າຂອງກຳປ່ັນ

ສະຫະສະມາຄົມຄະນະມຸງຕີຮັບສ່ົງສິນຄ້າ

ສະຫະສະມາຄົມການທ່ອງທ່ຽວແລະສະຫະສະມາູມຫໍພິພິທະພັນ

ສະເຫນີໂດຍສັງເຂບ:ອະດີດສະມາຄົມອາຊຽນ(ເວົ້າຫຍ້ໍ)ແມ່ນສະມາຄົມອາຊີ
ອາຄະເນທີ່ມາເລຢູ(ດຽວນີ້ຮຽກເປັນມາເລເຊຍ) ຟິລິປິນແລະໄທໄດ້ຮັບການສ້າງ
ຕັ້ງຂຶ້ນຢູ່ບາງກອກເມື່ອວັນທີ 31 ກໍລະກົດ ປີ 1961.

ວັນທີ 7 ຫາ ວັນທີ 8 ສິງຫາປີ 1967,ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ
ມາເລເຊຍ ຟິລິປິນ ສິງກະໂປແລະໄທໄດ້ປະຊຸມກັນຢູ່ບາງກອກ,ແລ້ວອອກຄຳຖະ
ແຫຼງການ່ສ້າງຕັ້ງສະມາຄົມປະເທດອາຊີອາຄະເນ(ຄືຄຳຖະແຫຼງການບາງກອກ)
ໂດຍປະກາດທີ່ສ້າງຕັ້ງອາຊຽນເປັນທາງການ,ແຕ່ວັນທີ 28 ຫາ ວັນທີ 29 ສິງຫາ
ປີ 1967 ,ມາເລເຊຍ ໄທແລະຟິລິປິນໄດ້ຈັດກອງປະຊຸມຂັ້ນລັດຖະມົນຕີຢູ່ກົວລາ
ລຳເບີນະຄອນຫຼວງຂອງມາເລເຊຍ,ຕົກລົງເອົາສະມາຄົມປະເທດອາຊີອາຄະເນ
(ຊື່ຫຍ້ໍແມ່ນອາຊຽນ)ເຂົ້າແທນສະມາຄົມອາຊີອາຄະເນ

ວັດຖຸປະສົງແລະຈຸດຫມາຍຂອງອາຊຽນຄື:

1. ທຳຄວາມພະຍາຍາມພ້ອມກັນດ້ວຍຄວາມສະເໝີພາບແລະຈິດໃຈປະສານງານ
ຊຸກຍູ້ເສດຖະກິດເຕີບໂຕ,ສັງຄົມມີຄວາມກ້າວຫນ້າ,ສົງຄົມແລະວັດທະນະທຳມີ
ການພັດທະນາໃນພາກພື້ນແຫ່ງນີ້.

2. ປະຕິບັດຕາມຄວາມເປັນທຳທຳ,ຫຼັກມາດຖາການພົວພັນລະຫວ່າງ ຊາດແລະ
ກົດບັດສະຫະປະຊາຊາດ,ຊຸກຍູ້ໃຫ້ພາກພື້ນແຫ່ງນີ້ມີສັນຕິພາບແລະສະຖຽນລະພາບ.

3. ຊຸກຍູ້ການຮ່ວມມືແລະຕ່າງຊ່ອຍເຫຼືອເຊິ່ງກັນແລະກັນໃນບັນຫາເສດຖະກິດສັງ
ຄົມວັດ ທະນະທຳເຕັກນິກແລະວິທະຍາສາດເປັນຕົ້ນ

4. ຕ່າງຊ່ອຍເຫຼືອເຊ່ິງກັນແລະກັນໃນດ້ານການສຶກສາ ວິຊາການ ແລະເຕັກນິກຕະ ຫຼອດຮອດການເຝິກແອບດ້ານບໍລິຫານແລະເຄື່ອງປະກອບຄົ້ນຄວ້າ

5. ດຳເນີນການຮ່ວມມືຢ່າງມີປະສິດທິຜົນກວ່າເກ່ົາໃນດ້ານການນຳໃຊ້ກະສິກຳແລະ
ອຸດສາຫະ ກຳຢ່າງເຕັມທີ່,ເປີດກວ້າງການຄ້າ,ປົວແປງຄົມມະນາຄົມຂົນສົ່ງໃຫ້ດີຂຶ້ນ ແລະຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສູງຂຶ້ນ.

6. ຊຸກຍູ້ການຄົ້ນຄວ້າບັນຫາອາຊີອາຄະເນ

7. ຮັກສາການຮ່ວມມືຢ່າງແຫນ້ນແຟ້ນແລະຕ່າງຝ່າຍຕ່າງມີຜົນປະໂຫຍດກັບອົງ
ການຈັດຕັ້ງສາກົນຫຼືພາກພື້ນທີ່ມີວັດຖຸປະສົງແລະຈຸດຫມາຍຄ້າຍຄືກັນ.ຊອກຫາ
ຊ່ອງທາງການຮ່ວມມືກັນຍ່ິງແຫນ້ນແຟ້ນກວ່າເກ່ົາ

ປະເທດສະມາຊິກອາຊຽນ(Dialogue Partners )ມີ:ຟິລິປິນ ມາເລເຊຍ ໄທ ບຼູໄນ
ສິງກະໂປ ອິນໂດເນເຊຍ ຫວຽດນາມ ມຽນມ່າ ລາວແລະກຳປູເຈຍ.

ປະເທດຫມູ່ຄູ່ສົນທະນາມີ:ອາເມລິກາ ຍ່ີປຸ່ນ ສະຫະພາບເອີລົບ ການາດາ
ອົສຕຼາລີ ຊູແວນເຊລັງ ສາທາລະນະລັດເກົາຫລີອິນເດຍ ປະເທດຈີນແລະລັດເຊຍ.

ຜູ້ສັງເກດການ:(Observer Nations)ມີ:ປາປົວນິວກີເນໄດ້ສ້າງການພົວພັນສົນທະ
ນາກັບປາກິສະຖານ,ໂມໂກລີໄດ້ເປັນສະມາຊິກເວທີປາໄສພາກພື້ນອາຊຽນໃນວັນ
ທີ 27 ກໍລະກົດ ປີ 1998.

ການເຄື່ອນໄຫວແລະກອງປະຊຸມຕົ້ນຕໍຂອງອາຊຽນເຊີນທ່ານກວດໃນມາດຕາຈຳ
ເພາະ

ສຳລັບການພົວພັນລະຫວ່າງອາຊຽນກັບປະເທດຈີນເຊີນທ່ານກວດອ່ານໃນມາດ
ຕາຈຳເພາະ

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ