ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ​ຄັ້ງ​ທີ​16​ຈັດ​ຂຶ້ນ​ຢູ່​ຫວຽດ​ນາມ

(GMT+08:00) 2010-04-09 15:45:58     cri

ຕອນ​ບ່າຍ​ວັນ​ທີ 8 ​ເມສາ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ​16 ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ​ຮາ​ໂນຍ​ຂອງ​ຫວຽດ​ນາມ​ພາຍ​ໃຕ້​ຄຳ​ຂວັນ​ທີ່​ວ່າ: ​" ກ້າວ​ໄປ​ສູ່​ປະ​ຊາ​ຄົມ​ອາ​ຊຽນ ຈາກ​ວິ​ໄສ​ທັດ ສູ່​ການ​ຈັດ ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ " .ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນ​ຈະ​ຮ່ວມ​ມື​ກັນ​ເລັ່ງ​ລັດ​ບັນ​ລຸ​ເປົ້າ​ຫມາຍ​ທີ່​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ​ໃນ​ປີ​2015.

ເມື່ອ​ຜູ່​ນຳ​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນ​ໄດ້​ເຕົ້າ​ໂຮມ​ກັນ​ອີກ​ເທື່ອ​ຫນຶ່ງ, ສຽງ​ເພງ​ເສັ້ນ​ທາງ​ຂອງ​ອາ​ຊຽນ​ກໍ່​ດັງ​ຂຶ້ນ​ອີກ​,​ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ​ຄັ້ງ​ທີ 16 ​ໄດ້​​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ແລ້ວ.​

ໃນ​ພິທີ​ໄຂ​ກອງ​ປະຊຸມ, ທ່ານ​ຫງຽນ​ເຕິ​ນຢຸງ,ນາຍົກລັດຖະມນົຕີ​ຫວຽດ ນາມ​ທີ່​ເປັນ​ປະ​ເທດ​ປະທານ​ຫມູນວຽນ​ຂອງ​ອາ​ຊຽນ​ໃນ​ປີ 2010​ກ່າວ​ວ່າ,​ປີ 2010 ​ມີ​ຄວາມ​ຫມາຍ​ສຳ​ຄັນ​ຫລາຍ​ຕໍ່​ອາ​ຊຽນ.​ດ້ານ​ຫນຶ່ງ​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນມີ​ຄວາມ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ເສດ​ຖະ​ກິດ​ພາກ​ພື້ນ​ກໍ່​ຄື​ທົ່ວ​ໂລກ​ຟື້ນ​ຕົວ​ຄືນ,​ໂດຍ​ສະ​ເພາະ​ແມ່ນ​ອົງ​ກອນ​ເສດ​ຖະ​ກິດ​ຕ່າງໆ​ໃນ​ອາ​ຊຽນ​ກໍ່​ຟື້ນ​ຕົວ​ຄືນ,​ອີກ​ດ້ານ​ຫນຶ່ງ,​ການ​ພັດ​ທະ​ນາ​ຮອບ​ດ້ານ​ແບບ​ຍືນ​ຍົງ​ຍັງ​ຕ້ອງ​ການ​ເວ​ລາ​ທີ່​ຍາວ​ນານ​ແລະ​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ, ​ທິດ​ທາງ​ທີ່​ຖືກ​ຕ້ອງ​ແລະ​ມາດ​ຕະ​ການ​ທີ່​ແຂງ​ແຮງກໍ່​ຍິ່ງ​ສຳ​ຄັນ​ເປັນ​ພິ​ເສດ.​ໃນ​ຂະ​ນະ​ດຽວ​ກັນ​ນີ້,​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ​ໄພ​ທຳ​ມະ​ຊາດ,​ພະ​ຍາດ​ຕິດ​​ແປດ​ແລະ​ສິ່ງ​ທ້າ​ທາຍ​ຕ່າງໆ​ໃນ​ທົ່ວ​ໂລກ​ຍັງ​ມີ​ຜົນ​ກະ​ທົບ​ທາງ​ລົບ​ຢ່າງ​ຫລວງ​ຫລາຍ​ຕໍ່​ອາ​ຊຽນ,​ຍັງ​ຕ້ອງ​ການ​ອາ​ຊຽນ​ທຳ​ຄວາມ​ພະ​ຍາ​ຍາມ​ຫລາຍ​ກວ່າ​ເກົ່າ​​ແລະ​ຮັບ​ມື​ຢ່າງ​ບັງ​ເກີດ​ຜົນ.​ທ່ານ​ກ່າວ​ວ່າ:

"ສິ່ງ​​ສຳຄັນ​ທີ່​ສຸດ​ສຳລັບ​ບັນດາ(ປະ​ເທດ​​ອາ​ຊຽນ)​ພວກ​ເຮົາ​ໃນ​ສະ​ເພາະ​ໜ້າ​ນີ້ແມ່ນ​ຮ່ວມ​ມື​ກັນ, ​ໃຊ້​ບາດກ້າວ​ແລະມາດຕະການ​​ແທ້​ຈິງ​ເພື່ອ​ບັນລຸ​ເປົ້າ​ໝາຍແລະ​ແຜນການທີ່​ໄດ້​ຈັດ​ວາງ​ໄວ້. ຄຳ​ຂວັນ​ສຳລັບ​ອາ​ຊຽນ​ໃນ​ໝົດ​ປີ​ນີ້​​ແມ່ນ" ກ້າວ​ໄປ​ສູ່​ປະຊາຄົມ​ອາ​ຊຽນ ຈາກ​ວິ​ໄສ​ທັດ ສູ່​ການຈັດ ຕັ້ງປະ​ຕິ​ບັດ​ຕົວ​ຈິງ", ​ໄດ້ສະ​ແດງ​ໃຫ້​ເຫັນ​ເປົ້າ​ໝາຍ​ໃຈກາງ​ຂອງ​ອາ​ຊຽນ​ແລະ​ຄວາມ​ຫວັງ​ທີ່​ປະຕິບັດ​ຕົວ​ຈິງ​ໃນ​ອະນາຄົດ​ຢ່າງ​ແຂງ​ແຮງ."

ທ່ານ​ງຽວນ​ເຕັນ​ຢຸງກ່າວ​ວ່າ, ໜ້າ​ທີ່​ສຳຄັນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 16 ​ແມ່ນ​​​ເພື່ອເລັ່ງລັດຈັດ​ວາງ​ທິດ​ທາງ​ແລະ​ມາດຕະການ​ອັນ​ເໝາະ​ສົມ​ເພື່ອ​ເຮັດ​ໃຫ້​ອາ​ຊຽນ​ເຊື່ອມ​ໂຍງ​ເຂົ້າກັນ, ​ແລະ​ເພີ່ມ​ທະວີ​ຄວາມ​ສາມາດ​ຂອງ​ອາ​ຊຽນ​ໃນ​ການ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຂອງ​ພາກ​ພື້ນ​ແລະ​ທົ່ວ​ໂລກ​. ​ເຖິງ​ວ່າ​ບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ສຳຄັນ​ໃນ​ດ້ານ​ການ​ປະຕິບັດ"ກົດ​ບັດ​ອາ​ຊຽນ"​ແລະ​ປະຕິບັດ"​ແຜນການ​ເສັ້ນ​ນທາງ​ປະຊາ​ຄົມ​ອາ​ຊຽນ", ​ແຕ່​ຍັງ​ມີ​ວຽກ​ງານ​ຢ່າງ​ຫຼວງ​ຫຼາຍ​ຕ້ອງ​ເຮັດ. ທ່ານ​ກ່າວ​ວ່າ:

"ປະ​ຈະ​ບັນ​ຕ້ອງການທຳ​ຄວາມ​ພະຍາຍາມ​ຫຼາຍ​ກວ່າ​ເກົ່າ​ເພື່ອ​ເຮັດ​ໃຫ້"ກົດ​ບັດ​ອາ​ຊຽນ"ມີ​ພະລັງ​ຊີວິດ, ​ໂດຍ​ສະ​ເພາະ​ແມ່ນ​ເຮັດ​ໃຫ້​ກົດ​ໝາຍ​ທີ່​ກ່ຽວຂ້ອງ​ສົມບູນ​ຂຶ້ນ, ປັບປຸງ​ແລະ​ເພີ່ມ​ທະວີ​ໃຫ້​ອົງການ​ຈັດ​ຕັ້ງ​ໃໝ່​ແລະ​ວິທີ​ເຮັດ​ວຽກຂອງ​ອາ​ຊຽນມີ​ຜົນ​ບັງຄັບ​ໃຊ້."

ທ່ານ​ງຽວນ​ເຕິນຢຸງຍັງ​ກ່າວ​​ເນັ້ນ​ວ່າ, ການ​ຟູ້ນຟູ​ເສດຖະກິດ​ແລະ​ເສດຖະກິດ​ພັດທະນາ​ແບບ​ຍືນ​ຍົງ​ຄວນ​ເປັນ​ຈຸດ​ສຸມ​ຂອງ​ອາ​ຊຽນກ່ອນ, ພ້ອມ​ກັນ​ນັ້ນ​ກໍ​ແມ່ນ​ສິ່ງ​ທີ່​ປະຊາ​ຄົມ​ໂລກ​ສົນ​ໃຈ​ນຳ​ທີ່​ສຸດ. ທ່ານ​ກ່າ​ວວ່າ:

"ຍ້ອນ​ວ່າ​ລະຫວ່າງອົງ​ກອນ​ເສດ​ຖະ​ກິດ​ຕ່າງໆ​ຂອງ​ອາ​ຊຽນ​ມີ​ການ​ພົວພັນ​ຢ່າງ​ໃກ້​ຊິດ​ແລະ​ອາ​ໄສ​​ເຊິ່ງ​ກັນ​ແລະ​ກັນ,​ບັນ​ດາ​ປະ​ເທດ​ອາ​ຊຽນ​ຕ້ອງ​ພັດ​ທະ​ນາ​ດ້ວຍ​ຈັງ​ຫວະ​ດຽວ​ກັນ​ຕາມ​ສາມ​ທິດ​ດັ່ງ​ນີ້​ຄື​ອັນ​ທີ​ໜຶ່ງ,​ເລັ່ງ​ລັດ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ອາ​ຊຽນ​ເຊື່ອມ​ໂຍງ​ເຂົ້າ​ກັນ,​ຈໍ່​ຕົວ​​ຂຶ້ນ​ເປັນ​ເບົ້າ​ແບບ​ທີ່​ສອດ​ຄ່ອງ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ;​ອັນ​ທີ​ສອງ​ແມ່ນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ອາ​ຊີ​ຕາ​ເວັນ​ອອກ​ໃນ​ດ້ານ​ເສດ​ຖະ​ກິດ​ແລະ​ການ​ທະ​ນາ​ຄານ,​ໃນ​ນັ້ນ,​ອາ​ຊຽນ​ຕ້ອງ​ຮັກ​ສາ​ຖາ​ນະ​ແກນ​ກາງ​ຂອງ​ຕົນ;​ອັນ​ທີ​ສາມ​ແມ່ນ​ພ້ອມ​ກັນ​ທຳ​ຄວາມ​ພະ​ຍາ​ຍາມ​ກັບ​ປະ​ຊາ​ຄົມ​ໂລກ​ເພື່ອ​ແກ້​ໄຂ​ບັນ​ຫາ​ທົ່ວ​ໂລກ.

"ທ່ານ​ຫງວຽນ​​ເຕິ​ນຢຸງກ່າວ​ວ່າ,ນອກຈາກ​ເລັ່ງລັດຊຸກຍູ້​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນ​ພາຍ​​ໃນ​ອາ​ຊຽນ​ແລ້ວ,​ອົງ​ການ​ຈັດ​ຕັ້ງ​ອາ​ຊຽນຍັງ​ຄວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ພາຍ​ນອກ​ຕື່ມ​ອີກ,​ເພື່ອ​ສະ​ແຫວ​ງຫາ​ການ​ສະ​ໜັບ​ສະ​ໜູນ​ຫຼາຍ​ກວ່າ​ເກົ່າ​ໃຫ້​ການ​ສ້າງ​ສາ​ປະ​ຊາ​ຄົມ​ອາ​ຊຽນ,​ແລະ​ຍົກ​ຖາ​ນະ​ໃນ​ສາ​ກົນ​ຂອງ​ອາ​ຊຽນ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.​ດ້ວຍ​ເຫດ​ນີ້,​ອາ​ຊຽນ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຄູ່​ສົນ​ທະ​ນາ,​ໂດຍ​ຜ່ານ​ກົນ​ໄກ​ສົນ​ທະ​ນາ​ລະ​ດັບ​ຜູ່​ນຳ​ແລະ​ລະ​ດັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ.​ນອກ​ນີ້,​ລະ​ດັບ​ການ​ຮ່ວມ​ມື​ຂອງ​ກົນ​ໄກ​ຕ່າງໆ​ທີ່​ຊຸກ​ຍູ້​ໂດຍ​ອາ​ຊຽນ ຄື:​ອາ​ຊຽນ​ບວກ​3,​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ​ແລະ​ເວ​ທີ​ປຶກ​ສາ​ຫາ​ລື​ພາກ​ພື້ນ​ອາ​ຊຽນ​ເປັນ​ຕົ້ນ​ກໍ່​ຄວນ​ຍົກ​ສູງ​ຂຶ້ນ​ຕື່ມ​ອີກ.ຜູ່ນຳ​ຂອງ9​ປະ​ເທດ​ອາ​ຊຽນນອກຈາກ​ທ່ານ​ອະພິສິດ ​ເວດ​ຊາ​ຊີວະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ປະຊຸມ.​

ໃນ​ມື້​ນັ້ນ,​ທ່ານ​ອະ​ພິ​ສິດ​ໄດ້​ປະ​ກາດ​ປະ​ລະ​ການ​ເຂົ້າ​ຮ່ວມ​ປະ ຊຸມ​ຍ້ອນ​ການ​ປະ​ທ້ວງ​ຕ້ານ​ລັດ​ຖະ​ບານ​ຂອງ​ກຸ່ມ​ເສື້ອ​ແດງ​ນັບ​ມື້​ນັບ​ຮຸນ​ແຮງ,​ແລະ​ໃຫ້​ທ່ານ​ກະ​ສິດ ພິ​ລົມ,​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ​ຕາງ​ໜ້າ​ທ່ານ​ເຂົ້າ​ແທນ.​ພາຍ​ຫຼັງ ພິ​ທີ​ໄຂ​ກອງ​ປະ​ຊຸມ,​ຜູ່​ນຳ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້​ຈັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ.​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ຈະ​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ​9​ເມ​ສາ​ນີ້,​ຄາດ​ວ່າ​ຈະ​ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ສາ​ເສ​ດຖະ​ກິດ​ອາ​ຊຽນ​ຄືນ​ໃໝ່,​ການ​ພັ​ດທະ​ນາ​ແບບ​ຍື່ນ​ຍົງ​ແລະ​ການ​ຮ່ວມ​ກັນ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

 

 
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ