ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ​ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ມາ​ນາ​ໂດ​ຂອງ​ອິນ​ໂດ​ເນ​ເຊຍ

(GMT+08:00) 2011-08-10 18:32:07     cri


ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ບ່ອຍ​ວັນ​ທີ 10 ສິງຫາ​ນີ້, ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ​ອາ​ຊຽນຄັ້ງ​ທີ 43 ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ມາ​ນາ​ໂດ​ຂອງ​ອິນ​ໂດ​ເນ​ເຊຍ, ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ເທື່ອ​ນີ້​ແມ່ນ"ປະຊາ​ຄົມ​ອາ​ຊຽນ​ໃນ​ຂະ​ບວນການ​ໂລກາ​ພິວັດ". ລັດຖະມົນຕີ​ການ​ເງິນ, ການ​ຄ້າ​ແລະ​ການ​ລົງທຶນ​ຂອງ 10 ປະ​ເທດ​ອາ​ຊຽນ​ແລະ​ປະ​ເທດ​ຄູ່​ເຈລະຈາ​ຂອງ​ອາ​ຊຽນຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ.
ທ່ານ​ໂປ​ຕິ​ໂອ​ໂນ, ຮອງ​ປະທາ​ນາ​ທິບໍດີ​ອິນ​ໂດ​ເນ​ເຊຍ​ເຊິ່ງ​ເປັນ​ປະ​ເທດ​ປະທານ​ໝູນ​ວຽນ​ຂອງ​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ປະຊຸມ​ແລະ​ກ່າວ​ຄຳ​ປາ​ໄສ, ທ່ານ​ກ່າວ​ວ່າ, ບັນຫາ​ໜີ້​ສິນ​​ຂອງ​ອາ​ເມ​ລິ​ກາ​ແລະ​ລະດັບ​ສິນ​ເຊື່ອ​ຂອງ​ອາ​ເມ​ລິ​ກາ​ຖືກ​ປັບ​ຕ່ຳລົງ​ແລະ​ວິ​ກິດ​ການ​ໜີ້​ສິນ​ຂອງ​ເອີ​ລົບ​ທີ່​ເກີດ​ຂຶ້ນ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ອາ​ເມ​ລິ​ກາ​ແລະ​ເອີ​ລົບ​ບໍ່​ແມ່ນກຳລັງ​ແຮງ​ຕົ້ນຕໍ​ທີ່​ເຮັດ​ໃຫ້​ເສດຖະກິດ​ໂລກ​ເຕີບ​ໂຕ, ​ແຕ່​ໃນ​ເວລາ​ເສດຖະກິດ​ໂລກ​ປະ​ເຊີນ​ກັບ​ປັດ​ໄຈ​ບໍ່​ໝັ້ນ​ທ່ຽງ, ​ເສດຖະກິດ​ອາ​ຊຽນຫາກ​ພັດທະນາ​ເປັນ​ຢ່າງ​ດີ.


ທ່ານ​ກ່າວ​ວ່າ, ບັນດາ​ປະ​ເທດ​ອາ​ຊຽນຄວນ​ກຽມປັບປຸງ​ນະ​ໂຍບາຍ​ແຫ່ງ​ຊາດ​ແລະ​ນະ​ໂຍບາຍ​ພາກ​ພື້ນ​ໃນ​ທຸກ​ເວລາ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ພາກ​ພື້ນ, ຍຶດໝັ້ນ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າກັນ, ຮັບປະກັນ​ໃຫ້​ເສດຖະກິດ​ຂອງ​ປະ​ເທດ​ອາ​ຊຽນຕ່າງໆ​ແລະພາກ​ພື້ນ​ອາ​ຊຽນ​ເຕີບ​ໂຕ​ຢ່າງ​ດຸ່ນດ່ຽງ, ຍຸດຕິ​ທຳ​ແລະ​ແບບ​ຍືນ​ຍົງ, ​ແລະ​ບັນລຸ​ການເພີ່ມ​ທະວີ​ຄວາມ​ສາມາດ​​ແຂ່ງຂັນ​ຂອງອົງ​ກອນ​ເສດຖະກິດ​ອາ​ຊຽນ​ໃນ​ຖານະ​ເປັນອົງ​ກອນ​ດຽວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ