ຈັດ​ງານ​ວາງສະ​ແດງ​ພາບ​ສິນ​ລະ​ປະ​ການ​ຂຽນ​ຕົວ​ໜັງ​ສື​ຈີນ​ຂອງ​ອາຈານ​Ye Jianfeng ​ເພື່ອສະ​ເຫຼີມສະຫຼອງ​ວັນ​ສ້າງຕັ້ງສາຍ​ພົວພັນ​ກາ​ນທູດ​ຈີນ-ລາວ​ຄົບຮອບ50ປີ​

(GMT+08:00) 2011-06-28 19:52:51     cri

ຕາມ​ຂ່າວCRI:ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ວັນ​ສ້າງຕັ້ງສາ​ຍພົວພັນ​ການ​ທູດຈີນ-ລາວ​ຄົບ​ຮອບ5​0ປີ,​ເພີ່ມ​ທະວີ​ການ​ແລກປ່ຽນ​ວັດທະນະທຳ​ແລະ​ສິນລະປະ​ຂອງ​ສອງ​ປະ​ເທດ,ວັນ​ທີ28ມິຖຸນານີ້​,ຢູ່​ຫໍ​ວັດທະ​ນະ​ທຳ​​ແຫ່ງ​ຊາດ​ທີ່ນະຄອນ​ຫຼວງ​ວຽງ​ຈັນ,ສະ​ຖານ​ທູດ​ຈີນ​ປະຈຳ​ລາວ​ແລະ​ສະ​ຖາ​ບັນ​ຂົງ​ຈື​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ​ໄດ້​ຮ່ວມ​ກັນ​ຈັດ​ງານ​ວາງ​ສະ​ແດງ​ພາບ​ສິນ​ລະ​ປະ​ການ​ຂຽນ​ຕົວ​ໜັງ​ສື​ຈີນ​ຂອງ​ອາຈານ Ye Jianfeng ​ໂດຍ​ມີ​ທ່ານ​Long Dingbin,ທີ່​ປຶກ​ສາ​ການ​ທູດ​ຈີນ​ປະຈຳ​ລາວ,ທ່ານ​ສຈ.ລຳ​ໄມ ພິພະ​ທະ​ວົງ,ຫົວໜ້າ​ຝ່າຍ​ລາວ​ສະ​ຖາ​ບັນ​ຂົງຈືມະຫາວິທະຍາ​ໄລ​ແຫ່​ງຊາດ​ລາວ​ແລະ​ທ່ານ​ສຈ. Tao Hong,ຫົວໜ້າ​ຝ່າຍ​ຈີນ​ສະ​ຖາ​ບັນ​ຂົງຈືມະຫາວິທະຍາ​ໄລ​ແຫ່​ງຊາດ​ລາວ​ໃຫ້​ກຽດ​ເຂົ້າຮ່ວມ.

Ye Jianfeng ​ເປັນ​ນັກ​ສິນລະ​ປະ​ການ​ຂຽນ​ຕົວ​ໜັງສື​ຈີນ​ຄົນ​ໜຸ່ມຂອງ​ປະ​ເທດ​ຈີນ,ປັດຈຸ​ບັນ​ເປັນ​ອາຈານ​ສອນ​ພາ​ສາ​ຈີນ​ຢູ່​ພາກ​ພາ​ສາ​ຈີນຄະນະ​ອັກ​ສອນ​ສາດ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ.ພາບ​ສິນລະ​ປະການ​ຂຽນ​ຕົວ​ໜັງສື​ຈີນ​ແລະ​ຮູບ​ເຕັ້ມຂອງ​ເພິ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ປະຫວັດສາດ​ອັນ​ຍາວ​ນານແລະ​ອຸດົມສົມ​ບູນ​ຂອງ​ຕົວ​ໜັງ​ສື​ຈີນ,ທັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ສະ​ເໜ່ພິ​ເສດ​ຂອງ​ວັດທະ​ນະທຳ​ຈີນ.


1 2 3 4 5 6 7
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ