ພັກ​ແລະ​ລັດຖະບານຈີນ​ມີ​ຄວາມ​ສາມາດ​ຄຸ້ມ​ຄອງ​ເສດຖະກິດ​ຂອງ​ຈີນ(ສຽງ)

(GMT+08:00) 2011-03-16 09:49:11     cri

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ກອງ​ປະຊຸມ​ປະຈຳ​ປີ2011ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊດາ​ຈີນ​ແລະ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ9ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ກໍ່​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້, ວັນ​ທີ14ມີນາ​ນີ້, ທ່າ​ງທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີລາວ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRIກ່ຽວ​ກັບ​ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ​ແລະ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ9ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ. ທ່ານ​ນາຍົກ​ທອງ​ສິງກ່າວ​ວ່າ, ຕົວ​ເລກ​ໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ຈີນ​ປີ2011ຂອງ​ທ່ານ​ນາຍົກ​ເວີ່​ນ​ເຈຍ​ປາວ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ສາມາດ​ທີ່​ດີ​ເລີດ​ຂອງ​ລັດຖະບານ​ຈີນ​ໃນ​ການ​ຄຸ້ມ​ຄອງ​ເສດຖະກິດ​ແຫ່ງ​ຊາດ, ​ເຊື່ອ​ວ່າ, ລັດຖະບານ​ຈີນ​ມີ​ຄວາມ​ສາມາດ​ຄຸ້ມ​ຄອງ​ເສດຖະກິດ​ຂອງ​ຈີນ.


ແສງແກ້ວ(ນັກຂ່າວCRI)ມອບຂອງທີ່ລະລຶກໃຫ້ນາຍົກລາວ


ທ່ານ​ນາຍົກ​ທອງ​ສິງຕີ​ລາຄາ​ສູງ​ຕໍ່​ເສດຖະກິດ​ຈີນ​ໃນ​ໄລຍະ​ປະຕິບັດ​ແຜນການ5ປີ​ຄັ້ງ​ທີ11, ທ່ານ​ກ່າວ​ວ່າ:……………………..

ກ່ອນ​ນີ້​ເດືອນ​ໜຶ່ງ, ທາງ​ການ​ຍີ່ປຸ່ນ​ຢືນຢັນ​ວ່າ, GDPຂອງ​ຈີນ​ຫຼາຍ​ກວ່າ​ຍີ່​ປຸ່ນ, ກາຍ​ເປັນ​ອົງ​ກອນ​ເສດຖະກິດ​ອັນ​ດັບ​ສອງ​ຂອງ​ໂລກ. ໜັງ​ສຶພິມ​ນົວ​ຢອກ​ທາມ​ສຕີ​ລາຄາ​ວ່າ, ນີ້​ເປັນ​ຂີດ​ໝາຍ​ທາງ​ປະຫວັດສາດ​ຂອງ​ເສດຖະກິດ​ຈີນ​ຫຼັງ​ຈາກ​ໄດ້​ພັດທະນາ​ຢ່າງ​ພົ້ນ​ເດັ່ນ​ຫຼາຍ​ສິບ​ປີ​ມາ​ແລ້ວ. ​ແຕ່​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ຂອງ​ເສດຖະກິດ​ກໍ່​ຈະ​ເອົາ​ຄວາມ​ຫຍຸ້ງຍາກ​ແລະ​ສິ່ງ​ທ້າ​ທາຍ​ໃໝ່​ມາ​ໃຫ້. ຕໍ່​ເລື່ອງນີ້, ທ່າ​ນທອງສິງ​ກ່າວ​ວ່າ:………


ແສງແກ້ວສຳພາດທ່ານທອງສິງ ທຳມະວົງ


ລັດຖະບານ​ຈີນ​ວາງ​ເປົ້າ​ໝາຍ​ວ່າ, 5ປີ​ຂ້າງ​ໜ້າ(5ປີ​ຄັ້ງ​ທີ12), ສະ​ເລ່ຍ​ແລ້ວ​ຈະ​ໃຫ້​ເສດຖະກິດ​ເພີ່ມ​ຂຶ້ນ7%ຕໍ່​ປີ, ​ແລະ​ລາຍ​ໄດ້​ຂອງ​ປະຊາຊົນ​ຈີນ​ຈະ​ໃຫ້​ເພີ່ມ​ຂຶ້ນ​ຕົວ​ຈິງ​ຫຼາຍ​ກວ່າ7%ຕໍ່​ປີ. ​ແຕ່​ໃນ​ແຜນການ7ປີ​ຄັ້ງ​ທີ11ນັ້ນ, ​ເປົ້າ​ໝາຍ​ດັ່ງກ່າວ​ແມ່ນ7,5%​ແລະ5%. ຈັງຫວະ​ເຕີບ​ໂຕ​ຂອງ​ເສດຖະກິດ​ຕ່ຳລົງ, ​ແຕ່​ຈັງ​ຫວະ​ເຕີບ​ໂຕ​ຂອງ​ລາຍ​ໄດ້​ປະຊາຊົນ​ພັດ​ໄດ້​ເພີ່ມຂຶ້ນ. ທ່ານ​ທອງ​ສິງ​ເຫັນວ່າ:……………….

​ໃນ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ທ່ານ​ອູປ່າງ​ໂກ, ປະທານຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ປະກາດ​ວ່າ, ລະບົບ​ກົດໝາຍ​ຂອງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ແລ້ວ. ທ່ານ​ທອງ​ສິງ​ເຫັນ​ວ່າ, ການ​ສ້າງ​ລະບົບ​ກົດໝາຍ​ຂອງ​ຈີນ​ເຮັດ​​ໄດ້​ດີ​ຫຼາຍ, ​ເປັນຕາ​ຮຽນ​ນຳ​ຫຼາຍ. ທ່ານ​ກ່າວ​ວ່າ: ………………..


ດາຣາວັນ(ຊ້າຍ) ທ່ານທອງສິງ ທຳມະວົງ(ກາງ) ແສງແກ້ວ(ຂວາ)


​ໃນ5ປີ​ຕໍ່ໜ້າ​ນີ້, ລັດຖະບານ​ລາວ​ກໍ່​ຈະ​ປະຕິບັດ​ແຜນການ5ປີ​ຄັ້ງ​ທີ7​ແຫ່ງ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ແຕ່​ປີ2011ຫາ​ປີ2015, ​ເມື່ອ​ເວົ້າ​ເຖິງ​ການ​ພັດທະນາ​ເສດຖະກິດ​ຂອງ​ລາວ​ໃນ​ອະນາຄົດ, ທ່າ​ນທອງ​ສິງ​ກ່າວ​ວ່າ:…………………

ທ່ານ​ຜູ້​ຟັງທີ່​ໂຄລົບ, ທີ່​ຟັງ​ມາ​ນັ້ນ​ແມ່ນ​ບົດ​ສຳພາດ​ທ່ານ​ທອງ​ສິງ ທຳ​ມະ​ວົງ​ນາຍົກລັດຖະມົນຕີລາວກ່ຽວ​ກັບ​ກອງ​ປະຊຸ​ມສະພາ​ຂອງ​ຈີນ​​ແລະ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ9ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ສະບາຍດີ.


ສົມແພງ(ຊ້າຍ) ທ່ານທອງສິງ ທຳມະວົງ(ກາງ)  ແສງແກ້ວ(ຂວາ)

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ