ການ​ເຈລະຈາ​ລະຫວ່າງ​ລັດຖະບານ​ໄທ​ກັບ​"ກຸ່ມ​ເສື້ອ​ແດງ"ສິ້ນ​ສຸດ​ລົງ, ສະພາບ​ການ​ເມືອງ​ຂອງ​ໄທ​ຕົກ​ຢູ່​ສະພາບ​ຂັດ​ແຍ່ງ​ກັນ​ໜັກ​ອີກ

(GMT+08:00) 2010-04-02 09:38:33     cri

ຕາມ​ຂ່າວCRI: ວັນ​ທີ 29 ມີນາ​ນີ້, ລັດຖະບານ​ໄທ​ໄດ້​ເຈ​ລະ​ຈາ​ກັບ​ກຸ່ມ​ແນວ​ໂຮມ​ປະຊາທິປະ​ໄຕ​ຕໍ່ຕ້ານ​ຜະ​ເດັດ​ການ​ແຫ່ງ​ຊາດ​ໄທ​ຫຼື​ກຸ່ມ​ເສື້ອ​ແດງ​ຄັ້ງ​ທີ 2, ລັດຖະບານ​ໄທ​ໄດ້​ຜ່ອນ​ສັ້ນ​ຜ່ອນ​ຍາ​ວ​ໃນ​ບັນຫາ​ຈະ​ຍຸບສະພາ​ຜູ້​ແທນ​ລາຊະ​ດອນ​ຫຼື​ບໍ່, ​ແຕ່​ສອງ​ຝ່າຍ​ຍັງຕົກລົງ​ກັນ​ບໍ່​ໄດ້​ກ່ຽວ​ກັບ​ວັນ​ເວລາ​ຍຸບ​ສະພາ. ຄວາມ​ຫວັງຈະ​ມີ​ສັນຕິພາບ​ຂອງ​ສະພາບ​ການ​ເມືອງ​ໄທ​ທີ່​ຫາ​ກໍ່​ສະ​ແດງວີ່​ແວວ​ອອກ​ມານັ້ນ​​ໄດ້ສູນຫາຍ​ໄປ​ອີກ, ສອງ​ຝ່າຍ​ໄດ້​ຕົກ​ຢູ່​​ໃນສະພາບຂັດ​ແຍ່ງ​ໜັກ​ອີກ​​ເທື່ອ​ໜຶ່ງ.

​ເລີ່​ມ​ແຕ່​ວັນ​ທີ 14 ມີນາ​ນີ້, ກຸ່ມ​ເສື້ອ​ແດງ​ໄດ້​ຈັດການ​ໂຮມ​ຊຸມ​ນຸມປະ​ທ້ວງຕໍ່ຕ້ານ​ລັດຖະບານ​ຂະໜາດ​ໃຫຍ່​ທີ່​ສຸດ​ຢູ່​ບາງກອກ​ນັບ​ແຕ່​ທ່ານ​ອະພິສິດ ​ເວດຊາ​ຊີວະ, ນາຍົກລັດຖະມົນຕີ​ໄທ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ເປັນ​ຕົ້ນ​ມາ, ທວງ​ໃຫ້​ລັດຖະບານ​ຍຸບ​ສະພາຜູ້​ແທນ​ລາຊະ​ດອນ​​ໃນ​ທັນທີ. ພາຍຫຼັງ​ແຫ່​ຂະ​ບວນໜຶ່ງ​ອາທິດ​ແລ້ວ, ລັດຖະບານ​ກ່າວ​ວ່າ​ຍອມ​ເຈລະຈາ​ກັບ​ກຸ່ມ​ເສື້ອ​ແດງ.

ຕອນ​ບ່າຍ​ວັນ​ທີ 29 ມີນາ​ນີ້, ຜູ້​ຕາງໜ້າ​ລັດຖະບານ 3 ຄົນ​ທີ່​ທ່ານ​ອະພິສິດ​ເປັນ​ຫົວ​ນ້າ​ໄດ້​ເຈລະຈາ​ກັບ​ຄະນະນຳ 3 ຄົນ​ຂອງ​ກຸ່ມ​ເສື້ອ​ແດງ. ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ລະຫວ່າງ​ສອງ​ຝ່າຍ​ໂດຍ​ໄວ​ແລະ​ຟື້ນ​ຟູຄວາມ​ເປັນ​ລະ​ບຽບຮຽບຮ້ອຍ​ຂອງສັງຄົມ, ​ໂດຍ​ຜ່ານ​ການ​ປຶກສາ​ຫາລື​​ພາຍ​ໃນ​ລັດຖະບານ, ທ່ານ​ອະພິສິດ​ເຫັນ​ດີ​ຈະ​ຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ທ້າຍ​ປີ​ນີ້. ​ແລະ​ກ່ອນ​ຈະ​ເຖິງ​ວັນ​ນັ້ນ​ຜູ້ປະ​ທ້ວງ​ຄວນຮ່ວມ​ມື​ກັບ​ລັດຖະບານ​ສ້າງ​ພື້ນຖານ​ທີ່​ດີ​ໃຫ້​ແກ່​ປະ​ເທດ, ລັດຖະບານ​ຈະ​ພະຍາຍາມ​​ພັດທະນາ​ເສດຖະກິດ, ດັດ​ແກ້ມາດຕາ​ທີ່​ມີ​ຂໍ້​ຂັດ​ແຍ່ງ​ຂອງ​ລັດຖະທຳ​ມະນູນ​ແລະ​ຟື້ນ​ຟູ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍຂອງ​ຊາດ​ແລະ​ສັງຄົມ​ໂດຍ​ໄວພາຍ​ໃນ 9 ​ເດືອນ, ​ເພື່ອ​ເຮັດ​ໃຫ້ສະພາບ​ການ​ຂອງ​ໄທ​ເຂົ້າ​ສູ່ປົກກະຕິ​ກ່ອນ​ຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ. ຫຼັງ​ຈາກ​ນັ້ນ, ຄະນະນຳ 3 ຄົນ​ຂອງ​ກຸ່ມ​ເສື້ອ​ແດງ​ໄດ້​ສະ​ເໜີ​ຄວາມ​ເຫັນທີ່​ຕ່າງ​ກັນ​ກ່ຽວ​ກັບ​ບັນຫາ​ທີ່​ດັດ​ແກ້​ລັດຖະທຳ​ມະນູນ, ​​ແລະສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຕໍ່​ເວລາ 9 ​ເດືອນ​ທີ່​ລັດຖະບານ​ສະ​ເໜີ​, ​ໃນທີ່​ສຸດ​ ​ທ່ານຈະຕຸ​ພອນ ພົມ​ພັນ, ໜຶ່ງ​ໃນຜູ້ນຳ​​ຂອງ​ກຸ່ມ​ເສື້ອ​ແດງ​ໄດ້​ປະຕິ​ເສດ​ເວລາ​ກຳນົດ 9 ​ເດືອນ​ທີ່​ລັດຖະບານ​ສະ​ເໜີ​ອອກມາ​ໂດຍ​ກ່າວ​ວ່າຄວາມ​ຮຽກຮ້ອງ​ຂອງ​ກຸ່ມ​ເສື້ອ​ແດງ​ທີ່​ໃຫ້​ຍຸບ​ສະພາລາ​ຊະ​ດອນພາຍ​ໃນ​ເວລາ 15 ວັນ​ບໍ່​ໄດ້​ຮັບການ​ເຫັນ​ດີ​ຈາກ​ລັດຖະບານ.

ການ​ເຈລະຈາ​ທີ່​ຍືດ​ເຍື້ອ​ເປັນ​ເວລາ​ສອງ​ຊົ່ວ​ໂມງ​ປາຍ​ນັ້ນ​ໄດ້​ສິ້ນສຸດ​ລົງ​​ໃນ​ສະພາບ​ການ​ທີ່​ສອງ​ຝ່າຍ​ຕົກ​ລົງ​ຫຍັງ​ກັນ​ບໍ່​ໄດ້​ເລີຍ.​ຕໍ່​ຈາກ​ນັ້ນ,​ຢູ່​ຂົວ​ຜ່ານ​ຟ້າ​ລີ​ລາດ​ທີ່​ເປັນ​ບ່ອນ​ໂຮມ​ຊຸມ ນຸມ​ປະ​ທ້ວງ​ຕົ້ນ​ຕໍ​ຂອງ​ກຸ່ມ​ເສື້ອ​ແດງ,​ທ່ານ​ນັດ​ທະ​ວຸດ​ໃສ​ເກື້ອ,​ໜຶ່ງ​​ໃນ​ຜູ່​ນຳ​ຂອງ​ກຸ່ມ​ເສື້ອ​ແດງ​ປະ​ກາດ​ຕໍ່​ປະ​ຊາ​ຊົນ​ຜູ່​ປະ​ທ້ວງ​ວ່າ,​ມາ​ຮອດ​ນີ້,​ການ​ເຈ​ລະ​ຈາ​ລະ​ຫວ່າງ​ກຸ່ມ​ເສື້ອ​ແດງ​ກັບ​ລັດ​ຖະ​ບານ​ໄດ້​ຢຸດ​ຕິ​ແລ້ວ,​ການ​ໂຮມ​ຊຸມ​ນຸມ​ປະ​ທ້ວງ​ຂອງ​ກຸ່ມ​ເສື້ອ​ແດງ​ຈະ​ດຳ​ເນີນ​ຕໍ່​ໄປ.ພາຍຫຼັງການ​ເຈລະຈາ​ສິ້ນສຸດລົງ​ແລ້ວ,ທ່ານ​ອະພິສິດ​ໄດ້ສະ​ແດງ​ຄວາມ​ເສຍດາຍ​ທີ່​ສຸດ​ຕໍ່​ຜົນການ​ເຈລະຈາ.ທ່ານ​ກ່າວ​ວ່າ,​ເຊື່ອ​ໝັ້ນວ່າ​ຄົນ​ຈຳ​ນວນ​ຫຼວງ​ຫຼາຍ​ລ້ວນ​ແຕ່​ຫວັງ​ຢາກ​ໃຫ້ ການ​ເຈລະ​ຈາ​ໄດ້​ຮັບ​ໝາກ​ຜົນ​ຈຳ​ນວນ​ໜຶ່ງ,​ສາ​ເຫດ​ທີ່​ລັດ​ຖະ​ບານ​ເຫັນ​ດີ​ຈັດ​ການ​ເລືອກ​ຕັ້ງ​ໃນ​ທ້າຍ​ປີ​ນີ້​ກໍ່​ແມ່ນ​ຢາກ​ໃຫ້​ປະ​ເທດ​ຟື້ນ​ຟູ​ຄວາມ​ໝັ້ນ​ຄົງ​ໂດຍ​ໄວ,​ແຕ່​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ຕ້ອງ​ການ​ໃຫ້​ສອງ​ຝ່າຍ​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ສັນ​ກັນ​ຈຶ່ງ​ຈະ​ປະກົດ​ເປັນ​ຈິງ​​ໄດ້. ທ່ານ​ຫວັງ​ທີ່​ຢາກ​ໃຫ້​ການ​ເຈ​ລະ​ຈາ​ດຳ​ເນີນ​ຕໍ່​ໄປ​ແລະ​ສາ​ມາດ​ຕົກ​ລົງ​ກັນ​ໄດ້​​ໃນ​ທີ່​ສຸດ.
 
ຫາງ​ສຽງ​ທົ່ວ​ໄປ​ສັງ​ເກດເຫັນ​ວ່າ,​ໃນ​ການ​ເຈລະຈາ​ເທື່ອ​ນີ້, ທ່ານວິ​ລະ​ ມຸສິກະ​ພົງ, ຫນຶ່ງ​ໃນຜູ່​ນຳ​​ຂອງ"​ກຸ່ມ​ເສື້ອ​ແດງ​"ໄດ້​ສະ​ແດງ​ທ່າ​ທີ​ທີ່​ບໍ່​ຮຸນ​ແຮງປານ​ໃດ​ເມື່ອທຽບກັບຕົວ​ແທນ​ເຈລະຈາຂອງ​ກຸ່ມ​ເສື້ອ​ແດງ​ຜູ່​ອື່ນ. ​ຄື​ເມື່ອ ​ຮອດ​ຕອນທ້າຍ​ຂອງ​ການ​ເຈລະຈາ​ເທື່ອ​ນີ້​,ທ່ານ​ຈະ​ຕຸ​ພອນ ພົມ​ພັນ​,ຫນຶ່ງໃນ​ຜູ່​ນຳ​ຂອງ​"ກຸ່ມ​ເສື້ອ​ແດງ" ພັດ​ບໍ່​ເຫັນ​ດີ​ຢ່າງ​ສິ້ນ​ເຊີງ​ໃນ​ການ​ເຫັນ​ດີ​ຮ່ວມ​ກັນ​ຈຳນວນ​ຫນຶ່ງ ​ກ່ອນ​ຫນ້າ​ນີ້, ​ແລ້ວ​ໄດ້​ເຮັດ​ໃຫ້ການ​ເຈລະຈາ​ທີ່​ອາດ​ຈະ​ໄດ້​ຮັບ​ຄວາມ​ຄືບ​ຫນ້ານັ້ນ ​​ເຂົ້າ​ສູ່​ສະພາບ​ຫຍຸ້ງຍາກ​ອີກ​ເທື່ອ​ຫນຶ່ງ​.  ​​ເມື່ອ​ສັງ​​ເກດ​ຈາກ​ທ່າ​ທີ​ທີ່​ຕ່າງ​ກັນ​ ທີ່​ຄະນະ​ນຳ​ 2 ​ຄົນ​ຂອງ​"ກຸ່ມ​ເສື້ອ​ແດງ" ສະ​ແດງ​​ອອກໃນ​ການ​ເຈລະຈາ ​ກໍ່ເຫັນ​ໄດ້​ວ່າ,​ໃນ​ເວລາ​ທີ່​ດຳ​ເນີນ​ການ​ໂຮມ​ຊຸມນຸມ​ປະ​ທ້ວງ​ເຖິງ​ວັນ​ທີ 16 ນັ້ຣ, ຄະນະນຳ​ຂອງ​"ກຸ່ມ​ເສື້ອ​ແດງ"ມີຄວາມ​ເຫັນ​ທີ່​​ ບໍ່​ເປັນເອກະ​ພາບ​ກັນ.    ນັກວິ​ເຄາະ​ເຫັນ​ວ່າ, ການ​ເຈລະຈາ​ຮອບ​ໃຫມ່​ອາດ​ຈະ​ຈັດ​ຂຶ້ນ​ອີກ​ຫຼື​ບໍ່​​"ກຸ່ມ​ເສື້ອ​ແດງ" ​ຈະ​ດຳ​ເນີນ​ການ​ໂຮມ​ຊຸມ​ນຸມປະ​ທ້ວງ​ຕໍ່​ໄປຈົນ​ບໍ່​ແລ້​ວບໍ່​ທົ່ວ​ຫຼື ຈະ​ໃຊ້​ຄວາມ​ຮຸນ​ແຮງ​ ​ບັງຄັບ​ໃຫ້​ລັດຖະບານ​ຍຸບ​ສະພາ​ຜູ່​ແທນ​ລາດ​ຊະ​ດອນ​ໂດຍ​ໄວຫຼື​ບໍ,​ຫຼື ພັກ​ຮ່ວມ​ລັດຖະບານ ຈະປະກາດຍຸບ​ຕົວຍ້ອນສະພາບ​ທີ່​ບໍ່​ໄປ​ບໍ່​ມາ​ທາງ​ການ​ເມືອງ, ທັງ​ຫມົດ​ເຫຼົ່າ​ນີ້​ປະຈຸ​ບັນລ້ວນ​ແຕ່​ຍັງ​ບໍ່ທັນ​ແນ່ນອນ, ສະຖານະ​ການ​ການ​ເມືອງ​ຂອງ​ໄທ​ ຈະ​ຂະຫຍາຍ​ໄປສູ່ທິດໃດ, ຍັງຕ້ອງ​ຕິດຕາມ​ຕໍ່​ໄປ.
   ທ່ານ​ຜູ່​ຟັງ​ທີ່​ໂຄລົບ,ທີ່​ຟັງ​ມາ​ນັ້ນ​ແມ່ນCRI ​ເຈາະ​ຂ່າວ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ການ​ເຈ​ລະ​ຈາ​ລະຫວ່າງລັດ​ຖະ​ບານ​ໄທ​ ກັບ​ກຸ່ມ​ເສື້ອ​ແດງ​ສິ້ນ​ສຸດ​ລົງ​,ສະຖານະ​ການ​ການ​ເມືອງ​ຕົກ​ຢູ່​ໃນ​ສະພາບ​ທີ່​ຂັດ​ແຍ່ງ​ກັນ​ຫນັກ​ອີກ. ສະ​ເຫ​ນີ​ໂດຍ​ແກ້ວມະນີ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ