ນັກ​ກິລາ​ອິນ​ໂດ​ເນ​ເຊຍ​ໄດ້​ຫຼຽນ​ຄຳ​ຫຼຽນ​ທຳ​ອິດ​ໃນ​ເອ​ຊຽນ​ເກມ

(GMT+08:00) 2010-11-19 17:59:46     cri
ການ​ແຂ່ງຂັນຊ່ວງ​ເຮືອ​ມັງກອນ​ທີ່​ຈັດ​ເຂົ້າ​ໃນການ​ແຂ່ງຂັນ​ຂອງ​ເອຊຽນ​ເກມ​ເປັນ​ເທື່ອ​ທຳ​ອິດ​ນັ້ນ, ​ໄດ້​ດຳ​ເນີນ​ໃນວັນ​ທີ 18 ພະ​ຈິກ​ນີ້, ທີ​ມຊາຍອິນ​ໂດ​ເນ​ເຊຍ​ຊີງ​ໄດ້​ຫຼຽນຄຳ​ຂອງ​ລາຍການ​ທາງ​ຊື່​ 1000 ​ແມັດ, ນີ້​ແມ່ນຫຼຽນຄຳ​ຫຼຽນທຳ​ອິດຂອງ​​ການ​ແຂ່ງຂັນ​ຊ່ວງ​ເຮືອ​ມັງກອນ​ໃນເອຊຽນ​ເກມ, ​ແລະນີ້​ກໍ່​ແມ່ນ​ຫຼຽນຄຳ​ຫຼຽນ​ທຳ​ອິດ​ຂອງ​ອິນ​ໂດ​ເນ​ເຊ​ຍ​ໃນ​​ເອຊຽນ​ເກ​ມ​ເທື່ອ​ນີ້. ກ່ອນ​ການ​ແຂ່ງ​ຂັນ, ​ສື່​ມວນ​ຊົນ​ລາຍ​ງານ​ວ່າ, ສີ​ພາຍ​ຂອງ​ອິນ​ໂດ​ເນເຊຍ​ສ່ວນ​ຫຼາຍ​ແມ່ນ​ທະຫານຍົກ​ພົນ​ຂຶ້ນ​ບົກ​ຂອງ​ກອງທັບ​ເຮືອ, ກ່ຽວ​ກັບ​​ເລື່ອງ​ນີ້,​ເຈົ້າ​ໜ້າ​ທີ່​ທີ​ມອິນ​ໂດ​ເນ​ເຊຍກ່າວ​ວ່າ, ຂ່າວ​ນັ້ນ​ບໍ່​ມີ​ມູນ​ຄວາມ​ຈິງ. ສີພາຍ​​ເຫຼົ່ານີ້​, ມີ​ທະຫານຍົກ​ພົນ​ຂຶ້ນ​ບົກພຽງຄົນ​ດຽວ, ​ຍັງ​ມີຕຳຫຼວດຜູ້​ໜຶ່ງ, ນອກ​ນັ້ນ​ແມ່ນ​ລັດຖະກອນ​ແລະ​ນັກຮຽນນັກ​ສຶກສາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ