ປະ​ເທດ​ຕ່າງໆ​ຢູ່​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ຕັດ​ສິນ​ໃຈ​ເພີ່ມ​ການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ນ້ຳ​ຂ້າມ​ຊາດ​ເພື່ອ​ຮ່ວມ​ກັນ​ຕ້ານ​ໄພ​ແຫ້ງ​ແລ້ງ

(GMT+08:00) 2010-04-06 15:38:15     cri

ຕາມ​ຂ່າວ cri:ວັນ​ທີ 5 ​ເມສາ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ຂອງ​ຄະນະ​ກຳມະການ​ແມ່​ນ້ຳຂອງ​ຄັ້ງ​ປະຖົມມະ​​ເລີກ​ໄດ້​ຈັດ​ຂຶ້ນ​ຢູ່​ຫົວ​ຫີນ​ຂອງ​ໄທ.ປະ​ເທດ​ຕ່າງໆ​ທີ່​ຮ່ວມ​ປະຊຸມ​ກ່າວ​ວ່າ, ຈະ​ຮ່ວມ​ກັນ​ຕ້ານ​ກັບ​ໄພ​ແຫ້ງ​ແລ້ງ​ຢູ່​ທົ່ວ​ເຂດລຸ່ມແມ່​ນ້ຳຂອງ​ໃນ​ປັດຈຸບັນ, ​ແລະ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຊັບພະ ຍາກອນ​ນ້ຳຂ້າມ​ຊາດ​ຂອງ​ແມ່​ນ້ຳຂອງ.ກອງ​ປະ​ຊຸມ​ສຸດ​ຍອດ​ຄັ້ງ​ປະຖົມ​ມະ​​ເລີກຂອງ​ຄະນະ​ກຳ​ມະ​ການ​​ແມ່​ນ້ຳ​ຂອງ​ນັບ​ແຕ່​ສ້າງ​ຕັ້ງ​ຂຶ້ນ​ເປັນ​ຕົ້ນ​ມາ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຫົວ​ຫີນ,​ເມືອງ​ແຄມ​ທະ​ເລ​ຂອງ​ໄທ​ໃນ​ວັນ​ທີ 5 ​ເມສາ​ນີ້, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ໄທ,ກຳ​ປູ​ເຈຍ, ລາວ​ແລະ​ຫວຽດ​ນາມ​ທີ່​ເປັນ​ສີ່​ປະ​ເທດ​ສະມາຊິກຂອງ​ຄະນະ​ກຳ​ມະ​ການ​ດັ່ງ​ກ່າວ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ, ທ່ານ​ຊົ້ງ​ຖ່າວ,ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ແລະ​ທ່ານ​ອູ​ນຽນ​ວິນ,ລັດ​ຖະ​ມົນ​ຕີ​ວ່າການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມຽນ​ມາ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃນ​ຖານະ​ທີ່​ເປັນ​ປະ​ເທດຜູ່​ສັງ​ເກດ​ການ​ຂອງ​ຄະນະ​ກຳ​ມະ​ການ​ແມ່​ນ້ຳຂອງ.​

ໃນ​ກອງ​ປະຊຸມ, ທ່ານ​ອະພິ​ເສດ ​ເວດ​ຊະ​ຊີ​ວະ,ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ກ່າວ​ວ່າ, ​ແມ່​ນ້ຳຂອງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ສາຍ​ນ້ຳ​ໃຫຍ່​ຂອງ​ໂລກ, ​ແຕ່​​ໃດ​ມາ​ກໍ່​ແມ່ນ​ສາຍ​ເລືອດ​ຂອງ​ປະຊາຊົນ 60 ລ້ານ​ກວ່າ​ຄົນ​ທີ່​ດຳລົງ​ຊີວິດ​ຢູ່​ສອງ​ແຄມ​ຝັ່ງ.ຖ້າວ່າ​ບໍ່​ຄຸ້ມ​ຄອງ​ສາຍ​ນ້ຳ​ແຫ່ງ​ນີ້​ແລະ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຢູ່​ແຄມ​ຝັ່ງ​ສາຍ​ນ້ຳ​ນີ້​​ໃຫ້​ດີ​ແລ້ວ, ​ແມ່​ນ້ຳ​ສາຍ​ໃຫຍ່​ແຫ່ງ​ນີ້​ຈະ​ມີ​ຊີວິດ​ຕໍ່​ໄປ​ບໍ່​ໄດ້.ສ່ວນ​ປະ​ຊາ​ຊົນ​ຢູ່​ສອງ​ຝັ່ງ​ແລະ​ສັດ​ສາ​ວາສິ່ງ​ໃນ​​ແມ່​ນ້ຳ​ສາຍ​ນີ້​ກໍ່​ບໍ່​ສາມາດ​ຊົງ​ຕົວ​ຢູ່​ໄດ້.ທ່ານ​ກ່າວ​ວ່າ:ກອງ​ປະ​ຊຸມ​ເທື່ອ​ນີ້​ໄດ້​ສົ່ງ​ສັນຍານ​ທີ່​ແຂງແຮງ​​ອັນ​ຫນຶ່ງ​ອອກ​ມາ​ຄື:ຫມົດ​ທຸກ​ປະ​ເທດ​ຢູ່​ເຂດ​ລ້ອງ​ແມ່​ນ້ຳຂອງ​ເຊິ່ງ​ລວມ​ທັງ​ປະ​ເທດ​ທີ່​ຢູ່​ຍ່ານ​ເຫນືອ​ແລະ​ຍ່ານ​​ໃຕ້​ລ້ວນ​ແຕ່​ແມ່ນ​ຝ່າຍ​ທີ່​ມີ​ຜົນ​ປະ​ໂຫຍ​ດຕິດ​ພັນ​ກັນ.​ການ​ພັດທະນາ​ແມ່​ນ້ຳ​ຂອງ​​ໃນ​ປັດຈຸບັນ​ກໍ່​ແມ່ນ​ການ​ເຮັດ​ໃຫ້​ທຸກ​ເຊັ່ນ​ຄົນ​ໃນ​ອະນາຄົດ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ​ແມ່ນ​ພັນທະ​ທີ່​ພວກ​ເຮົາ​ຕ້ອງ​ຮັບ​ຜິດ​ຊອບ​ຮ່ວມ​ກັນ.ກອງ​ປະຊຸມ​ສຸດ​ຍອດ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ  5 ​ເມສາ​ນີ້​ໄດ້​ຈັດ​ພິ​ທີລະ​ສະ​ຫລອງ​ຄະນະ​ກຳມະການ​ແມ່​ນ້ຳຂອງ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 15 ປີ​.ທ່ານ​ບົວ​ສອນ ບຸບຜາ​ວັນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ໄດ້​ຕີ​ລາຄາ​ສູງ​ຕໍ່​ວຽ​ກງານ​ໃນ 15 ປີ​ມາ​ນີ້​ຂອງ​ຄະນະ​ກຳມະການ​ແລະ​ຄວາມ​ຫມາຍ​ສຳຄັນ​ຂອງ​ກອງ​ປະຊຸມ​ສຸດຍອດ​ເທື່ອ​ນີ້.ທ່ານ​ກ່າວ​ວ່າ:


"ດ້ວຍ​ເຫດ​ນີ້, ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້​ນອກຈາກ​ຈະ​ສະ​ເຫຼີ​ມສະຫຼອງ​ 15 ປີ​ຂອງ​ການ​ຮ່ວມ​ມື​ໄດ້​ຂອບ​ສັນຍາຂອງ​ແມ່​ນ້ຳຂອງ​ແລ້ວ, ພວກ​ເຮົາ​ຈະ​ໄດ້​ທົບ​ທວນ​ໝາກຜົນ​ການ​ຮ່ວມ​ມື​ໃຈ​ຂົງ​ເຂດ​ຕ່າງໆ, ລວມທັງການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ການ​ເສີມ​ຂະຫຍາຍ​ດ້ານ​ດີ​ແລະ​ແກ້​ໄຂ​ດ້ານ​ຫຂໍ້​ທໍ້, ນັບ​ທັງ​ການ​ກະກຽມ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍຕ່າງໆ, ​ເຊິ່ງອາດ​ຈະ​ນຳ​ໄປ​ສູ່​ການ​ເຊື່ອມ​​ໂຊມ​ຂອງ​ສະພາບ​ແວດ​ລ້ອມ​ແລະ​ອ່າງ​​ແມ່ນ້ຳຂອງ, ນອກຈາກ​ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ພາຄີ​ດ້ວຍ​ກັນ​ແລ້ວ, ຄະນະ​ກຳ​ມະ​ທິການ​ແມ່​ນ້ຳຂອງ​ສາກົນ​ຂອງ​ພວກ​ເຮົາ​ຍັງ​ໄດ້​ຂະຫຍາຍ​ການ​ຮ່ວມ​ມື​ກັບປະ​ເທດ​ຄູ່​ເຈລະຈາ​ແລະ​ຄູ່​ຮ່ວມພັດທະນາ​ອື່ນໆ, ​ແນ່​ໃສ່​ຄຸ້ມ​ຄອງ​ແລະ​ນຳ​ໃຊ້​ຊັບພະຍາກອນ​ນ້ຳ​​ແລະ​​ອ່າງ​ແມ່ນ້ຳຂອງ​ໃຫ້​ມີ​ປະສິດທິ​ຜົນ​ສູງ​ແລະ​ມີ​ຄວາມ​ຍືນ​ຍົງ."

 ກອງ​ປະ​ຊຸມ​ສຸດ​ຍອດ​ຄະນະ​ກຳມະການ​ແມ່​ນ້ຳຂອງ​ເທື່ອ​ນີ້​ໄດ້​ຈັດ​ຂຶ້ນ​ພາຍ​ໃຕ້​ສະພາບ​ທີ່​ທົ່ວເຂດ​ລຸ່ມ​ແມ່​ນ້ຳຂອງ ພວມປະສົບ​ກັບ​ໄພ​ແຫ້ງ​ແລ້ງ​ຢ່າງ​ຮຸນ​ແຮງ. ການ​ຜະລິດ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຫຼາ​ຍສິບ​ລ້ານ​ຄົນ​ເຊິ່ງລວມທັງປະຊາຊົນ​​ເຂດພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ຂອງ​ຈີນ​ທີ່ຕັ້ງຢູ່​​ຍ່ານ​​ເຫນືອ​​ແມ່​ນ້ຳຂອງ​​ ລ້ວນ​ແຕ່ພົບ​ຄວາມ​ຫຍຸ້ງຍາກ​ດ້ານ​ນ້ຳ​ກິນ​. ​ໃນ​ຖານະທີ່​ເປັນ​ປະ​ເທດຜູ່​ສັງ​ເກດ​ການຂອງ​ຄະນະ​ກຳມະການ​ແມ່​ນ້ຳຂອງ, ຈີນ​ໄດ້​ສົ່ງຄະນະ​ຜູ່​ແທນ​ທີ່​ນຳ​ໂດຍ​ທ່ານ​ຊົ້ງ​ທ່າວ,ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການຕ່າງປະ​ເທດ ​ມາ​ເຂົ້າ​ຮ່ວມກອງ​ປະຊຸມສຸດ​ຍອດ​ເທື່ອ​ນີ້.  ໃນ​ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້,ທ່ານ​ຊົ້ງ​ທາວ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ມີ​ຫົວ​ຂໍ້​ວ່າ: "ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຮ່ວມ​ສະ​ແຫວ​ງຫາວິທີພັດທະນາ." ທ່ານ​ກ່າວ​ວ່າ, ການ​ອະນຸລັກ​ສິ່ງ​ແວດລ້ອມທຳ​ມະ​ຊາດ​ຂອງ​​​ເຂດ​ລຸ່ມແມ່ນ້ຳ​ລ້ານລ້າງ-​​ແມ່​ນ້ຳຂອງ​ເປັນ​ຢ່າງ​ດີນັ້ນ​ ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ມຸ້ງ​ມາດ​ປາຖະຫນາ​ຮ່ວມ​ກັນ​ຂອງ​ປະ​ເທດ​ຕ່າງໆ ຢູ່​​ເຂດລຸ່ມ​ແມ່​ນ້ຳຂອງ ​ເທົ່າ​ນັ້ນ,​ ຍັງ​ແມ່ນ​ຜົນ​ປະ​ໂຫຍ​ດອັນ​ເປັນພື້ນຖານ​ຂອງ​ປະ​ເທດ​ຈີນ​ເອງ​ຄື​ກັນ.ທ່ານ​ກ່າວ​ວ່າ
 
 
"​ໃນ​ບັນຫາ​ພັດທະນາ​ແລະ​ນຳ​ໃຊ້​ຊັບພະຍາກອນ​ນ້ຳຂອງ​ແມ່​ນ້ຳ​ລ້ານ​ຊ້າງ, ​ໃນ​ເວລາ​ທີ່​ຍຶດໝັ້ນ​ຫຼັກການ​ທີ່​ສົມ​ເຫດ​ສົມ​ຜົນ, ມີ​ລະບຽບ​ການ​ແລະ​ແບບ​ຍືນ​ຍົງ, ລັດຖະບານ​ຈີນ​ຍັງ​ໄດ້​ພິຈາລະນາ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຢູ່​ຍ່ານ​ໃຕ້​ຢ່າງ​ຈິງ​ຈັງ. ທີ່​ຈິງ​ແລ້ວ, ​ໃນ​ຂະ​ບວນກາ​ນພັດທະນາ​ຊັບພະຍາກອນພະລັງງານ​ນ້ຳຂອງ​ແມ່​ນ້ຳ​ລ້ານ​ຊ້າງນັ້ນ, ລັດຖະບານ​ຈີນ​ໄດ້​ວາງ​ແຜນ​ພັດທະນາຢ່າງ​ວິທະຍາສາດ​ແລະ​ຮອບ​ຄອບ, ປະຕິບັດ​ຂໍ້​ລະບຽບ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທົ່ວ​ໄປ​ຂອງ​ສາກົນ​ຢ່າງ​ເຄັ່ງ​ຄັດ, ​ໂດຍ​ແນ່​ໃສ່​​ແກ້​ໄຂຄວາມ​ເປັນ​ຫ່ວງ​ຂອງບາງ​ປະ​ເທດ​​ຢູ່​ຍ່ານ​ໃຕ້, ຈີນ​ເປັນ​ເຈົ້າ​ການ​ໄດ້​ປະຕິບັດ​ມາດ​ຕະການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຫຼາຍ​ຢ່າງ​ເປັນ​ພິ​ເສດ, ​ແລະຍັງ​ໄດ້​ເສຍສະຫຼະ​ຜົນ​ປະ​ໂຫຍ​ດຈຳນວນ​ໜຶ່ງ​ຂອງ​ການ​ພັດທະນາ​ໄຟຟ້າ​ນ້ຳຕົກ."
ທ່ານ​ຊົ້ງ​ທ່າວ​ກ່າວ​ຢ້ຳວ່າ, ຕົວ​ເລກ​ທີ່​ກ່ຽວຂ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໄພ​ແຫ້ງ​ແລ້ງ​ໃນ​ໝົດ​ເຂດ​ລ້ອງ​ແມ່​ນ້ຳຂອງ​ເທື່ອ​ນີ້​ແມ່ນ​ຍ້ອນ​ອາກາດ​ແຫ້ງ​ແລ້ງ​ໜັກ, ລະດັບ​ນ້ຳຂອງ​ຫຼຸດຕ່ຳ​ລົງ​ບໍ່​ກ່ຽວ​ກັບ​ຈີນ​ສ້າງ​ເຂື່ອນ​ໄຟຟ້າ​ຢູ່​ແມ່​ນ້ຳ​ລ້ານ​ຊ້າງ. ຈີນ​ກໍ​ແມ່ນ​ຜູ້​ປະສົບ​ໄພແຫ້ງ​ແລ້ງ​ເທື່ອ​ນີ້ຄື​ກັນ. ທ່ານ​ກ່າວ​ວ່າ, ຈີນ​ຍິນ​ດີ​ສືບ​ຕໍ່​ຢືນຢູ່​​ໃນຫຼັກການ"ປຶກສາ​ຫາລື​ຢ່າງ​ສະ​ເໝີ​ພາບ, ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຕ່າງຝ່າຍ​ຕ່າ​ງາ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ພັດທະນາ​ຮ່ວມ​ກັນ"​ເພີ່ມ​ທະວີ​ການ​ສົນທະນາ​ແລະ​ການ​ຮ່ວມ​ມື​ກັບ​ຄະນະ​ກຳມະການ​ແມ່​ນ້ຳຂອງ, ຮ່ວມ​ກັນ​ຊຸກຍູ້​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ພາກ​ພື້ນ​​ນີ້.
ຜູ້ນຳ​ຂອງ4​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄະນະ​ກຳມະການ​ແມ່​ນ້ຳຂອງ​ຄັ້ງ​ທຳ​ອິດ​ໄດ້​ອອກ"ຖະ​ແຫຼ​ງການ​ຫົວຫີນ"​ໃນ​ວັນ​ທີ5​ເມສາ​ນີ້, ​​ໂດຍ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ປະ​ເທດ​ຕ່າງໆ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມືກັນ​ຕື່ມອີກ, ສຸມ​ກຳລັງ​ເພື່ອ​ແກ້​ໄຂ​ການ​ທ້າ​ທາຍ​ຫຼາຍ​ຢ່າງ​ຂອງ​ເຂດ​ລຸ່ມ​ແມ່​ນ້ຳຂອງ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ