ການ​ສ້າງສາ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນຄວນ​ສຸມ​ໃສ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ

(GMT+08:00) 2010-04-02 10:21:17     cri
ວັນ​ທີ1ມັງກອນ​ປີ2010, ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໄດ້​ສ້າງ​ສຳ​ເລັດ​ຢ່າງ​ຮອບ​ດ້ານ, ນີ້​ແມ່ນ​ເຫດການ​ສຳຄັນ​ໃນ​ການ​ພົວພັນ​ສອງ​ຝ່າຍ, ມີ​ຄວາມ​ໝາຍ​ປະຫວັດ​ສາດ, ກໍ່​ແມ່ນ​ການສະ​ຫຼຸບ​ຂັ້ນ​ຕອນ​ແຫ່ງ​ການ​ຂະ​ຫຍາຍ​ການ​ພົວພັນ​ດ້ານ​ການ​ເມືອງ, ​ເສດຖະກິດ​ການ​ຄ້າ, ວັດທະ​ນະທຳ​ສັງ​ຄົມ​ໃນ18ປີ​ນັບແຕ່​ສອງ​ຝ່າຍ​ເລີ່​ມການ​ເຈລະຈາ​ໃນ​ປີ1991ມາ​ນີ້. ວັນ​ທີ24ທັນວາ​ປີ2009, ທ່ານ​ນາງ​ເຊ່ຮັ້ນ​ຊີ​ນ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາຊ​ຽນຄົນ​ທຳ​ອິດ​ຂອງ​ຈີນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRIກ່ຽວ​ກັບ​ການ​ຂະ​ຫຍາຍ​ການ​ພົວພັນ​ຈີນ​ອາຊຽນ.

ອາຊ​ຽນ​ແມ່ນ​ອົງການ​ຮ່ວມ​ມື​ພາກ​ພື້ນ​ທີ່​ສຳຄັນ​ຢູ່​​ອາຊີ, ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ໃນ​ການ​ຮັກສາ​ສັນຕິພາບ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ນີ້, ສ້າງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ທາງ​ເສດ​ຖະກິດ, ​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ. ທ່ານ​ນາງ​ເຊ່ຮັ້ນ​ຊີ​ນກ່າວ​ວ່າ, ປີ1991, ຈີນ​ແລະ​ອາຊ​ຽນ​ໄດ້​ເລີ່ມ​ເຈລະຈາ​ກັນຢ່າງ​ເປັນ​ທາງ​ການ. ​ເມື່ອ​ທຽບ​ກັບ​ອາ​ເມ​ລິ​ກາ, ຍີ່ປຸ່ນ, ​ແລະ​ສ.​ເກົາ​ຫຼີ​ແລ້ວ, ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາຊ​ຽນ​ເລີ່​ມຕົ້ນ​ຊ້າ​ກວ່າ, ​ແຕ່ວ່າ18ປີ​ມາ​ນີ້, ການ​ພົວພັນ​ສອງ​ຝ່າຍ​ໄດ້​ຂະຫຍາຍຕົວ​​​ໄວ​ຫຼາຍ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນສູງ​ຂຶ້ນ​ຢ່າງຈະ​ແຈ້ງ, ການ​ຮ່ວມ​ມື​ໃນ​ຂົງ​ເຂດຕ່າງໆ​ໄດ້​ເປີດ​ກວ້າງ​ແລະ​ກ້າວ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເຊິ່ງ​ໄດ້​ສ້າງ​ພື້ນຖານ​ທາງ​ການ​ເມືອງ​ແລະ​ເສດຖະກິດ​ອັນ​ໜັກ​ແໜ້ນ​ແກ່​ການ​ສ້າງ​ເຂດ​ການ​ຄ້າ​ເສລີ. ທ່ານ​ນາງ​ເຊ່ຮັ້ນ​ຊີ​ນກ່າວ​ວ່າ,

ໃນ18ປີ​ຜ່ານ​ມາ​ນີ້, ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາຊ​ຽນ​ໄດ້​ຮັບ​ການ​ຂະຫຍາຍ​ຕົວ​ຢ່າງ​ຫຼວງ​ຫຼາຍ, ການ​ພົວພັນ​ສອງ​ຝ່າຍ​ໄດ້​ຜ່ານ​ສາມ​ໄລຍະ, ຄື, ​ໄລຍະ​ທີໜຶ່ງ, ​ແມ່ນສ້າງ​ການ​ເຈລະຈາ, ​ໄລ​ຍະ​ທີສອງ, ​ແມ່ນ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ສ້າງ​ການ​ພົວພັນ​ມິດຕະ​ພາບ​ແບບ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ​ແລະ​ໄລຍະ​ທີສາມ, ກໍ່​ແມ່ນ​ຍົກ​ລະດັບ​ຂອງ​ການ​ພົວພັນ​ດັ່ງກ່າວ​ຂຶ້ນ​ສູ່​ລະດັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ​ເຖິງ​ວ່າ​ມີ​ສາມ​ໄລຍະ​ກໍ່ຕາມ, ​ແຕ່​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວ.

ເມື່ອ​ຫວນ​ຄືນ​ເຖິງ​ການ​ຂະຫຍາຍ​ຕົວ​ຂອງ​ການ​ພົວພັນ​ຈີນ​ອາຊ​ຽນ​ໃນ​ໜຶ່ງ​ປີຜ່ານມາ, ທ່ານ​ນາງ​ເຊ່ຮັ້ນ​ຊີ​ນຮູ້ສຶກ​ພູມ​ໃຈ​ຫຼາຍ, ​ເພາະວ່າ​ພາຍ​ໃຕ້​ສະພາບ​ວິ​ກິດ​ການ​ການ​ເງິນ​ສາກົນ, ສອງ​ຝ່າຍ​ຍັງ​ໄດ້​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ລະຫວ່າງ​ຜູ້ນຳ​ຊັ້ນ​ສູງ, ​ໃນ​ເດືອນ​ເມສາ​ປີ2009ທີ່​ເປັນ​ໄລຍະ​ທີ່​ວິ​ກິດ​ການ​ໜັກໜ່ວງ​ທີ່​ສຸດ, ທ່ານ​ເວິ່ນ​ເຈ່ຍ​ປາວ, ນາຍົກ​ລັດຖະ​ມົນຕີຈີນ​ໄດ້​ສະ​ເໜີ​ແຜນ​ການ​ຕ່າງໆ​ທີ່​ຮ່ວມ​ມື​ກັບປະ​ເທດ​ອາຊ​ຽນດ້ານ​ເສດຖະກິດ​ແລະ​ການ​ເງິນ, ​ໄດ້​​ເປັນກຳລັງ​ໃຈ​ໃຫ້​ປະ​ເທດ​ອາຊຽນຮັບ​ມື​ກັບ​ວິ​ກິດ​ການ. ພ້ອມ​ກັນ​ນັ້ນ, ການ​ກໍ່ສ້າງ​ເຂດການ​ຄ້າ​ເສລີ​ຈີນ​ອາຊຽນ​ໄດ້​ດຳ​ເນີນ​ໄປ​ຢ່າງ​ໜັກ​ແໜ້ນ, ​ເດືອນ​ສິງຫາ​ປີ2009, ສອງ​ຝ່າຍ​ໄດ້​ເຊັນ​ສັນຍາ​ສຳຄັນ​ສະ​ບັບ​ສຸດ​ທ້າຍ​ໃນ​"ສັນຍາ​ຂອບ​ການ​ຮ່ວມ​ມື​ເສດ​ຖະກິດ​ຮອບ​ດ້ານ​ຈີນ​ອາຊ​ຽນ", ຄື​"ສັນຍາ​ການ​ລົງ​ທຶນ", ​ໄດ້​ປູ​ທາງ​ໃຫ້​ແກ່​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຢ່າງ​ຮອບ​ດ້ານ. ທ່ານ​ນາງ​ເຊ່​ຮັ້ນ​ຊີ​ນ​ເຫັນ​ວ່າ, ພາຍ​ໃຕ້​ວິ​ກິດ​ການ, ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບປະ​ເທດ​ອາຊ​ຽນ​ໄດ້​ຮັບ​ໝາກ​ຜົນ​ອັນ​ພົ້ນ​ເດັ່ນ, ​ເຊີ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ໝາຍສຳຄັນ​ທີ່​ສອງ​ຝ່າຍ​ດຳ​ເນີນ​ການ​ເຈ​ລະ​ຈາ​ທີ່​ມີ​ໄມຕີ​ຈິດ​ມິດຕະ​ພາບ​ແລະ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ປະຈຸ​ບັນ, ອາ​ຊຽນພວມ​ອອກ​​ແຮງ​ຊຸກຍູ້​ການ​ສ້າງ​ປະຊາ​ຄົມຂອງ​ຕົນ, ຈີນ​ກໍ່ສືບ​ຕໍ່​ຊຸກຍູ້ ການສ້າງ​ສັງຄົມ​ທີ່​ອິ່ມໜຳ​ສຳ​ລານຢ່າງ​ຮອບດ້ານ, ​ໃນ​ໄລ​ຍະ​ນີ້, ທ່ານນາງ​ເຊ່ຍ ຮ້ານ​ສິນ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ຊຽນເຫັນ​ວ່າ, ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນຢ່າງສຳ​ເລັດ​ຜົນ​ແມ່ນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ກາ​ນພົວພັນ​ດ້ານ​ການ​ຮ່ວມ​ມືລະຫວ່າງ​ສອງຝ່າຍ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່. ນາງກ່າວ​ວ່າ:

"​ໃນ​ຮູບ​​ແບບ​ການ​ຮ່ວມ​ມື​ຕ່າງໆ​ຂອງ​ອາຊີ​ຕາ​ເວັນ​ອອກ, ຂ້າພະ​ເຈົ້າ​ເຫັນ​ວ່າ10​ບວກ1​ແມ່ນ​ພື້ນຖານ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ການ​ຮ່ວມ​ມືດ້ານ​​​ເສດຖະກິດ​ການ​ຄ້າ. ການຊຸກ​ຍູ້ການ​ສ້າງ​​ເຂດ​ການ​ຄ້າ​ເສລີ​ບົນ​ພື້ນຖານ10​ບວກ1, ຖ້າວ່າ​ການ​ທົດ​ລອງ​ນີ້ສຳ​ເລັດ​ຜົນ, ຈະ​ຊຸກຍູ້​ການ​ພັດທະນາ​ເສດ​ຖະກິດ​ສັງຄົມ​​ຂອງ​ພາກ​ພື້ນ​ແຫ່ງ​ນີ້​ຢ່າງ​ຫຼວງ​ຫຼາຍ. ຈີນ​ພວມ​ຢູ່​ໃນ​ໄລຍະ​ພັດທະນາ​ທີ່​ສຳຄັນ, ອາ​ຊຽນກໍ່​ພວມ​ພະຍາຍາມ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ພາ​ພື້ນ​ ​ໂດຍຜ່ານ​ການ​ສ້າງສາ​ການ​ເຊື່ອມ​ໂຍງ​ເຂົ້າ​​ເປັນອັນ​ໜຶ່ງອັນ​ດຽວ​ກັນ. ສອງ​ຝ່າຍມີ​ເປົ້າ​ໝາຍທີ່​ເປັນ​ເອກະ​ພາບ​ກັນ, ຖ້າວ່າ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນຈະ​ໄດ້​ຮັບ​ການ​ພັດທະ​ນາກ້າວ​​ໄປ​ໜ້າຢ່າງ​ຫຼວງ​ຫຼາຍ​ກໍ່​ຍ່ອມ​ຈະ​ຊັກ​ນຳການ​ພັດທະ​ນາຂອງ​ພາກ​ພື້ນ​ນີ້, ​ແລະ​ກໍ່ຈະ​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ຕໍ່​ການ​ຊຸກຍູ້​ການ​ສ້າງສາ​ອາ​ຊຽນ​​ໃຫ້​ເຊື່ອມ​ໂຍງ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ, ຊຸກຍູ້​ການ​ພັດທະນາ​ເສ​ດຖະກິດ, ​ການປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກຂອງ​ຈີນ. ​​ເບິ່ງ​ຈາກ​ຄວາມ​ໝາຍ​ນີ້​ແລ້ວ​ເຫັນ​ວ່າ, ການ​ສ້າງ​ເຂດ​ການ​ຄ້າ​ເສລີມີ​ຄວາມ​ສຳຄັນ​ຫຼາຍ, ຕ້ອງ​ຊຸກຍູ້​ໃຫ້​ກ້າວ​​ໄປ​ໜ້າ​ຢ່າງ​ໝັ້ນທ່ຽງ​."

"​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​"​ແມ່ນ​ຄໍາ​ທີ່​ນາງ​ເຊ່ຍຮ້ານ​ສິນ​ໃຊ້​ຫຼາຍ​ທີ່​ສຸດ​ໃນ​ການ​ອະພິ​ປາຍ​ກ່ຽວ​ກັບເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ. ນາງ​ເຫັນ​ວ່າ, ພາຍຫຼັງ​ເຂດການ​ຄ້າ​ເສລີ​ສ້າງສໍາ​ເລັດ​ແລ້ວ, ການ​ຄ້າ​ຂອງ​ຈີນ​ກັບປະ​ເທດ​ອາ​ຊຽນຄວນ​​​ເຕີບ​ໂຕ​ຂຶ້ນ​ພ້ອມໆ​ກັນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນປະ​ໂຫຍ​ດຈະ​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ເຂດ​ການ​ຄ້າ​ເສລີ​ຢ່າງປອດ​ໄສ. ນາງ​ກ່າວ​ວ່າ: "ຖ້າ​ເວົ້າ​​ໂດຍທາດ​ແທ້​ແລ້ວ, ຈີນ​ຂະ​ຫາຍ​ການ​ພົວພັນ​ກັບ​ອາ​ຊຽນ​ແມ່ນ​ການ​ຮ່ວມ​ມື​ໃຕ້​ກັບ​​ໃຕ້, ກໍ່​ແມ່​ນການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ທີ່​ພວມພັດ​ທະນາ, ສະ​ນັ້ນ, ການ​ສ້າງ​​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນ​ຕ້ອງ​ເອົາ​ໃຈ​ໃສ່​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ຈີນ​ແລະປະຊາຊົນ​ຂອງ​ປະ​ເທດ​ອາ​ຊຽນ, ຕ້ອງ​ແມ່ນ​ສອງ​ຝ່າຍລ້ວນ​ແຕ່ໄດ້​ຮັບຜົນ​ປະ​ໂຫຍ​ດ. ​ໃນ​ກາ​ນພົວພັນ​ສາກົນ, ພວກ​ຂ້າພະ​ເຈົ້ານັບຖື​ຫຼັກການ​ທີ່​ສະ​ເໝີ​ພາບ, ມິດຕະພາບ, ​ເປັນ​ບ້ານ​​ໃກ້​ເຮືອນ​ຄຽ​ງທີ່​ດີ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ສະ​ນັ້ນ, ນັບ​ແຕ່​ຈີນ​ຂະຫຍາຍ​ການ​ພົວພັນ​ກັບ​ອາ​ຊຽນ​ເປັນ​ຕົ້ນ​ມາ, ຖ້າ​ມີ​ບັນຫາ​ເກີດ​ຂຶ້ນ​ແລ້ວ, ຈີນກໍ່ແມ່ນ​​ພິຈາລະນາ​ວິທີ​ແກ້​ໄຂ​ບັນຫາ​ກັບປະ​ເທດ​ອາຊຽນ​ໂດຍ​ຜ່ານ​ວິທີ​ປຶກ​ສາ​ຫາລື​ທີ່ສະ​ເໝີ​ພາບ, ​ເພື່ອ​ສະ​ແຫວ​ງຫາ​ການ​ພັດທະນາ​ຮ່ວມ​ກັນ​."

ທ່ານ​ນາງ​ເຊ່ຍຮ້ານ​ສິນ​ກ່າວ​ວ່າ, ພາຍຫຼັງ​​ເຂດ​ການ​ຄ້າ​ເສລີສ້າງ​ສຳ​ເລັດ​ແລ້ວ, ຍັງ​ມີ​ວຽກ​ຫຼາຍ​ອັນ​ທີ່​ຕ້ອງ​ຊຸ​ກຍູ້​ຕື່ມອີກ. ​ໃນ​ຖານະທີ່​ເປັນ​​ເອກ​ອັກ​ຄະ​ລັດຖະ​ທູດ​ຈີນ​ປະຈຳອາ​ຊຽນ, ນາງ​ຈະ​ສືບຕໍ່​ເສີມ​ຂະຫຍາຍ​ບົດບາດ​ດ້ານ​ການ​ຕິດ​ຕໍ່ປະສານ​ງານ, ​ແລ​ກປ່ຽນ, ​ແລະ​ໃຫ້​ຄວາມ​ເຫັນ, ສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ, ຈັດ​ຕັ້ງ​ປະຕິບັດ​ສັນ​ຍາ​ເຂດ​ການ​ຄ້າ​ເສລີ​, ຕິດຕາມ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ຂະ​ບວນການ​ສ້າງ​ເຂດ​ການ​ຄ້າ​ເສລີ.

ທ່​ານຜູ້​ຟັງ, ທີ່​ທ່ານ​ຟັງ​ໄປ​​ນັ້ນ​ແມ່ນຄໍ​ລຳ​​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນກ່ຽວ​ກັບກາ​ນສ້າງ​ເຂດ​ການ​ຄ້າ​​ເສລີ​ຈີນ​ອາ​ຊຽນຕ້ອງ​​ເອົາ​ໃຈ່​ໃສ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດທີ່​​ໃຫ້ສຳພາດ​​ໂດຍ​ທ່ານ​ນາງ​ເຊ້ຍຮ້ານ​ສິນ​ ​ເອກ​ອັກຄະ​ລັດ​ຖະທູດ​ຈີນ​ປະຈຳ​ອາ​ຊຽນ. ລາຍການ​ເທື່ອ​ນີ້​ຂໍ​ຈົບ​ລົງ​ພຽງ​ທໍ່​ນີ້, ສະບາຍດີ!
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ