ພິທີເລີ່ມຈຳໜ່າຍປຶ້ມ"ສັກຂີ​ພິຍານ​ແຫ່ງ​ມິດຕະພາບ"ຈະ​ຈັດ​ຂຶ້ນ​ຢູ່​ນານ​ນິງ​ເຂດກວາງຊີ​ຂອງຈີນ

(GMT+08:00) 2011-10-20 17:41:32     cri
CRIລາຍ​ງານ​ວ່າ:ພິທີ​ເລີ່​ມ​ຈຳໜ່າຍ​ປຶ້ມ"ສັກຂີ​ພິຍານ​ແຫ່ງ​ມິດຕະ​ພາບ"​ເພື່ອ​ລະ​ລຶກການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຈີນ-​ລາວ​ຄົບ​ຮອບ​50​ປີ​ຈະ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ21​ຕຸລາ​ນີ້ຢູ່​ສະຖານີ​ວິທະຍຸ​ກະຈາຍ​ສຽງ​ປະຊາຊົນ​ກວາງ​ຊີ​ຂອງ​ຈີນ.ຊຶ່ງ​ເປັນ​ໜຶ່ງ​ໃນ​ກິດ​ຈະ​ກຳ​ສຳຄັນ​ຕ່າງໆ​ໃນ​ໄລຍະ​ງານ​ວາງສະ​ແດງ​ສິນຄ້າຈີນ-ອາ​ຊຽນຄັ້ງ​ທີ8.ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ຈະ​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ.

ປີ​ນີ້​ແມ່ນ​ຈີນ​- ​ລາວ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ50​ປີ, ພະ​ແນ​ກພາສາ​ລາວວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ໄດ້​ວາງ​ແຜນ​ລະອຽດ​ພາຍ​ໃຕ້​ຫົວ​ຂໍ້​ທີ່​ວ່າ"50ປີ50​ຄົນ"​ແລະ​ໄດ້​ຄັດ​ເລືອກ​ບົດ​ດີ​ເດັ່ນ​ແລ້ວ​ຮຽບ​ຮຽງ​ເປັນ​ປຶ້ມ"​ສັກ​ຂີ​ພິຍານ​ແຫ່ງ​ມິດ​ຕະ​ພາບ".​ປຶ້ມ​ນີ້​ໄດ້​ທົບ​ທວນ,ບັນທຶກ​ແລະ​ບັນ​ລະ​ຍາຍ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ-ລາວ​ແລະ​ອະນາຄົດ​ອັນ​ສົ​ດ​ໃສ​​ແຫ່ງ​ການ​ພັດ​ທະ​ນາ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໂດຍ​ໄດ້​ສຳພາດ​ຜູ່​ນຳ​ປະ​ເທດ​ລາວ,​ອະດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ​ແລະ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ປະ​ຈຳ​ຈີນ​10​ກວ່າ​ທ່ານ,ອາ​ສະສະ​ໝັກ​ຈີນ​ຊຸດ​ທຳ​ອິດ​ທີ່​ໄປ​ຕ່າງ​ປະ​ເທດ,​ນັກ​ທຸ​ລະ​ກິດ​ລາວ​ຢູ່​ຈີນ​ແລະ​ນັກ​ທຸ​ລະ​ກິດ​ຈີນ​ຢູ່​ລາວ,​ນັກ​ສຶກ​ສາ​ລາວ​ຢູ່​ຈີນ​ແລະ​ນັກ​ສຶກ​ສາ​ຈີນ​ຢູ່​ລາວແລະ​ອື່ນໆ.

ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດລາວ​ໄດ້​ຂຽນ​ບົດ​ອວຍພອນ​ໃຫ້​ປຶ້ມ​ນີ້,ທ່ານ​ບໍ່​ແສງ​ຄຳ ວົງ​ດາລາ​ ລັດຖະມົນຕີ​ວ່າ​ກາ​ນ​ກະ​ຊວງ​ຖະ​ແຫຼ​ງຂ່າວ​ວັດທະນະທຳ​ແລະ​ທ່ອງ​ທ່ຽວ​ຂອງ​ລາວ​ໄດ້​ຂຽນ​ຄຳ​ນຳ​​ໃຫ້ປຶ້ມ.

ພິທີ​ເລີ່​ມຈຳໜ່າຍ​ປຶ້ມ"ສັງ​ຂີ​ພິຍານ​ແຫ່ງ​ມິດຕະພາບ"ທີ່​ຈະຈັດ​ຂຶ້ນ​ໃນ​ວັນ​ທີ21​ຕຸລາ​ນີ້​ແມ່ນ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ສະຖານ​ກົງ​ສຸນ​ໃຫຍ່​ລາວ​ປະຈຳ​ນານ​ນິງ,ພະ​ແນ​ກວິທະຍຸ​ໂທລະພາບ​ແລະ​ຮູບ​ເງົາ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ເປັນ​ເຈົ້າພາບ​ແລະ​ວິທະຍຸ​ກະຈາຍສຽງ​ປະຊາຊົ​ນກວາງຊີ,ສູນ​ຄົ້ນຄວ້າ​​ເສດຖະກິດ​ວັດ​ທະນະ​ທຳ​ຈີນ​ອາ​ຊຽນ​ເປັນ​ຜູ່​ຈັດ.​ໃນມື້​ຈັດ​ກິດຈະກຳດັ່ງກ່າວ​ຍັງ​ຈະ​ຈັດ​ພິທີ​ເລີ່​ມຈັດສັບປະດາ​ເພງ​ລາວ​ຢູ່​​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າຈວ້າງກວາງຊີ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ