ອົງການ​ກາ​ແດງ​ສ.ປ.ຈີນ​ມອບ​ເງິນ​ຊ່ວຍ​ເຫຼືອ​ຜູ້​ປະສົບ​ໄພ​ນ້ຳ​ຖ້ວມ​ຢູ່​ສ.ປ.ປ.ລາວ

(GMT+08:00) 2011-09-02 16:22:29     cri
ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 2 ກັນຍາ​ນີ້, ຢູ່​ທີ່​ກະຊວງ​ການ​ຕ່າງປະ​ເທດ​ລາວ​ໄດ້​ມີ​ພິທີ​ມອບ-ຮັບ​ເງິນ​ຊ່ວຍ​ເຫຼືອ​ຈາກ​ອົງການ​ກາ​ແດງ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ຈຳນວນ 3 ໝື່ນ​ໂດ​ລາ​ສະຫະລັດ​ໃຫ້​ແກ່​ອົງການ​ກາ​ແດງ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວ, ​ເພື່ອ​ນຳ​ໄປ​ຊ່ວຍ​ເຫຼືອ​ປະຊາຊົນ​ບັນດາ​ເຜົ່າ​ຢູ່​ທາງ​ພາກ​ພາງ​ແລະ​ພາກ​ເໜືອ​ທີ່​ໄດ້ຮັບຜົນ​ກະທົບ​ຈາກ​ໄພພິບັດ​ພະຍຸ​ຮາ​ຍມາ​ຢ່າງ​ຮ້າຍ​ແຮງ​ຕໍ່​ຊີວິດ​ຊັບ​ສິນ​ແລະ​ໂຄງ​ຮ່າງ​ພື້ນຖານ​ການ​ຜະລິດ​ຂອງ​ປະຊາຊົນ.


ຕາງໜ້າ​ຝ່າຍ​ຈີນ​ກ່າວ​ມອບ​ໂດຍ​ທ່ານ​ນາງ​ປູ່​ຈຽນ​ກົວ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​ແລະ​ຕາງໜ້າ​ຝ່າຍ​ລາວ​ກ່າວຮັບ​ໂດຍ​ທ່ານ​ນາງ​ສູນ​ທອນ ​ໄ​ຊຍະ​ຈັກ​, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ຮອງ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ. ​ໂດຍ​ມີ​ພະນັກງານ​ຈາກ​ກະຊວງ​ການ​ຕ່າງປະ​ເທດ​ແລະ​ສະຖານທູດ​ສ.ປ.ຈີນ​ເຂົ້າ​ຮ່ວມ​ຈຳນວນ​ໜຶ່ງ.

​ໃນ​ພິທີ​ດັ່ງກ່າວ​ທ່ານ​ນາງ​ປູ່​ຈຽນ​ກົວ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​ກໍ​ໄດ້​ຕາງໜ້າ​ໃຫ້​ລັດຖະບານ​ຈີນ, ສະ​ແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຕໍ່​ປະຊາຊົນ​ລາວ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພພິບັດ​ພະຍຸ​ຮາ​ຍມາ, ພ້ອມ​ນັ້ນ​ທ່ານ​ກໍ​ຍັງ​ຍົກ​ໃຫ້​ເຫັນ​ສາຍ​ພົວພັນ​ມິດຕະພາບ​ຈີນ-ລາວ​ທີ່​ນັບ​ມື້​ນັບ​ແໜ້ນ​ແຟ້ນຂຶ້ນ​ແລະ​ທ່ານ​ຍັງ​ກ່າວ​ຕື່ມ​ວ່າ:"ພາຍ​​ໃຕ້​ການ​ນຳພາ​ອັນ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ລັດຖະບານ​ລາວ​ຈະ​ສາມາດ​ຟື້ນ​ຟູ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ຢ່າງ​ແນ່ນອນ. ​ແລະ​ລັດຖະບານ​ສ.ປ.ຈີນ​ຈະ​ສືບ​ຕໍ່​ໃຫ້ການ​ຊ່ວຍ​ເຫຼືອ​ລັດຖະບານ​ລາວ​ກໍ​ຄື​ປະຊາຊົນ​ລາວ​ຕື່ມ​ອີກ"


​ໃນ​ຂະນະ​ດຽວ​ກັນ​ນີ້, ທ່ານ​ນາງ​ສູນ​ທອນ ​ໄຊ​ຍະ​ຈັກ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ຮອງ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ເປັນ​ຢ່າງ​ຍິ່ງ​ຕໍ່​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຈາກ​ລັດຖະບານ​ຈີນ​ກໍ​ຄື​ອົງການ​ກາ​ແດງ​ຈີນ​ແລະ​ໄດ້​ສົ່ງ​ຈົດໝາຍ​ຂອບ​ໃຈ​ໃຫ້​ແກ່​ອົງການ​ກາ​ແດງ​ຈີນ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ