ນັກ​ກິລາ​ລົດ​ຖີບ​ມາ​ເລ​ເຊຍ​ໄດ້​ຫຼຽນ​ຄຳ​ແລະ​ຫຼຽນ​ເງິນ​ໃນ​ການ​ແຂ່ງ​ຂັນ​ລົດ​ຖີບ​ປະ​ເພດ​ເຄ​ຣິນ

(GMT+08:00) 2010-11-18 18:17:41     cri
ຕາມ​ຂ່າວສານ​ຊິ່ນ​ຮວາ​: ວັນ​ທີ 17 ພະຈິກ​ນີ້, ນັກ​ກິລາ​ມາ​ເລ​ເຊຍ​​ເກັ່ງ​ຫຼາຍ​ໃນ​ການ​ແຂ່ງຂັນ​ລົດຖີບ​​ເອຊຽນ​ເກ​ມ, ​ສອງ​ຄົນ​ຕ່າງ​ໄດ້​ຫຼຽນຄຳ​ແລະ​ຫຼຽນ​ເງິນ​ໃນ​ການ​ແຂ່ງ​ຂັນ​ລົດຖີບ​ປະ​ເພດ​ເຄຣິນ​ເພດ​ຊາຍ (Keirin). ທ້າວ​​ໂມ​ມັດ ອາຊີ​ຊູ​ຮັສນີ ອາ​ວາງ, ນັກ​ກິລາ​ທີ່​ໄດ້ຫຼຽນ​ເງິນ​ໃນ​ການ​ແຂ່ງຂັນ​ລົດຖີບ​ປະ​ເພດ​ເຄຣິນ​ເພດ​ຊາຍ​ຊີງ​ຊະນະ​ເລີດ​ໂລກ​ປີ​ນີ້, ​ໄດ້​ຫຼຽນຄຳ​ຫຼຽນສຸດ​ທ້າຍ​ໃນ​ການ​ແຂ່ງຂັນ​ລົດຖີບ​ຂອງ​ເອຊຽນ​ເກມ​ຄັ້ງ​ນີ້, ທ້າວ​ໂຈ​ເຊຍ ​ເອນ​ໄດ້​ຫຼຽນ​ເງິນ.

ມື້​ດຽວ​ກັນ, ​ໃນ​ການ​ແຂ່ງຂັນ​ຂີ່​ມ້າ, ອ້າຍ​ແລະ​ນ້ອງ​ສາວ​ຂອງ​ມາ​ເລ​ເຊຍ​ ​ກໍ່​ເກັ່ງ​ຫຼາຍ, ​ໃນ​ກິລາ​ຂີ່​ມ້າ​ທີ່​ຜູ້​ຍິງ​​ກັບ​ຜູ້​ຊາຍ​ແຂ່ງຂັນ​ນຳ​ກັນ​ນັ້ນ, ນາງຄູ​ຊັນ​​ເດຼຍ ມາຮາ​ມັດ, ທີ່​ເປັນ​ນ້ອງ​ສາວ​ໄດ້​ເອົາ​ຊະນະ​ທ້າວມາຮາ​ມັດ ຟາ​ຊິວ ຄາ​ບິ​ວ, ທີ່​ເປັນ​ອ້າຍ​ຂອງ​ນາງ, ນາງ​ໄດ້​ຮັບຫຼຽນ​ເງິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ