ຈີນກັບອາຊຽນ

(GMT+08:00) 2010-04-02 09:34:58     cri

ເມື່ອຕົ້ນຊຸມປີ 90 ສະຕະວັດແລ້ວນີ້,ການພົວພັນລະຫວ່າງຈີນກັບບັນດາປະເທດອາ
ຊຽນໄດ້ມີການຂະຫຍາຍຕົວຢ່າງຮອບດ້ານ.ເມື່ອເດືອນກໍລະກົດປີ 1991, ທ່ານສຽນສີ
ເສິນ ອະດີດລັດຖະມົນຕີການຕ່າງປະເທດຈີນໄດ້ເຂົ້າຮ່ວມພິທີໄຂກອງປະຊຸມລັດຖະ
ມົນຕີການຕ່າງປະເທດອາຊຽນຄັ້ງທີ 24, ອັນເປັນການພົວພັນຢ່າງເປັນທາງການລະ
ຫວ່າງຈີນກັບອາຊຽນເປັນຄັ້ງທຳອິດ.ແຕ່ນັ້ນມາ,ປີໃດ,ລັດຖະມົນ ຕີການຕ່າງປະເທດ
ຈີນກໍໄປເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ.ເມື່ອເດືອນກໍລະ
ກົດປີ 1994, ປະເທດຈີນໃນຖານເປັນໝູ່ຄູ່ຫາລືກັນຂອງອາຊຽນ,ກໍໄດ້ເຂົ້າຮ່ວມກອງ
ປະຊຸມເວທີປາໄສພາກພື້ນອາຊຽນຄັ້ງທຳອິດທີ່ຈັດຂຶ້ນຢູ່ບາງກອກ ປະເທດໄທ,ໃນ
ກອງປະຊຸມ,ທ່ານສຽນສີເສິນ ອະດີດຮອງນາຍົກລັດຖະ ມົນຕີທັງເປັນລັດຖະມົນຕີ
ການຕ່າງປະເທດຈີນໄດ້ບັນລະຍາຍທັດສະນະແລະຫຼັກໝັ້ນຂອງຈີນກ່ຽວກັບບັນຫາ
ຄວາມປອດໄພຂອງພາກພື້ນອາຊີ-ປາຊີຟິກ,ໄດ້ສະເໜີຫຼັກ 5 ປະການຂອງຈີນກ່ຽວ
ກັບບັນຫາການຮ່ວມມືດ້ານຮັກສາຄວາມປອດໄພຂອງອາຊີ-ປາຊີຟິກ.ເມື່ອເດືອນເມ
ສາປີ 1995, ງານຫາລືກັນລະຫວ່າງເຈົ້າໜ້າທີ່ຊັ້ນສູງ(ຂັ້ນຮອງລັດຖະມົນຕີການຕ່າງ
ປະເທດ)ຈີນ-ອາຊຽນຄັ້ງທຳອິດໄດ້ຈັດຂຶ້ນຢູ່ເມືອງຮາງໂຈວຂອງຈີນ;ເມື່ອເດືອນກໍລະ
ກົດປີ 1996,ໃນກອງປະຊຸມຄັ້ງທີ 6 ຂອງ ຄະນະປະຈຳອາຊຽນຊຸດທີ 29, ຄະນະປະ
ຈຳອາຊຽນໄດ້ເປັນເອກະສັນກັນເຫັນດີເລື່ອນຖານະຂອງຈີນເຊິ່ງເປັນປະເທດໝູ່ຄູ່ຫາ
ລືກັນຂອງອາຊຽນໃນເມື່ອກ່ອນມາເປັນປະເທດໝູ່ຄູ່ສົນທະນາຮອບດ້ານຂອງອາຊຽນ.

ເມື່ອເດືອນກຸມພາປີ 1997,ຄະນະກຳມະການຮ່ວມມືປະສົມຈີນ-ອາຊຽນໄດ້ຮັບການ
ສ້າງຕັ້ງຂຶ້ນຢູ່ປັກກິ່ງ.ເມື່ອເດືອນທັນວາປີ 1997, ໃນກອງປະຊຸມບໍ່ເປັນ ທາງການປະ
ມຸກລັດອາຊຽນທີ່ຈັດຂຶ້ນໃນໂອກາດສ້າງຕັ້ງອາຊຽນຄົບຮອບ 30 ປີ,ໄດ້ເຊີນຜູ່ນຳຈີນ
ຍີ່ປຸ່ນແລະສາທາລະນະລັດເກົາຫຼີເຂົ້າຮ່ວມເປັນຄັ້ງທຳອິດ.ທ່ານ ຈຽງເຈີມິນ ອະດີດ
ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການລະ ຫວ່າງຜູ່ນຳອາຊຽນ-
ຈີນ ຍີ່ປຸ່ນ ສາທາລະນະລັດເກົາຫຼີແລະກອງປະຊຸມບໍ່ເປັນທາງການລະຫວ່າງຜູ່ນຳອາ
ຊຽນ-ຈີນ.ໃນກອງປະຊຸມບໍ່ເປັນທາງການລະຫວ່າງຜູ່ນຳອາຊຽນ-ຈີນຄັ້ງທຳອິດ,ທ່ານ
ຈຽງເຈີມິນໄດ້ກ່າວຄຳປາໄສສຳຄັນ,ພາຍຫຼັງກອງປະຊຸມ, ສອງຝ່າຍໄດ້ອອກຖະແຫຼງ
ການຮ່ວມ.

ໃນຂົງເຂດເສດຖະກິດ,ແຕ່ທ້າຍຊຸມປີ 80 ສະຕະວັດທີແລ້ວເປັນຕົ້ນມາ, ການຄ້າສອງ
ຕໍ່ສອງລະຫວ່າງຈີນກັບອາຊຽນເພີ່ມຂຶ້ນ 20% ຕໍ່ປີ.ເມື່ອປີ 2000,ບົນພື້ນຖານແກ້ໄຂ
ການຜ່ານຜ່າຜົນກະທົບຈາກວິກິດການການເງິນ,ມູນຄ່າການຄ້າລະຫວ່າງຈີນກັບອາ
ຊຽນໄດ້ບັນລຸ 39 ຕື້ 520 ລ້ານໂດລາສະຫະລັດເຊິ່ງເປັນການສ້າງສະຖິຕິໃໝ່,ເພີ່ມຂຶ້ນ
ຫຼາຍກວ່າເວລາຈີນກາຍເປັນປະເທດຄູ່ສົນທະນາຮອບ ດ້ານຂອງອາຊຽນໃນປີ 1996
ນັ້ນຄົບເທົ່າ.

ອາຊຽນແມ່ນບ້ານໃກ້ເຮືອນຄຽງຂອງຈີນ,ສອງຝ່າຍມີຫຼັກໝັ້ນຄືກັນຫຼືຄ້າຍຄືກັນໃນ
ຫຼາຍບັນຫາພາກພື້ນແລະສາກົນ,ແລະໄດ້ຮ່ວມມືກັນຢ່າງມີປະສິດທິຜົນເດັ່ນໃນອົງ
ການຈັດຕັ້ງພາກພື້ນແລະສາກົນຕ່າງໆຄືອົງການອາເປັກ,ກອງປະຊຸມອາຊີ-ເອີລົບແລະ
ສະຫະປະຊາຊາດເປັນຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ