ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນ​​ສິ້ນ​ສຸດ​ລົງ​ຢ່າງ​ໄດ້​ຮັບ​ຜົນ​ດີ

(GMT+08:00) 2010-11-26 09:44:34     cri

ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 7 ​ແລະ​ກອງ​ປະຊຸມ​ສຸດຍອ​ດ ທຸລະ​ກິດ​ແລະ​ການ​ລົງທຶນ​ຈີນ​ອາ​ຊຽນທີ່​ດຳ​ເນີນ​ເປັນ​ເວາ 6 ວັນນັ້ນ​ໄດ້​ອັດ​ລົງຢູ່​ນະຄອນ​ນານ​ນິງຂອງ​ເຂດ​ກວາງຊີ​ຂອງຈີນ​ໃນ​ວັນ​ທີ 24 ຕຸລາ​ນີ້.ງານ​ວາງສະ​ແດງ​​ເທື່ອນີ້ມີ​ຫົວ​ຂໍ້​ຫລັກ​ວ່າ:​ເຂດ​ການ​ຄ້າ​ເສລີ​ກັບ​ໂອກາດ​ໃຫມ່,​ໄດ້​ຈັດ​ເວທີ​ປຶກສາ​ຫາລື​ລະດັບ​ສູງ​ໃນ 10 ຂະ​ແຫນງ​ການ​ເຊັ່ນ:ພະລັງງານ, ກະສິກຳ,ການ​ເງິນ, ກົດຫມາຍ,​ພະລັງ​ໄຟຟ້າ,ຫລຸດຜ່ອນຄວາມທຸກ​ຍາກ,​ແພດສາດ​ແລະ​ຄົມມະນາຄົມ​ຂົນ​ສົ່ງ.ນີ້​ແມ່ນ​ງານ​ວາງສະ​ແດງສິນຄ້າ​ຈີ​ນອາ​ຊຽນຄັ້ງ​ທຳ​ອິດ​ພາຍຫລັງ​ໄດ້​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນສຳ​ເລັດຢ່າງຮອບດ້ານ​ໃນ​ວັນ​ທີ 1 ມັງກອນ​ປີ​ນີ້,​ແລະ​ຖື​ເປັນ​ການ​ທົດ​ສອບ​ເທື່ອ​ຫນຶ່ງ​ຕໍ່​ຄວາມ​ມີ​ປະສິດທິ​ຜົນ​ຂອງ​ເຂດ​ການ​ຄ້າ​​ເສລີຈີນ​ອາ​ຊຽນ.

ວັນ​ທີ 1 ມັງກອນ​ປີ​ນີ້, ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນທີ່​ກວມ​ປະຊາຊົນ 1 ຕື້ 900 ລ້ານ​ຄົນ​ໄດ້​ສ້າງ​ສຳ​ເລັດ​ຕາມ​​ເວລາ​ກຳນົດ,​ເຮັດ​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ເປີດ​ສັງກາດໃຫມ່.​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ສິງຫາ​ປີ​ນີ້,ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ບັນລຸ​ເຖິງ 185 ຕື້ 380 ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 47,2%,ອາ​ຊຽນ​ໄດ້​ກາຍ​ເປັນ​ຕະ ຫລາດ​ນຳ​ເຂົ້າ​ໃຫຍ່​ອັນ​ດັບ​ສາມ​ແລະ​ຕະຫລາດສົ່ງ​ອອກ​ໃຫຍ່​ອັນ​ດັບ​ທີສ່ຂອງ​ຈີນ​ແລ້ວ.ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ກາຍ​ເປັນພະລັງ​ແຮງ​ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

​ໃນ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 7 ​ເທື່ອ​ນີ້​ໄດ້​ມີ​ມູນ​ຄ່າ​ການ​ຄ້າ​ສິນຄ້າ​ສູງ​ກວ່າ​ທຸກ​ຄັ້ງ​ທີ່​ຜ່ານ​ມາ, ມາ​ຮອດ​ເວລາ 16 ​ໂມງ​ຂອງ​ວັນ​ທີ 24 ຕຸລາ​ນີ້,ຍອດ​ມູນ​ຄ່າສັນຍາ​ການ​ຄ້າ​ບັນລຸ​ເຖິງ 1 ຕື້ 712 ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ປີ​ກາຍ 3,5%.10 ປະ​ເທດ​ອາ​ຊຽນລ້ວນ​ແຕ່​ໄດ້​ສົ່ງວິ​ສາ​ຫະກິດ​ຂອງ​ຕົນ​ໄປ​ຮ່ວມ​ງານ,​ເຂດ​ວາງສະ​ແດງສິນຄ້າອາ​ຊຽນ​ໄດ້​ກາຍ​ເປັນ​ຈຸດ​ພົ້ນ​ເດັ່ນ​ຂອງ​ງານ​ເທື່ອ​ນີ້.ຜູ່​ຕາງຫນ້າ​ປະ​ເທດ​ຕ່າງໆ​ທີ່​ຮ່ວມ​ງານ​ໄດ້​ຕີ​ລາຄາ​ສູງ​ຕໍ່​ບົດບາດ​ທີ່​ເປັນ​ເວທີ​ແລກ ປ່ຽນ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນ​ແລະ​ກອງ​ປະຊຸມ​ສຸດຍອດ​ທຸລະ​ກິດ​ແລະ​​ການ​ລົງ​ທຶນ.

ທ່ານ​ລົງ​ເດ​ສ ​ເມ​ດີ​ລິນ,ປະທານ​ສູນ​ວາງສະ​ແດງ​ສິນ​ຄ້າ​ຂອງ​ກະຊວງການ​ຄ້າ​ກັບ​ອຸດສາຫະກຳ​ຟິລິບ​ປິນກ່າວ​ວ່າ,ພວກ​​ເຮົາ​ນັບ​ມື້​ນັບ​ຮັບຮູ້ເຖິງ​ຄວາມ​ສຳຄັນ​ໃນ​ການ​ນຳ​ໃຊ້​ນະ​ໂຍບາຍ​ຢ່າງ​ຖືກຕ້ອງ,ນະ​ໂຍບາຍ​ພິ​ເສດຫລາຍ​ຢ່າງ​ຂອງ​ເຂດ​ການ​ຄ້າ​ເສລີພວມ​ລໍ​ຖ້າ​ພວກ​ເຮົາ​ໄປ​ຄົ້ນຄວ້າ​ແລະ​ນຳ​ໃຊ້,ນີ້​ຈະ​ເກີດ​ມີ​ສະພາບ​ທີ່​ໄດ້ຜົນ​ປະ​ໂຫຍ​ດທັງ​ສອງ​ຝ່າຍ.

​ຍ້ອນ​ໄດ້​ຮັບ​ຜົນ​ຈາກ​ໂອກາດ​ການ​ຄ້າ​ໃນ​ເຂດ​ການ​ຄ້າ​ເສລີ,ປະ​ເທດ​ອາ​ຊຽນຕ່າງໆ​ກໍ່​​ໄດ້​ເພີ່ມ​ຂະຫນາດການ​ເຂົ້າຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນ,6 ປະ​ເທດ​ຄືລາວ,​ອິນ​​ໂດ​ເນ​ເຊຍ,ມາ​ເລ​ເຊຍ,ມຽນມາ,​ໄທ​ແລະ​ຫວຽດນາມ​ໄດ້​ມີ​ຮ້ານ​ໃຫຍ່​ສະ​ເພາະ​ຂອງ​ຕົນ,​ເພື່ອ​​ວາງສະ​ແດງ​ສິນຄ້າ​ທີ່​ມີ​ທ່າ​ແຮງ​ຂອງ​ປະ​ເທດ​ຕົນ.ສ່ວນ​ຟິລິບ​ປິນກໍ່​ໄດ້ຈັດ​ເຂດ​ວາງສະ​ແດງສິນຄ້າຟິລິບ​ປິນ​ສະ​ເພາະຂອງ​ຕົນ​ຄື​ກັນ,​ແລະ​ອົງການ​ອຸດສາຫະກຳ​ໄທ​ຍັງ​ໄດ້​ຈັດ​ງານ​ການ​ຄ້າ​ສະ​ເພາະ​ສອງ​ຮອບ​.

ທ່ານ​ຊີ​ນິງໆ,ຮອງ​ເລຂາທິການ​ສະພາ​ການ​ຄ້າ​ຈີນ​ອາ​ຊຽນກ່າວ​ວ່າ, ​ເຖິງ​ວ່າ​ໄດ້​ປະສົບ​ກັບ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ,ການ​ຄ້າ​ກັບ​ຈີນ​ຂອງ​ປະ​ເທດ​ອາ​ຊຽນບໍ່​ຫນ້ອຍ​ກໍ່​​ໄດ້​ຮັກສາ​ຄວາມ​ເຕີບ​ໂຕ,ນີ້​​ໄດ້​ຢືນຢັນ​ຢ່າງ​ເຕັມ​ສ່ວນ​ວ່າຈີນ + ອາ​ຊຽນມີ​ພະລັງງານ​ຢ່າງ​ຫລວງຫລາຍ​,ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາຊຽນຈະ​ເຮັດ​ໃຫ້​ເສດຖະກິດ​ສັງຄົມ​ຂອງ​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ມີ​ຄວາມ​ຫມັ້ນຄົງ​ໃນ​ວິ​ກິດ​ການ​ການ​ເງິນ.

ທ່ານ​ຢາງ​ມູ້,ນັກ​ຄົ້ນ​ຄ້າ​ຊັ້ນສູງຂອງ​ສະ​ຖາ​ບັນ​ອາຊີ​ຕາ​ເວັນ​ອອກ​ຂອງ​ມະ ຫາວິທະຍາ​ໄລ​ແຫ່ງ​ຊາດ​ສິງກະ​ໂປ​ກ່າວ​ວ່າ:"ຈີນ​ກັບ​ອາ​ຊຽນພວມ​ສ້າງ​ອະນາຄົດ​ທີ່​ໄດ້​ຮັບ​ຜົນ​ປະ​​ໂຫຍ​ດຫລາຍ​ຝ່າຍ​ໂດຍ​ຜ່ານ​ການ​ຮ່ວມ​ກັນ​ຊົມ​ໃຊ້​ໂອກາດ​ແລະ​ມີພັນທະ​ຮ່ວມ​ກັນ."​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນສຳ​ເລັດ​ໄດ້​ສ້າງ​​ໂອກາດຫລາຍ​ກວ່າ​​ເກົ່າໃຫ້​ແກ່​ກາ​ພັດທະນາ​ຂອງ​ພາກ​ພື້ນ, ​ແລະ​ຫລຸດ​ຄວາມ​ຜິດ​ໂຕນ​ກັນ​ລະຫວ່າງ​ຄວາມທຸກ​ກັບ​ຄວາມ​ຮັ່ງ​ໃນ​ປະ​ເທດ​ທີ່​ຕ່າງ​ກັນ, ຊຸກ​ຍູ້​ການ​ຄ້າ​ກັບ​ການ​ລົງທຶນ​ຂ້າມ​ຊາດ,​ແລະ​ໄດ້​ຊຸກ​ຍູ້​ການ​ກໍ່ສ້າງ​ເສດຖະກິດ​ອາ​ຊີ​ຕາ​ເວັນ​ອອກ​ໃຫ້​ເປັນ​ອັນ​ຫນຶ່ງ​ອັນ​ດຽວ​ກັນ.

ທ່ານ​ບູດີ​​ໂຢ​ໂນ,ຮອງ​ປະທານາທິບໍດີອິນ​ໂດ​ເນ​ເຊຍ,ທີ່​ເປັນ​ປະ​ເທດ​ກິ​ຕິ​ມະສັກ​ໃນ​ງານ​ເທື່ອ​ນີ້​ກ່າວ​ວ່າ:"ວິ​ກິດ​ການ​ການ​ເງິນ​ສາກົນ​ໄດ້​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ."​ໃນ​ຖານະ​ເປັນ​ອົງ​ກອນ​ເສດຖະກິດ​ທີ່​ພັດທະນາ​ໄວ​ທີ່​ສຸດ​ໃນ​ໂລກ,ຈີນ​ໄດ້​ສ້າງ​ໂອກາດ​ຢ່າງ​ຫລວງຫລາຍ​ໄປ​ໃຫ້​ອາ​ຊຽນ;​ ສ່ວນຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ຄວາມ​ຫມັ້ນຄົງ​ຂອງ​ອາ​ຊຽນກໍ່​ມີ​ຜົນ​ດີ​ຕໍ່​ຈີນຄື​ກັນ,ມີ​ແຕ່ສອງ​ຝ່າຍ​ຮ່ວມ​ມື​ກັນ,ກໍ່​ຈະ​ກາຍ​ເປັນພະລັງ​ອັນ​ແຂງ​ແຮງ​ທີ່​ຊຸກ​ຍູ້​​ໃຫ້ທົ່ວ​ໂລກພັດທະນາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ