ນັກ​ກິ​ລາ​ຫວຽດ​ນາມ​ໄດ້​ອີກ 6 ຫຼຽນ​ໃນ​ເອ​ຊຽນ​ເກມ

(GMT+08:00) 2010-11-26 17:47:00     cri
ຕາມ​ຂ່າວ CRI: ຮອດ​ວັນ​ທີ 25 ພະຈິກ​ນີ້, ​ເອຊຽນ​ເກ​ມຄັ້ງ​ທີ 16 ທີ່​ດຳ​ເນີນຢູ່​ກວາງ​​ໂຈ່​ວ​ໄດ້​ເຂົ້າສູ່​ໄລຍະ​ທ້າຍ​ແລ້ວ, ມື້​ດຽວ​ກັນ, ຄະນະ​ນັກ​ກິລາ​ຫວຽດນາມ​ຍິ່ງສູ້​ຍິ່ງ​ຍາດ​ໄດ້ຜົນ​ງານ​ທີ່​ດີ, ​ໂດຍ​ໄດ້ຮັບ 1 ຫຼຽນຄຳ, 3 ຫຼຽນ​ເງິນ​ແລະ 2 ຫຼຽນ​ທອງ.

ໃນ​ການ​ແຂ່ງຂັນທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ​ຫວຽດນາມ​ໄດ້ 1 ຫຼຽນຄຳ​​ແລະ 1 ຫຼຽນ​ທອງ​ໃນ​ລາຍ​ການ​ຄາ​ລາ​ເຕ​ໂດ. ນາງ​ເລ​ບິ​ກຟອງ​ເອົາ​ຊະນະ​ນັກ​ກິລາ​ຍີ່​ປຸ່ນ​​ໃນ​ການ​ແຂ່ງຂັນ​ຄາ​ລາ​ເຕ​ໂດ​ເພດ​ຍິງລຸ້ນຕໍ່າ​ກວ່າ 55 ກິ​ໂລ,​ໄດ້​ຮັບ​ຫຼຽນຄຳ, ນີ້​ແມ່ນ​ຫຼຽນຄຳ​ຫຼຽນ​ທຳ​ອິດ​ທີ່​ຫວຽດນາມ​ໄດ້​ຮັບໃນ​ເອຊຽນ​ເກ​ມ​ເທື່ອ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ